ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພັກເດ​ໂມ​ແຄ​ຣັດ ຍາດເອົາການ​ຄວບ​ຄຸມ​ສະ​ພາ​ຕ່ຳຂອງ​ສະ​ຫະ​ລັດ ຄືນໄດ້


Democrats Win Back House in Midterm Voting
please wait

No media source currently available

0:00 0:03:03 0:00

ເຊີນຊົມວີດີໂອເລື້ອງການເລືອກຕັ້ງກາງສະໄໝ

ຄວາມ​ກ້ຳ​ເກິ່ງ​ກັນ ລະຫວ່າງ​ອຳ​ນາດ​ ໄດ້​ມີການຫັນປ່ຽນ​ ໃນນະຄອນຫຼວງວໍ​ຊິງ​ຕັນ
ໃນ​ວັນ​ອັງ​ຄານ​ວານນີ້ ເວລາພັກເດ​ໂມ​ແຄ​ຣັດ ຍາດໄດ້ຄືນ ການ​ຄວບ​ຄຸມ​ສະ​ພາ​ຕ່ຳ
ຂອງ​ສະ​ຫະ​ລັດ, ເຮັດໃຫ້​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນລ໌ ທ​ຣຳ ແລະ​ພັກ​ຣີ​ພັບ
​ບ​ລີ​ກັນຂອງ​ທ່ານ ຕ້ອງໄດ້ຮັບມືທາງດ້ານການເມືອງໜັກໜ່ວງ. ແຕ່​ວ່າ ພັກ​ຣີ​ພັບ​ບ​ລີ​ກັນ
ກໍໄດ້ຂະ​ຫຍາຍການຄວບ​ຄຸມ​ສຽງ​ສ່ວນ​ຫຼາຍ​ໃນສະ​ພາສູງ​ຕື່ມຂຶ້ນ, ​ເປັນ​ການ​ສະໜັບ
ສະໜູນທ່ານ​ປະ​ທາ​ນາ​ທິ​ບໍ​ດີ ແລະ​ພ້ອມແລ້ວ​ທີ່ຈະ​ປະ​ເຊີນ​ໜ້າ​ທາງ​ການ​ເມືອງ ໃນ​ປີ​
ຕໍ່​ໜ້າ.ນັກ​ຂ່າວ​ແຫ່ງ​ຊາດ​ຂອງວີ​ໂອ​ເວ ຈິມ ມາ​ໂລນ ມີ​ລາຍ​ງານສະ​ຫຼຸບ​ຜົນ ​ຂອງ​ການ
​ເລືອກ​ຕັ້ງ​ດັ່ງກ່າວຈາກວໍ​ຊິງ​ຕັນ ຊຶ່ງ​ວັນນະສອນ ມີ​ລາຍ​ລະ​ອຽດ​ມາສະ​ເໜີ​ທ່ານ​ໃນ
​ອັນ​ດັບ​ຕໍ່​ໄປ.

​ທີ່ສູນ​ກາງໃຫຍ່ພັກເດ​ໂມ​ແຄ​ຣັດ ໃນ​ວໍ​ຊີງ​ຕັນ ຜູ້​ນຳ​ພັກເດ​ໂມ​ແຄ​ຣັດ ທ່ານ​ນາງ​ແນນ​ຊີ
ເພ​ໂລ​ຊີ ​ໄດ້​ປະ​ກາດ​ອອກ​ໄປ​ວ່າ ເປັນ​ມື້​ໃໝ່​ຂອງ​ເມືອງ​ຫຼວງ​ແຫ່ງ​ຊາດ.

ທ່ານ​ນາງ​ແນນ​ຊີ ​ເພໂລ​ຊີ ຜູ້​ນຳ​ພັກເດ​ໂມ​ແຄ​ຣັດ ກ່າວ​ວ່າ “ພວກເຮົາ​ຈະ​ຕ້ອງ​ມີ​ຄວາມ​
ຮັບ​ຜິດ​ຊອບ ເພື່ອ​ຈະ​ຊອກ​ຫາ​ຈຸດ​ຮວມ​ທີ່​ເປັນ​ພື້ນ​ຖານ ບ່ອນ​ທີ່​ພວກ​ເຮົາ​ຈະສາ​ມາດ​
ເຮັດ​ໄດ້, ແລະ​ຢືນ​ຢັດ​ຢູ່​ບົນ​ພື້ນ​ຖານ ບ່ອນ​ທີ່​ພວກ​ເຮົາຈະ​ບໍ່​ສາ​ມາດ​ເຮັດ​ໄດ້. ແຕ່ ພວກ​
ເຮົາ​ຕ້ອງ​ພະ​ຍາ​ຍາມ. ລັດ​ຖະ​ສະ​ພາ​ທີ່ເປັນປະຊາທິປະໄຕ ຈະ​ປະ​ຕິ​ບັດ​ເພື່ອ​ຫາ​ທາງ
ອອກ ທີ່​ຈະ​ນຳ​ພວກ​ເຮົາ​ເຂົ້າ​ມາ​ຮ່ວມ​ກັນ, ຍ້ອນ​ວ່າ​ພວກ​ເຮົາ​ທັງ​ໝົດ ໄດ້ແຕກແຍກ
ກັນມາພໍ​ແລ້ວ.”

ທ່ານ​ນາງເພ​ໂລ​ຊີ ພວມເຂົ້າ​ສູ່​ເສັ້ນ​ທາງທີ່​ຈະ​ກັບ​ໄປ​ເປັນ​ປະ​ທານ​ສະ​ພາ​ຕ່ຳຍ້ອນພວກ
ເດ​ໂມ​ແຄ​ຣັດ ເຊັ່ນ ທ່ານ​ນາງ​ແຈນ​ນິ​ເຟີຣ໌ ແວກ​ສ​ຕັນ ຜູ້​ຊຶ່ງ​ໄດ້​ຊະ​ນະ​ບ່ອນ​ນັ່ງ​ຂອງ
​ສະ​ພາຕ່ຳ ໃນ​ລັດ​ເວີ​ຈີ​ເນຍ.

ທ່ານ​ນາງ​ແຈນ​ນິ​ເຟີຣ໌ ແວກ​ສ​ຕັນ ຈາກພັກເດ​ໂມ​ແຄ​ຣັດ ກ່າວ​ວ່າ “ຂ້າ​ພະ​ເຈົ້າໄດ້
​ເວົ້າ​ມາດົນ​ແລ້ວ ນັບ​ຕັ້ງ​ແຕ່ ກ່ອນ​ການ​ເລີ້ມ​ລົງ​ໂຄ​ສະ​ນາ​ຫາ​ສຽງ ທີ່​ວ່າ ການ​ປ່ຽນ​
ແປງ​ແມ່ນ​ມາ​ເຖິງ​ອາ​ເມ​ຣິ​ກາ​ແລ້ວ ການ​ປ່ຽນ​ແປງ​ແມ່ນ​ກັບ​ຄືນ​ມາ​ສູ່​ເຂດ​ທີ 10
ໃນລັດ​ເວີ​ຈີ​ເນຍ. ແລະ​ການ​ປ່ຽນ​ແປງ​ນີ້ ມີ​ຂຶ້ນ​ໃນ​ຄືນ​ນີ້.”

ແຕ່​ວ່າ ພັກ​ຣີ​ພັບ​ບ​ລີ​ກັນ ແມ່ນ​ຍັງ​ຂະ​ຫຍາຍ​ການ​ມີ​ສຽງ​ສ່ວນ​ຫຼາຍ​ທີ່​ແຄບ​ໆໃນ​ສະ​ພາ​ສູງ
ດ້ວຍ​ການ​ປະ​ລາ​ໄຊ​ຂອງ​ສະ​ມາ​ຊິກ​ສະ​ພາ​ສູງ​ຈາກ​ລັດ​ດາ​ໂຄ​ຕາ​ເໜືອ, ລັດ​ມິ​ສ​ສຸ​ຣີ ແລະ​
ອິນ​ເດຍ​ນາ ບ່ອນ​ທີ່​ທ່ານ​ໄມຄ໌ ບ​ຣອນ ໄດ້​ຊະ​ນະ​ການ​ເລືອກ​ຕັ້ງຄັ້ງນີ້.

​ທ່ານ​ໄມຄ໌ ບ​ຣອນ ຈາກພັກ​ຣີ​ພັບ​ບ​ລີ​ກັນ ກ່າວ​ວ່າ “ພວກ​ເຮົາ​ແມ່ນ​ນິ​ຍົມ​ແນວ​ທາງ​ເດີມ,
ໂດຍ​ການ​ນຳ​ພາ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ ພວກ​ເຮົາ​ໄດ້​ພິ​ສູດ​ໃຫ້​ເຫັນ​ແລ້ວ ເຖິງ​ສາ​
ເຫດ​ວ່າ ເປັນ​ຫຍັງ​ວິ​ທີ​ຂອງ​ຄວາມ​ຄິດ​ອ່ານ​ຂອງ​ພວກ​ເຮົາ, ສິ່ງ​ທີ່​ມັນ​ເຮັດ​ໄດ້​ໃນ​ລັດ
​ອິນ​ເດຍ​ນາ ແມ່ນຈະສາ​ມາດ​ເຮັດ​ໄດ້ແທ້ ຕໍ່​ຊາວອາ​ເມ​ຣິ​ກັນ​ທັງ​ມວນ ແລະ​ຂ້າ​ພະ​ເຈົ້າ​
ກໍ​ຍິ່ງ​ເຊື່ອ​ໝັ້ນ​ວ່າ ຂ້າ​ພະ​ເຈົ້າ​ຈະ​ຖືວ່າ​ເປັນ​ນ້ຳ​ໜັກ​ໃນ​ການ​ຖົກ​ຖຽງ​ເລື້ອງ​ນີ້.”

​ໃນ​ທຳ​ນຽບ​ຂາວ, ໂຄ​ສົກ​ປະ​ຈຳ​ທຳ​ນຽບ​ຂາວ ທ່ານ​ນາງ​ຊາ​ຣາ​ ຮັກ​ກະ​ບີ ແ​ຊນ​ເດີ​ຣ໌​ສ ​
ກ່າວ​ວ່າ ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ​ໄດ້​ຍິນ​ດີ​ໃນ​ການ​ທີ່ພັກ​ຣີ​ພັບ​ບ​ລີ​ກັນຍັງ​ຍຶດ​ສະ​ພາ​ສູງ
ໄວ້ໄດ້ຢູ່.

ທ່ານ​ນາງ​ຊາ​ຣາ ​ຮັກ​ກະ​ບີ ແ​ຊນ​ເດີ​ຣ໌​ສ ໂຄ​ສົກ​ປະ​ຈຳ​ທຳ​ນຽບ​ຂາວ ກ່າວ​ວ່າ “ພວກ​ລົງ​
ແຂ່ງ​ຂັນ​ສ່ວນໃຫຍ່ ທີ່​ປະ​ທາ​ນາ​ທິ​ບໍ​ດີ ໄດ້​ລົງ​ໄປຮ່ວມ​ແລະໂຄ​ສະ​ນາ​ຫາ​ສຽງ​ໃຫ້​ນັ້ນ
ນິ​ຍົມ​ຊົມ​ຊອບປະ​ທາ​ນາ​ທິ​ບໍ​ດີ ແມ່ນ​ມີ​ຜົນ​ດີ​ໃນ​ຄ່ຳ​ຄືນ​ນີ້. ແລະ​ໃນ​ທີ່​ສຸດ​ແລ້ວ ປະ​ທາ​
ນາ​ທິ​ບໍ​ດີ​ ກໍແມ່ນ​ຈະ​ປະ​ຕິ​ບັດ​ໜ້າ​ທີ່ ​ກັບ​ຜູ້​ໃດ​ກໍ​ຕາມ​ທີ່​ຈະ​ເຂົ້າ​ມາ​ປະ​ຕິ​ບັດ​ພາ​ລະ​ກິດ
​ໃນ​ຫ້ອງ​ການ​ນີ້.”

ການ​ໂຄ​ສະ​ນາ​ຫາ​ສຽງຢ່າງ​ແຂງ​ຂັນຂອງປະ​ທາ​ນາ​ທິ​ບໍ​ດີ​ ແລະ​ຄາລົມຄົມຄາຍ ໄດ້ຊັກ
​ຊວນ​ໃຫ້​ພວກປ່ອນ​ບັດ​ທັງ​ຫຼາຍ ມີຄວາມກະ​ຕື​ລື​ລົ້ນ​ ຈາກ​ທັງ​ສອງ​ຝ່າຍ, ຊຶ່ງ​ນັກ​ວິ​ເຄາະ
ທ່ານ​ນາງ​ເຣີ​ແບັກ​ກາ ກີ​ລ ໄດ້ເວົ້າ​ໄປ.

ທ່ານ​ນາງ​ເຣີ​ແບັກ​ກາ ກີ​ລ ຈາກ​ມາ​ຫາ​ວິ​ທະ​ຍາ​ໄລ ເນ​ວາ​ດາ ລັ​ສ ເວ​ກັ​ສ ​ກ່າວ​ວ່າ
“ມັນຄ້າຍ​ກັບ​ວ່າ ເປັນ​ພວກ​ຜູ້​ເຖົ້າຜູ້​ແກ່ ທີ່​ເປັນ​ອຳ​ມະ​ພາດ ແລະ​ການ​ນຳ​ເອົາ​ພວກ
​ຜູ້​ຄົນເຂົ້າ​ໄປ​ສົນ​ໃຈ ພົວ​ພັນ ເຂົ້າ​ທັງ​ສອງ​ຝ່າຍ.”

ນັ້ນ​ແມ່ນ​ຫຼັກ​ຖານ​ພິ​ຍານ​ຂອງ​ພວກ​ປ່ອນ​ບັດ ທີ່​ສ​ຳ​ພາດກັບ​ພວກ​ທີ່​ສະ​ນັບ​ສະ​ໜຸນ​
ທ່ານ​ທ​ຣຳໃນ​ລັດຄາລີ​ຟໍ​ເນຍ.

ທ່ານ​ທອມ​ມັ​ສ ແວ​ສ​ລີ ຜູ້​ສະ​ນັບ​ສະ​ໜຸນ​ທ່ານ​ທ​ຣຳ ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ເຫັນ​ພ້ອມ​ກັບ​
ຫຼາຍ​ສິ່ງ​ຢ່າງ ທີ່​ທ່ານ​ໄດ້ກະ​ທຳ​ມາ, ບໍ່​ແມ່ນໝົດ​ທຸກ​ເລື້ອງດອກ, ແຕ່​ວ່າ ໃນ​ຫຼາຍ​ສິ່ງ​
ຫຼາຍ​ຢ່າງທີ່​ທ່ານ​ໄດ້ກະທຳ​ລົງ​ໄປ​ນັ້ນ. ຂ້າ​ພະ​ເຈົ້າ​ຄິດ​ວ່າ ທ່ານ​ໄດ້​ນຳ​ມາ​ຊຶ່ງ​ຜົນ
\​ປະ​ໂຫຍດ​ໃຫ້​ປະ​ເທດ​ຊາດ​ຂອງ​ພວກ​ເຮົາ, ທັງ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ນຳ.”

ແລະ​ດ້ວຍ​ພວກ​ທີ່​ຕຳ​ນິ​ຕິ​ຕຽນ​ທ່ານ ໃນ​ນິວ ຢອກ ຊຶ່ງກ່າວ​ວ່າ “ແມ່ນ​ແລ້ວ, ພວກ​ເຮົາ​
ຫວັງ​ວ່າ ທ່ານ​ຄົງ​ຈະ​ຝັນ​ຮ້າຍ ຈາກການ​ເລີ້ມ​ຕົ້ນ​ຂອງ​ການ​ທີ່​ທ່ານ​ຟື້ນ​ຕືນ. ກ່ອນ​ອື່ນ​
ໝົດຈາກ​ການ​ຍຶດ​ຄືນ​ສະ​ພາ​ຕ່ຳ ແລະ​ໃນ​ອີກ​ສອງ​ປີ ຕໍ່​ໜ້າຈະ​ຍຶດ​ເອົາ​ສະ​ພາ​ສູງ​ແລະ
​ທຳ​ນຽບຂາວ. ລາ​ກ່ອນ​ທ່ານ​ທ​ຣຳ.”

ສຸດ​ທ້າຍ​ແລ້​ສ ທ່ານ​ທ​ຣຳ ແມ່ນ​ບັນ​ຫາ​ສຳ​ຄັນ​ຂອງ​ທັງ​ສອງ​ຝ່າຍ, ຊຶ່ງ​ນັກ​ວິ​ໂຄະທ່ານ​ນາງ
ຄາ​ປຣີ ຄາ​ຟາ​ໂຣ ໄດ້​ກ່າວ​ໄປ.

ທ່ານ​ນາງຄາ​ປຣີ ຄາ​ຟາ​ໂຣ ກ່າວ​ວ່າ “ມັນ​ມີ​ຄວາມ​ກະ​ຕື​ລື​ລົ້ນ ທັງ​ສອງ​ຝ່າຍ ທີ່​ຂ້າ​ພະ​ເຈົ້າ​
ຄິດ​ວ່າ ພວກ​ເຮົາ​ເຫັນ​ການ​ແຂ່ງ​ຂັນ​ທີ່​ສູ​ສີ​ກັນ ໃນ​ທົ່ວ​ທັງ​ຫຼາຍໆ​ເຂດ ທີ່ຖືກ​ບົ່ງ​ຊີ້​ວ່າ
ເປັນ​ການ​ແຂ່ງ​ຂັນ​ທີ່ຈະ​ໄປ​ທາງ​ໃດ​ກໍ​ໄດ້ ໃນ​ທົ່ວ​ປະ​ເທດ.”

ທ່ານ​ທ​ຣຳ ແລະ​ພັກ​ເດ​ໂມ​ແຄ​ຣັດ ປັດ​ຈຸ​ບັນ​ນີ້ ປະ​ເຊີນ​ໜ້າ​ກັບ​ຄຳ​ຖາມ​ໃໝ່ ພວກ​ເຂົາ​ເຈົ້າ​
ທັງ​ສອງ ສາ​ມາດ​ທີ່​ຈະ​ເຮັດ​ວຽກ​ຮ່ວມ​ກັນ​ໄດ້​ບໍ ເຖິງ​ແມ່ນ​ວ່າ ທັງ​ສອງ​ຝ່າຍ​ເລີ້ມ​ຕຽມ​ການ
​ເພື່ອ​ການ​ແຂ່ງຂັນ​ເລືອກ​ຕັ້ງປະ​ທາ​ນາ​ທິ​ບໍ​ດີ​ຮອບ​ໜ້າ ໃນ​ພຽງ​ແຕ່​ອີກ 2 ປີ ເ​ທົ່າ​ນັ້ນ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຜູ້​ລົງ​ປ່ອນ​ບັດ ເອົາ​ບັດ​ເລືອກ​ຕັ້ງ​ປ່ອນ​ລົງ​ໃນຕູ້​ ໃນ ໂບດຣູ​ເຕີ​ເຣັນ ​ເ​ຊັງຕ໌ ພອ​ລ ໃນ​ເມືອງ​ແລນ​ຊິ່ງ ຕາ​ເວັນ​ອອກ, ລັດ​ມິ​ຊິ​ເກນ, 6 ພະ​ຈິກ 2018.
ຜູ້​ລົງ​ປ່ອນ​ບັດ ເອົາ​ບັດ​ເລືອກ​ຕັ້ງ​ປ່ອນ​ລົງ​ໃນຕູ້​ ໃນ ໂບດຣູ​ເຕີ​ເຣັນ ​ເ​ຊັງຕ໌ ພອ​ລ ໃນ​ເມືອງ​ແລນ​ຊິ່ງ ຕາ​ເວັນ​ອອກ, ລັດ​ມິ​ຊິ​ເກນ, 6 ພະ​ຈິກ 2018.

XS
SM
MD
LG