ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີຄົນເປັນ ໄຂ້ເລືອດອອກ ຫຼາຍເພີ່ມຂຶ້ນ ໃນລາວ


ຍຸງທີ່ນໍາເອົາເຊື້ອໄຂ້ເລືອດອອກໄປແຜ່ຜາຍ
ຍຸງທີ່ນໍາເອົາເຊື້ອໄຂ້ເລືອດອອກໄປແຜ່ຜາຍ
ຜູ້ຊ່ຽວຊານການດ້ານສາທາລະນະສຸກຂອງລາວ ເຕືອນວ່າ
ຈໍານວນຄົນປ່ວຍເປັນໄຂ້ເລືອດອອກໃນລາວປີນີ້ ຈະເຖິງ
28,000 ຄົນ ແລະຈະມີຜູ້ເສຍຊີວິດກວ່າ 250 ຄົນ ຖ້າຫາກ
ການປ້ອງກັນບໍ່ມີປະສິດທິພາບ.

ດຣ. ແສງທອງ ບິຣາກູນ ຫົວໜ້າພະແນກສາທາລະນະສຸກ
ເຂດນະຄອນວຽງຈັນ ຊຶ່ງເປັນຜູ້ຊໍານານການດ້ານການຄວບ
ຄຸມພະຍາດຕິດຕໍ່ໃນລາວໄດ້ໃຫ້ການຢືນຢັນວ່າ ຖ້າຫາກສະ
ພາບການແຜ່ລະບາດຂອງເຊື້ອໂຣກໄຂ້ເລືອດອອກໃນລາວ ຍັງບໍ່ຖືກຄວບຄຸມໃຫ້ໄດ້ຢ່າງມີປະສິດທິພາບຢ່າງແທ້ຈິງ ຄືທີ່
ເປັນຢູ່ໃນເວລານີ້ ກໍເຊື່ອວ່າຈໍານວນຜູ້ຕິດເຊື້ອໂຣກໄຂ້ເລືອດ
ອອກຈະເພີ່ມຂຶ້ນເປັນຫຼາຍກວ່າ 28,000 ຄົນ ແລະຍັງຈະເປັນ
ຜົນເຮັດໃຫ້ມີຜູ້ເສຍຊີວິດດ້ວຍເຊື້ອໂຣກດັ່ງກ່າວນີ້ ຫຼາຍກວ່າ 250 ຄົນອີກດ້ວຍ.

ຍິ່ງໄປກວ່ານັ້ນ ດຣ. ແສງທອງ ຍັງໄດ້ເນັ້ນຢໍ້າດ້ວຍວ່າການທີ່ມີຄົນປ່ວຍເປັນໄຂ້ເລືອດ
ອອກເພີ່ມຂຶ້ນດັ່ງກ່າວນີ້ ກໍຍັງຈະເຮັດໃຫ້ລັດຖະບານລາວ ຕ້ອງໃຊ້ຈ່າຍງົບປະມານ
ຫຼາຍກວ່າ 253 ຕື້ກີບ ເພື່ອຕ້ານການແຜ່ລະບາດຂອງເຊື້ອໂຣກໄຂ້ເລືອດອອກ ສ່ວນຜູ້ ປ່ວຍນັ້ນກໍຈະຕ້ອງໃຊ້ຈ່າຍບໍ່ໜ້ອຍກວ່າ 500,000 ກີບສໍາລັບການຮັກສາຜູ້ປ່ວຍ 1 ຄົນ
ຕໍ່ນຶ່ງອາທິດ ແລະຍັງຈະຕ້ອງໃຊ້ຈ່າຍຫຼາຍຂຶ້ນອີກ ຖ້າຫາກວ່າການຮັກສາອາການປ່ວຍ ດັ່ງກ່າວຍັງບໍ່ດີຂຶ້ນພາຍໃນ 1 ອາທິດນັ້ນເອງ.

ດັ່ງກໍລະນີທີ່ເກີດຂຶ້ນກັບຄອບຄົວຂອງທ້າວກອນ ທີ່ມີລູກ 3 ຄົນ ແລະກໍປ່ວຍເປັນໄຂ້
ເລືອດອອກທັງສາມຄົນ ທີ່ອາຍຸລະຫວ່າງ 6-15 ປີ ຊຶ່ງກໍເຮັດໃຫ້ທ້າວກອນໄດ້ເສຍຄ່າ
ໃຊ້ຈ່າຍຕ່າງໆໄປ ກັບການຮັກສາລູກທັງ 3 ຄົນໄປແລ້ວເກືອບສອງລ້ານກີບ ໃນໄລຍະ
3 ອາທິດມານີ້ ແລະໃນຂະນະດຽວກັນ ທ້າວກອນແລະພັນລະຍາ ກໍຕ້ອງຂາດລາຍໄດ້
ຈາກການທີ່ບໍ່ໄດ້ໄປທໍາງານ ມາເປັນເວລາເຖິງ 3 ອາທິດແລ້ວເຊັ່ນກັນ ເນື່ອງຈາກວ່າ ຕ້ອງເຝົ້າເບິ່ງອາການປ່ວຍຂອງລູກທັງ 3 ຄົນ ຢ່າງໃກ້ຊິດນັ້ນເອງ.

ຄົນເຈັບໄຂ້ເລືອດອອກລາຍນຶ່ງ ທີ່ນອນຮັກສາຕົວ ທີ່ໂຮງໝໍແຫ່ງນຶ່ງໃນ ລາວ
ຄົນເຈັບໄຂ້ເລືອດອອກລາຍນຶ່ງ ທີ່ນອນຮັກສາຕົວ ທີ່ໂຮງໝໍແຫ່ງນຶ່ງໃນ ລາວ

ທັງນີ້, ອິງຕາມລາຍງານຂອງກະຊວງສາທາລະນະສຸກ ກໍ
ໄດ້ລະບຸວ່າ ຈົນເຖິງ ວັນທີ 7 ມິຖຸນາຜ່ານມາ ມີຄົນລາວ
ເປັນໄຂ້ເລືອດອອກແລ້ວ 7,921 ຄົນ ແລະໃນຈໍານວນດັ່ງ
ກ່າວກໍໄດ້ເສຍຊີວິດໄປ 32 ຄົນ ຊຶ່ງຖ້າຫາກທຽບກັບໄລຍະ
ດຽວກັນຂອງປີ 2012 ກໍປາກົດວ່າມີຄົນລາວເປັນໄຂ້ເລືອດ
ອອກເພີ່ມຂຶ້ນຈາກເດີມ ເຖິງ 8 ເທົ່າ ສະນັ້ນ ຈຶ່ງເຮັດໃຫ້ມີ
ມາດຕະການປ້ອງກັນຢ່າງມີປະສິດທິພາບ ໂດຍສະເພາະ
ແມ່ນການໂຄສະນາປະຊາສໍາພັນ ເພື່ອເຮັດໃຫ້ປະຊາຊົນ
ມີຄວາມເຂົ້າໃຈວິທີປ້ອງກັນຕົວເອງ ແລະການກໍາຈັດແຫຼ່ງ
ທີ່ມາຂອງເຊື້ອໂຣກໄຂ້ເລືອດອອກນັ້ນ ຖືເປັນມາດຕະການ
ນຶ່ງ ທີ່ມີຄວາມສໍາຄັນ ແລະຈະຕ້ອງດໍາເນີນການຢ່າງມີປະສິດທິພາບ ຊຶ່ງຈະຕ້ອງໄດ້ຮັບ
ການຮ່ວມມືແລະປະກອບສ່ວນຈາກສື່ມວນຊົນໃນລາວຢ່າງກວ້າງຂວາງດ້ວຍ ດັ່ງທີ່ເຈົ້າ
ໜ້າທີ່ຂັ້ນສູງຂອງກະຊວງສາທາລະນະສຸກ ໄດ້ໃຫ້ການຢືນຢັນວ່າ:

ສື່ມວນຊົນທຸກຂະແໜງການ ຄັນເຂົ້າໃຈຖືກຕ້ອງ ແລະໃຫ້ຂໍ້ມູນຂ່າວສານ
ແກ່ພໍ່ແມ່ປະຊາຊົນໃຫ້ຮູ້ຈັກປ້ອງກັນຕົນເອງ ປ້ອງກັນຄອບຄົວຕົນເອງ ປ້ອງ
ກັນບ້ານຂອງຕົນເອງ ແລະປ້ອງກັນເມືອງຂອງຕົນເອງນັ້ນ ກໍຈະເຮັດໃຫ້
ຈໍາກັດການເສຍຊີວິດແລະການຕິດໄຂ້ເລືອດອອກລົງໃຫ້ມັນໄດ້ທັນການ.”


ທັງນີ້ໂດຍສິ່ງທີ່ທາງການລາວໄດ້ຮຽກຮ້ອງຂໍຄວາມຮ່ວມມືຈາກປະຊາຊົນລາວ ເປັນບຸລິ
ມະສິດທີ່ສຸດໃນເວລານີ້ ກໍຄືການປະກອບສ່ວນເຂົ້າໃນຂະບວນການປາບຍຸງລາຍ ແລະ
ປ້ອງກັນຍຸງລາຍຢູ່ທຸກຫົນແຫ່ງໃນທົ່ວປະເທດດ້ວຍການກໍາຈັດແຫຼ່ງເພາະພັນຂອງຍຸງ
ລາຍ ເຊັ່ນການກໍາຈັດພາຊະນະຕ່າງໆ ແລະການອະນາໄມສິ່ງແວດລ້ອມທັງພາຍໃນ
ແລະພາຍນອກເຮືອນເປັນຕົ້ນ.

ທາງດ້ານອົງການອະນາໄມໂລກ (WHO) ກໍລາຍງານວ່າ ສປປ.ລາວເປັນປະເທດທີ່ມີ
ຄົນປ່ວຍເປັນໄຂ້ເລືອດອອກເພີ່ມຫຼາຍຂຶ້ນເປັນອັນດັບທີ 3 ໃນກຸ່ມອາຊ່ຽນດ້ວຍກັນ
ໂດຍຮອງຈາກປະເທດໄທ ແລະມາເລເຊຍຕາມລໍາດັບ. ແຕ່ຖ້າ ຫາກຄິດໄລ່ທັງພູມິພາກ ເອເຊຍຕາເວັນອອກສຽງໃຕ້ ຫຼືອາຊ່ຽນນັ້ນ ກໍສາມາດກ່າວໄດ້ວ່າ ອາຊ່ຽນເປັນພູມິພາກ ທີ່ມີຄົນປ່ວຍເປັນໄຂ້ເລືອດອອກຫຼາຍທີ່ສຸດໃນໂລກໃນປັດຈຸບັນນີ້ ໂດຍສະເພາະແມ່ນ ໃນໄລຍະ 10 ປີ ທີ່ຜ່ານມານີ້ ກໍປາກົດວ່າໃນອາຊ່ຽນ ມີຄົນປ່ວຍເປັນໄຂ້ເລືອດອອກ ໂດຍສະເລ່ຍເຖິງ 2.9 ລ້ານຄົນ ແລະເສຍຊີວິດໄປໂດຍສະເລ່ຍເຖິງ 5,900 ກວ່າຄົນ
ໃນແຕ່ລະປີ.
XS
SM
MD
LG