ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້​ລົງ​ແຂ່ງ​ຂັນ ເອົາ​ຕຳ​ແໜ່ງ ປະ​ທາ​ນາ​ທິ​ບໍ​ດີ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ຈະ​ປະ​ເຊີນ​ກັບ​ ການ​ທົດ​ສອບ​ຄັ້ງ​ໃຫຍ່ ​ໃນ​ວັນ​ອັງ​ຄານນີ້


Super Tuesday Preview -- USAGM
please wait

No media source currently available

0:00 0:03:03 0:00

ສະ​ມາ​ຊິກ​ສະ​ພາ​ສູງ​ຈາກ​ລັດ ມິນ​ເນ​ໂຊ​ຕ້າ ທ່ານ​ນາງ ເອ​ມີ ໂຄ​ລ​ບູ​ຈາ ສິ້ນ​ສຸດ​ການ​ໂຄ​ສະ​ນາ​ຫາ​ສຽງ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີໃນ​ວັນ​ຈັນ​ວານນີ້ ແລະ ໄດ້​ປະ​ກາດ​ຮັບ​ຮອງ​ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ໂຈ​ ໄບ​ເດັນ. ອະ​ດີດ​ເຈົ້າ​ເມືອງ ຊ້າວ ເບັນ, ລັດ ອິນ​ເດຍ​ນາ ທ່ານ ພີດ ບູ​ຕີ​ເຈ​ຈ ກໍ​ໄດ້​ຮັບ​ຮອງ​ທ່ານ ໄບ​ເດັນ ເຊັ່ນ​ກັນ ຫຼັງ​ຈາກ​ໄດ້​ຖອນ​ຕົວ​ອອກ​ຈາກ​ການ​ແຂ່ງ​ຂັນ​ ໃນ​ວັນ​ອາ​ທິດ​ທີ່​ຜ່ານ​ມາ. ການ​ປ່ຽນ​ແປງ​ພັນ​ທະ​ມິດ​ດັ່ງ​ກ່າວ​ໄດ້​ມີ​ຂຶ້ນ ​ໃນ​ຂະ​ນະ​ທີ່​ການຕໍ່​ສູ້ ​ເພື່ອ​ການ​ຖືກ​ສະ​ເໜີ​ແຂ່​ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ຕາ​ງ​ໜ້າ​ໃຫ້​ພັກ​ເດ​ໂມ​ແຄ​ຣັດ ໄດ້​ກ້າວ​ເຂົ້າ​ສູ່​ຄວາມ​ເຄັ່ງ​ຕຶງ​ລະ​ດັບ​ໃໝ່​ໃນ​ວັນ​ອັງ​ຄານມື້ນີ້, ເມື່ອ 14 ລັດ​ໃນ​ທົ່ວ​ປະ​ເທດ​ຈະ​ຈັດ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ. ສະ​ມາ​ຊິກ​ສະ​ພາ​ສູງ​ຈາກ​ລັດ ເວີ​ມັອນ ທ່ານ ເບີ​ນີ ແຊນ​ດີ​ສ໌ ແມ່ນ​ຕົວ​ເຕັງ​ໃນ​ຫຼາຍ​ລັດ ​ສຳ​ລັບ​ການ​ເລືອກ​ຕັ້ງສຸດຍອດ​ວັນ​ອັງ​ຄານ ຫຼື Super Tuesday, ແຕ່ທ່ານ ໄບ​ເດັນ ຫວັງ​ວ່າ ໄຊ​ຊະ​ນະຂອງ​ທ່ານ​ໃນ​ລັດ ຄາ​ໂຣ​ໄລ​ນາ ເມື່ອ​ວັນ​ເສົາ​ທີ່​ຜ່ານ​ມາ ຈະ​ເຮັດ​ໃຫ້​ການ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານ​ມີ​ກຳ​ລັງ​ໃຈ​ຂຶ້ນ ໃນ​ການ​ເຂົ້າ​ສູ່​ການ​ແຂ່ງ​ຂັນ​ຂັ້ນ​ຕົ້ນ​ໃນ​ວັນ​ອັງ​ຄານມື້ນີ້. ນັກ​ຂ່າວ​ແຫ່ງ​ຊາດ​ຂອງ ວີ​ໂອ​ເອ ຈິມ ມາ​ໂລນ ມີ​ການ​ລາຍ​ງານ​ລ່ວງ​ໜ້າ ກ່ຽວ​ກັບ ການ​ລົງ​ຄະ​ແນນ​ສຽງ​ Super Tuesday ຈາກ​ນະ​ຄອນຫຼວງ ວໍ​ຊິງ​ຕັນ, ເຊິ່ງ ພຸດ​ທະ​ສອນ ຈະ​ນຳ​ລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.


ທ່ານ ໂຈ ໄບ​ເດັນ ຫວັງ​ວ່າ ກຳ​ລັງ​ໃຈ​ຈາກ​ໄຊ​ຊະ​ນະ​ຂອງ​ທ່ານ​ໃນ​ລັດ ຄາ​ໂຣ​ໄລ​ນາ​ໃຕ້ ຈະ​ຊ່ວຍ​ໃຫ້​ທ່ານ​ໄດ້​ຮັບ​ຄະ​ແນນ​ສຽງ​ທັງຫຼາຍ​ໃນການ​ເລືອກ​ຕັ້ງ Super Tuesday ຈາກ 14 ລັດ.

ທ່ານ ໂຈ ໄບ​ເດັນ ຜູ້​ລົງ​ແຂ່ງ​ຂັນ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ໄດ້​ກ່າວ​ວ່າ “ຖ້າ​ພັກ​ເດ​ໂມ​ແຄ​ຣັດ​ ສາ​ມາດ​ສະ​ເໜີ​ຊື່​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ​ພວກ​ເຮົາ​ສາ​ມາດ​ເອົາ​ຊະ​ນະ​ທ່ານ ດໍ​ໂນ​ລ ທ​ຣຳ ໄດ້, ຮັກ​ສາ​ທ່ານ​ນາງ ແນນ​ຊີ ເພ​ໂລ​ຊີ ໄວ້​ເປັນ​ປະ​ທານ​ສະ​ພາ​ຕ່ຳ​ຄື​ເກົ່າ ແລະ ຍຶດ​ເອົາ​ສະ​ພາ​ສູງ ສະ​ຫະ​ລັດ ກັບ​ຄືນ​ມາ.”

ໄຊ​ຊະ​ນະ​ຂອງ​ທ່ານ ໄບ​ເດັນ ໃນ​ລັດ ຄາ​ໂຣ​ໄລ​ນາ​ໃຕ້ ໄດ້​ເຮັດ​ໃຫ້​ທ່ານໄດ້​ເປັນ​ຜູ້​ນຳ​ໜ້າ​ອີກ​ທາງ​ເລືອກ​ນຶ່ງ ຕໍ່​ຜູ້​ທີ່​ມີ​ຄະ​ແນນ​ສຽງ​ນຳ​ໜ້າ​ຄື ສະ​ມາ​ຊິກ​ສະ​ພາ​ສູງ​ລັດ​ເວີ​ມັອນ ທ່ານ ເບີ​ນີ ແຊນ​ເດີ​ສ໌.

ທ່ານ ແຊນ​ເດີ​ສ໌, ຜູ້​ທີ່​ເອີ້ນ​ຕົນ​ເອງວ່າ​ເປັນນັກ​ສັງ​ຄົມ​ນິ​ຍົມ​ປະ​ຊາ​ທິ​ປະ​ໄຕ, ແມ່ນ​ກຳ​ລັງ​ອາ​ໄສໄຊ​ຊະ​ນະ​ຕ່າງໆ​ໃນ​ການ​ລົງ​ຄະ​ແນນ​ສຽງ​ຢູ່​ສອງ​ລັດ​ທີ່​ໃຫຍ່​ໃນ​ວັນ​ອັງ​ຄານມື້ນີ້, ຄື​ລັດ ຄາ​ລິ​ຟໍ​ເນຍ ແລະ ເທັກ​ຊັ​ສ.

ທ່ານ ແຊນ​ເດີ​ສ໌ ໄດ້​ກ່າວ​ວ່າ “ພວກ​ເຮົາ​ແມ່ນ​ການ​ເຄື່ອນ​ໄຫວ​ຂອງ​ຄົນຫຼາຍ​ລຸ້ນ, ຫຼາຍ​ຮາກ​ຖານ​ເຊື້ອ​ຊາດ​ຊົນ​ເຜົ່າ ທີ່​ຈະ​ສ້າງ​ເສດ​ຖະ​ກິດ ແລະ ລັດ​ຖະ​ບານ​ທີ່​ເປັນ​ປະ​ໂຫຍດ​ຕໍ່​ພວກ​ເຮົາ​ທຸກ​ຄົນ, ບໍ່​ແມ່ນ​ໃຫ້​ພຽງ​ພວກ​ນຶ່ງ​ເປີ​ເຊັນ (ເຊິ່ງ​ແມ່ນ​ພວກ​ມະ​ຫາ​ເສດ​ຖີ).

ວັນ​ອັງ​ຄານມື້ນີ້ ກໍ​ຍັງ​ຈະ​ເປັນ​ການ​ທົດ​ສອບ​ຄັ້ງ​ໃຫຍ່​ເທື່ອ​ທຳ​ອິດ​ສຳ​ລັບ​ອະ​ດີດ​ເຈົ້າ​ຄອງ​ນະ​ຄອນ ນິວຢອກ ທ່ານ ໄມ​ເກິ​ລ ບ​ລູມ​ເບີກ.

ທ່ານ ບ​ລູມ​ເບີກ, ມະ​ຫາ​ເສດ​ຖີ​ພັນ​ລ້ານ, ໄດ້​ໃຊ້​ເງິນຫຼາຍ​ຮ້ອຍ​ລ້ານ​ໂດ​ລາ​ໃນ​ການ​ໂຄ​ສະ​ນາ​ທາງ​ໂທ​ລະ​ພາບ ແລະ ຈະ​ປະ​ເຊີນ​ໜ້າ​ກັບ​ບັນ​ດາ​ຜູ້​ລົ​ງ​ຄະ​ແນນ​ສຽງ​ເປັນ​ຄັ້ງ​ທຳ​ອິດ.

ທ່ານ​ອະ​ດີດ​ຜູ້​ປົກ​ຄອງ​ນະ​ຄອນ ນິວຢອກ ແມ່ນ​ຜູ້​ທີ່​ມັກ​ຕຳ​ໜິ​ວິ​ຈານ ກ່ຽວ​ກັບ ການ​ຮັບ​ມື​ຕໍ່​ການ​ແຜ່​ລະ​ບາດ​ຂອງ​ໄວ​ຣັ​ສ​ໂຄ​ໂຣ​ນາ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ.

ທ່ານ ໄມ​ເກີ​ລ ບ​ລູມ​ເບີກ ຜູ້​ລົງ​ແຂ່ງ​ຂັນ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ໄດ້​ກ່າວ​ວ່າ “ໃນ​ເວ​ລາ​ທີ່​ປະ​ທາ​ນາ​ທິ​ບໍ​ດີ ຄວນ​ແຍກ​ການ​ເມືອງ​ໄວ້​ຕ່າງ​ຫາກ ແລະ ໂຮມ​ຊຸມ​ນຸມ​ປະ​ຊາ​ຊົນ ອາ​ເມ​ຣິ​ກັນ ຢູ່​ທາງຫຼັງ​ລາວ​ນັ້ນ, ລາວ​ໄດ້​ສືບ​ຕໍ່​ສ້າງ​ຄວາມ​ແຕກ​ແຍກ ດ້ວຍ​ການຫຼິ້ນ​ການ​ເມືອງ​ພຽງ​ພັກ​ດຽວ. ພວກ​ເຮົາ​ເຮັດ​ແນວນີ້ບໍ່​ໄດ້.”

ພັກ​ເດ​ໂມ​ແຄ​ຣັດ ມີ​ຜູ້​ລົງ​ແຂ່ງ​ຂັນ​ໃຫ້​ເລືອກ​ໜ້ອຍ​ລົງ​ໃນ​ວັນ​ອັງ​ຄານມື້ນີ້.

ສະ​ມາ​ຊິກ​ສະ​ພາ​ສູ​ງ​ລັດ ມິນ​ເນ​ໂຊ​ຕ້າ ທ່ານ​ນາງ ເອ​ມີ ໂຄ​ລ​ບູ​ຈາ ໄດ້​ສິ້ນ​ສຸດ​ການ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານ​ນາງ​ໃນ​ວັນ​ຈັນ​ວານນີ້, ນຶ່ງວັນຫຼັງ​ຈາກ​ອະ​ດີດ​ເຈົ້າ​ເມືອງ ຊ້າວ ເບັນ ທ່ານ ພີດ ບູ​ຕີ​ເຈ​ຈ ໄດ້​ຖອນ​ຕົວ​ອອກ​ຈາກ​ການ​ແຂ່ງ​ຂັນ ຫຼັງ​ຈາກ​ມີ​ຜົນ​ງານ​ທີ່ບໍ່​ດີ​ໃນ​ລັດ ຄາ​ໂຣ​ໄລ​ນາ​ໃຕ້.

ທ່ານ ພີດ ບູ​ຕີ​ເຈ​ຈ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ໄດ້​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຈະ​ບໍ່​ພະ​ຍາ​ຍາມ​ແຂ່ງ​ຂັນ​ເພື່ອ​ຖືກ​ສະ​ເໜີ​ຊື່​ຕາງ​ໜ້າ​ໃຫ້​ພັກ​ເດ​ໂມ​ແຄ​ຣັດ ເພື່ອ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ປີ 2020 ອີກ​ຕໍ່​ໄປ. ຂ້າ​ພະ​ເຈົ້າ​ຈະ​ເຮັດ​ທຸກ​ຢ່າງ​ດ້ວຍ​ອຳ​ນາດ​ຂອງ​ຂ້າ​ພະ​ເຈົ້າ ເພື່ອ​ຮັບ​ປະ​ກັນ​ວ່າ ພວກ​ເຮົາ​ຈະ​ມີ​ປະ​ທາ​ນາ​ທິ​ບໍ​ດີ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ​ຄົນ​ໃໝ່​ໃນ​ເດືອນ​ມັງ​ກອນນີ້.”

ແລະ ມະ​ຫາ​ເສດ​ຖີ​ພັນ​ລ້ານ ຜູ້​ບໍ​ລິ​ຫານເງິນ​ລົງ​ທຶນ​ເພື່ອ​ຜົນ​ກຳ​ໄລ ທ່ານ ທອມ ສ​ຕາ​ເຢີ ກໍ​ໄດ້​ສິ້ນ​ສຸດ​ການ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານ​ໃນ​ທ້າຍ​ອາ​ທິດ​ທີ່​ຜ່ານ​ມາ.

ທ່ານ ທອມ ສ​ຕາ​ເຢີ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ໄດ້​ກ່າວ​ວ່າ “ແທ້​ຈິງ​ແລ້ວ, ຂ້າ​ພະ​ເຈົ້າ​ບໍ່​ເຫັນ​ເສັ້ນ​ທາງ​ທີ່​ຂ້າ​ພະ​ເຈົ້າ​ຈະ​ສາ​ມາດ​ໄດ້​ເປັນ​ປະ​ທາ​ນາ​ທິ​ບໍ​ດີ.”

ສະ​ມາ​ຊິກ​ສະ​ພາ​ສູງ​ລັດ ແມ​ສ​ຊາ​ຈູ​ເຊັດ​ສ໌ ທ່ານ​ນາງ ເອ​ລິ​ຊາ​ເບັດ ວໍ​ເຣັນ ແມ່ນ​ຍັງ​ຄົງ​ຢູ່​ໃນ​ການ​ແຂ່ງ​ຂັນ, ຕໍ່​ສູ້ງ​ເພື່ອ​ຄະ​ແນນ​ສຽງ​ຈາກ​ບັນ​ດາ​ຜູ້​ແທນ​ໃນ​ວັນ​ອັງ​ຄານມື້ນີ້ ເຖິງ​ແມ່ນ​ວ່າ​ທ່ານ​ນາງ​ຈະ​ມີ​ຜົນ​ການ​ທີ່ບໍ່​ດີ​ໃນ​ການ​ແຂ່ງ​ຂັນ​ປັດ​ຈຸ​ບັນ​ນີ້ກໍ​ຕາມ.

ສະ​ມາ​ຊິກ​ສະ​ພາ​ສູງ ເອ​ລິ​ຊາ​ເບັດ ວໍ​ເຣັນ ໄດ້​ກ່າວ​ວ່າ “ແລະ ຖ້າ​ພວກ​ເຮົາ​ຢາກ​ໄດ້​ລັດ​ຖະ​ບານ​ທີ່ບໍ່​ເຮັດ​ວຽກ​ໃຫ້​ພວກ​ຄົນ​ລວຍ​ເທົ່າ​ນັ້ນ ແລະ ພວກ​ທີ່​ມີ​ອຳ​ນາດ ແຕ່​ເຮັດ​ວຽກ​ໃຫ້​ພວກ​ເຮົາ​ທຸກ​ຄົນ​ນັ້ນ, ມັນ​ຈະ​ຕ້ອງ​ໄດ້​ມີ​ການ​ປ່ຽນ​ແປງ​ໂຄງ​ຮ່າງ​ຂະ​ໜາດ​ໃຫຍ່​ບາງ​ອັນ.”

ຄະ​ແນນສຽງ​ຈາກ​ຜູ້​ແທນຫຼາຍກວ່າ 1,300 ຄົນ​ແມ່ນ​ເດີມ​ພັນ​ໃນ​ການ​ແຂ່ງ​ຂັນ​ຂັ້ນ​ຕົ້ນ Super Tuesday ນີ້, ເຊິ່ງ​ແມ່ນ​ນຶ່ງ​ສ່ວນ​ສາມ​ຂອງ​ບັນ​ດາ​ຜູ້​ແທນ ຜູ້​ທີ່​ຈະ​ເຂົ້າ​ຮ່ວມ​ໃນ​ກອງ​ປະ​ຊຸມ​ໃຫຍ່​ແຫ່ງ​ຊາດ​ຂອງ​ພັກ​ເດ​ໂມ​ແຄ​ຣັດ ໃນ​ເດືອນ​ກໍ​ລະ​ກົດ​ນີ້.


Minnesota Senator Amy Klobuchar ended her presidential campaign Monday and was expected to endorse former vice president Joe Biden.Former South Bend, Indiana, mayor Pete Buttigieg is also endorsing Biden after dropping out of the race yesterday (Sunday).The shifting alliances come as the battle for the Democratic Party's presidential nomination reaches a new level of intensity on Tuesday, when 14 states around the country hold primaries.Vermont Senator Bernie Sanders is favored in several of the states on Super Tuesday, but Biden is hoping his victory in South Carolina on Saturday will give his campaign a shot of momentum heading into the Tuesday primaries.VOA National correspondent Jim Malone has a preview of the Tuesday voting from Washington.

Joe Biden is hoping that momentum from his victory in South Carolina will help him win votes in the 14 state primaries on Super Tuesday.

"If Democrats can nominate me, I believe we can beat Donald Trump, keep Nancy Pelosi in the House of Representatives as speaker and take back the United States Senate!"

Biden's win in South Carolina makes him the leading alternative to the frontrunner, Vermont Senator Bernie Sanders.

Sanders, a self-styled Democratic Socialist, is counting on victories in the two largest states voting on Tuesday, California and Texas.

"We are a multi-generational, multi-racial grass roots movement that is going to create an economy and a government that works for all, not just the one percent."

Tuesday is also the first big test for former New York City mayor Michael Bloomberg.

Bloomberg, a billionaire, has spent hundreds of millions of dollars on TV ads and will face voters for the first time.

The former mayor is critical of President Trump's handling of the response to the coronavirus outbreak.

"At a time when the president should be putting politics aside and rallying the American people behind him, he continues to divide by playing partisan politics.We just can't do this."

Democrats will have fewer candidates to choose from on Tuesday.

Minnesota Senator Amy Klobuchar ended her campaign Monday, a day after former South Bend, Indiana, mayor Pete Buttigieg pulled out of the race after a poor showing in South Carolina.

"I will no longer seek to be the 2020 Democratic nominee for president.But I will do everything in my power to ensure that we have a new Democratic president come January."

And billionaire hedge fund manager Tom Steyer ended his campaign over the weekend.

"Honestly, I cannot see a path where I can win the presidency."

Massachusetts Senator Elizabeth Warren is still in the race, battling for delegates on Tuesday even though she has done poorly in the contests so far.

"And if we want a government that does not just work for the rich and the powerful but works for the rest of us, it is going to take some big structural change."
More than 1300 delegates are at stake in the Super Tuesday primaries, about a third of the delegates who will attend the Democratic National Convention in July.

XS
SM
MD
LG