ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້ພິພາກສາ ອອກຄຳສັ່ງ ໃຫ້ນຳເອົາ ແມ່ຍິງ ແລະລູກສາວ ຊາວແອລຊາລວາດໍ ກັບຄືນມາ ສຫລ


ພາບຖ່າຍເມື່ອວັນທີ 9 ສິງຫາ 2018, ສະໜອງໂດຍ ກົມປະຕິບັດກົດໝາຍ ຄົນເຂົ້າເມືອງ ແລະພາສີ ສະຫະລັດ ສະແດງໃຫ້ເຫັນ ແມ່ຍິງຄົນນຶ່ງ ແລະລູກນ້ອຍ ກຳລັງຍ່າງຢູ່ໃນ ສູູນຄອບຄົວຂອງໝູ່ບ້ານໃນເມືອງ ດີລລີ ລັດເທັກຊັດ.
ພາບຖ່າຍເມື່ອວັນທີ 9 ສິງຫາ 2018, ສະໜອງໂດຍ ກົມປະຕິບັດກົດໝາຍ ຄົນເຂົ້າເມືອງ ແລະພາສີ ສະຫະລັດ ສະແດງໃຫ້ເຫັນ ແມ່ຍິງຄົນນຶ່ງ ແລະລູກນ້ອຍ ກຳລັງຍ່າງຢູ່ໃນ ສູູນຄອບຄົວຂອງໝູ່ບ້ານໃນເມືອງ ດີລລີ ລັດເທັກຊັດ.

ແມ່ຍິງຄົນນຶ່ງ ແລະລູກສາວ ທີ່ໄດ້ຖືກເນລະເທດ ກັບຄືນໄປ ແອລຊາລວາດໍ ໃນວັນ
ພະຫັດ ມື້ຊືນນີ້ ໄດ້ຂີ່ເຮືອບິນກັບຄືນມາຍັງ ສະຫະລັດ ບໍ່ເທົ່າໃດຊົ່ວໂມງ ຫຼັງຈາກທີ່
ຜູ້ພິພາກສາ ລັດຖະບານກາງ ໄດ້ສັ່ງໃຫ້ນຳເອົາພວກເຂົາເຈົ້າ ກັບຄືນມາ ແລະໄດ້ຂົ່ມຂູ່
ບັນດາເຈົ້າໜ້າທີ່ລະດັບສູງ ໃນຖານດູໝິ່ນອຳນາດສານ ຖ້າຫາກພວກເພິ່ນ ບໍ່ປະຕິບັດ
ຕາມຄຳສັ່ງຂອງທ່ານນັ້ນ ອີງຕາມການກ່າວຂອງບັນດາເຈົ້າໜ້າທີ່ ສະຫະລັດ ແລະ
ທະນາຍຄວາມ ຂອງທັງສອງຝ່າຍ ເມື່ອວັນສຸກວານນີ້.

ສອງແມ່ລູກດັ່ງກ່າວ ລວມຢູ່ໃນ ກຸ່ມຜູ້ເຄາະຮ້າຍຫຼາຍສິບຄົນ ຂອງພວກແກັ່ງອັນຕະພານ
ແລະຄວາມຮຸນແຮງພາຍໃນຄອບຄົວ ຜູ້ທີ່ກຳລັງຕໍ່ສູ້ກັບການຖືກເນລະເທດ ຫຼັງຈາກທີ່
ຄຳຮ້ອງເພື່ອຂໍລີ້ໄພຂອງພວກເຂົາ ໄດ້ຖືກປະຕິເສດ ເມື່ອສອງສາມສັບປະດາຜ່ານມານີ້
ດັ່ງນັ້ນ ທັງສອງແມ່ລູກຈຶ່ງໄດ້ຖືກນຳຂຶ້ນຖ້ຽວບິນ ຈາກນະຄອນ ຮິວສຕັນ ລັດເທັກຊັດ ໄປ
ຍັງ ແອລຊາລວາດໍ ເມື່ອຕອນເຊົ້າຂອງວັນພະຫັດນີ້ ນຶ່ງວັນຫຼັງຈາກທີ່ ບັນດາທະນາຍ
ຄວາມຂອງລັດຖະບານ ໄດ້ຮັບປະກັນຕໍ່ ຜູ້ພິພາກສາ ໃນນະຄອນຫຼວງ ວໍຊິງຕັນ ເຂດ
ດີຊີ ວ່າ ພວກເຂົາເຈົ້າ ຈະໂຈະແຜນການເຄື່ອນຍ້າຍອອກຈາກປະເທດໄວ້ກ່ອນຈົນ
ຮອດທ່ຽງຄືນ ຂອງວັນພະຫັດ.

​ຜູ້ພິພາກສາ​ປະຈຳ​ເຂດ ຂອງ​ສະຫະລັດ ທ່ານແອັມ​ແມັຕ ຈີ ຊູ​ລລີ​ວັນ ຮູ້ສຶກໂກດແຄ້ນ
ເພີ້ມຂຶ້ນ ຫຼັງຈາກທີ່ ໄດ້ຮັບຟັງ ການກ່າວບອກ ໂດຍພວກທະນາຍຄວາມ ຈາກສະຫະພັນ
ເພື່ອສິດທິພົນລະເມືອງອາເມຣິກັນ ໃນລະຫວ່າງ ການພິຈາລະນາຄະດີ ໃນວັນພະຫັດມື້
ຊືນນີ້ ທີ່ວ່າ ແມ່ຍິງທີ່ຮູ້ຈັກກັນໃນສຳນວນເອກກະສານຂອງສານ ຄື “ນາງ ຄາຣເມັນ”
ແລະລູກສາວຂອງນາງ ໄດ້ຖືກເຄື່ອນຍ້າຍ ອອກຈາກສະຖານທີ່ກັກຂັງ ຢູ່ທີ່ພາກໃຕ້ຂອງ
ລັດເທັກຊັດ ແລະ ບາງທີຈະເປັນຂັ້ນຕອນຂອງການຖືກເນລະເທດ ອອກຈາກປະເທດ.

ອີງຕາມລາຍງານ ຜູ້ພິພາກສາ ຊູລລີວັນ ໄດ້ກ່າວວ່າ “ບາງຄົນ ກຳລັງສະແຫວງຫາ
ຄວາມຍຸຕິທຳ ຢູ່ສານ ສະຫະລັດ ແມ່ນພຽງບໍ່ເທົ່າໃດ--ກໍແມ່ນຖືກຫຸມໂຕໄປ ໃນ
ຂະນະທີ່ ບັນດາທະນາຍຄວາມຂອງນາງ ກຳລັງໂຕ້ແຍ້ງ ເພື່ອຂໍຄວາມເປັນທຳ
ໃຫ້ແກ່ນາງ?”

ບັນດາທະນາຍຄວາມຂອງລັດຖະບານ ໃນເວລາຕໍ່ມາ ໄດ້ຢືນຢັນ ຕໍ່ສານວ່າ ແມ່ນຍິງ
ແລະລູກສາວຂອງນາງ “ແທ້ຈິງແລ້ວ ແມ່ນໄດ້ຖືກສົ່ງຂຶ້ນເຮືອບິນ ໃນຂະນະທີ່ສານ
ກຳລັງຮັບຟັງການໂຕ້ແຍ້ງ ເພື່ອພິຈາລະນາ ກ່ຽວກັບ ກໍລະນີສຸກເສີນຂອງຈຳເລີຍ”

ອີງຕາມສຳນວນເອກກະສານຂອງສານ.

ຕໍ່ຈາກນັ້ນ ຜູ້ພິພາສາ ໄດ້ສະກັດກັ້ນ ການເນລະເທດ ຂອງພວກຂໍໍລີ້ໄພ ແລະ ໄດ້ອອກ
ຄຳສັ່ງ ທີ່ໜັກແໜ້ນ “ໃຫ້ ພວກໂຈດທັງ ນຳເອົາ ນາງ ຄາຣເມັນ ແລະລູກສາວ ກັບຄືນມາ ສະຫະລັດ ໂດຍທັນທີ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG