ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະເທດທີ່ກຳລັງພັດທະນາ ອາດຜ່າຍແພ້ ໃນການແຂ່ງຂັນ ເພື່ອຢາວັກຊີນ ກັນໄວຣັສໂຄໂຣນາ


COVID Vaccine Developing Nations -- USAGM
please wait

No media source currently available

0:00 0:03:12 0:00

ຢາວັກຊີນຊະນິດນຶ່ງສຳລັບໄວຣັສໂຄໂຣນາ ໄດ້ພິສູດຄວາມມີປະສິດທິ ພາບເຖິງ 90 ເປີເຊັນຫຼັງ ຈາກການທົດລອງໃນຂັ້ນຕົ້ນ, ອີງຕາມຜູ້ຮ່ວມພັດທະນາຢາ Pfizer ແລະ BioNtech. ມັນໄດ້ເຮັດໃຫ້ມີຄວາມຫວັງວ່າໂຣກລະບາດໄວຣັສໂຄໂຣນາໃນທົ່ວໂລກຈະສາມາດຖືກຄວບຄຸມໄດ້ໃນບໍ່ເທົ່າ ໃດເດືອນຂ້າງໜ້າ, ແຕ່ດັ່ງທີ່ນັກຂ່າວວີໂອເອ ເຮັນຣີ ຣິຈ໌ແວລ ລາຍງານນັ້ນ, ລັກສະນະຂອງຢາວັກຊີນດັ່ງກ່າວຈະໝາຍຄວາມວ່າ ລະບົບສາທາລະນະສຸກທີ່ຫຼ້າຫຼັງກວ່າ ຈະປະເຊີນກັບສິ່ງທ້າທາຍຄັ້ງໃຫຍ່ໃນການເລີ່ມໂຄງການສັກຢາວັກຊີນໃດໆ. ພຸດທະສອນ ມີລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.


ຢາວັກຊີນໄວຣັສໂຄໂຣນາຊະນິດນຶ່ງໄດ້ພິສູດໃຫ້ເຫັນຄວາມມີປະສິດທິພາບເຖິງ 90 ເປີເຊັນໃນການທົດລອງທັງຫຼາຍ, ອີງຕາມຜູ້ພັດທະນາຢາ ບໍລິສັດ Pfizer ແລະ BioNtech. ແຕ່ດັ່ງທີ່ນັກຂ່າວວີໂອເອ ເຮັນຣີ ຣິຈ໌ແວລ ລາຍງານນັ້ນ, ມັນມີຄວາມເປັນຫ່ວງຕ່າງໆ ກ່ຽວກັບ ຄວາມສາມາດຂອງບັນດາປະເທດທີ່ກຳລັງພັດທະນາໃນການນຳໃຊ້ຢາວັກຊີນທີ່ຕ້ອງໄດ້ໃຊ້ການຈັດການທີ່ພິເສດນັ້ນ.

ການທົດລອງຢາວັກຊີນຂອງບໍລິສັດ Pfizer ແລະ BioNtech ແມ່ນຍັງຢູ່ໃນຂັ້ນຕອນຕົ້ນໆຂອງມັນ, ແຕ່ບັນດານັກວິທະຍາສາດເວົ້າວ່າ ຜົນຕ່າງໆຈາກອາ ສາສະໝັກ 44,000 ຄົນໃນປັດຈຸບັນນີ້ ໄດ້ສະແດງໃຫ້ເຫັນວ່າໄວຣັສດັ່ງກ່າວແມ່ນສາມາດປິ່ນປົວໄດ້. ຢາວັກຊີນທີ່ວ່ານັ້ນແມ່ນອີງໃສ່ເທັກໂນໂລຈີໃໝ່ທີ່ເອີ້ນວ່າ mRNA ແລະ ມັນຍັງບໍ່ໄດ້ທັນຖືກຮັບຮອງໂດຍບັນດາຜູ້ວາງລະບຽບ ເທື່ອ.

ແມ່ນກະທັ້ງຖ້າມັນໄດ້ຮັບອະນຸຍາດ, ມັນກໍມີສິ່ງທ້າທາຍອື່ນໆ.

ດຣ. ປີເຕີ ໂດຣແບັກ ຈາກມະຫາວິທະຍາໄລ ອັອກສຝອດ ກ່າວວ່າ “ມັນມີ ສິ່ງທ້າທາຍທີ່ໃຫຍ່ໃນການຜະລິດ, ມັນມີສິ່ງທ້າທາຍໃນການຂົນສົ່ງ. ຢາວັກຊີນນີ້ຕ້ອງຖືກເກັບໄວ້ໃນອຸນຫະພູມລົບ 80 ອົງສາ.”

ມັນມີຄວາມເປັນໄປໄດ້ຫຼາຍກວ່າໃນບັນດາປະເທດທີ່ຮັ່ງມີ. ແຕ່ໃນບັນດາປະເທດທີ່ທຸກຍາກນັ້ນ, ການເປີດໂຄງການສັກຢາວັກຊີນແມ່ນຈະບໍ່ງ່າຍ.

ຢູ່ຄລີນິກແຫ່ງນີ້ໃນປະເທດ ເບີກິນາ ຟາໂຊ, ຕູ້ເຢັນມັກຈະເພຢ່າງເປັນປະຈຳ. ເຮັດໃຫ້ພະນັກງານຕ້ອງເອົາຢາຢູ່ທາງໃນຖິ້ມ. ອົງການສະຫະປະຊາຊາດເວົ້າວ່າລະບົບສາທາລະນະສຸກທີ່ໃຫ້ບໍລິ ການປະຊາກອນສອງສ່ວນສາມຂອງໂລກ ແມ່ນບໍ່ມີສະຖານທີ່ແຊ່ເຢັນທີ່ພຽງພໍ.

ທ່ານ ຊັອງ ຄລອດ ມາບາລາມາ, ຫົວໜ້າພະແນກສາທາລະນະສຸກ ແລະ ໂພຊະນາການຂອງອົງ ການ UNICEF ກ່າວວ່າ “ຕົວຢ່າງ, ຖ້າພວກເຮົາມີຢາ ວັກຊີນໄວຣັສໂຄໂຣນາ, ພວກເຮົາຈະຕ້ອງ ການຕູ້ເຢັນຫຼາຍຂຶ້ນເພື່ອເກັບຮັກສາຢາ. ແຕ່ພວກເຮົາບໍ່ມີຕູ້ເຢັນພວກນີ້.”

ແລ້ວມັນກໍມີບັນຫາເລື່ອງໄຟຟ້າ.

ທ່ານ ໂທບີ ປີເຕີສ໌, ອາຈານສອນ ກ່ຽວກັບ ການຮັກສາຄວາມເຢັນໃນເສດຖະກິດທີ່ມະຫາວິທະຍາ ໄລ ເບີມິງແຮມ, ປະເທດ ອັງກິດ ກ່າວວ່າ “ສະພາບ ອາກາດຮ້ອນຈະໝາຍຄວາມວ່າ ອຸປະກອນທຳຄວາມເຢັນແມ່ນມີຄວາມສຳຄັນກວ່າເກົ່າ ແລະ ຕ້ອງໄດ້ເຮັດວຽກໜັກຂຶ້ນ. ມັນແມ່ນການຂາດພະ ລັງງານໄຟຟ້າ, ມັນແມ່ນເສດຖະກິດທີ່ກຳລັງພັດທະນາ. ສະນັ້ນ, ຖ້າເຈົ້າເບິ່ງໃນຕົວເລກຂອງຕະ ຫຼາດພວກນີ້, ເຈົ້າຈະສາມາດເຫັນຫຼາຍເຂດ, ຫຼາຍປະເທດ, ບາງເທື່ອ 30, 40 ເປີເຊັນຂອງສູນ ກາງສາທາລະນະສຸກແມ່ນບໍ່ສາມາດເຂົ້າຫາໄຟຟ້າໄດ້.”

ອົງການກອງທຶນເດັກຂອງສະຫະປະຊາຊາດ ໄດ້ໃຊ້ເງິນ 85 ລ້ານໂດລາຊື້ອຸປະກອນແຊ່ເຢັນໃນປີ 2019, ສ່ວນໃຫຍ່ແມ່ນຕູ້ເຢັນພະລັງງານແສງອາທິດໃນ ອາຟຣິກາ ແລະ ເອເຊຍ.

ເຂົາເຈົ້າຍັງເກັບເຂັມສັກຢາໄວ້ໃນສາງ ແລະ ສ້າງຄັງແຊ່ເຢັນຢາວັກຊີນ ແລະ ຂົນສົ່ງຢາວັກຊີນກ່ອນການຮັບຮອງຢາວັກຊີນໃດໆ.

ແຕ່ໃນຫຼາຍປະເທດ, ບັນດານັກວິທະຍາສາດເວົ້າວ່າ ພື້ນຖານໂຄງລ່າງສາທາລະນະສຸກແມ່ນບໍ່ໄດ້ມີຢູ່ຈິງເລີຍ ເພື່ອນຳສະເໜີໂຄງການສັກຢາໄວຣັສໂຄໂຣນາ ຢ່າງວ່ອງໄວ.

ສິ່ງທ້າທາຍເພີ່ມເຕີມກໍແມ່ນການໃຫ້ປະຊາຊົນໄດ້ໄປໂຮງໝໍ ຫຼື ໄປຢ້ຽມຢາມເຂົາເຈົ້າຢູ່ໃນຊຸມຊົນ ແລະ ຊັກຊວນໃຫ້ເຂົາເຈົ້າເຊື່ອວ່າຢາວັກຊີນແມ່ນປອດໄພ. ຢາວັກຊີນຂອງບໍລິສັດ Pfizer ແລະ BioNtech ຮຽກຮ້ອງໃຫ້ໃຊ້ສອງຫຼອດຕໍ່ຄົນຜູ້ນຶ່ງ.

ແລ້ວມັນກໍມີອັນຕະລາຍ ກ່ຽວກັບ ຄວາມເປັນກາງຂອງການໃຊ້ຢາວັກຊີນ, ເຊິ່ງ ແມ່ນຄວາມເປັນຫ່ວງທີ່ບັນດາປະເທດຮັ່ງມີຈະຊື້ເອົາຢາໄປໃຫ້ປະຊາກອນຂອງ ເຂົາເຈົ້າເອງ. ຫຼາຍກວ່າ 150 ປະ ເທດໄດ້ຮ່ວມກັນລົງນາມໃນການອຳນວຍຄວາມສະດວກທົ່ວໂລກທີ່ເອີ້ນວ່າ “COVAX” ເພື່ອພະ ຍາຍາມທີ່ຈະຮັບປະກັນການຈຳໜ່າຍຢາທີ່ເທົ່າທຽມກັນ.

ດຣ. ປີເຕີ ໂດຣແບັກ ກ່າວວ່າ “ດ້ວຍເປົ້າໝາຍທີ່ຈະຊ່ວຍຜະລິດຢາວັກຊີນໄວຣັສໂຄໂຣນາຫຼາຍຊະນິດໃຫ້ໄດ້ 2000 ລ້ານອັນນັ້ນ ຢາດັ່ງກ່າວອາດຈະສາມາດແຈກຢາຍຢາໃຫ້ທຸກປະເທດພວກນີ້ໃນທົ່ວໂລກພາຍໃນທ້າຍປີ 2021.”

ບັນດານັກວິທະຍາສາດເວົ້າວ່າ ຢາວັກຊີນໄວຣັສໂຄໂຣນາທີ່ກຳລັງຢູ່ໃນການທົດລອງໃນເວລານີ້ ຍັງອາດພິສູດໃຫ້ເຫັນຄວາມມີປະສິດທິພາບ, ເຊິ່ງມັນໄດ້ເພີ່ມຄວາມຫວັງໃຫ້ໂຄງການສັກຢາຂະໜາດໃຫຍ່ຕ່າງໆ.

ແຕ່ເຂົາເຈົ້າເຕືອນວ່າ ຈົນກວ່າໂຄງການທີ່ວ່ານັ້ນຈະເລີ່ມຂຶ້ນ, ມັນສຳຄັນທີ່ລັດຖະບານ ແລະ ບຸກ ຄົນທັງຫຼາຍ ສືບຕໍ່ພະຍາຍາມທີ່ຈະລະງັບອັດຕາການແຜ່ ລາມຂອງໄວຣັສ ໃນຂະນະທີ່ອັດຕາການຕິດເຊື້ອ ຍັງສືບຕໍ່ເພີ່ມຂຶ້ນ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG