ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີການ​ຕໍ່​ຕ້ານ ແລະ ຄວາມໂສກເສົ້າ ຫຼັງຈາກຜູ້ປະທ້ວງ ໃຫ້ປະຕິຮູບ ສະຖາບັນກະສັດ ຂອງໄທ ທີ່ໄດ້ຖືກຄຸມຂັງ ເສຍຊີວິດ ຍ້ອນການອົດອາຫານ


ພວກນັກເຄື່ອນໄຫວໄທ ຕັ້ງທຽນໄຂ ໃນລະຫວ່າງການໄວ້ອາໄລແກ່ ນາງ ເນດຕິພອນ ສະເໜ່ສັງຄົມ ໃນບາງກອກ ເມື່ອວັນທີ 14 ພຶດສະພາ 2024.
ພວກນັກເຄື່ອນໄຫວໄທ ຕັ້ງທຽນໄຂ ໃນລະຫວ່າງການໄວ້ອາໄລແກ່ ນາງ ເນດຕິພອນ ສະເໜ່ສັງຄົມ ໃນບາງກອກ ເມື່ອວັນທີ 14 ພຶດສະພາ 2024.

ການ​ຕໍ່​ຕ້ານແລະຄວາມໂສກເສົ້າໄດ້ຫລັ່ງໄຫລອອກມາໃນວັນອັງຄານວານນີ້ ຫຼັງຈາກທີ່ນັກເຄື່ອນໄຫວເພື່ອປະຊາທິປະໄຕ ອາຍຸ 28 ປີ ຜູ້ທີ່ຖືກຄຸມຂັງໃນ ຂະນະລໍຖ້າການດຳເນີນຄະດີ ໝິ່ນປະມາດກະສັດທີ່ມີອຳນາດຂອງໄທນັ້ນ ໄດ້ເສຍຊີວິດຍ້ອນຫົວໃຈລົ້ມແຫຼວ ລຸນຫຼັງທີ່ໄດ້ອົດກິນອາຫານເພື່ອປະທ້ວງ ເປັນເວລາສອງເດືອນ.

ນາງ ເນດຕິພອນ ສະເໜ່ສັງຄົມ ຫຼືທີ່ຮູ້ຈັກກັນດີໃນຊື່ຫຼິ້ນວ່າ “ບຸ້ງ” ເປັນຜູ້ນຳ ໄວລຸ້ນຂອງກຸ່ມສະໜັບສະໜຸນປະຊາທິປະໄຕ ທະລຸວັງ ທີ່ມີຊື່ສຽງ ເຊິ່ງນາງ ໄດ້ພົ້ນເດັ່ນຂຶ້ນມາໃນລະຫວ່າງການປະທ້ວງຕໍ່ຕ້ານລັດຖະບານ ໃນຊຸມປີ 2020 ຫາ 2022 ແລະຮຽກຮ້ອງດ້ວຍນ້ຳສຽງທີ່ຮຸນແຮງໃຫ້ປະຕິຮູບສະຖາບັນກະສັດ ທີ່ເຫັນກັນວ່າ ບໍ່ສາມາດແຕະຕ້ອງໄດ້ ກ່ອນທີ່ການໂຮມຊຸມນຸມຫຼາຍຄັ້ງ ໄດ້ເຮັດໃຫ້ປະເທດຕົກຕ່ຳລົງ.

ນາງບຸ້ງ ໄດ້ໃຊ້ເວລາຢູ່ໃນການຖືກຄຸມຂັງ ເພື່ອລໍຖ້າການດຳເນີນຄະດີ ມາເປັນເວລາເກືອບສີ່ເດືອນ ແລ້ວກໍໄດ້ເຂົ້າສູ່ການປະທ້ວງດ້ວຍການອົດອາຫານ ໄລຍະເວລາສອງເດືອນ ຕາມທີ່ບັນດາທະນາຍຄວາມຂອງນາງໄດ້ກ່າວ.

ກົມດັດສ້າງຂອງໄທ ໄດ້ເປີດເຜີຍຖະແຫລງການສະບັບນຶ່ງ ທີ່ກ່າວວ່າ ນາງບຸ້ງ ໄດ້ເຂົ້າສູ່ພາວະຫົວໃຈວາຍ ໃນຕອນເຊົ້າວັນອັງຄານວານນີ້ ແລະ “ບໍ່ຕອບສະ ໜອງຕໍ່ການຮັກສາປິ່ນປົວເລີຍ ເຊິ່ງໄດ້ນຳໄປສູ່ການເສຍຊີວິດຢ່າງສະຫງົບ ໃນເວລາ 11 ໂມງ 22 ນາທີ ຕາມເວລາໃນທ້ອງຖິ່ນ.” ກົມດັດສ້າງໄດ້ໃຫ້ຄຳໝັ້ນສັນຍາທີ່ຈະທຳການສັນນະສູດສົບຢ່າງລະອຽດ.

ມີການຈັດພິທີໄຕ້ທຽນໄວ້​ອາ​ໄລໃນ ບາງກອກ ແລະເມືອງຕ່າງໆຂອງຈັງວັດຊຽງ ໃໝ່ ແລະ ຈັງ​ຫວັດລຳປາງທາງພາກເໜືອ ໃນຕອນຄ່ຳຂອງວັນອັງຄານວານນີ້ ຂະນະທີ່ຂະ​ບວນການເຄື່ອນ​ໄຫວເພື່ອປະຊາທິປະໄຕ ໄດ້ພາກັນຕື່ນຕົກໃຈທີ່ໄດ້ ຮັບຂ່າວການເສຍຊີວິດຂອງຍິງສາວດັ່ງກ່າວນັ້ນ.

ຢູ່ດ້ານນອກຂອງສານອາຍາໃນບາງກອກ ຜູ້ໄວ້ອາໄລຫຼາຍສິບຄົນ ໄດ້ເຕົ້າໂຮມ ກັນອ້ອມ​ສະ​ຖານ​ທີ່​ຈູດ​ທຽນ​ໄວ້​ອາ​ໄລຂະ​ໜາດ​ໃຫຍ່ ທີ່ເຮັດເປັນຮູບຊື່ຂອງນາງ ບຸ້ງ.

Defiance and grief poured out Tuesday after a 28-year-old democracy activist in pretrial detention for allegedly defaming Thailand's powerful monarchy died from heart failure after a two-month hunger strike.

Netiporn Sanesangkhom, better known by her nickname “Bung,” was a prominent youth leader of pro-democracy group Thaluwang, which emerged during anti-government protests in 2020-22 and was strident in its calls for reform of the monarchy, an institution seen as untouchable before those rallies rocked the country.

She was detained and denied bail in January on charges including royal defamation after she was accused of conducting two public polls on the monarchy as protests raged across Thailand, according to Thai Lawyers for Human Rights.

She spent nearly four months in detention awaiting trial, entering a hunger strike for the last two months of that period, her lawyers said.

The Corrections Department released a statement saying she went into cardiac arrest Tuesday morning and “wasn’t responsive to the treatment, which led her to die peacefully at 11:22 a.m.” It promised a thorough autopsy.

Candlelit memorials were held in Bangkok and the northern cities of Chiang Mai and Lampang on Tuesday night as a stunned democracy movement digested the news of the young woman's death.

Outside the Criminal Court in Bangkok several dozen mourners gathered around a large candle memorial in the shape of Bung's name.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG