ລັດຖະບານອອສເຕຣເລຍ ໄດ້ກຳນົດຂໍ້ຍົກເວັ້ນສຳລັບ YouTube ເມື່ອອອກ ກົດໝາຍຫ້າມບໍ່ໃຫ້ເດັກນ້ອຍອາຍຸຕໍ່າກ່ວາ 16 ປີ ເຂົ້າເຖິງສື່ສັງຄົມອ໋ອນລາຍນ໌ ແຕ່ຜູ້ຊ່ຽວຊານດ້ານສຸຂະພາບຈິດແລະກຸ່ມຫົວຮຸນແຮງບາງຄົນກ່າວວ່າເວັບໄຊຕ໌ແຊຣ໌ ວິດີໂອດັ່ງກ່າວ ເຮັດໃຫ້ເດັກນ້ອຍເຂົ້າເຖິງເນື້ອໃນທີ່ເສບຕິດ ແລະເປັນ ອັນຕະລາຍໄດ້. ອີງຕາມການລາຍງານຂອງອົກງານຂ່າວຣອຍເຕີ້ສ.
ອອສເຕຣເລຍຈະ ບລັອກແພລຕຟອມ ແຊຣວິດີໂອເຊັ່ນ TikTok, Snapchat, Instagram ແລະ Facebook ຂອງ Meta ແລະ X ຂອງ ອີລອນ ມັສ ສຳລັບເດັກນ້ອຍພາຍໃນທ້າຍປີ 2025 ໂດຍບັງຄັບໃຫ້ ແພລຕຟອມ ເຫລົ່ານີ້ກຳນົດຂໍ້ຈຳກັດອາຍຸທີ່ເຂັ້ມງວດໃນການເຂົ້າເຖິງ. ບໍ່ດັ່ງນັ້ນ ຈະຕ້ອງປະເຊີນກັບຄ່າປັບໄໝມະຫາສານ. ໃນຂະນະດຽວກັນລັດຖະບານ ຍັງຄົງໃຫ້ YouTube ຂອງ Alphabet ເປີດໃຫ້ໃຊ້ສຳລັບທຸກເພດທຸກ ໄວຕໍ່ໄປ. ເນື່ອງຈາກເປັນເຄື່ອງມືທາງການສຶກສາທີ່ມີຄຸນຄ່າແລະບໍ່ແມ່ນ “ ແອປພລິເຄຊັນສື່ສັງຄົມອ໋ອນລາຍນ໌ຫຼັກ”
ການຫ້າມໃນເບື້ອງຕົ້ນມີຈຸດປະສົງເພື່ອລວມ YouTube ເຂົ້ານໍາກັນ ແຕ່ຫຼັງຈາກຮັບຟັງຄວາມເຫັນຈາກຜູ້ບໍລິຫານບໍລິສັດແລະຜູ້ທີ່ສ້າງເນື້ອໃນສຳລັບເດັກນ້ອຍທີ່ໃຊ້ສື່ນີ້ລັດຖະບານຈຶ່ງໄດ້ຂໍໃຫ້ຍົກເວັ້ນ.
“ເຖິງວ່າ YouTube ຈະເຮັດໜ້າທີ່ເປັນແຫຼ່ງຄວາມບັນເທີງ ແລະການຜັກຜ່ອນ ຢ່າງບໍ່ຕ້ອງສົງໄສ. ແຕ່ກໍ່ເປັນແຫຼ່ງການສຶກສາ ແລະເນື້ອໃນຂໍ້ມູນທີ່ສຳຄັນຂອງ ເດັກນ້ອຍ, ຜູ້ປົກຄອງ ແລະ ຜູ້ດູແລ ແລະ ສະຖາບັນການສຶກສາເພິ່ງພາ,” ໂຄສົກຂອງ ມີເຊລ ໂຣວແລນດ໌ ລັດຖະມົນຕີວ່າການກະຊວງການສື່ສານກ່າວ ແລະ ກ່າວຕື່ມວ່າການຍົກເວັ້ນນີ້ “ ສອດຄ່ອງກັບຄວາມຮູ້ສຶກທົ່ວໄປ ໃນຊຸມຊົນ ຊາວອອສເຕຣເລຍທີ່ວ່າ YouTube ບໍ່ແມ່ນ ແອປພລິເຄຊັນສື່ສັງຄົມອ໋ອນ ລາຍນ໌ ຫຼັກ”
ກົດໝາຍສຳຄັນທີ່ຜ່ານເມື່ອເດືອນພະຈິກຜ່ານມາກຳນົດຂໍ້ຈຳກັດສື່ສັງຄົມອ໋ອນ ລາຍນ໌ທີ່ເຂັ້ມງວດທີ່ສຸດໃນໂລກ.
ຢ່າງໃດກໍ່ຕາມນັກຄົ້ນຄວ້າດ້ານຫົວຮຸນແຮງແລະສຸຂະພາບຈິດ 6 ທ່ານ ທີ່ ອົງການຂ່າວຣອຍເຕີ້ສສຳພາດກ່າວວ່າການຍົກເວັ້ນນີ້ທຳລາຍເປົ້າໝາຍຫຼັກຂອງ ອອສເຕຣເລຍ ໃນການປົກປ້ອງຜູ້ໃຊ້ທີ່ເປັນເດັກນ້ອຍຈາກເນື້ອໃນທີ່ເປັນ ອັນຕະລາຍ.
ຜົນສຳຫຼວດສະແດງໃຫ້ເຫັນວ່າ Youtube ເປັນເວບໄຊຕ໌ສື່ສັງຄົມອ໋ອນລາຍນ໌ ທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດໃນປະເທກໃນກຸ່ມໄວໜຸ່ມໂດຍມີຊາວ ອອສເຕຣເລຍ 9 ໃນ 10 ຄົນ ທີ່ມີອາຍຸລະຫວ່າງ 12-17 ປີໃຊ້.
ນັກວິຊາການທີ່ອົງການຂ່າວຣອຍເຕີ້ສ ສຳພາດກ່າວວ່າ YouTube ມີເນື້ອໃນອັນຕະລາຍປະເພດດຽວກັນກັບເວບໄຊຕ໌ທີ່ຕ້ອງຫ້າມ
ອ່ານຂ່າວເປັນພາສາອັງກິດ
Australia's government carved out an exemption for YouTube when it passed laws banning social media access for children under 16, but some mental health and extremism experts say the video-sharing website exposes them to addictive and harmful content.
Australia will block video-sharing platforms TikTok and Snapchat, Meta-owned Instagram and Facebook and Elon Musk's X for minors by the end of 2025, forcing them to impose strict age restrictions on access or face hefty fines. At the same time, the government will keep Alphabet-owned YouTube open for all ages because it is a valuable educational tool and not "a core social media application".
The initial ban was meant to include YouTube but after hearing from company executives and children's content creators who use the site, the government granted an exemption.
"While YouTube undoubtedly functions as a source of entertainment and leisure, it is an important source of education and informational content, relied on by children, parents and carers, and educational institutions," Communications Minister Michelle Rowland's spokesperson said, adding that the exemption "matched broad sentiment in the Australian community that YouTube is not a core social media application".
The landmark legislation passed in November sets some of the world's most stringent social media limits.
However, six extremism and mental health researchers interviewed by Reuters say the exemption undermines Australia's main goal of protecting young users from harmful content.
Surveys show YouTube is the country's most popular social media website among teenagers, used by 9 in 10 Australians aged 12-17.
The academics interviewed by Reuters said that it hosts the same sort of dangerous content as the prohibited sites.
ຟໍຣັມສະແດງຄວາມຄິດເຫັນ