ບັນດາສະມາຊິກພັກເດໂມແຄຣັດ ໃນລັດ ໄອໂອວາ ໄດ້ເລີ່ມການໂຄສະນາຫາສຽງ ສຳລັບການເລືອກຕັ້ງຂັ້ນຕົ້ນເພື່ອຕຳແໜ່ງປະທານາທິບໍດີໃນປີ 2020 ເມື່ອວັນຈັນວານນີ້ ດ້ວຍການລົງຄະແນນສຽງເອົາຜູ້ສະໝັກເປັນປະທານາທິບໍດີຂອງເຂົາເຈົ້າ. ແຕ່ພັກເດໂມແຄຣັດໃນລັດ ໄອໂອວາ ໄດ້ກ່າວວ່າ ຜົນການນັບຄະແນນຢ່າງເປັນທາງການໄດ້ຖືກເລື່ອນເວລາອອກໄປ ຍ້ອນສິ່ງທີ່ຖືກອະທິບາຍວ່າເປັນ “ການກວດກາຄຸນນະພາບ.” ບັນດາຜູ້ແຂ່ງຂັນສັງກັດພັກເດໂມແຄຣັດ ແມ່ນສາມາດທີ່ຈະອອກມາກ່າວຄຳປາໄສ ຕໍ່ບັນດາຜູ້ສະໜັບສະໜູນຂອງເຂົາເຈົ້າໃນລັດໄອໂອວາ ເຖິງແມ່ນຈະມີການຂັດຂ້ອງທີ່ວ່ານັ້ນກໍຕາມ, ດັ່ງທີ່ພວກເຮົາຈະໄດ້ຍິນຈາກນັກຂ່າວແຫ່ງຊາດຂອງວີໂອເອ ຈິມ ມາໂລນ, ເຊິ່ງ ພຸດທະສອນ ຈະນຳເອົາລາຍລະອຽດມາສະເໜີທ່ານໃນອັນດັບຕໍໍ່ໄປ.
ນຶ່ງໃນບັນດາຜູ້ທີ່ມີຄວາມໝັ້ນໃຈກັບຜົນການນັບຄະແນນໃນລັດ ໄອໂອວາ ນັ້ນກໍແມ່ນນ້ອງໃໝ່ໃນເວທີການເມືອງແຫ່ງຊາດ, ຄືອະດີດເຈົ້າເມືອງ ຊ້າວ ເບັນ, ລັດ ອິນເດຍນາ, ທ່ານ ພີດ ບູຕິເຈຈ.
ທ່ານ ພີດ ບູຕີເຈຈ ໄດ້ກ່າວວ່າ “ພວກເຮົາຈະໄດ້ຮູ້ ໃນເວລາທີ່ທຸກຢ່າງໄດ້ເວົ້າ ແລະ ເຮັດແລ້ວສຳເລັດ, ໄອໂອວາ, ເຈົ້າໄດ້ເຮັດໃຫ້ປະເທດຕົກໃຈເພາະວ່າ, ຍ້ອນສິ່ງທີ່ຊີ້ບອກທຸກຢ່າງ, ພວກເຮົາຈະໄປຄວ້າໄຊຊະນະໃນລັດ ນິວ ແຮມເຊຍ.
ພ້ອມກັນນັ້ນຜູ້ທີ່ຄາດວ່າຈະໄດ້ຮັບຄະແນນຢ່າງຫຼວງຫຼາຍ ກໍແມ່ນສະມາຊິກສະພາສູງຈາກລັດ ເວີມັອນ ທ່ານ ເບີນີ ແຊນເດີສ໌, ຜູ້ທີ່ໄດ້ຜ່າຍແພ້ຢ່າງຫວຸດຫວິດໃນການລົງຄະແນນສຽງທີ່ລັດ ໄອໂອວາ ໃຫ້ທ່ານນາງ ຮິລແລຣີ ຄລິນຕັນ ເມື່ອສີ່ປີທີ່ຜ່ານມາ.
ທ່ານ ເບີນີ ແຊນເດີສ໌ ໄດ້ກ່າວວ່າ “ແລະ ມື້ນີ້ກໍເປັນຂີດໝາຍຂອງການເລີ່ມຕົ້ນຂອງຈຸດຈົບສຳລັບທ່ານ ດໍໂນລ ທຣຳ. ແລະ ຄວາມຄຽດຊັງທຸກຢ່າງນັ້ນ, ການແຕກແຍກທຸກຢ່າງນັ້ນຈະສິ້ນສຸດລົງ, ເມື່ອພວກເຮົາພ້ອມກັນ, ເຂົ້າໄປຢູ່ໃນທຳນຽບຂາວ.”
ອະດີດຮອງປະທານາທິບໍດີ ທ່ານ ໂຈ ໄບເດັນ, ຜູ້ທີ່ມັກຖືກພິຈາລະນາວ່າເປັນຜູ້ມີຄະແນນນຳໜ້າທົ່ວປະເທດນັ້ນ, ແມ່ນໄດ້ເພັ່ງເລັງໃສ່ການເລືອກຕັ້ງຂັ້ນຕົ້ນທີ່ລັດ ນິວ ແຮມເຊຍ ໃນອາທິດໜ້ານີ້.
ທ່ານ ໂຈ ໄບເດັນ ໄດ້ກ່າວວ່າ “ພວກເຮົາຈະຍ່າງອອກຈາກບ່ອນນີ້ພ້ອມກັບສ່ວນແບ່ງຂອງບັນດາຜູ້ແທນຕ່າງໆ. ພວກເຮົາບໍ່ຮູ້ຢ່າງແນ່ນອນວ່າມັນແມ່ນຫຍັງແທ້ ແຕ່ພວກເຮົາຮູ້ສຶກດີ ກ່ຽວກັບ ຈຸດທີ່ເຮົາຢູ່ໃນເວລານີ້. ສະນັ້ນເຮົາຕ້ອງໄດ້ຍ້າຍໄປລັດ ນິວ ແຮມເຊຍ.”
ຜູ້ລົງແຂ່ງຂັນອີກຄົນນຶ່ງ ທີ່ພະຍາຍາມຊອກຫາແຮງກະຕຸ້ນໃນລັດ ນິວ ແຮມເຊຍ ກໍແມ່ນສະມາຊິກສະພາສູງຈາກລັດ ແມສຊາຈູເຊັດສ໌ ທ່ານນາງ ເອລິຊາເບັດ ວໍເຣັນ.
ທ່ານນາງ ເອລິຊາເບັດ ວໍເຣັນ ໄດ້ກ່າວວ່າ “ພວກເຮົາຈະເປັນພັກທີ່ເຂັ້ມແຂງຕະຫຼອດໄປ ແລະ ປະເທດທີ່ແຂງແກ່ນກວ່າເກົ່າ ເມື່ອພວກເຮົາສາມັກຄືກັນເຄົາລົບຜົນປະໂຫຍດຂອງພວກເຮົາ ເພື່ອຍົກລະດັບຄວາມຍຸຕິທຳ ແລະ ຂະຫຍາຍໂອກາດໃຫ້ໝົດທຸກຄົນ.”
ທ່ານນາງ ວໍເຣັນ, ທ່ານ ແຊນເດີສ໌ ແລະ ສະມາຊິກສະພາສູງຈາກລັດ ມິນເນໂຊຕາ ທ່ານນາງ ເອມີ ໂຄລບູຈາ ໄດ້ມີຂໍ້ຈຳກັດໃນການໂຄສະນາຫາສຽງໃນອາທິດທີ່ຜ່ານມານີ້ ຍ້ອນພວກເພິ່ນໄດ້ເຂົ້າຮ່ວມໃນການດຳເນີນຄະດີຟ້ອງຮ້ອງປະທານາທິບໍດີ ທຣຳ ໃນສະພາສູງ.
ທ່ານນາງ ເອມີ ໂຄລບູຈາ ໄດ້ກ່າວວ່າ “ແມ່ນກະທັ້ງໃນກຸ່ມທີ່ມີຜູ້ລົງແຂ່ງຂັນໜາແໜ້ນ, ແມ່ນກະທັ້ງໃນລະຫວ່າງການຟັງຄຳໃຫ້ການຟ້ອງຮ້ອງທີ່ສົມຄວນໄດ້ຮັບຂອງທ່ານ ດໍໂນລ ເຈ ທຣຳ, ເຊິ່ງໄດ້ເຮັດໃຫ້ຂ້າພະເຈົ້າຕ້ອງຖືກລັອກໃນໂຕະສະພາສູງຂອງຂ້າພະເຈົ້າເປັນເວລາສອງອາທິດທີ່ຜ່ານມານັ້ນ, ພວກເຮົາຍັງຈະສູ້ຕໍ່ໄປ ແລະ ພວກທ່ານກໍໄດ້ສືບຕໍ່ ສູ້ເພື່ອຂ້າພະເຈົ້າ.”
ໃນທົ່ວລັດ ໄອໂອວາ, ຈຳນວນຜູ້ສະໜັບສະໜູນພັກເດໂມແຄຣັດ ແມ່ນໄດ້ພາກັນອອກມາຢ່າງຫຼວງຫຼາຍ ເພື່ອເຂົ້າຮ່ວມໃນກອງປະຊຸມການເລືອກຕັ້ງຂັ້ນຕົ້ນໃນທ້ອງຖິ່ນ ແລະ ລຽນແຖວສຳລັບຜູ້ລົງແຂ່ງຂັນທີ່ເຂົາເຈົ້າມັກ.
ແລະ ຕອນນີ້ ບັນດາຜູ້ລົງແຂ່ງຂັນທັງຫຼາຍແມ່ນກຳລັງມຸ່ງໜ້າໄປລັດ ນິວ ແຮມເຊຍ ສຳລັບການທົດສອບການໂຄສະນາຫາສຽງຄັ້ງຕໍ່ໄປ ໃນວັນອັງຄານໜ້າ.
Democrats in the state of Iowa began the 2020 presidential primary campaign Monday with its presidential caucus voting.But the Iowa Democratic Party said the official results were delayed for hours due to what was described as "quality checks."The Democratic contenders did address their supporters in Iowa despite the glitch, as we hear from VOA National correspondent Jim Malone.
Among those confident in the Iowa results was a newcomer to the national political stage, former South Bend, Indiana, mayor Pete Buttigieg.
"We know by the time it is all said and done, Iowa, you have shocked the nation because, by all indications, we are going on to New Hampshire victorious!"
Also expecting a favorable result was Vermont Senator Bernie Sanders, who narrowly lost the Iowa vote to Hillary Clinton four years ago.
"And today marks the beginning of the end for Donald Trump.((FLASH EDIT))And all of that hatred, all of that divisiveness is going to end when, together, we are in the White House!"
Former vice president Joe Biden, often seen as the national frontrunner, is already looking ahead to next week's New Hampshire primary.
"We are going to walk out of here with our share of delegates.We don't know exactly what it is yet but we feel good about where we are.So it is on to New Hampshire!"
Another candidate looking for momentum in New Hampshire is Massachusetts Senator Elizabeth Warren.
"That we will always be a stronger party and a stronger nation when we unite around our share of values to advance justice and expand opportunity to everyone."
Warren, Sanders and Minnesota Senator Amy Klobuchar were limited in campaigning in recent weeks because they were attending the Senate impeachment trial of President Trump.
"Even in a crowded field of candidates, even during the well-earned impeachment hearing of Donald J. Trump, which kept me bolted to my Senate desk for the last two weeks, we kept fighting and you kept fighting for me."
All around Iowa, Democrats turned out in high numbers to attend local caucus meetings and line up for the candidate of their choice.
And now the contenders head to New Hampshire for the next campaign test next Tuesday.