ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄວຣັສໂຄວິດ-19 ສາຍພັນແດລຕາ ໜ້າເປັນຫ່ວງທີ່ສຸດ ຫາກແຕ່ວ່າ ຢາວັກຊີນທັງຫຼາຍ ຍັງມີປະສິດທິພາບຢູ່


ພວກຜູ້ໂດຍສານ ໃສ່ໜ້າກາກປິດດັງປິດປາກ ຍ້ອນພະຍາດ Covid-19, ກຳລັງພາກັນເຂົ້າໄປສະຖານີລົດໄຟໃຕ້ດິນ Oxford Circus London ໃນນະຄອນຫຼວງລອນດອນ, ວັນທີ 7 ມິຖຸນາ 2021.
ພວກຜູ້ໂດຍສານ ໃສ່ໜ້າກາກປິດດັງປິດປາກ ຍ້ອນພະຍາດ Covid-19, ກຳລັງພາກັນເຂົ້າໄປສະຖານີລົດໄຟໃຕ້ດິນ Oxford Circus London ໃນນະຄອນຫຼວງລອນດອນ, ວັນທີ 7 ມິຖຸນາ 2021.

ໄວຣັສໂຄວິດ-19 ສາຍພັນແດລຕາ ແມ່ນຕິດແປດກັນໄວຂຶ້ນແລະຮ້າຍແຮງຂຶ້ນຫຼາຍກວ່າສາຍພັນອາລຟາ ທີ່ໄດ້ຖືກພົບເຫັນຄັ້ງງທຳອິດ ຢູ່ໃນສະຫະຣາຊະອາ ນາຈັກອັງກິດ ອີງຕາມການຄົ້ນຄວ້າໃໝ່.

ຂ່າວດີກໍແມ່ນວ່າ ຢາວັກຊີນທັງຫຼາຍຍັງຕໍ່ຕ້ານມັນໄດ້ຢູ່ ແຕ່ວ່າການສຶກສາຄົ້ນ ຄວ້າດັ່ງກ່າວ ບອກວ່າ ຂ້ອນຂ້າງບໍ່ຄ່ອຍດີປານໃດ.

ທ່ານບີລ ເຮເນັດຈ໌ ອາຈານສອນໂຣກລະບາດວິທະຍາ ຢູ່ໂຮງຮຽນສາທາລະນະສຸກ T.H. Chan ຂອງສູນກາງ ເພື່ອການສຶກສາ ດ້ານການປ່ຽນແປງຂອງພະ ຍາດຕິດຕໍ່ ທີ່ມະຫາວິທະຍາໄລຮາເວີດ ໄດ້ກ່າວວ່າ “ໄວຣັສແດລຕາ ເປັນສາຍພັນທີ່ເຮັດໃຫ້ມີຄວາມເປັນຫ່ວງຫຼາຍກວ່າໝູ່ໃນທົ່ວໂລກ.”

ໃນຂະນະທີ່ການເຂົ້າເຖິງຢາວັກຊີນນັ້ນ ກຳລັງດຳເນີນໄປຢ່າງຊ້າໆ ນອກເໜືອຈາກປະເທດທີ່ຮັງມີທັງຫຼາຍ ຢູ່ນັ້ນ ທ່ານວີລລຽມ ພາວເດີລີ (William Powderly) ຜູ້ອຳນວຍການສະຖາບັນເພື່ອສາທາລະນະສຸກ ຢູ່ມະຫາວິທະຍາ ໄລ ວໍໍຊິງຕັນ ໃນນະຄອນ ເຊັນ ລູອິສ ໄດ້ກ່າວວ່າ “ໂລກໂດຍສ່ວນໃຫຍ່ແລ້ວ ຍັງຄົງມີຄວາມສ່ຽງຫຼາຍເປັນພິເສດ.”

ໄວຣັສສາຍພັນແດລຕາ ໄດ້ຖືກພົບເຫັນຄັ້ງທຳອິດ ຢູ່ໃນອິນເດຍ. ມັນເປັນໄປໄດ້ສູງວ່າ ເປັນສາເຫດເຮັດໃຫ້ເກີດການລະບາດຮ້າຍແຮງຂະໜາດໃຫຍ່ ຢູ່ໃນປະເທດດັ່ງກ່າວ ຊຶ່ງໄດ້ສ້າງປະຫວັດທີ່ໜ້າເສົ້າໃຈສຳລັບການສູນເສຍຊີວິດຫຼາຍທີ່ສຸດໃນແຕ່ລະວັນຂອງປະເທດໃດໆ.

ເມື່ອມັນແຜ່ລະບາດໄປຍັງສະຫະຣາຊະອານາຈັກອັງກິດ ມັນກໍແຊງໜ້າໄວຣັສສາຍພັນອາລຟາທີ່ຕິດແປດຢ່າງວ່ອງໄວຢູ່ແລ້ວນັ້ນ ພາຍໃນບໍ່ເທົ່າໃດອາທິດ. ໄວຣັສແດລຕາ ບັດນີ້ເປັນສາເຫດເຮັດໃຫ້ມີການຕິດເຊື້ອລາຍໃໝ່ຢູ່ໃນອັງກິດເຖິງ 90 ເປີເຊັນ ອີງຕາມຕົວເລກຂອງລັດຖະບານ.

ທ່ານອາຊີສ ເຊກຄ໌ ອາຈານສອນການປະຖົມພະຍາບານ ຢູ່ມະຫາວິທະຍາໄລ ແອດິນເບີກ ໄດ້ກ່າວວ່າ “ຄວາມໄວທີ່ມັນແຜ່ລະບາດນັ້ນ ເປັນທີ່ໜ້າຕື່ນຕົກໃຈແທ້ໆເລີຍ.”

ໄວຣັສສາພັນໃໝ່ນັ້ນ ຍັງໄດ້ກໍ່ໃຫ້ເກີດກໍລະນີຂອງພະຍາດໂຄວິດ-19 ທັງຫຼາຍຮ້າຍແຮງໜັກຂຶ້ນຕື່ມ. ໃນການສຶກສາຄົ້ນຄວ້າທີ່ໄດ້ພິມອອກເຜີຍແຜ່ເມື່ອວັນຈັນຜ່ານມາ ໃນວາລະສານ ແລນເສັດ (Lancet) ທ່ານເຊກຄ໌ ແລະເພື່ອນຮ່ວມງານທັງຫຼາຍ ໄດ້ພົບເຫັນວ່າ 85 ເປີເຊັນຂອງພວກຄົນປ່ວຍ ທີ່ຕິດເຊື້ອໄວຣັສແດລຕາ ເປັນໄປໄດ້ສູງທີ່ຈະໄດ້ເຂົ້າຮັກສາຢູ່ໂຮງໝໍຫຼາຍກວ່າ ຖ້າຫາກພວກເຂົາຕິດເຊື້ອໄວຣັສອາລຟາ “ຊຶ່ງເປັນເລື້ອງທີ່ໜ້າເປັນຫ່ວງແທ້ໆ” ດັ່ງທີ່ທ່ານໄດ້ກ່າວນັ້ນ.

The delta variant of the COVID-19 virus is more infectious and more virulent than the alpha variant first identified in the United Kingdom, according to new research.

The good news is that vaccines still work against it, though somewhat less well, the studies say.

"Delta is a much more concerning variant globally, even than the other variants," said Bill Hanage, associate professor of epidemiology at Harvard T.H. Chan School of Public Health’s Center for Communicable Disease Dynamics.

As vaccine access moves at a snail's pace outside of wealthier countries, "much of the world remains extraordinarily vulnerable," said William Powderly, director of the Institute for Public Health at Washington University in St. Louis.

The delta variant was first identified in India. It is likely responsible for that country's explosive outbreak, which has set grim world records for the most deaths per day of any country.

When it spread to the U.K., it overtook the fast-spreading alpha variant in a matter of weeks. Delta now causes 90% of new infections in the U.K., according to government figures.

https://www.gov.uk/government/news/confirmed-cases-of-covid-19-variants-identified-in-uk

"The speed by which it spread is pretty alarming, really," said Aziz Sheikh, professor of primary care at the University of Edinburgh.

The variant also causes more serious cases of COVID-19. In a study published Monday in The Lancet journal, Sheikh and colleagues found that patients infected with delta were 85% more likely to be hospitalized than they would if infected with alpha, "which is really of concern," he said.

https://www.thelancet.com/journals/lancet/article/PIIS0140-6736(21)01358-1/fulltext

XS
SM
MD
LG