ໃນແລງຂອງວັນທີ 15 ທັນວາ 2012, ຢູ່ຖະໜົນທີ່ມີລົດສັນຈອນໄປມາຢ່າງຫຼວງຫຼາຍໃນນະຄອນຫຼວງວຽງຈັນນັ້ນ, ທ່ານ ສົມບັດ ສົມພອນ, ຜູ້ສະໜັບສະໜູນຊາວນາທີ່ທຸກຍາກຂອງປະເທດຂອງທ່ານ, ໄດ້ຫາຍສາບສູນໂດຍບໍ່ມີຮ່ອງຮອຍ.
ໃນພາບທີ່ຖືກຖ່າຍໂດຍກ້ອງວົງຈອນປິດ ທີ່ຕັ້ງຢູ່ແຄມທາງນັ້ນ, ທ່ານ ສົມບັດ ໄດ້ຖືກກັກຢູ່ປ້ອມຕຳຫຼວດ, ຍ່າງລົງຈາກລົດຈິບຂອງລາວ ແລະ ຂຶ້ນລົດກະບະທີ່ໄດ້ພາລາວໜີໄປ.
ພັນລະຍາຂອງທ່ານ, ທ່ານນາງ ຊຸຍ ເມັງ ອຶ້ງ, ຜູ້ທີ່ໄດ້ຂັບລົດກັບບ້ານເພື່ອຮັບປະທານອາຫານຄ່ຳ ກັບທ່ານ ສົມບັດ ທີ່ຢູ່ທາງໜ້າທ່ານ ໃນລົດອີກຄັນນຶ່ງນັ້ນ, ແມ່ນບໍ່ໄດ້ເຫັນ ແລະ ໄດ້ຍິນຈາກທ່ານອີກເລີຍ. ສີບປີຕໍ່ມາ, ທ່ານນາງຍັງຮຽກຮ້ອງຄຳຕອບ ກ່ຽວກັບ ການສົງໄສໃນລັກພາຕົວຈາກພວກເຈົ້າໜ້າທີ່ລາວ, ຜູ້ທີ່ໄດ້ປະຕິເສດການຮູ້ເຫັນໃດໆ ກ່ຽວກັບຊະຕາກຳຂອງທ່ານ. ແລະພາໃຫ້ມີການຫັນຄວາມສົນໃຈໄປໃສ່ຫຼາຍຮ້ອຍກໍລະນີໃນການຖືກບັງຄັບໃຫ້ຫາຍສາບສູນຢູ່ໃນທົ່ວຂົງເຂດເອເຊຍຕາເວັນອອກສຽງໃຕ້.
ອົງການສະຫະປະຊາຊາດ ໃຫ້ຄຳນິຍົມກ່ຽວກັບຄຳວ່າການບັງຄັບໃຫ້ຫາຍສາບສູນນັ້ນວ່າ ເປັນການຈັບກຸມ ຄຸມຂັງ ຫຼືລັກພາໂຕໂດຍເຈົ້າໜ້າທີ່ຂອງລັດ ຫລືໂດຍພວກລູກສະໝຸນ ແລະການປະຕິເສດບໍ່ຍອມຮັບຮູ້ຂອງລັດຫຼືເປີດເຜີຍໃຫ້ຮູເຖິງຊະຕາກຳຂອງຜູ້ເຄາະຮ້າຍ. ກຸ່ມລາຍງານກ່ຽວກັບການບັງຄັບຫາຍສາບສູນ ຂອງອົງການສະຫະປະຊາຊາດໄດ້ນັບ 1,303 ກໍລະນີທີ່ບໍ່ໄດ້ຖືກແກ້ໄຂ ໃນທົ່ວພາກພື້ນນັບຕັ້ງແຕ່ເດືອນພຶດສະພາປີນີ້.
ໃນປະເທດລາວ, ທ່ານນາງ ອຶ້ງ ກ່າວວ່າ ພວກເຈົ້າໜ້າທີ່ບໍ່ໄດ້ໃຫ້ຂໍ້ມູນໃໝ່ຕໍ່ລາວ ກ່ຽວກັບ ກໍລະນີຂອງທ່ານ ສົມບັດ ແລະ ໄດ້ປະຕິເສດທີ່ຈະພົບກັບລາວນັບຕັ້ງແຕ່ປີ 2017. ຖ້າລາວສາມາດປະເຊີນໜ້າກັບເຂົາເຈົ້າອີກ, ລາວກ່າວວ່າລາວຈະບອກເຂົາເຈົ້າ ໃນສິ່ງທີ່ລາວໄດ້ເວົ້າເປັນເວລາ 10 ປີທີ່ຜ່ານມາ.
ທ່ານນາງໄດ້ກ່າວໃນການສຳພາດກັບວີໂອເອວ່າ “ບອກຂ້ອຍກ່ຽວກັບສິ່ງທີ່ໄດ້ເກີດຂຶ້ນກັບ ສົມບັດ, ບອກຂ້ອຍຄວາມຈິງ, ບອກຂ້ອຍວ່າ ຕອນນີ້ລາວຢູ່ໃສ. ຖ້າລາວໄດ້ກໍ່ອາຊະຍາກຳໃດໆ, ກະລຸນາຕັ້ງຂໍ້ກ່າວຫາລາວ ອີງຕາມກົດໝາຍ. ນັ້ນໄດ້ເປັນການຂໍຮ້ອງຂອງຂ້ອຍ. ມີແຕ່ບອກຄວາມຈິງຕໍ່ຂ້ອຍ, ມີແຕ່ໃຫ້ຂ້ອຍຮູ້ວ່າ ສົມບັດ ຢູ່ໃສ ແລະ ລາວໄດ້ເຮັດຫຍັງ.”
ທ່ານນາງ ອຶ້ງ ໄດ້ກ່າວຕື່ມວ່າ “ການມີຊີວິດຢູ່ກັບຊະຕາກຳ ທີ່ລຶກລັບຂອງທ່ານ ສົມບັດ ແມ່ນບໍ່ດີຫຼາຍ.”
ທ່ານນາງໄດ້ກ່າວວ່າ “ເຈົ້າມີຊີວິດຢູ່ກັບສິ່ງທີ່ບໍ່ມີໃຜຮູ້ຈັກນີ້, ຝາເປົ່າທີ່ເຈົ້າກຳລັງຈ້ອງເບິ່ງ, ແລະ ບໍ່ມີຂໍ້ມູນໃດໆ, ບໍ່ມີການຮູ້ຈັກ ກ່ຽວກັບ ສິ່ງທີ່ໄດ້ເກີດຂຶ້ນກັບລາວເລີຍ, ບໍ່ມີການຮູ້ຈັກວ່າລາວຍັງມີຊີວິດຢູ່ຫຼືບໍ່, ແລະຖ້າລາວຍັງມີຊີວິດ ລາວແມ່ນຢູ່ໃນສະຖານະການໃດ. ນີ້ແມ່ນສິ່ງທີ່ຂ້ອຍໄດ້ຊັ່ງຊາ ໃນຄວາມຄິດຂອງຂ້ອຍ ເປັນເວລາ 10 ປີທີ່ຜ່ານມາ.”
ຈາກການໄດ້ຮັບການສຶກສາໃນລາວ ແລະ ສະຫະລັດ, ທ່ານ ສົມບັດ ໄດ້ອຸທິດຊີວິດອາຊີບຂອງທ່ານໃນການສິດສອນເຕັກນິກໃໝ່ໃຫ້ຊາວນາລາວ ແລະ ວິທີທີ່ຈະໃຫ້ຄວາມເຫັນຂອງເຂົາເຈົ້າ ໃນການພັດທະນາຂອງຊຸມຊົນ ຂອງເຂົາເຈົ້າ. ທ່ານໄດ້ຮັບລາງວັນການພັດທະນາ ຊັບພະຍາກອນມະນຸດ ຂອງອົງການສະຫະປະຊາຊາດໃນປີ 2001 ແລະ ລາງວັນເຣມັອນ ແມັກໄຊໄຊ ທີ່ມີກຽດຂອງເອເຊຍ ສຳລັບການນຳພາຊຸມຊົນສີ່ປີຕໍ່ມາ.
ກ່ອນການຫາຍຕົວໄປຂອງທ່ານ, ທ່ານ ສົມບັດ ກໍໄດ້ສະແດງຄວາມສົງໄສຕໍ່ຂໍ້ຕົກລົງທີ່ດິນ ທີ່ໄດ້ຮັບການໜູນຫຼັງໂດຍລັດຖະບານຈຳນວນນຶ່ງ ທີ່ໄດ້ເຮັດໃຫ້ ຫຼາຍຄອບຄົວທີ່ບໍ່ມີເຮືອນຢູ່ບໍ່ໄດ້ຮັບຫຍັງ ຫຼື ບໍ່ໄດ້ຮັບການຊົດເຊີຍ. ໃນປະເທດຄອມມູນິສຂະໜາດນ້ອຍ, ນຶ່ງພັກການເມືອງດຽວຄື ລາວ, ທ່ານນາງ ອຶ້ງ ໄດ້ກ່າວວ່າ ລາວບໍ່ເຊື່ອວ່າພວກເຈົ້າໜ້າທີ່ຈະບໍ່ສາມາດຕາມຫາທ່ານ ສົມບັດ, ຫຼື ຊອກຮູ້ສິ່ງທີ່ໄດ້ເກີດຂຶ້ນກັບທ່ານ ຖ້າເຂົາເຈົ້າຢາກເຮັດ ແລະ ເອີ້ນການສືບສວນສອບສວນຂອງເຂົາເຈົ້າວ່າ “ຫຼອກລວງ.”
ທ່ານນາງ ອັງຄະນາ ນີລະໄພຈິດ, ຜູ້ສະໜັບສະໜູນສິດທິມະນຸດ ໄທ ແລະ ສະມາຊິກຂອງກຸ່ມລາຍງານຂອງອົງການສະຫະປະຊາຊາດໄດ້ກ່າວວ່າ ພາບກ້ອງວົງຈອນປິດໄດ້ສະໜອງຂໍ້ມູນທີ່ແຂງແກ່ນຢ່າງບໍ່ປົກກະຕິສຳລັບກໍລະນີການບັງຄັບໃຫ້ຫາຍສາບສູນ.
ທ່ານນາງໄດ້ກ່າວວ່າ “ຈາກປະສົບການຂອງຂ້າພະເຈົ້າ, ເກືອບທຸກກໍລະນີແມ່ນບໍ່ມີຫຼັກຖານ ເຂົາເຈົ້າບໍ່ມີຮູບ, ເຂົາເຈົ້າບໍ່ມີພາບວິດີໂອ. ແຕ່ສຳລັບທ່ານ ສົມບັດ ຂ້າພະເຈົ້າຄິດວ່າມັນຂ້ອນຂ້າງຊັດເຈນ. ພວກເຮົາມີຫຼັກຖານ ທ່ານຖືກບອກໃຫ້ຢຸດຢູ່ປ້ອມຕຳຫຼວດ ແລະ ຫຼັງຈາກນັ້ນ ທ່ານກໍໄດ້ຫາຍສາບສູນ.”
ທ່ານນາງເວົ້າວ່າ ພວກເຈົ້າໜ້າທີ່ອ້າງວ່າເຂົາເຈົ້າບໍ່ຮູ້ຈັກຫຍັງ ກ່ຽວກັບ ສິ່ງທີ່ເກີດຂຶ້ນ ຫຼັງຈາກນັ້ນ, ເຊິ່ງໄດ້ສະແດງໃຫ້ເຫັນການຂາດຄວາມຈິງໃຈ ແລະ ຄວາມໂປ່ງໃສ.”
ວີໂອເອແມ່ນບໍ່ສາມາດຕິດຕໍ່ຫາຕຳຫຼວດລາວສຳລັບຄຳເຫັນ. ການໂທລະສັບຫາໂຄສົກລັດຖະບານຫຼາຍຄັ້ງກໍບໍ່ໄດ້ຖືກຮັບສາຍ.
ຈາກ 1,303 ກໍລະນີທີ່ບໍ່ໄດ້ຖືກແກ້ໄຂ ກ່ຽວກັບ ການບັງຄັບຫາຍສາບສູນທີ່ຖືກນັບໂດຍອົງການສະຫະປະຊາຊາດ ໃນເອເຊຍຕາເວັນອອກສຽງໃຕ້ນັ້ນ, ມີພຽງສອງປະເທດເທົ່ານັ້ນຄື ຟີລິບປິນ ແລະ ຕີມໍເລັສເຕ, ເຊິ່ງກ່ອນໜ້າທີ່ເປັນສ່ວນນຶ່ງຂອງອິນໂດເນເຊຍ, ແມ່ນຮັບຜິດຊອບຕໍ່ 3 ສ່ວນ 4 ຂອງກໍລະນີທັງໝົດ. ສ່ວນໃຫຍ່ແມ່ນຢ້ອນກັບຄືນໄປຫຼາຍທົດສະວັດ.
ແຕ່ທ່ານນາງ ອັງຄະນາ, ເຊິ່ງສາມີຂອງລາວເອງ, ທ່ານ ສົມໃຈ ນີລະໄພຈິດ, ໄດ້ຫາຍສາບສູນ ພາຍໃຕ້ສະຖານະການທີ່ໜ້າສົງໄສ ໃນປະເທດ ໄທ ເມື່ອປີ 2004 ນັ້ນ, ໄດ້ກ່າວວ່າ ການບັງຄັບຫາຍສາບສູນແມ່ນຍັງຄົງເກີດຂຶ້ນໃນທົ່ວພາກພື້ນ. ຈາກ 11 ປະເທດເອເຊຍຕາເວັນອອກສຽງໃຕ້ນັ້ນ, ມີພຽງ ບຣູໄນ ແລະ ສິງກະໂປ ແມ່ນບໍ່ມີກໍລະນີທີ່ໂດດເດັ່ນ, ແລະ ບາງປະເທດແມ່ນໄດ້ມີກໍລະນີໃໝ່ ເກີດໃນສອງສາມປີທີ່ຜ່ານມາ.
ທ່ານນາງ ອັງຄະນາ ໄດ້ກ່າວຕື່ມວ່າ “ຕົວເລກຢ່າງເປັນທາງການ, ແມ່ນມີຄວາມເປັນໄປໄດ້ສູງວ່າເປັນ “ປາຍຂອງມັນເທົ່ານັ້ນ,” ໃນຂະນະທີ່ຫຼາຍຄອບຄົວ ແມ່ນຢ້ານຫຼາຍທີ່ຈະຜິດກັບພວກເຈົ້າໜ້າທີ່ດຽວກັນທີ່ຖືກສົງໄສ ກ່ຽວກັບ ການກໍ່ການລັກພາຕົວ ທີ່ຈະລາຍງານກໍລະນີນັ້ນ.
ຄວາມຢ້ານກົວແມ່ນນຶ່ງໃນຫຼາຍເຫດຜົນທີ່ລັດຖະບານຍັງຄົງເຮັດມັນຢູ່, ອີງຕາມການກ່າວຂອງທ່ານນາງ ເຄເທຍ ຈີຣິສຊີ (Katia Chirizzi), ຮອງຫົວໜ້າຫ້ອງການສິດທິມະນຸດສະຫະປະຊາຊາດທີ່ຮັບຜິດຊອບສຳລັບເອເຊຍຕາເວັນອອກສຽງໃຕ້.
ທ່ານນາງໄດ້ກ່າວຢູ່ງານແຫ່ງນຶ່ງໃນ ບາງກອກ ເພື່ອລະນຶກເຖິງວັນຄົບຮອບການລັກພາຕົວທີ່ຖືກສົງໄສຂອງທ່ານສົມບັດເມື່ອວັນອັງຄານທີ່ຜ່ານມາວ່າ “ໃນເອເຊຍຕາເວັນອອກສຽງໃຕ້ ການປະຕິບັດດັ່ງກ່າວດັ້ງເດີມແລ້ວຖືກໃຊ້ໂດຍລັດເພື່ອ ປິດປາກຄູ່ແຂ່ງທາງການເມືອງ ຫຼື ການອອກສຽງທີ່ສຳຄັນ.”
ທ່ານນາງກ່າວຕື່ມວ່າ “ແນ່ນອນ, ການບັງຄັບຫາຍສາບສູນແມ່ນມັກຖືກໃຊ້ເພື່ອກະຈາຍຄວາມຢ້ານກົວ ແລະ ສົ່ງຂໍ້ຄວາມທີ່ແຮງຕໍ່ບຸກຄົນອື່ນໆ ຜູ້ທີ່ກ້າອອກສຽງຂອງເຂົາເຈົ້າຕໍ່ບັນຫາທີ່ສຳຄັນ ກ່ຽວກັບ ຜົນປະໂຫຍດ ແລະ ບັນຫາສາທາລະນະ.” ທ່ານນາງກ່າວຕື່ມວ່າ, ຜູ້ເຄາະຮ້າຍມີນັບຕັ້ງແຕ່ຜູ້ປ້ອງກັນສິດທິມະນຸດຫາ “ນັກອະນຸລັກສິ່ງແວດລ້ອມ, ນັກເຄື່ອນໄຫວສັງຄົມ ແລະ ການເມືອງ ພວກຕ້ອງຕິລັດຖະບານ, ທະນາຍຄວາມ ແລະ ນັກຂ່າວ.”
ທ່ານນາງ ສິຣິພອນ ໃຈເພັດ, ຜູ້ຈັດງານອາສາສະໝັກຊາວໜຸ່ມໄທ ທີ່ຊ່ວຍດຳເນີນໂຄງການ ສົມບັດ ສົມພອນ ແລະນອກເໜືອຈາກນັ້ນ, ເຊິ່ງສະໜັບສະໜູນເພື່ອຄວາມເປັນທຳສຳລັບທ່ານ ສົມພອນ ແລະ ຜູ້ເຄາະຮ້າຍຄົນອື່ນໆ ທີ່ຖືກບັງຄັບຫາຍສາບສູນກ່າວວ່າ “ເຂົາເຈົ້າພະຍາຍາມທີ່ຈະເຮັດໃຫ້ນັກເຄື່ອນໄຫວຄົນອື່ນໆຢ້ານ.”
ທ່ານນາງກ່າວຕໍ່ວີໂອເອວ່າ “ຖ້າຄົນນຶ່ງຫາຍສາບສູນ, ແນ່ນອນ ຄົນອື່ນໆຈະຄິດວ່າເຂົາເຈົ້າຈະຕາມມາຫາພວກເຮົາໄວໆນີ້.”
ທ່ານນາງ ອຶ້ງ ແມ່ນບໍ່ຢ້ານ.
ທ່ານນາງໄດ້ສືບຕໍ່ອາໄສຢູ່ ແລະ ເຮັດວຽກໃນປະເທດ ລາວ ແລະ ໄດ້ເດີນທາງມາ ບາງກອກ ອາທິດນີ້ເພື່ອສືບຕໍ່ປູກຈິດສຳນຶກ ກ່ຽວກັບ ການບັງຄັບຫາຍສາບສູນສາມີຂອງທ່ານນາງ ແລະ ຄົນອື່ນໆ, ແລະ ເພື່ອຮຽກຮ້ອງຄຳຕອບ. ທ່ານນາງໄດ້ພົບປະກັບບັນດານັກການທູດຕ່າງປະເທດໃນວັນພຸດທີ່ຜ່ານມາ, ຊ່ວຍນຳພາການຊຸມນຸມຢູ່ນອກສະຖານທູດ ລາວ ເມື່ອຕອນເຊົ້າວັນພະຫັດ, ແລະ ໄດ້ເຂົ້າຮ່ວມໃນຫຼາຍງານທີ່ສະເຫຼີມສະຫຼອງວຽກງານຂອງທ່ານ ສົມບັດ ໃນຕອນບ່າຍ.
ທ່ານນາງໄດ້ກ່າວວ່າຫຼາຍຄົນໄດ້ຮຽກຮ້ອງໃຫ້ລາວຍອມແພ້.
ທ່ານນາງ ອຶ້ງ ໄດ້ກ່າວ, ໃນຂະນະທີ່ຍັງຮັກສາຄວາມຫວັງຢູ່ ເຊິ່ງລາວຈະບໍ່ໄດ້ເຫັນທ່ານສົມບັດອີກແລ້ວວ່າ “ແຕ່ຂ້ອຍເຮັດແນວນັ້ນບໍ່ໄດ້. ມັນບໍ່ຖືກ. ຂ້ອຍເຮັດແບບນັ້ນຕໍ່ຕົນເອງບໍ່ໄດ້. ຂ້ອຍເຮັດແນວນັ້ນກັບສົມບັດບໍ່ໄດ້. ຂ້ອຍຕ້ອງສືບຕໍ່ຖາມ ແລະ ພະຍາຍາມຊອກຫາຄວາມຈິງ.”
ທ່ານນາງໄດ້ກ່າວວ່າ “ຄືກັບຜູ້ເຄາະຮ້າຍທຸກຄົນ, ຄອບຄົວຂອງຜູ້ທີ່ໄດ້ຫາຍສາບສູນ, ພວກເຮົາໄດ້ສູດມົນ, ພວກເຮົາມີຄວາມຫວັງ. ມັນແມ່ນຄວາມຫວັງທີ່ຂ້ອຍຈະຊອກລາວເຫັນ ແລະ ລາວຈະກັບຄືນມາ, ທີ່ມັນໄດ້ເຮັດໃຫ້ຂ້ອຍເຮັດຕໍ່ໄປ, ຕື່ນຂຶ້ນມາທຸກເຊົ້າ ແລະ ພະຍາຍາມດຳເນີນໄປຕໍ່, ໃຊ້ຊີວິດໄປຕໍ່, ດຳເນີນຊີວິດຂອງຂ້ອຍຕໍ່ໄປ.”