ການໂຕ້ວາທີຂອງຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສັງກັດພັກເດໂມແຄຣັດ ຄັ້ງທີສີ່ໄດ້ຈັດຂຶ້ນທີ່ລັດ ໂອໄຮໂອ ໃນວັນອັງຄານວານນີ້. ຜູ້ລົງແຂ່ງຂັນດັ່ງກ່າວໄດ້ຕອບຄຳຖາມຕ່າງໆ ກ່ຽວກັບບັນຫາຫຼາຍຢ່າງ, ລວມທັງການສືບສວນເພື່ອຟ້ອງຮ້ອງປະທານາທິບໍດີ ດໍໂນລ ທຣຳ, ຄວາມຄືບໜ້າໃນຄວາມຂັດແຍ້ງໃນ ຊີເຣຍ ແລະ ເສດຖະກິດ ສະຫະລັດ.
ຕໍ່ໄປນີ້ແມ່ນຄຳເຫັນຈາກຜູ້ລົງແຂ່ງຂັນບາງທ່ານ: ອະດີດປະທານາທິບໍດີ ໂຈ ໄບເດັນ, ໃນລະຫວ່າງການສົນທະນາ ກ່ຽວກັບ ການເຂົ້າຫາ ຢູເຄຣນ ຂອງທ່ານ ທຣຳ ເພື່ອສືບສວນສອບສວນລູກຊາຍຂອງເພິ່ນ,ທ່ານ ຮັ້ນເຕີ ນັ້ນ, ທ່ານໄດ້ກ່າວວ່າ “ລູກຊາຍຂອງຂ້າພະເຈົ້າບໍ່ໄດ້ເຮັດຫຍັງຜິດ. ຂ້າພະເຈົ້າບໍ່ໄດ້ເຮັດຫຍັງຜິດ. ຂ້າພະເຈົ້າໄດ້ປະຕິບັດຕາມນະໂຍບາຍຂອງລັດຖະບານ ສະຫະລັດ ໃນການລົບລ້າງການສໍ້ລາດບັງຫຼວງໃນ ຢູເຄຣນ, ແລະ ນັ້ນແມ່ນສິ່ງທີ່ພວກເຮົາຄວນເພັ່ງເລັງໃສ່.”
ສະມາຊິກສະພາສູງທ່ານ ຄໍຣີ ບຸກເກີ, ໃນການເວົ້າ ກ່ຽວກັບ ຄວາມຈຳເປັນທີ່ຈະກວດກາອຳນາດຂອງປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ໃນເວທີໂລກນັ້ນ, ທ່ານໄດ້ກ່າວວ່າ, “ພວກເຮົາບໍ່ສາມາດອະນຸຍາດໃຫ້ ຣັດເຊຍ ສືບຕໍ່ຂະຫຍາຍອິດທິພົນດ້ວຍການປະຖິ້ມເວທີໂລກໄດ້. ພວກເຮົາບໍ່ພຽງແຕ່ ບໍ່ສາມາດອະນຸຍາດໃຫ້ ຣັດເຊຍ ແຊກແຊງເຂົ້າໃນລະບົບປະຊາທິປະໄຕຂອງ ຢູເຄຣນ, ລັດເວຍ, ແລະ ລິທົວເນຍ ເທົ່ານັ້ນ, ແຕ່ແມ່ນກະທັ້ງການກ່າວເຖິງເຂົາເຈົ້າ ສຳລັບຄວາມພະຍາຍາມທີ່ຈະແຊກແຊງເຂົ້າໃນລະບອບປະຊາທິປະໄຕນີ້ແມ່ນເປັນທີ່ຍອມຮັບບໍ່ໄດ້.”
ເຈົ້າເມືອງ ທ່ານ ພີດ ບູຕີຈິຈ, ໃນຂະນະທີ່ກຳລັງສົ່ງເສີມຄວາມຕ້ອງການທີ່ຈະແຍກສານສູງສຸດ ສະຫະລັດ ອອກຈາກການເມືອງນັ້ນ, ທ່ານໄດ້ກ່າວວ່າ “ພວກເຮົາບໍ່ສາມາດເຮັດແນວນີ້ຕໍ່ໄປອີກ ເຊິ່ງທຸກເທື່ອທີ່ເຮົາມີຕຳແໜ່ງຫວ່າງ ພວກເຮົາຕ້ອງໄດ້ມີແນວຄິດທີ່ວຸ້ນວາຍປານໂລກຊິແຕກ ກ່ຽວກັບສິ່ງທີ່ຈະເຮັດຕໍ່ໄປ. ຕອນນີ້ມີວິທີດຽວທີ່ຈະແກ້ໄຂບັນຫານີ້ແມ່ນໃຫ້ມີສະມາຊິກສານ 15 ທ່ານ ເຊິ່ງ ສະມາຊິກ 5 ທ່ານສາມາດຖືກແຕ່ງຕັ້ງຂຶ້ນດ້ວຍການຕົກລົງຢ່າງເປັນເອກະສັນໂດຍສະມາຊິກອີກ 10 ທ່ານ.”
ອະດີດລັດຖະມົນຕີເຄຫະສະຖານ ແລະ ການພັດທະນາເຂດໃນເມືອງ ສະຫະລັດ ທ່ານ ຈູລຽນ ຄາສໂຕຣ, ໃນການສົນທະນາ ກ່ຽວກັບ ຄວາມຕ້ອງການສຳລັບການເຮັດໃຫ້ປະເທດເປັນທີ່ໜ້າເຊື່ອຖື ໃນການພົວພັນຕ່າງປະເທດນັ້ນ ໄດ້ກ່າວວ່າ, “ຖ້າເຈົ້າແມ່ນທ່ານ ກິມ ຈົງ ອຶນ, ຕົວຢ່າງ, ເປັນຫຍັງເຈົ້າຕ້ອງເຊື່ອທຸກຢ່າງວ່າ ປະທານາທິບໍດີຄົນນີ້ ຈະຄວບຄຸມໂຄງການອາວຸດນິວເຄລຍຂອງເຈົ້າ ເມື່ອລາວໄດ້ທຳລາຍຂໍ້ຕົກລົງນິວເຄລຍ ອີຣ່ານ ທີ່ພວກເຮົາຫາກໍ່ໄດ້ເຊັນເມື່ອສີ່ປີທີ່ຜ່ານມາ, ເຊິ່ງເປັນຂໍ້ຕົກລົງທີ່ແຂງແກ່ນທີ່ສຸດ ເພື່ອຄວບຄຸມໂຄງການອາວຸດນິວເຄລຍຂອງ ອີຣ່ານ, ແລະ ຕອນນີ້ລາວໄດ້ປະຖິ້ມທຸກຄົນທີ່ພວກເຮົາໄດ້ໃຫ້ຄຳສັນຍາຕໍ່ນັ້ນ.”
ສະມາຊິກສະພາຍິງ ທ່ານນາງ ທາລຊີ ແກບບາດ, ເມື່ອຖືກຖາມກ່ຽວກັບຄວາມຕ້ອງການທີ່ຈະຖອນກຳລັງ ສະຫະລັດ ອອກຈາກ ຊີເຣຍ ນັ້ນ, ເພິ່ນໄດ້ກ່າວວ່າ “ການເຂັ່ນຂ້າຊາວ ເຄີດ ໂດຍ ເທີກີ ແມ່ນຜົນກະທົບທີ່ຕາມມາ ໃນແງ່ລົບອີກອັນນຶ່ງຂອງສົງຄາມປ່ຽນແປງລະບອບການປົກຄອງ ທີ່ເຮົາໄດ້ຕໍ່ສູ້ໃນ ຊີເຣຍ ນັ້ນ. ທ່ານ ດໍໂນລ ທຣຳ ມີເລືອດຂອງຊາວ ເຄີດ ຕິດຢູ່ມືຂອງລາວ. ແຕ່ກໍມີນັກການເມືອງຫຼາຍຄົນໃນປະເທດຂອງເຮົາຈາກສອງພັກການເມືອງເຊັ່ນກັນ ຜູ້ທີ່ໄດ້ສະໜັບສະໜູນສົງຄາມປ່ຽນແປງລະບອບການປົກຄອງທີ່ກຳລັງດຳເນີນ ຢູ່ນີ້ໃນ ຊີເຣຍ ທີ່ໄດ້ເລີ່ມຂຶ້ນໃນປີ 2011, ພ້ອມກັບສື່ມວນຊົນທີ່ສຳຄັນ ຜູ້ທີ່ໄດ້ສະໜັບສະໜູນ ແລະ ສົ່ງເສີມສົງຄາມປ່ຽນແປງລະບອບການປົກຄອງນີ້.”
The fourth Democratic presidential candidate debates took place Tuesday in Ohio. The candidates [[ https://projects.voanews.com/election-2020/democratic-candidates.html ]] answered questions on a range of issues, including the impeachment inquiry of President Donald Trump, the developments in the Syrian conflict, and the U.S. economy.
Here are some comments from each candidate:
Former Vice President Joe Biden, during a discussion of Trump's outreach to Ukraine to investigate Biden's son, Hunter, said, "My son did nothing wrong.I did nothing wrong.I carried out the policy of the United States government in rooting out corruption in Ukraine, and that's what we should be focusing on."
Senator Cory Booker, talking about the need to put in check Russian President Vladimir Putin's power on the world stage, said, "We cannot allow the Russians to continue to grow in influence by abandoning the world stage.We cannot allow Russia to not only interfere in the democracies of Ukraine and Latvia and Lithuania, but even not calling them out for their efforts to interfere in this democracy are unacceptable."
Mayor Pete Buttigieg, while promoting the need to depoliticize the U.S. Supreme Court, said, "We can't go on like this where every single time there is a vacancy we have this apocalyptic ideological firefight over what to do next. Now one way to fix this is to have a 15-member court where five of the members can only be appointed by unanimous agreement by the other 10."
Former U.S. Housing and Urban Development Secretary Julian Castro, discussing the need for the country to be reliable in foreign relations, said, "If you're Kim Jong Un, for example, why in the world would you believe anything that this president says to contain your nuclear weapons program when he tore up an Iran nuclear agreement we just signed four years ago, which was the strongest agreement to contain Iran's nuclear weapons program, and now he's abandoned the very people we've given our word to."
Congresswoman Tulsi Gabbard, when asked about her desire to pull U.S. troops from Syria, said, "The slaughter of the Kurds being done by Turkey is yet another negative consequence of the regime change war that we've been waging in Syria.Donald Trump has the blood of the Kurds on his hand.But so do many of the politicians in our country from both parties who have supported this ongoing regime change war in Syria that started in 2011, along with many in the mainstream media who have been championing and cheerleading this regime change war."