ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເລື້ອງ​ຊີ​ເຣຍ ການ​ລາ​ອອກ ຂອງ ທ. ແມັດ​ຕິ​ສ ແລະການ​ປິດ ​ລັດ​ຖະ​ບານ​ ​ໄດ້ກໍ່​ໃຫ້​​ເກີດ ຄວາມວຸ້ນ​ວາຍ ຢູ່​ວໍ​ຊິງ​ຕັນ


Syria, Mattis and Shutdown Spells Chaos in Washington
please wait

No media source currently available

0:00 0:02:26 0:00

ວີ​ດິ​ໂອ​: ເລື້ອງ​ຊີ​ເຣຍ, ການ​ລາ​ອອກຂອງ ທ. ແມັດ​ຕິ​ສ ແລະການ​ປິດ ​ລັດ​ຖະ​ບານ​ລົງ ກໍ່​ໃຫ້​​ເກີດ ຄວາມວຸ້ນ​ວາຍ ຢູ່​ວໍ​ຊິງ​ຕັນ

ອາ​ທິດ​ຜ່ານ​ມານີ້ ເປັນ​ອາ​ທິດແຫ່ງ​ຄວາມ​ວຸ້ນ​ວາຍຫລາຍ​ທີ່​ສຸດຢູ່​ໃນ​ການ​ດຳ​ລົງ​ຕຳ​
ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ທ່ານດໍ​ໂນ​ລ ທ​ຣຳ. ການ​ສູ້​ຢັນ​ກັນ​ ກ່ຽວ​ກັບ​ການ​ສ້າງ​ກຳ​
ແພງ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ, ການ​ຕັດ​ສິນ​ໃຈ​ທີ່​ສຳ​ຄັນກ່ຽວ​ກັບ​ການ​ທະ​ຫານຢູ່​ໃນ​
ຊີ​ເຣຍ ແລະ​ການ​ລາ​ອອກ​ຈາກ​ຕຳ​ແໜ່ງລັດ​ຖະ​ມົນ​ຕີກະ​ຊວງ​ປ້ອງ​ກັນ​ປະ​ເທດ ຢ່າງບໍ່
​ຄາດ​ຝັນຂອງ​ທ່ານ ຈີມ ແມັດ​ຕິ​ສ (Jim Mattis) ເປັນ​ຊ່ວງ​ວຸ້ນວາຍສັບ​ສົນ ເປັນ​ເວ​ລາ​
ອາ​ທິດນຶ່ງ ທີ່​ກາຍ​ເປັນ​ສະ​ພາບຂີດ​ໝາຍ​ອັນສຳ​ຄັນສຳ​ລັບທຳ​ນຽບ​ຂາວພາຍ​ໃຕ້​ທ່ານ​
ທ​ຣຳ. ນັກ​ຂ່າວ​ແຫ່ງ​ຊາດ​ຂອງວີ​ໂອ​ເອ, ຈີມ ມະ​ໂລນ (Jim Malone) ມີ​ລາຍ​ລະ​ອຽດ
ກ່ຽວ​ກັບ​ເລື້ອງນີ້ ຊຶ່ງ​ບົວ​ສະ​ຫວັນ ຈະ​ນຳ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.


ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ໄດ້​ເຊັນ​ຮ່າງ​ກົດ​ໝາຍປະ​ຕິ​ຮູບ​ລະ​ບົບ​ຍຸ​ຕິ​ທຳ ຢູ່​ທຳ​ນຽບ​ຂາວ, ຊຶ່ງ​
ເປັນ​ສິ່ງ​ດຶງເອົາ​ຄວາມ​ສົນ​ໃຈ​ອອກ​ໄປ​ຈາກ​ນຶ່ງ​ອາ​ທິດຂອງ​ຄວາມໂກ​ລາ​ຫົນ​ວຸ້ນ​ວາຍ ທີ່​
ໜ້າ​ຍິນ​ດີນຳ ຢູ່​ໃນ​ນະ​ຄອນຫຼວງ​ວໍ​ຊິງ​ຕັນ.

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ​ກ່າວ​ວ່າ
"​ພວກ​ເຮົາ​ມີ​ວຽກ​ຫຍຸ້ງ​ຫລາຍ​ໃນ ສອງ ຫລືສາມມື້ ຜ່ານ​ມານີ້. ມັນ​ມີ​ເລື້ອງ​ທີ່​ເປັນໄປ​ໃນ​
ທາງບວກ​ຫລາຍ. ສິ່ງ​ທີ່​ກຳ​ລັງເກີດ​ຂຶ້ນຢູ່ນີ້ເປັນ​ສິ່ງທີ່ບໍ່​ໄດ້​ເກີດຂຶ້ນຢູ່​ໃນ​ລັດ​ຖະ​ບານ
​ຂອງ​ພວກ​ເຮົາ ມາດົນ​ແລ້ວ."


ທ່ານ​ທ​ຣຳ ໄດ້​ຮັບ​ໄຊຊະ​ນະໃນ​ການ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ຊຶ່ງໄດ້​ສັນ​ຍາວ່າ ຈະ​ເປັນ​ຜູ້ທີ່
ຈະເຮັດ​ໃຫ້​ມີ​ຄວາມ​ຫຍຸ້ງ​ເຫຍີງຜູ້​ນຶ່ງ.

ແຕ່​ວ່າ ຄວາມ​ວຸ້ນ​ວາຍອາດ​ຈະ​ເຮັດ​ໃຫ້​ມີ​ຜົນ​ເສຍ​ຫາຍໃນ​ທ້າມ​ກາງການ​ປະ​ເຊີນ​ໜ້າ​
ຢ່າງ​ກະ​ທັນ​ຫັນຂອງ​ປະ​ທາ​ນາ​ທິ​ບໍ​ດີ​ ກ່ຽວ​ກັບເລື້ອງ​ຊີ​ເຣຍ, ການ​ລາ​ອອກ​ຈາກ​ຕຳ​ແໜ່ງ
ຂອງລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ທ່ານ ແລະ​ການ​ຕົກ​ວູບ​ລົງ​ຂອງ​ຕະ​ຫລາດ​ຮຸ້ນ​.

ຜູ້​ນຳ​ພັກ​ເດ​ໂມ​ແຄ​ຣັດ​ປະ​ຈຳ​ສະ​ພາ​ສູງ, ທ່ານ ຈ​ຊັກ ຈ​ຊຸມ​ເມີ ກ່າວ​ວ່າ
"ຄວາມ​ຫຍຸ້ງ​ເຫຍີງ​ທັງ​ໝົດນີ້ ກໍ່​ໃຫ້​ເກີດ​ຄວາມ​ໂກ​ລ​າ​ຫົນ ວຸ້ນ​ວາຍ ຢູ່​ໃນ​ຕະ​ຫລາດ,
ຄວາມວຸ້ນ​ວາຍຢູ່​ຕ່າງ​ປະ​ເທດ, ແລະ​ມັນ​ກຳ​ລັງ​ເຮັດ​ໃຫ້​ສະ​ຫະ​ລັດ ມີ​ຄວາມມັ້ງ​ຄັ້ງ
ສົມ​ບູນ ແລະ​ມີ​ຄວາມ​ປອດ​ໄພໜ້ອຍ​ລົງ."


ທ່ານ​ທ​ຣຳ ໄດ້​ກ່າວ​ປ້ອງ​ກັນ​ການ​ຕັດ​ສິນ​ໃຈ​ແບບບໍ່​ຄາດ​ຝັນ​ຂອງ​ທ່ານ ທີ່​ຈະຖອນ​ທະ​ຫານ
ອອກ​ຈາກ​ຊີ​ເຣຍ ແລະຍັງ​ຢືນຢູ່ແບບກະຕ່າຍຂາດຽວເລື້ອງ​ການ​ຂໍ​ທຶນ​ເພື່ອ​ສ້າງ​ກຳ​ແພງ​
ຂອງ​ທ່ານ​.

ແຕ່​ວ່າ ​ສຳ​ລັບຫລາຍຄົນ​ ຢູ່​ໃນ​ປະ​ເທດນີ້ ເຫັນ​ວ່າ ຄວາມ​ສັບ​ສົນ​ວຸ້ນ​ວາຍ ຢູ່​ໃນ​ວໍ​ຊິງ​ຕັນ
ປາ​ກົດ​ວ່າ​ ເພີ້ມ​ຄວາມ​ຮ້າຍ​ແຮງ​ຂຶ້ນ ​ຍ້ອນ​ການ​ແຕກ​ແຍກ​ກັນ​ລະ​ຫວ່າງ​ສອງພັກ ທີ່​ເລິກ
​ເຊິ່ງ​ແບບບໍ່​ເຄີຍ​ມີ​ມາ​ກ່ອນ, ອີງ​ຕາມ​ການ​ສັງ​ເກດ​ຂອງ​ນັກ​ປະ​ຫວັດ​ສາດ ແລະ​ນັກ​ຂຽນ
ໂດ​ຣິສ ເຄີ້ນ​ສ໌ ກູດ​ວິນ (Doris Kearns Goodwin). ທ່ານ​ນາງ​ກ່າວ​ວ່າ
"ແຕ່​ກ່ອນ​ເຄີຍມີ​ເລື້ອງ​ທີ່​ວ່າ ທ່ານເປັນ​ຫ່ວງ ຫາກ​ລູກ​ຂອງ​ທ່ານ​ຈະ​ແຕ່ງ​ງານ ກັບ​ຄົນ​
ທີ່​ຢູ່ນອກ​ສາດ​ສະ​ໜາ ຫລື​ບໍ່​ຢູ່​ໃນ​ຊົນ​ຊາດ ຊົນເຜົ່າຂອງ​ຕົນ. ແຕ່​ວ່າ​ດຽວນີ້ ມີຄົນທີ່​
ມີ​ຈຳ​ນວນ​ເພີ້ມ​ຂຶ້ນ​ ທີ່​ເປັນ​ຫ່ວງວ່າ ລູກ​ຂອງ​ພວກ​ເຂົ​າເຈົ້າ​ຈະ​ແຕ່ງ​ງານ​ກັບ​ຄົນ​ທີ່​ຢູ່
ນອກ​ພັກ​ຂອງຕົນ. ຂ້າ​ພະ​ເຈົ້າ​ໝາຍ​ຄວາມ​ວ່າ ມັນ​ເປັນ​ເລື້ອງ ບ້າ​ບໍ​ ​ທີ່​ພວກ​ເຮົາ​ມີ
ຄວາມ​ແຕກ​ແຍກກັນ​ຂອງຄົນ​ຢູ່​ຕ່າງ​ພັກ ເຖິງຂະ​ໜາດນັ້ນ. ມັນ​ເປັນ​ບັນ​ຫາ​ບາງ​
ຢ່າງ​ທີ່ຕ້ອງໄດ້​ຖືກ​ທັບ​ມ້າງ ແລະ​ຂ້າ​ພະ​ເຈົ້າ​ຄິດ​ວ່າ ມັນ​ເປັນ​ອາ​ການໄຂ້ ທີ່​ຕ້ອງ​ໄດ້
​ທັບ​ມ້າງ​ໃຫ້ໝົດ​ໄປ.”

ການ​ລາ​ອອກ​ຈາກ​ຕຳ​ແໜ່ງ​ຂອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ແມັດ​ຕິ​ສ ໄດ້​
ສົ່ງ​ຄວາມສັ່ນ​ສະ​ເທືອນ​ໄປ​ທົ່ວ​ນະ​ຄອນ​ຫລວງວໍ​ຊິງ​ຕັນ ແລະ​ຢູ່​ຕ່າງ​ປະ​ເທດ ບ່ອນ​ທີ່
​ຜູ້​ຄົນ​ເຫັນ​ວ່າ ​ທ່ານ​ເປັນ​ມືທີ່ທ່ຽງ​ໝັ້ນ​ຢູ່​ໃນ​ຄະ​ນະລັດ​ຖະ​ບານ​ຂອງ​ທ່ານທ​ຣໍ​າ.

ຢູ່​ໃນ​ຈຳ​ນວນ​ຄົນ​ທີ່​ໄດ້​ຖືກ​ສັ່ນ​ສະ​ເທືອນ​ຍ້ອນ​ການ​ຕັດ​ສິນ​ໃຈ​ຂອງ​ທ່ານ ແມັດຕີສກໍ​ຄື
ຜູ້​ນຳ​ສະ​ມາ​ຊິກສະ​ພາ​ຕ່ຳຂອງ​ພັກ​ເດ​ໂມ​ແຄ​ຣັດ, ທ່ານ​ນາງ ແນນ​ຊີ ເປ​ໂລ​ຊີ (Nancy
Pelosi) ຊຶ່ງ​ທ່ານ​ນາງ​ໄດ້​ໃຫ້​ຄຳ​ເຫັນ​ວ່າ
"ປະ​ເທດ​ທີ່​ດີ​ເລີດ​ອັນນີ້ ສາ​ມາດ​ສູ້​ທົນ​ຕໍ່​ທຸກ​ສິ່ງ​ທຸກ​ຢ່າງ​ໄດ້ ແຕ່​ວ່າ ມັນ​ບໍ່​ຄວນ​ທີ່ຕ້ອງ
​ໄດ້​ສູ້ທົນແບບນັ້ນ​ເລີຍ."


ການ​ອອກຈາກຕຳ​ແໜ່ງ​ໄປ​ຂອງ​ທ່ານ ແມັດ​ຕິ​ສ, ທັງສອງ​ພັກເຫັນ​ວ່າ ມັນ​ເປັນ​ເລື້ອງສຳ
​ຄັນ​ຫລາຍ, ອີງ​ຕາມ​ນາງ ຈູ​ລີ ເພ​ດ​ສ໌, ນັກ​ຂ່າວຈາກ​ອົງ​ການ​ຂ່າວ ເອ​ພີ. ນາງ​ເວົ້າ​ວ່າ
"ທ່ານ​ເປັນ​ຄົນ​ຜູ້​ນຶ່ງທີ່​ເຫັນ​ວ່າ​ເປັນ​ຜູ້​ໃຫຍ່ຢູ່​ໃນຫ້ອງນັ້ນ, ເປັນ​ໃຜ​ຜູ້​ນຶ່ງ ​ທີ່​ສາ​ມາດ
ບອກ​ທ່ານ​ທ​ຣຳ​ໄດ້ໃນ​ເວ​ລາ​ທີ່​ທ່ານ​ຄິດ​ວ່າ ທ່ານ​ທ​ຣຳ​ເວົ້າຜິດ. ເປັນ​ຜູ້​ນຶ່ງ​ທີ່​ຈະ​ກ້າ​
ເວົ້າຂັດຕໍ່​ທ່ານ​ທ​ຣຳໄດ້ ແລະ ທີ່ສຳ​ຄັນ​ໄປ​ກວ່ານັ້ນ​ກໍ​ຄື, ທ່ານ​ເປັນ​ໃຜ​ຜູ້​ນຶ່ງທີ່​ທ່ານ
​ທ​ຣຳ​ຍອມ​ຮັບ​ຟັງ."


ຄວາມ​ສັບ​ສົນ​ວຸ້ນ​ວາຍ ອາດ​ເກີດ​ຂຶ້ນ​ໃຫ້​ເຫັນເພີ້ມ​ຂຶ້ນ​ອີກ.
ໃນເດືອນ​ໜ້ານີ້ ພວກ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ຈະເຂົ້າ​ຄວບ​ຄຸມ​ສະ​ພາ​ຕ່ຳ, ຊຶ່ງ​ໃຫ້​ສັນ​ຍາ
​ວ່າ ຈະ​ສະ​ກັດ​ກັ້ນ​ແນວ​ທາງ​ຂອງ​ທ່ານທ​ຣຳ​ໄວ້ ແລະ​ຈະ​ທຳ​ການ​ສອບ​ສວນໃນ​ການ
​ກ່າວ​ຫາ​ທີ່​ເວົ້າ​ວ່າ ມີ​ການກະ​ທຳ​ຜິດຂອງຄົນ​ຢູ່​ພາຍ​ໃນ​ລັດ​ຖະ​ບານ​ດັ່ງ​ກ່າວ.

​ຂ່າວນີ້​ເພີ້ມເປັນ​ພາ​ສາ​ອັງ​ກິດຢູ່​ລຸມນີ້

This past week has been one of the most chaotic of Donald Trump's presidency. A battle over the president's border wall, a key military decision on Syria and the unexpected resignation of Defense Secretary Jim Mattis were all key moments in a week of turmoil that has become a hallmark of the Trump White House.

President Trump signs a justice reform bill at the White House, a welcome distraction from a chaotic week in Washington.

President Donald Trump:
"We have had a very busy two or three days. It has been very positive. Things are happening that have not happened in our government for a long time."

Trump won the presidency pledging to be a disrupter.

But the turmoil may be taking a toll in the wake of the president's abrupt about face on Syria, the resignation of his defense secretary and a falling stock market.

Senate Democratic leader Chuck Schumer:
"All of this turmoil is causing chaos in the markets, chaos abroad, and it is making the United States less prosperous and less secure."

Trump is defending his surprise decision to pull U.S. troops out of Syria and remains adamant about funding for his border wall.

But for much of the country, the chaos in Washington seems to be fueled by an ever deepening partisan divide, says noted historian and author Doris Kearns Goodwin.
"It used to be that you would worry if your kid was going to marry outside your religion or race. But now more people are worried that their kid might marry outside their party. I mean it is just crazy that we have reached that level of partisanship. Something has to break and I think it is a fever that has to be broken."

The resignation of Defense Secretary Mattis sent shockwaves through Washington and overseas, where he was seen as a steady hand in the Trump administration.

Among those shaken by the Mattis decision was House Democratic leader Nancy Pelosi.

Rep. Nancy Pelosi, Democratic Leader:
"This great country can withstand just about anything, but it shouldn't have to."


The Mattis departure is seen as significant in both parties, says Julie Pace.

Julie Pace, Associated Press White House Correspondent:
"He is somebody who was seen as really the adult in the room, somebody who could tell Trump when he thought he was wrong. Someone who was not afraid to stand up to Trump, and more importantly even, someone that Trump actually listened to."

More turmoil could be on the horizon.

Next month, Democrats take control of the House of Representatives, vowing to block the Trump agenda and to investigate allegations of wrongdoing within the administration.

XS
SM
MD
LG