ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວອັຟການິສຖານ ຮີບ​ເລັ່ງຂຸດຄົ້ນຫາ ສົບຜູ້ເສຍຊີວິດ ແລະຜູ້ທີ່ໄດ້ຮັບບາດເຈັບ ຍ້ອນແຜ່ນດິນໄຫວ


ຊາກສົບຂອງຜູ້ເສຍຊີວິດ ແລະຜູ້ທີ່ໄດ້ຮັບບາດເຈັບ ໃນລະຫວ່າງແຜ່ນດິນໄຫວ ເມື່ອບໍ່ດົນມານີ້ ໄດ້ຮັບການຮັກສາປິ່ນປົວ ຢູ່ໃນສະຖານທີ່ຂອງໂຮງໝໍ ທີ່ເມືອງເຮຣາຕ ຂອງອັຟການິສຖານ, ວັນທີ 8 ຕຸລາ 2023.
ຊາກສົບຂອງຜູ້ເສຍຊີວິດ ແລະຜູ້ທີ່ໄດ້ຮັບບາດເຈັບ ໃນລະຫວ່າງແຜ່ນດິນໄຫວ ເມື່ອບໍ່ດົນມານີ້ ໄດ້ຮັບການຮັກສາປິ່ນປົວ ຢູ່ໃນສະຖານທີ່ຂອງໂຮງໝໍ ທີ່ເມືອງເຮຣາຕ ຂອງອັຟການິສຖານ, ວັນທີ 8 ຕຸລາ 2023.

ພວກຜູ້ຊາຍໄດ້ພາກັນຂຸດຊາກຫັກພັງດ້ວຍມືເປົ່າຂອງພວກເຂົາ ແລະ ດ້ວຍຊ້ວນຢູ່ໃນພາກຕາເວັນຕົກຂອງ ປາກິສຖານ ໃນວັນອາທິດວານນີ້ ໃນຄວາມພະຍາຍາມຢ່າງຂຸ້ນຂ້ຽວ ເພື່ອດຶງເອົາຜູ້ເຄາະຮ້າຍອອກມາຈາກຊາກຫັກພັງ ທີ່ເປັນຜົນມາຈາກແຜ່ນດິນໄຫວຂະໜາດແຮງ ທີ່ໄດ້ສັງຫານຢ່າງໜ້ອຍ 2,000 ຄົນ, ອີງຕາມອົງການຂ່າວເອພີ.

ເຮືອນຊານທັງໝົດໃນໝູ່ບ້ານຫຼາຍແຫ່ງໄດ້ພັງລົງ, ຊາກສົບທັງຫຼາຍຖືກທັບຖົມ ໃຕ້ເຮືອນຊານ ແລະ ຜູ້​ທີ່ຢູ່ໃນທ້ອງຖິ່ນໄດ້ລໍຖ້າການຊ່ອຍເຫຼືອໂດຍປາດສະ ຈາກແມ່ນແຕ່ຊ້ວນເພື່ອຂຸດເອົາຄົນທີ່ລອດຊີວິດອອກມາ.

ພວກຄົນທີ່ມີຊີວິດ ແລະເສຍຊີວິດ ພ້ອມທັງພວກຜູ້ເຄາະຮ້າຍ ໄດ້ຕິດຄ້າງຢູ່ໃຕ້ ຊາກຫັກພັງ, ໜ້າຕາຂອງພວກເຂົາເຕັມໄປດ້ວຍຝຸ່ນສີເທົາ. ໂຄສົກລັດຖະບານ ຄົນນຶ່ງໄດ້ກ່າວໃນວັນອາທິດວານນີ້ວ່າ ຫຼາຍຮ້ອຍຄົນຍັງຕິດຄ້າງຢູ່, ຫຼາຍກວ່າ 1,000 ຄົນບາດເຈັບ ແລະເຮືອນຊານຫຼາຍກວ່າ 1,300 ຫຼັງໄດ້ຖືກທຳລາຍ.

“ພວກຄົນສ່ວນຫຼາຍແມ່ນຕື່ນຕົກໃຈ.......ບາງສ່ວນບໍ່ສາມາດທີ່ຈະເວົ້າໄດ້. ແຕ່ກໍ ມີຄົນອື່ນໆຜູ້ທີ່ບໍ່ສາມາດເຊົາຮ້ອງໄຫ້ ແລະຮ້ອງອອກ​ມາ” ນັກຖ່າຍຮູບ ທ່ານ ໂອມີດ ຮາກຈູ (Omid Hagjoo) ຜູ້ທີ່ໄດ້ໄປຢ້ຽມຢາມສີ່ໝູ່ບ້ານໃນວັນອາທິດ ວານນີ້ ໄດ້ກ່າວຕໍ່ອົງການຂ່າວເອພີ ໂດຍຜ່ານທາງໂທລະສັບ ຈາກເມືອງ ເຮຣາດ (Herat) ທີ່ເປັນເມືອງໃຫຍ່ສຸດອັນດັບສີ່ຂອງ ປາກິສຖານ.

ແຜ່ນດິນໄຫວໃນວັນອາທິດວານນີ້ ມີຄວາມແຮງ 6.3 ທີ່ກະທົບໃນພື້ນທີ່ທີ່ມີປະຊາຊົນອາໄສຢູ່ຢ່າງໜາແໜ້ນ ໃກ້ກັບເມືອງເຮຣາດ. ມັນຍັງໄດ້ຕິດຕາມມາດ້ວຍ ການສັ່ນສະເທື່ອນທີ່ແຮງຫຼາຍຮອບ.

Men dug through rubble with their bare hands and shovels in western Afghanistan Sunday in desperate attempts to pull victims from the wreckage left by powerful earthquakes that killed at least 2,000 people.

Entire villages were flattened, bodies were trapped under collapsed houses and locals waited for help without even shovels to dig people out.

Living and dead, victims were trapped under rubble, their faces grey with dust. A government spokesman said Sunday that hundreds were still trapped, more than 1,000 hurt and more than 1,300 homes destroyed.

"Most people were shocked ... some couldn't even talk. But there were others who couldn't stop crying and shouting," photographer Omid Haqjoo, who visited four villages Sunday, told The Associated Press by phone from Afghanistan's fourth largest city, Herat.

Saturday's magnitude 6.3 earthquake hit a densely populated area near Herat. It was followed by strong aftershocks.

XS
SM
MD
LG