ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ການເຊື່ອມໂຊມລົງ ຂອງ ສະພາບ ແວດລ້ອມ ພາໃຫ້ມີນໍ້າຖ້ວມ ຢູ່ລັດເຄຣາລາ ຂອງອິນເດຍ ເພີ້ມຂຶ້ນ ຫລືບໍ່?


ຮູບຖ່າຍທາງອາກາດ ສະແດງໃຫ້ເຫັນພາບຂອງເຮືອນຊານ ພົ້ນຈາກນໍ້າທີ່ຖ້ວມ ໃນລັດເຄຣາລາ ຢູ່ທາງໃຕ້ຂອງອິນເດຍ ໃນວັນທີ 19 ສິງຫາ 2018
ຮູບຖ່າຍທາງອາກາດ ສະແດງໃຫ້ເຫັນພາບຂອງເຮືອນຊານ ພົ້ນຈາກນໍ້າທີ່ຖ້ວມ ໃນລັດເຄຣາລາ ຢູ່ທາງໃຕ້ຂອງອິນເດຍ ໃນວັນທີ 19 ສິງຫາ 2018

ໃນຂະນະທີ່ລັດເຄຣາລາ ຢູ່ທາງພາກໃຕ້ຂອງອິນເດຍ ສຶກສາເບິ່ງພາລະກິດການ
ສ້າງສາລັດຄືນໃໝ່ ພາຍຫລັງທີ່ໄພນໍ້າຖ້ວມໄດ້ພັດເອົາເຮືອນຊານຂອງປະຊາຊົນໄປ, ພື້ນທີ່ປູກຝັງທີ່ຖືກນໍ້າຖ້ວມ ແລະພື້ນຖານໂຄງລ່າງຖືກທໍາລາຍໄປໝົດຢູ່ນັ້ນ ພວກ
ນັກອະນຸລັກສິ່ງແວດລ້ອມ ພາກັນຕັ້ງຄໍາຖາມຂຶ້ນວ່າ ອາດຈະມີຄວາມເສຍຫາຍ
ໜ້ອຍກວ່ານີ້ບໍ່ ຖ້າຫາກວ່າ ມີການເອົາໃຈໃສ່ຕໍ່ການພັດທະນາແບບຍືນຍົງເພີ້ມຂຶ້ນ
ຫລາຍກວ່ານີ້?

ທັດສະນີຍະພາບສ່ວນນຶ່ງຂອງລັດເຄຣາລາໃນພາກໃຕ້ຂອງອິນເດຍ ທີ່ບໍ່ຖືກນໍ້າຖ້ວມ ໃນວັນທີ 19 ສິງຫາ 2018
ທັດສະນີຍະພາບສ່ວນນຶ່ງຂອງລັດເຄຣາລາໃນພາກໃຕ້ຂອງອິນເດຍ ທີ່ບໍ່ຖືກນໍ້າຖ້ວມ ໃນວັນທີ 19 ສິງຫາ 2018

​ໄພນໍ້າຖ້ວມດັ່ງກ່າວເກີດຂຶ້ນຍ້ອນມີຝົນຕົກຢ່າງໜັກທີ່ສຸດໃນຮອບເກືອບນຶ່ງສັດຕະວັດ
ຜ່ານມາ ຢູ່ໃນລັດທີ່ງົດງາມມີສະເໜ່ ເຕັມໄປດ້ວຍທົ່ງພຽງລຽບຕາມຝັ່ງທະເລ ແລະສາຍ
ພູຕໍ່າ ລຽງລາຍກັນຢູ່ຊຶ່ງດຶງດູດເອົານັກທ່ອງທ່ຽວເປັນພັນໆຄົນໄປທ່ຽວຊົມໃນແຕ່ລະປີ. ປະຕູຕ່າງໆຂອງເຂື່ອນຫຼາຍແຫ່ງທີ່ມີນໍ້າລົ້ນ ຕ້ອງໄດ້ປ່ອຍນ້ຳອອກ ພາຍຫລັງທີ່ຝົນ
ຕົກລົງມາຢ່າງໜັກເລີ້ມແຕ່ວັນທີ 8 ສິງຫາເປັນ ຕົ້ນມາ ຊຶ່ງໄດ້ເຮັດໃຫ້ນ້ຳໄຫຼເຂົ້າຖ້ວມ
ເນື້ອທີ່ສ່ວນໃຫຍ່ໃນທົ່ວລັດດັ່ງກ່າວ.

ແຜນທີ່ລັດເຄຣາລາ ຢູ່ທາງພາກໃຕ້ຂອງອິນເດຍ
ແຜນທີ່ລັດເຄຣາລາ ຢູ່ທາງພາກໃຕ້ຂອງອິນເດຍ

​ພວກນັກຊ່ຽວຊານດ້ານສິ່ງແວດລ້ອມເວົ້າວ່າ ການເພີ້ມຂຶ້ນຢ່າງໄວລາຂອງການກໍ່ສ້າງ
ທີ່ເຕັມໄປດ້ວຍເຮືອນຊານ, ຕຶກອາຄານ ແລະສະຖານທີ່ຕາກອາກາດ ຫລື ຣີສອດສໍາລັບ
ນັກທ່ອງທ່ຽວ ເກີດຂຶ້ນຄືດອກເຫັດ ຢູ່ໃນເຂດຕ່າງໆ ຊຶ່ງເມື່ອກ່ອນ ເຄີຍເປັນບ່ອນດູດຊຶມ
ເອົານໍ້າຝົນ ໄດ້ເຮັດໃຫ້ຜົນກະທົບ ຈາກຝົນຕົກໜັກໃນລະດູລົມມໍລະສຸມຮ້າຍແຮງຂຶ້ນ.

"ມີກະແສຟອງຂອງການກໍ່ສ້າງຢ່າງໃຫຍ່, ກ່ອນອື່ນໝົດ ແມ່ນຢູ່ໃນເຂດທີ່ມີດິນຊຸ່ມຊຶ່ງໃນ
ເມື່ອກ່ອນນັ້ນ ເປັນບ່ອນເກັບນໍ້າໄວ້ ແລະດຽວນີ້ ບໍ່ເປັນແນວນັ້ນອີກແລ້ວ ແລະມີການລຸກ
ລໍ້າເຂົ້າໄປໃນສາຍນໍ້າລໍາເຊຕ່າງໆ" ອີງຕາມຄໍາເວົ້າຂອງນັກນິເວດວິທະຍາ ແມດແຮບ
ແກດກີລ (Madhav Gadgil) ທີ່ເປັນຜູ້ຂຽນບົດລາຍງານ ກ່ຽວກັບການປົກປ້ອງເຂດດິນ
ສູງເນີນ ທີ່ເອີ້ນວ່າທາງລົງສູ່ແມ່ນໍ້າ ຢູ່ທາງພາກຕາເວັນຕົກ ເພື່ອກະກຽມສົ່ງໃຫ້ກະຊວງ
ສິ່ງແວດລ້ອມ, ປ່າໄມ້ ແລະການປ່ຽນແປງຂອງດິນຟ້າອາກາດ ໃນປີ 2011.

ພາບຖ່າຍທາງອາກາດສະແດງໃຫ້ເຫັນພາບຂອງເຮືອນຊານສ່ວນນຶ່ງທີ່ ພົ້ນຈາກໜ້ານໍ້າທີ່ ຖ້ວມໃນຂົງເຂດພາກໃຕ້ຂອງລັດເຄຣາລາ ຢູ່ທາງໃຕ້ຂອງອິນເດຍ ໃນວັນທີ 19 ສິງຫາ 2018
ພາບຖ່າຍທາງອາກາດສະແດງໃຫ້ເຫັນພາບຂອງເຮືອນຊານສ່ວນນຶ່ງທີ່ ພົ້ນຈາກໜ້ານໍ້າທີ່ ຖ້ວມໃນຂົງເຂດພາກໃຕ້ຂອງລັດເຄຣາລາ ຢູ່ທາງໃຕ້ຂອງອິນເດຍ ໃນວັນທີ 19 ສິງຫາ 2018

ທ່ານ ແກດກີລ (Gadgil) ເວົ້າວ່າ ການກໍ່ສ້າງຢ່າງຫລວງຫລາຍ ໄດ້ພາໃຫ້ມີການດູດ
ເອົາຊາຍ ແລະມີການລະເບີດຫີນ ຢູ່ເທິງພູຢ່າງຊະຊາຍ.

ທ່ານກ່າວອີກວ່າ "ມີເຫດການດິນເຈື່ອນຫລາຍໆຄັ້ງເກີດຂຶ້ນ ຍ້ອນວ່າມີການລະເບີດຫີນ. ເສດຫັກພັງຈາກຫີນພວກນັ້ນ ໄດ້ໄປຕັນຫ້ວຍຮ່ອງ ແລະແມ່ນໍ້າຕ່າງໆ. ສ່ວນນຶ່ງຜູ້ທີ່ໄດ້
ຮັບເຄາະຮ້າຍ 400 ຄົນ ຈາກໄພນໍ້າຖ້ວມ ມໍ່ໆມານີ້ ແມ່ນລວມທັງຄົນທີ່ຖືກດິນເຈື່ອນ
ທັບຖົມໄວ້ນໍາ.

ການພັດທະນາຢ່າງວ່ອງໄວຢູ່ໃນລັດເຄຣາລາໃນທົດສະວັດມໍ່ໆ ມານີ້ ສ່ວນນຶ່ງແມ່ນ
ເພີ້ມຂຶ້ນຍ້ອນມີທຶນຈາກພວກນັກທ່ອງທ່ຽວ ພ້ອມທັງເງິນຈາກຊາວອິນເດຍໃນລັດດັ່ງ
ກ່າວທີ່ອາໄສ ແລະເຮັດວຽກຢູ່ໃນປະເທດຕ່າງໆໃນພາກຕາເວັນອອກກາງ.

ປະຊາຊົນທີ່ໄດ້ຮັບເຄາະຮ້າຍຈາກໄພນໍ້າຖ້ວມ ພາກັນໄປຮັບເຄື່ອງຊ່ວຍເຫລືອໃນຫ້ອງປະຊຸມໃຫຍ່ ໃນມະຫາວິທະຍາໄລ ແຫ່ງນຶ່ງ ທີ່ໃຊ້ເປັນສູນບັນເທົາທຸກໃນເມືອງ ໂຄຈີ, ເຂດພາກໃຕ້ຂອງລັດເຄຣາລາ ຂອງອິນເດຍ ໃນວັນທີ 20 ສິງຫາ 2018
ປະຊາຊົນທີ່ໄດ້ຮັບເຄາະຮ້າຍຈາກໄພນໍ້າຖ້ວມ ພາກັນໄປຮັບເຄື່ອງຊ່ວຍເຫລືອໃນຫ້ອງປະຊຸມໃຫຍ່ ໃນມະຫາວິທະຍາໄລ ແຫ່ງນຶ່ງ ທີ່ໃຊ້ເປັນສູນບັນເທົາທຸກໃນເມືອງ ໂຄຈີ, ເຂດພາກໃຕ້ຂອງລັດເຄຣາລາ ຂອງອິນເດຍ ໃນວັນທີ 20 ສິງຫາ 2018

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG