ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮອງ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ກ່າວ​ວ່າ ການ​ຕໍ່​ສູ້​ຕ້ານ​ ໂຣກວັນ​ນະ​ໂລກ ຂາດ​ທຶນ ​ຢ່າງ​ຮຸນ​ແຮງ


ພີ່​ນ້ອງ​ປັບ​ໜ້າ​ກາກ​ອົກ​ຊີ ຂອງ​ຄົນ​ໄຂ້​ໂຣກວັນ​ນະ​ໂລກ ຢູ່​ໂຮງ​ໝໍ TB, ໃນ​ວັນ​ໂຣກວັນ​ນະ​ໂລກ ທີ່​ເມືອງ ໄຮ​ເດີ​ຣາ​ບັດ, ປະ​ເທດ ອິນ​ເດຍ. 24 ມີ​ນາ, 2018.
ພີ່​ນ້ອງ​ປັບ​ໜ້າ​ກາກ​ອົກ​ຊີ ຂອງ​ຄົນ​ໄຂ້​ໂຣກວັນ​ນະ​ໂລກ ຢູ່​ໂຮງ​ໝໍ TB, ໃນ​ວັນ​ໂຣກວັນ​ນະ​ໂລກ ທີ່​ເມືອງ ໄຮ​ເດີ​ຣາ​ບັດ, ປະ​ເທດ ອິນ​ເດຍ. 24 ມີ​ນາ, 2018.

ໃນ​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ, ທ່ານຮອງ​ເລ​ຂາ​ທິ​ການ​ໃຫຍ່ ໄດ້​ອະ
ທິບາຍວ່າ ວັນນະໂຣກ ຫຼື ທີບີ ເປັນໂຣກລະບາດທີ່ຮ້າຍກາດ ເຊິ່ງເກີດມາຈາກຄວາມ
ທຸກຍາກ, ຄວາມບໍ່ເທົ່າທຽມກັນ, ການຍົກຍ້າຍຖິ່ນຖານ ແລະ ຄວາມຂັດແຍ້ງກັນ. ນັກ
ຂ່າວວີໂອເອ ແຄໂຣລ ເພຍສັນ (Carol Pearson) ລາຍງານວ່າ ກອງປະຊຸມພິເສດນີ້
ໄດ້ຖືກອອກແບບມາ ເພື່ອເລັ່ງລັດຄວາມພະຍາຍາມທີ່ຈະຢັບຢັ້ງ, ຄວບຄຸມ ແລະ ສິ້ນ
ສຸດໂຣກວັນນະໂຣກ. ພຸດທະສອນ ມີລາຍລະອຽດຂອງເລື້ອງນີ້ມາສະເໜີທ່ານໃນອັນ
ດັບຕໍ່ໄປ.

ປີ​ກາຍນີ້, ວັນ​ນະ​ໂຣກ ຫຼື TB ໄດ້​ສັງ​ຫານ​ຜູ້ຄົນຫຼາຍກວ່າ​ໂຣກ​ຕິດ​ຕໍ່​ອື່ນໆ, ເຊິ່ງ​ມີ​ຜູ້​ຊາຍ,
ແມ່ຍິງ ແລະ ເດັກນ້ອຍຫຼາຍກວ່າ 1 ລ້ານ 3 ແສນຄົນ.

ແຕ່​ບັນ​ດາ​ຜູ້​ຊ່ຽວ​ຊານ​ໄດ້​ກ່າວ​ວ່າ ຫຼາຍ​ໆປະ​ເທດ​ ບໍ່​ໄດ້​ສະ​ໜອງ​ເງິນ​ຢ່າງ​ພຽງ​ພໍ​ເພື່ອ​
ຍັບຢັ້ງໂຣກ TB. ເຈົ້າໜ້າທີ່ອົງການສະຫະປະຊາຊາດຄົນນຶ່ງ ກ່າວວ່າ ເງິນ 13 ຕື້ໂດ
ລາຕໍ່ປີ ແມ່ນມີຄວາມຈຳເປັນ ເພື່ອເຮັດໃຫ້ໂຣກດັ່ງກ່າວນີ້ສາມາດຄວບຄຸມໄດ້.

ອົງ​ການ​ອະ​ນາ​ໄມ​ໂລກ ຫຼື WHO ຄໍານວນ​ວ່າ ປະ​ຊາຊົນ 10 ລ້ານຄົນ​ ​ທີ່​ຕິດ​ເຊື້ອ​ໃໝ່​
ໃນແຕ່ລະປີ ແມ່ນອາໄສຢູ່ໃນປະເທດທີ່ທຸກຍາກ ທີ່ໄດ້ຮັບການປິ່ນປົວສຸຂະພາບຢ່າງ
ຈຳກັດ.

ຜູ້​ອຳ​ນວຍ​ການ​ໃຫຍ່​ ອົງ​ການ WHO ດ​ຣ. ເທດ​ຣອ​ສ ອັດ​ທາ​ນັອມ ກາ​ເບ​ຣ​ເຢ​ຊຸ​ສ
(Tedros Adhanom Ghebreyesus) ໄດ້ກ່າວຢູ່ໃນກອງປະຊຸມສະມັດຊາໃຫຍ່ວ່າ
ການເປັນຄູ່ຮ່ວມງານກັນ ແມ່ນສຳຄັນທີ່ສຸດ ຕໍ່ການເຮັດໃຫ້ໂຣກດັ່ງກ່າວນີ້ໝົດກ້ຽງໄປ.

ທ່ານ ເທດ​ຣອ​ສ ໄດ້​ກ່າວ​ວ່າ “ບໍ່​ມີ​ພວກ​ເຮົາ​ຄົນ​ໃດ​ ຈະສາ​ມາດ​ເຮັດ​ໄດ້​ຜູ້​ດຽວ. ອົງ​ການ
WHO ແມ່ນມຸ່ງໝັ້ນທີ່ຈະເຮັດວຽກກັບທຸກປະເທດ, ທຸກໆຄູ່ຮ່ວມງານ ແລະ ຊຸມຊົນ
ທຸກໆແຫ່ງເພື່ອເຮັດໃຫ້ວຽກງານນີ້ສຳເລັດລົງ.”

ອົງ​ການ WHO ມີ​ແຜນ​ທີ່​ຈະ​ນຳ​ພາ​ຄວາມ​ພະ​ຍາ​ຍາມ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ
ເພື່ອ​ສະ​ໜັບ​ສະ​ໜູນ​ລັດ​ຖະ​ບານ​ຕ່າງໆ ແລະ ຄູ່​ຮ່ວມ​ງານອື່ນໆຜັກ​ດັນ​ການ​ຕອບ​ໂຕ້​ຕໍ່​
ໂຣກວັນນະໂລກ.

ຄົນ​ປ່ວຍ​ສ່ວນ​ຫຼາຍ ​ສາ​ມາດຫາຍ​ດີ​ຈາກ​ໂຣກ​ດັ່ງ​ກ່າວ​ ໃນ​ໂຄງ​ການ​ປິ່ນ​ປົວ 6 ເດືອນ.
ແຕ່, ດັ່ງທີ່ບັນດາຜູ້ນຳໂລກໄດ້ກ່າວຕໍ່ກອງປະຊຸມສະມັດຊາໃຫຍ່ນັ້ນກໍແມ່ນວ່າ, ຄ່າປິ່ນ
ປົວແມ່ນແພງ ແລະ ສິ່ງທີ່ຕິດມາກັບໂຣກວັນນະໂຣກ ຫຼືໂຣກປອດແຫ້ງ ກໍຄື ເຮັດໃຫ້
ຄົນບໍ່ຢາກໄປກວດໂຣກ ແລະ ປິ່ນປົວມັນ.

ນາງ ນັນ​ດິ​ຕາ ເວັນ​ກາ​ຕີ​ຊານ (Nandita Venkatesan), ແມ່​ຍິງ​ໄວ​ໜຸ່ມ​ຈາກ​ປະ​ເທດ​
ອິນເດຍ, ໄດ້ກ່າວໃນກອງປະຊຸມ ກ່ຽວກັບ ຄວາມເສຍຫາຍຂອງໂຣກດັ່ງກ່າວທີ່ລາວ
ໄດ້ຮັບ. ລາວໄດ້ຕິດໂຣກ TB ຫຼາຍກວ່າເທື່ອນຶ່ງ, ລວມທັງອັນທີ່ດື້ຢາດ້ວຍ.

ນາງ ເວັນ​ກາ​ຕີ​ຊານ ເວົ້າ​ວ່າ “ວັນ​ນະ​ໂຣກ​ ໄດ້​ກັດ​ກິນ​ຊີ​ວິດ​ຂອງ​ຊາວ​ໜຸ່ມ​ຄື​ຂ້າ​ພະ​ເຈົ້າ
ນີ້ ຫຼາຍລ້ານຄົນ. ຕະຫຼອດ 8 ປີໃນຊີວິດຂອງຂ້າພະເຈົ້າ, ຕອນທີ່ຂ້າພະເຈົ້າມີອາຍຸ
ຊາວປີກວ່າ, ການໄດ້ຍິນສຽງຂອງຂ້າພະເຈົ້າ, ເວລາຂອງຂ້າພະເຈົ້າທີ່ຢູ່ກັບຄອບຄົວ
ແລະ ໝູ່ເພື່ອນ, ແລະ 4 ປີ ໃນການບໍ່ມີວຽກເຮັດ ແມ່ນສິ່ງທີ່ຖືກເອີ້ນວ່າ “ໂຣກທີ່ຮັກສາ
ໄດ້ ແລະ ປິ່ນປົວໄດ້” ໄດ້ເອົາມັນອອກໄປຈາກຂ້າພະເຈົ້າ.”

ນາງ ເວັນ​ກາ​ຕີ​ຊານ ໄດ້​ກ່າວ​ວ່າ ການ​ປິ່ນ​ປົວ​ ຕ້ອງ​ໄດ້​ນອນ​ຢູ່​ໂຮງ​ໝໍ, ​ຜ່າ​ຕັດ 6 ຄັ້ງ
ແລະ ປະຕິກິລິຍາໃນທາງລົບຕໍ່ຢາ ທີ່ຄວນເຮັດໃຫ້ລາວຫາຍດີ.

ພຽງ​ບໍ່​ເທົ່າ​ໃດ​ວັນ ​ກ່ອນກອງ​ປະ​ຊຸມ​ລະ​ດັບ​ສູງ​ນັ້ນ, ອົງ​ການ​ອະ​ນາ​ໄມ​ໂລກ ໄດ້​ເປີດ​
ເຜີຍລາຍງານວັນນະໂຣກປະຈຳປີ. ເຂົາເຈົ້າໄດ້ຄົ້ນພົບກໍລະນີຕ່າງໆໃນທຸກໆກຸ່ມອາຍຸ
ຄົນ ແລະ ໃນທຸກປະເທດ. ສອງສ່ວນສາມຂອງກໍລະນີຕ່າງໆ ແມ່ນມີຢູ່ໃນພຽງ 8 ປະ
ເທດໄດ້ແກ່: ອິນເດຍ, ປາກິສຖານ, ບັງກລາແດັສ, ຈີນ, ອິນໂດເນເຊຍ, ຟີລິບປິນ,
ອາຟຣິກາໃຕ້ ແລະ ໄນຈີເຣຍ.

ກອງ​ປະ​ຊຸມ​ໄດ້​ສິ້ນ​ສຸດ​ລົງ​ດ້ວຍ​ການ​ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ ທີ່​ມີ​ຈຸດ​ປະ​ສົງ
ວ່າ ຈະຂະຫຍາຍການດຳເນີນການ ແລະ ການລົງທຶນຕ່າງໆ ເພື່ອດັບສູນໂຣກ TB ຫຼື
ໂຣກປອດແຫ້ງແລະ ຊ່ວຍຊີວິດຂອງປະຊາຊົນຫຼາຍລ້ານຄົນ.

At the United Nations General Assembly, the deputy secretary-general described tuberculosis (TB) as a vicious epidemic fueled by poverty, inequality, migration and conflict. VOA's Carol Pearson reports that this special meeting is designed to speed up efforts to contain, control and end TB.

Last year, tuberculosis killed more people than any other communicable disease...more than 1.3 million men, women and children.

Yet experts say countries are not providing enough money to contain TB. One U.N official said an additional $13 billion per year is needed to get the disease under control.

The World Health Organization (WHO) estimates that the 10 million people who become newly infected each year live mostly in poor countries with limited access to health care.

WHO Director-General Dr. Tedros Adhanom Ghebreyesus told the assembly that partnership is vital to end the disease.

"None of us can do it alone. WHO is committed to working with every country, every partner andevery community to get the job done."

WHO plans to lead U.N. efforts to support governments and other partners to drive a faster response to TB.

Most patients can be cured with a six-month treatment program. But, as world leaders told the assembly, medication is expensive and the stigma associated with TB interferes with getting people screened and treated.

Nandita Venkatesan, a young woman from India, told the gathering about the toll the disease has taken on her life. She got TB more than once, including a drug-resistant variety.

"Tuberculosis has eaten away into the lives of millions of young people like me. Eight long years of my life....my 20s, my hearing, my time with family and friends, and four years of unemployment are what the so-called 'treatable and curable disease' has taken away from me."

Venkatesan said getting cured involved hospital stays, six surgeries and negative reactions to the medicine that was supposed to cure her.

Just days before the high-level meeting, the World Health Organization released its annual TB report. It found cases among all age groups and in all countries. Two-thirds of the cases were in just eight countries: India, Pakistan, Bangladesh, China, Indonesia, the Philippines, South Africa and Nigeria.

The meeting ended with the adoption of a declaration intended to strengthen action and investments for ending TB, and saving millions of lives.

XS
SM
MD
LG