ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຖິງວ່າຈະໃຊ້ຄໍາເວົ້າທີ່ເຂັ້ມແຂງ, ​ແຕ່ຍີ່ປຸ່ນອາດຈະບໍ່ເຂົ້າຮ່ວມໃນສົງຄາມ


ແຟ້ມ-ນາຍົກລັດຖະມົນຕີຂອງຍີ່ປຸ່ນ ທ່ານຟູມິໂອະ ກະຊິດະ ກ່າວປາໄສ ລະຫວ່າງການຖະແຫຼງຂ່າວ ຢູ່ທີ່ສໍານັກງານນາຍົກລັດຖະມົນຕີ ໃນນະຄອນຫຼວງໂຕກຽວ, ວັນທີ 31 ສິງຫາ 2022.
ແຟ້ມ-ນາຍົກລັດຖະມົນຕີຂອງຍີ່ປຸ່ນ ທ່ານຟູມິໂອະ ກະຊິດະ ກ່າວປາໄສ ລະຫວ່າງການຖະແຫຼງຂ່າວ ຢູ່ທີ່ສໍານັກງານນາຍົກລັດຖະມົນຕີ ໃນນະຄອນຫຼວງໂຕກຽວ, ວັນທີ 31 ສິງຫາ 2022.

ໃນຂະນະທີ່ຍີ່ປຸ່ນ ຍັງຄົງດໍາເນີນເພີ້ມການ​ຍົກລະດັບທາງທະຫານ ຂອງພວກເຂົາເຈົ້າຢ່າງຕໍ່ເນື່ອງ, ກໍມີການສັງເກດເຫັນກ່ຽວກັບວິທີການ​ຈະ​ຖືກນໍາໃຊ້ຂອງພວກເຂົາເຈົ້າ ເຂົ້າໃນສົງຄາມທີ່ອາດຈະເກີດຂຶ້ນໄດ້ລະຫວ່າງ ໄຕ້ຫວັນ ແລະ ຈີນ ທີ່ມີຄວາມແຕກຕ່າງກັນຫຼາຍ ສໍາລັບການສົ່ງຂໍ້ຄວາມອອກສູ່ສາທາລະນະໃນຕ່າງປະເທດ ແລະມຸມມອງຢູ່ພາຍໃນປະເທດ, ອີງຕາມການເປີດເຜີຍໂດຍບັນດານັກວິເຄາະ.

ເຖິງຈະບໍ່ມີກ​ານ​ຮັບ​ຮູ້​ທາງການທູດຢ່າງເປັນທາງການຂອງ​ພັນ​ທະ​ມິດ, ປະເທດເພື່ອນບ້ານຍີ່ປຸ່ນ ແລະໄຕ້ຫວັນ ​ແມ່​ນມີຄວາມໃກ້ຊິດກັນຫຼາຍຂຶ້ນ ເນື່ອງຈາກຄວາມສໍາພັນທາງດ້ານວັດທະນະທໍາທີ່ເລິກເຊິ່ງ ພ້ອມທັງຄວາມພະຍາຍາມຂອງປະທານາທິບໍດີໄຕ້ຫວັນ ທ່ານນາງໄຊ ອິ້ງ-ເຫວິນ ແລະມື້​ລາງນາຍົກລັດຖະມົນ ຕີຂອງຍີ່ປຸ່ນ ທ່ານຊິນໂຊະ ອາເບະ ເຊິ່ງທ່ານຮ້ອງການປົກຄອງລະບອບປະຊາ ທິປະໄຕນີ້ວ່າ ແມ່ນ “ພັນທະມິດທີ່ສໍາຄັນ.”

ຜູ້ນໍາທັງສອງປະເທດ ໄດ້ຍົກລະດັບການໃຊ້ຈ່າຍທາງທະຫານໃນລະຫວ່າງການ ດໍາລົງຕໍາແໜ່ງ ແລະການໂຄສະນາ ເພື່ອເປັນສັນຍານເຕືອນ ກ່ຽວກັບໄພຂົ່ມ​ຂູ່ທີ່ເພີ້ມຂຶ້ນຂອງ ຈີນ, ທີ່ອ້າງວ່າ ໄຕ້ຫວັນ ເປັນແຂວງນຶ່ງຂອງຕົນ ແລະໃນມື້ນຶ່ງອາດ​ຈະ​ທຳ​ການຮຸກຮານ ຫຼື​ຂົ່ມ​ຂູ່ ​ຕໍ່ປະຊາທິປະໄຕໄດ້. ນາຍົກລັດຖະມົນຕີຄົນໃໝ່ຂອງ ຍີ່ປຸ່ນ ທ່ານຟູມິໂອະ ກິຊິດະ ທີ່ມາຈາກພັກເສລີປະ​ຊາ​ທິ​ປັດ ​ຫຼື LPD ຄືກັນກັບ ທ່ານອາເບະ, ໄດ້ດໍາເນີນການກ້າວໄປ ໃນລັກສະນະດຽວກັນທັງໝົດ ແບບນາຍົກລັດຖະມົນຕີຄົນກ່ອນໜ້າຂອງທ່ານ, ແຕ່ປະຕິບັດງານໃນທິດທາງທີ່ງຽບກວ່າ.

ບັນດາຜູ້ເຂົ້າຮ່ວມປະຊຸມກົ້ມຫົວລົງ ເພື່ອສະແດງຄວາມເຄົາລົບທີ່ສະຫງົບ ຕໍ່ສະຫາຍທີ່ລ່ວງລັບ ໃນລະຫວ່າງພິທີເປີດການປະຊຸມໃຫຍ່ແຫ່ງຊາດຄັ້ງທີ 20 ຂອງພັກຄອມມູນິສຈີນ ເຊິ່ງໄດ້ຈັດຂຶ້ນຢູ່ທີ່ຫໍລັດຖະສະພາຂອງພັກປະຊາຊົນຈີນ ໃນນະຄອນຫຼວງປັກກິ່ງ, ປະເທດຈີນ, ວັນທີ 16 ຕຸລາ 2022.
ບັນດາຜູ້ເຂົ້າຮ່ວມປະຊຸມກົ້ມຫົວລົງ ເພື່ອສະແດງຄວາມເຄົາລົບທີ່ສະຫງົບ ຕໍ່ສະຫາຍທີ່ລ່ວງລັບ ໃນລະຫວ່າງພິທີເປີດການປະຊຸມໃຫຍ່ແຫ່ງຊາດຄັ້ງທີ 20 ຂອງພັກຄອມມູນິສຈີນ ເຊິ່ງໄດ້ຈັດຂຶ້ນຢູ່ທີ່ຫໍລັດຖະສະພາຂອງພັກປະຊາຊົນຈີນ ໃນນະຄອນຫຼວງປັກກິ່ງ, ປະເທດຈີນ, ວັນທີ 16 ຕຸລາ 2022.

ເມື່ອໄວໆມານີ້, ທ່ານກິຊິດະ ກ່າວກັບໜັງສືພິມ Financial Times ວ່າ ຍີ່ປຸ່ນມີຄວາມຈໍາເປັນ ທີ່ຈະຕ້ອງກຽມພ້ອມສໍາລັບ “ສະຖານະການຕ່າງໆ ທີ່ອາດຈະເກີດຂຶ້ນໄດ້ ໃນເຂດ​ເອ​ເຊຍຕາເວັນອອກນີ້,” ແລະລັດຖະບານຂອງທ່ານ ໄດ້ຮ້ອງຂໍງົບປະມານດ້ານຄວາມໝັ້ນຄົງ 40 ຕື້ໂດລາສໍາລັບງົບປະມານປີ 2023. ພັກ LDP ຍັງມີຈຸດປະສົງທີ່ຈະເພີ້ມການໃຊ້ຈ່າຍທາງດ້ານຄວາມໝັ້ນຄົງຈາກ ຈໍານວນ 1 ເປີເຊັນຂອງຍອດຜະລິດຕະພັນລວມພາຍໃນ (GDP) ມາເປັນ 2 ເປີເຊັນ, ເຊິ່ງເປັນມາດຕະຖານຂອງບັນດາປະເທດ ໃນອົງການ NATO ໃນລະຫວ່າງ 5 ປີ.

ສິ່ງດັ່ງກ່າວນີ້ ໄດ້ເຮັດໃຫ້ສະມາຊິກສະພາຂອງໄຕ້ຫວັນ ຈໍານວນນຶ່ງ ແລະສະ ຫະລັດ ເຊິ່ງເປັນພັນທະມິດທາງດ້ານຍຸດທະສາດຂອງພວກເຂົາເຈົ້າ ມີຄວາມເຊື່ອວ່າ ຍີ່ປຸ່ນ ອາດຈະກ້າວເຂົ້າມາປົກປ້ອງເກາະແຫ່ງນີ້ໃນການເຮັດສົງຄາມກັບ ຈີນ, ແຕ່ນັກວິເຄາະກ່າວວ່າ ອະນາຄົດນັ້ນຍັງອີກຍາວໄກຈາກຄວາມເປັນຈິງ, ແລະກໍບໍໄດ້ຮັບການສະໜັບສະໜຸນຈາກປະຊາຊົນຢູ່ໃນ ຍີ່ປຸ່ນ. ຍີ່ປຸ່ນ ບໍ່ໄດ້ໃຫ້ຄໍາໝັ້ນທີ່ຈະຊ່ວຍໄຕ້ຫວັນ ໃນກໍ​ລະ​ນີ​ທີ່​ເກີດສົງຄາມ, ແລະມີການສະໜັບສະໜຸນພຽງເລັກໜ້ອຍ ນອກເໜືອຈາກພັກ​ນິ​ຍົມ​ແນວ​ທາງ​ເດີມຍຸ​ຕິ​ການ​ປົກ​ຄອງ​ຂອງພັກ LDP.

ແຜນທີ່ ໄຕ້ຫວັນ.
ແຜນທີ່ ໄຕ້ຫວັນ.

ທ່ານໂກອິຈິ ນາກາໂນະ (Koichi Nakano) ສາດສະດາຈານທາງດ້ານການປຽບທຽບ ແລະດ້ານການເມືອງຂອງຍີ່ປຸ່ນ ຢູ່ທີ່ມະຫາວິທະຍາໄລໂຊເຟຍ ໃນຍີ່ປຸ່ນ ກ່າວວ່າ “ຄົນຄືທ່ານອາເບະ ໄດ້ກ່າວສູ່ຜູ້ຟັງໃນສອງສິ່ງທີ່ແຕກຕ່າງ. ຕໍ່ສະຫະລັດ ຫຼື ບາງທີ ໄຕ້ຫວັນ ເຊັ່ນກັນ, ຄົນຄືທ່ານອາເບະ ແລະສະມາຊິກຝ່າຍຂວາ-ອະນຸລັກນິຍົມໄດ້ກ່າວວ່າ ປັດຈຸບັນ ຍີ່ປຸ່ນພ້ອມແລ້ວ ທີ່ຈະດໍາເດີນການດ້ານຄວາມໝັ້ນຄົງໂດຍລວມ. ທ່ານອາເບະຍັງໄດ້ກ່າວອີກວ່າ ສົງຄາມໄຕ້ ຫວັນ- ‘ສົງຄາມທີ່ອາດຈະເກີດຂຶ້ນໄດ້ຢູ່ໃນໄຕ້ຫວັນ’ ອາດຈະເປັນໄປໄດ້ສໍາລັບຍີ່ປຸ່ນ, ແຕ່ນັ້ນ ເປັນສະຖານະການທີ່ຮຸນແຮງຫຼາຍ ທີ່ບໍ່ໄດ້ມີການອະທິບາຍ ຫຼືປຶກສາຫາລືໃດໆ ຢູ່ໃນຍີ່ປຸ່ນແຕ່ຢ່າງໃດເລີຍ.”

ທ່ານນາກາໂນະ ກ່າວວ່າ ໃນປີ 2015, ເມື່ອທ່ານອາເບະ ໄດ້ຜັກດັນໃຫ້ມີການປ່ຽນແປງລັດຖະທໍາມະນູນ ເພື່ອສັນຕິພາບໃນຍີ່ປຸ່ນ, ໂດຍຍົກເລີກການຫ້າມ “ຄວາມໝັ້ນຄົງໂດຍລວມໃນການປົກປ້ອງຕົນເອງ,” ທ່ານສະເໜີການປ່ຽນແປງພາຍໃນປະເທດ ໃນທິດທາງການປ້ອງກັນປະ​ເທດຍີ່ປຸ່ນ ແລະ​ເຄື່ອນ​ໄຫວ​ເຂົ້າ​ໄປໃກ້ຊິດກັບສະຫະລັດຫຼາຍຂຶ້ນ. ມັນບໍ່ແມ່ນທິດທາງການປະຕິບັດງານ ເພື່ອກ້າວເຂົ້າສູ່ສົງຄາມຕ່າງປະເທດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG