ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ອົງການສິ້ງຊອມ ປະຊາທິປະໄຕ ສຫລ ເຕືອນວ່າ ປະຊາທິປະໄຕ ຢູ່ເຂດພາກກາງ ແລະ ຕາເວັນອອກ ຂອງຢູໂຣບ ສັ່ນຄອນ ຫລາຍ


ສະມາຊິກຂອງກຸ່ມນາຊີໃໝ່ ຫລື Neo-Nazi ພາກັນໂຊມຊຸມນຸມ ຢູ່ນະຄອນ Budapest ຂອງຮັງກາຣີ (ພາບຖ່າຍວັນທີ 8 ກຸມພາ 2020)
ສະມາຊິກຂອງກຸ່ມນາຊີໃໝ່ ຫລື Neo-Nazi ພາກັນໂຊມຊຸມນຸມ ຢູ່ນະຄອນ Budapest ຂອງຮັງກາຣີ (ພາບຖ່າຍວັນທີ 8 ກຸມພາ 2020)

ຢູ່ໃນບົດລາຍງານຫລ້າສຸດຂອງຕົນນັ້ນ ອົງການສິ້ງຊອມດ້ານປະຊາທິປະໄຕ Freedom House ທີ່ຕັ້ງຢູ່ໃນສະຫະລັດເຕືອນວ່າ “ມີການສັ່ນຄອນທາງດ້ານ ປະຊາທິປະໄຕຢ່າງບໍ່ໜ້າເຊື່ອເລີຍ” ຢູ່ທົ່ວເຂດພາກກາງ ຂອງທະວີບຢູໂຣບ, ເຂດແຫລມບອລຄ່ານ ແລະເຂດຕໍ່ກັນ ລະຫວ່າງທະວີບຢູໂຣບ ແລະເອເຊຍ ເນື່ອງຈາກວ່າ ບັນດາຜູ້ນໍາຫລາຍຄົນ ຢູ່ໃນຂົງເຂດດັ່ງກ່າວ ພະຍາຍາມທີ່ຈະ ກໍາຈັດການກວດກາໃດໆ ຕໍ່ອໍານາດຂອງພວກເຂົາເຈົ້າ ທີ່ຍັງຄົງຄ້າງຢູ່ໃຫ້ໝົດ ໄປ.

“ມີຜູ້ນໍາຈໍານວນບໍ່ໜ້ອຍຢູ່ໃນເຂດພາກກາງຢູໂຣບ ແລະຢູໂຣບຕາເວັນອອກ ໄດ້ ຢຸດເຊົາ ແມ່ນແຕ່ການເຮັດແບບເປັນຮູບການ ວ່າເຂົາເຈົ້າປົກຄອງ ຕາມຫລັກ ຂອງປະຊາທິປະໄຕ. ພວກເຂົາເຈົ້າໂຈມຕີແບບໂຈ່ງແຈ້ງຕໍ່ສະຖາບັນດ້ານປະຊາ ທິປະໄຕຕ່າງໆແລະກໍາລັງປະຕິບັດງານເພື່ອຈໍາກັດເສລີພາບຂອງບຸກຄົນ,” ນັ້ນ ຄືຄໍາເວົ້າຂອງກຸ່ມດັ່ງກ່າວນີ້ ຢູ່ໃນບົດລາຍງານປະຈໍາປີກ່ຽວກັບບັນດາປະເທດທີ່ ຢູ່ໃນໄລຍະຂ້າມຜ່ານ ທີ່ໄດ້ພິມເຜີຍແຜ່ອອກມາໃນວັນທີ 6 ພຶດສະພາວານນີ້.

ບົດລາຍງານດັ່ງກ່າວເວົ້າວ່າ ການໂຈມຕີດັ່ງກ່າວຕໍ່ບັນດາສະຖາບັນປະຊາທິປະ ໄຕອາດຈະຖືກກະຕຸ້ນ ໃຫ້ເພີ້ມຂຶ້ນ ຍ້ອນການລະບາດລະດັບໂລກຂອງໄວຣັສ ໂຄໂຣນາທີ່ກໍາລັງມີຢູ່ໃນເວລານີ້ກໍເປັນໄດ້ ແຕ່ທ່ານ ໄມໂຄ ອາແບຣມໂມວິດສ໌ (Michael Abramowitz), ປະທານຂອງອົງການສິ້ງຊອມດ້ານປະຊາທິປະໄຕ Freedom House ກໍເວົ້າວ່າ ວິກິດການດ້ານສາທາລະນະສຸກ ຍັງສ້າງໃຫ້ມີ “ຈຸດຕໍ່າສຸດ” ຊຶ່ງຈະເຮັດໃຫ້ສິ່ງຕ່າງໆ ທີ່ຕາມມານັ້ນ ອາດຈະກັບກາຍໄປສູ່ສະ ພາບທີ່ຮ້າຍແຮງຂຶ້ນຫລາຍ ຖ້າບໍ່ດັ່ງນັ້ນ ແລ້ວປະຊາທິປະໄຕກໍອາດຈະມີພະລັງ ຄືນມາໃໝ່ໄດ້.

ທ່ານອາແບຣມໂມວິດສ໌ ເວົ້າວ່າ ຄວາມຫວັງກໍຄືວ່າ ປະສົບການຂອງການລະ ບາດຂອງພະຍາດ “ຈະສະແດງໃຫ້ເຫັນເຖິງຄວາມສໍາຄັນຂອງການປົກຄອງ ທີ່ ມີຄວາມໂປ່ງໃສ ແລະມີຄວາມຮັບຜິດຊອບ ແລະເຮັດໃຫ້ເປັນສິ່ງກະຕຸ້ນຄວາມ ຮຽກຮ້ອງໃຫ້ມີການປ່ຽນແປງໃໝ່ຂຶ້ນ.”

ອົງການ Freedom House ກ່າວວ່າ ຈໍານວນປະເທດທີ່ມີປະຊາທິປະໄຕທີ່ ນອນຢູ່ໃນ 29 ປະເທດທີ່ມີຊື່ຢູ່ໃນບົດລາຍງານນັ້ນ ແມ່ນມີແຕ່ 10 ປະເທດ ເທົ່ານັ້ນ ຊຶ່ງເປັນຈໍານວນຕໍ່າທີ່ສຸດຢ່າງບໍ່ເຄີຍມີມາກ່ອນ ຢູ່ໃນການລາຍງານ ຂອງຕົນ.

ຄະແນນດ້ານປະຊາທິປະໄຕສໍາລັບຂົງເຂດນັ້ນ ໂດຍສະເລ່ຍແລ້ວ ປະເທດທີ່ ຖືກປະເມີນນັ້ນ ແມ່ນໄດ້ຫລຸດລົງມາເປັນປີທີ 16 ຕິດຕໍ່ກັນແລ້ວ.

ບົດລາຍງານນັ້ນ ຍັງເວົ້າອີກວ່າ ການຫລຸດລົງຂອງການປະຕິຮູບດ້ານປະຊາທິ ປະໄຕ ໄດ້ສະແດງໃຫ້ເຫັນ ຜ່ານການຄວບຄຸມດັດແປງໂຄງປະກອບ ໃນການ ເລືອກຕັ້ງທີ່ເຮັດໃຫ້ຜູ້ທີ່ດໍາລົງຕໍາແໜ່ງຢູ່ໄດ້ປຽບຈົນເກີນໄປ, ບັນດາສະພາແມ່ນ ບໍ່ໄດ້ຮັບຄວາມສົນໃຈ ໂດຍການເກືອດຫ້າມຝ່າຍຄ້ານລັດຖະບານບໍ່ໃຫ້ເຂົ້າຮ່ວມ ແລະ ທໍາການລະດົມເຮັດໃຫ້ຂ່າວສານອິດສະຫລະ ແລະປະຊາສັງ ຄົມມີຄວາມ ເຊື່ອມເສຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG