ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີການ​ຂາດ​ສະ​ຖຽນ​ລະ​ພາບ ແລະ ເສຍຊີວິດ ເພີ້ມຂຶ້ນທົ່ວພູມີພາກ​ເຂດຊາແຮລ, ທະ​ວີບ​ອາ​ຟ​ຣິ​ກາ ໃນປີ 2022 ນີ້


Violence, Instability Increased Across Western Sahel in 2022
please wait

No media source currently available

0:00 0:03:31 0:00

ລາຍງານກ່ຽວກັບ ການເພີ້ມຂຶ້ນຂອງການ​ຂາດ​ສະ​ຖຽນ​ລະ​ພາບແລະ ມີການເສຍຊີວິດເພີ້ມ​ຂຶ້ນ ໃນທົ່ວພູມີພາກ​ເຂດຊາແຮລ ຂອງ ທະ​ວີບ​ອາ​ຟ​ຣິ​ກາ​ໃນປີ 2022.

ປະເທດຕ່າງໆໃນພູມິພາກຊາແຮລ (Sahel) ທາງທິດຕາເວັນຕົກຂອງທະວີບອາຟຣິາກາ ລວມທັງຂົງເຂດ ເບີກີນາ ຟາໂຊ, ມາລີ ແລະໄນເຈີ ໄດ້ພົບເຫັນຈໍານວນຜູ້ເສຍຊີວິດທີ່ເພີ້ມຂຶ້ນຮອດ 50 ເປີເຊັນ ເຊິ່ງເປັນຜົນມາຈາກຄວາມຂັດແຍ້ງ ໃນປີ 2022, ອີງຕາມຈໍານວນໂຕເລກຈາກໂຄງການກ່ຽວກັບຂໍ້ມູນຄວາມຂັດແຍ້ງຂອງຂົງເຂດຕິດອາວຸດ ແລະຊ່ວງເວລາໃນການເກີດເຫດ. ເນື່ອງຈາກການແຜ່ຂະຫຍາຍຂອງຄວາມຮຸນແຮງ ເຊັ່ນດຽວກັບການມີອິດທິພົນຂອງຣັດເຊຍ ແລະຄວາມບໍ່ໝັ້ນຄົງທາງການເມືອງ ດ້ວຍການເພີ້ມຂຶ້ນຂອງການກໍ່ລັດຖະປະຫານ ສົ່ງຜົນໃຫ້ມີຜູ້ຍົກຍ້າຍຈາກຖິ່ນຖານເປັນຈໍານວນຫຼາຍ. ເຮັນຣີ ວີລກິນສ໌ (Henry Wilkins) ມີລາຍງານກ່ຽວກັບເລື້ອງນີ້ຈາກນະຄອນຫຼວງນິອາເມ ຂອງປະເທດໄນເຈີ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ເມື່ອຄວາມຂັດແຍ້ງຢູ່ໃນຂົງເຂດຊາແຮລຕາເວັນຕົກ ກ້າວເຂົ້າສູ່ປີທີ 11, ເຊິ່ງເລີ້ມຕົ້ນຈາກການກໍ່ລັດຖະປະຫານໃນປະເທດມາລີ ເມື່ອປີ 2012, ຄວາມຮຸນແຮງດັ່ງກ່າວຍິ່ງທະວີຄວາມຮ້າຍແຮງຂຶ້ນ. ໂຄງການກ່ຽວກັບຂໍ້ມູນຄວາມຂັດແຍ້ງຂອງຂົງເຂດຕິດອາວຸດ ແລະຊ່ວງເວລາໃນການເກີດເຫດ ສະແດງໃຫ້ເຫັນວ່າ ມີການເສຍຊີວິດຈາກຄວາມຂັດແຍ້ງ ໃນປີ 2022 ເພີ້ມຂຶ້ນຮອດ 9,000 ຄົນ, ເຊິ່ງເພີ້ມຈາກ 6,000 ຄົນໃນປີກ່ອນໜ້ານັ້ນ.

ບັນດານັກວິເຄາະກ່າວວ່າ ຫຼາຍປະເທດຢູ່ໃນຂົງເຂດຊາແຮລ ມີຄວາມຮູ້ສຶກເມື່ອຍຫຼາຍ ເນື່ອງຈາກຄວາມຂັດແຍ້ງທີ່ຮຸນແຮງຂຶ້ນ, ແລະພວກເຂົາກໍກໍາລັງຊອກຫາຄູ່ຮ່ວມພາຄີຕ່າງປະເທດໃໝ່ ເພື່ອແກ້ໄຂບັນຫາຕ່າງໆ.

ບາງຄົນທີ່ອາໄສຢູ່ໃນຂົງເຂດດັ່ງກ່າວເຊັ່ນ ທ່ານບາຊີຣູ ອູດຣາວໂກ (Bachirou Ouedraogo), ເຊິ່ງເປັນນັກຈິດຕະກອນແຕ້ມຮູບ ແລະເປັນນັກຕົກແຕ່ງຢູ່ໃນ ເບີກີນາ ຟາໂຊ ເຊື່ອວ່າ ຣັດເຊຍ ຍັງຄົງຈະມີວິທີແກ້ໄຂຄວາມບໍ່ໝັ້ນຄົງຢູ່ເບີກີນາ ຟາໂຊ. ເຊິ່ງທ່ານ ອູດຣາວໂກ ກ່າວເປັນພາສາຝຣັ່ງວ່າ:

“ເບີກີນາ ຟາໂຊ ເປັນຄູ່ພາຄີກັບປະເທດຝຣັ່ງ ເປັນເວລາຫຼາຍປີແລ້ວ. ຖ້າປະເທດຝຣັ່ງ ຫາກຕ້ອງການທີ່ຈະຊ່ວຍເຫຼືອປະເທດ ເລື້ອງການກໍ່ການຮ້າຍນັ້ນ, ພວກເຂົາເຈົ້າຄວນຈະດໍາເນີນການ ຕັ້ງແຕ່ດົນແລ້ວ.” ທ່ານອູດຣາວໂກ ກ່າວຕື່ມວ່າ “ຖ້າພວກທ່ານເປັນຄູພາຄີກັບຜູ້ໃດຜູ້ນຶ່ງ ທີ່ບໍ່ໄດ້ຊ່ວຍເຫຼືອພວກທ່ານ ແກ້ໄຂບັນຫາແຕ່ຢ່າງໃດ ທ່ານກໍຕ້ອງຕັດພວກເຂົາອອກ ແລະຊອກຫາຄູ່ພາຄີຄົນໃໝ່ ທີ່ສາມາດຊ່ວຍພວກທ່ານໄດ້. ດ້ວຍເຫດຜົນດັ່ງກ່າວມານີ້ ຈຶ່ງເຮັດໃຫ້ ເບີກີນາ ຟາໂຊ ຄິດວ່າ ພວກເຂົາຕ້ອງຫັນໄປຫາ ຣັດເຊຍ.”

ໃນປີ 2022, ຝຣັ່ງສິ້ນສຸດປະຕິບັດການຢູ່ໃນບາຣຄານ (Barkhane), ເຊິ່ງເປັນການແຊກແຊງທາງດ້ານການທະຫານ ທີ່ມີຖານທັບໃນປະເທດ ມາລີ, ໃນຂະນະທີ່ຄວາມບໍ່ນິຍົມຂອງປະຊາກອນເພີ້ມສູງຂຶ້ນເລື້ອຍໆ ແລະສາຍສຳພັນເລີ້ມຊຸດໂຊມລົງກັບລັດຖະບານທະຫານ.

ປັດຈຸບັນ, ຝຣັ່ງກໍາລັງຍ້າຍປະຕິບັດການທາງທະຫານຂອງພວກເຂົາເຈົ້າ ຢູ່ໃນຂົງເຂດຊາແຮລ ຮອດປະເທດໄນເຈີ.

ໃນປະເທດມາລີ, ກອງກໍາລັງທະຫານຂອງຝຣັ່ງໄດ້ຖືກແທນທີ່ ໂດຍທະຫານຮັບຈ້າງ ຈາກກຸ່ມແວັກເນີ (Wagner) ເຊິ່ງເປັນອົງກອນການທະຫານຂອງຣັດເຊຍ, ໂດຍຖືກກ່າວຫາວ່າ ມີການລະເມີດສິດທິມະນຸດ ແລະເພີ້ມຄວາມຮຸນແຮງຫຼາຍຂຶ້ນກວ່າ ການປ້ອງກັນຂອງພວກເຂົາ.

ໃນເບີກີນາ ຟາໂຊ, ມີການປະທ້ວງທັງນິຍົມຣັດເຊຍ ແລະຕໍ່ຕ້ານຝຣັ່ງ ພ້ອມທັງມີການໂຈມຕີສະຖາບັນແລະທຸລະກິດທີ່ຝຣັ່ງເປັນເຈົ້າຂອງ ກໍໄດ້ກາຍມາເປັນເລື້ອງທໍາມະດາໄປແລ້ວ ນັບຕັ້ງແຕ່ພວກທະຫານໄດ້ກໍ່ລັດຖະປະຫານເປັນຄັ້ງທີສອງພາຍໃນນຶ່ງປີ ທີ່ໄດ້ເກີດຂຶ້ນໃນເດືອນກັນຍາ.

ທັງລັດຖະບານທະຫານຂອງມາລີ ແລະລັດຖະບານທະຫານເບີກີນາ ໄດ້ອ້າງວ່າ ເປັນຍ້ອນລັດຖະບານຊຸດກ່ອນ ທີ່ບໍ່ມີຄວາມສາມາດໃນການແກ້ໄຂຄວາມບໍ່ໝັ້ນຄົງດັ່ງກ່າວ.

ເມື່ອຖືກຖາມວ່າ ແລ້ວຄວາມຂັດແຍ້ງໃນປີ 2023 ຈະພັດທະນາໄປແນວໃດ, ທ່ານໄມໂຄລ ເຊີກິນ (Michael Shurkin), ເຊິ່ງເປັນນັກວິເຄາະຈາກ 14 ຍຸດທະສາດທາງພາກເໜືອ ບອກກັບ VOA ວ່າ:

“ແມ່ນຫຍັງຄືສິ່ງທີ່ຍັງຄົງຈະຕ້ອງຕິດຕາມຕໍ່ໄປ ເພື່ອເບິ່ງວ່າ ແມ່ນຫຍັງຄືສິ່ງທີ່ຈະເກີດຂຶ້ນ, ໃນຂະນະທີ່ປະຊາກອນຂອງປະເທດມາລີ ພົບເຫັນວ່າ ຫຼາຍໆສິ່ງຊຸດໂຊມລົງຫຼາຍຂຶ້ນ ເຖິງແມ່ນຈະມີຫຼາຍໆຢ່າງ. ເບີກີນາຟາໂຊ, ຂ້າພະເຈົ້າມີຄວາມກັງວົນກ່ຽວກັບມັນຢ່າງຍິ່ງ. ຂ້າພະເຈົ້າຄິດວ່າ ເມື່ອຄຳນຶງເຖິງລະດັບຂອງບັນຫາໃນເບີກີນາຟາໂຊ ແລ້ວ ຂ້າພະເຈົ້າຄິດວ່າ ພວກເຂົາຕ້ອງການຄວາມຊ່ວຍເຫຼືອຈາກນານາຊາດຫຼາຍຂຶ້ນ. ຂ້າພະເຈົ້າຢາກເຫັນ ລັດຖະບານສະຫະລັດ ເຂົ້າມາມີສ່ວນຮ່ວມ ໃນການຊ່ວຍເຫຼືອລັດຖະບານຂອງເບີກີນາ ຫຼາຍຂຶ້ນ.”

ບັນດານັກວິເຄາະຍັງໄດ້ຕັ້ງຂໍ້ສັງເກດວ່າ ການໂຈມຕີກໍ່ການຮ້າຍ ແມ່ນເພີ້ມຂຶ້ນຢູ່ໃນພູມິພາກທິດເໜືອຂອງ ກົດດີວົວ, ການາ, ໂຕໂກ ແລະເບນິນ ຕາມແນວຊາຍແດນຂອງເບີກີນາ ຟາໂຊ ແລະໄນເຈີ.

ອີງຕາມການລາຍງານຂອງກຸ່ມລົນນະລົງຕ່າງໆ ພົບວ່າ ເສລີພາບໃນດ້ານການຂ່າວ ໄດ້ຫຼຸດລົງ, ໂດຍມີບັນດາຜູ້ປະກາດຂ່າວສາກົນ ແລະບັນດານັກຂ່າວ ທີ່ໄດ້ຖືກຫ້າມບໍ່ໃຫ້ເຂົ້າ ເບີກີນາ ຟາໂຊ ແລະມາລີ.

ໃນຂະນະດຽວກັນ, ກຸ່ມສິດທິມະນຸດ ແລະກຸ່ມລົນນະລົງເພື່ອເສລີພາບໃນການຂ່າວ ໃນທ້ອງຖິ່ນ ກ່າວວ່າ ສິດທິມະນຸດ ກໍຍັງຄົງໄດ້ຮັບຜົນກະທົບເຊັ່ນດຽວກັນ.

ທ່ານດາອູດາ ດີອາໂລ (Daouda Diallo), ເປັນຜູ້ບໍລິຫານຂອງກຸ່ມສິດທິມະນຸດຂອງເບີກີນາ, ເຊິ່ງເປັນກຸ່ມຕໍ່ຕ້ານການຖືກຍົກເວັ້ນໂທດ ແລະການມີມົນທິນຢູ່ໃນຊຸມຊົນໂດຍລວມ, ກ່າວວ່າ:

“ຕ້ອງຂໍກ່າວແບບແຈ່ມແຈ້ງວ່າ ນັບຕັ້ງແຕ່ເດືອນມັງກອນ ຮອດປັດຈຸບັນນີ້.... ພວກເຮົາສັງເກດເຫັນຄວາມເສົ້າໂສກ ແລະຄວາມຂື່ນຂົມຢ່າງຍິ່ງ, ໃນຂະນະທີ່ສະຖານະການດ້ານຄວາມໝັ້ນ ຄົງຍັງຄົງສືບຕໍ່ຊຸດໂຊມລົງເລື້ອຍໆ. ຄຽງຄູ່ໄປກັບສະຖານະການຄວາມໝັ້ນຄົງທີ່ຊຸດໂຊມລົງຢູ່ນີ້ ກໍມີການລະເມີດສິດທິມະນຸດຫຼວງຫຼາຍ.”

ໃນເບີກີນາ ຟາໂຊ, ລັດຖະບານທະຫານຊຸດໃໝ່ ກ່າວວ່າ ຕົນພວກເກນເອົາອາສາສະໝັກທີ່ເປັນພົນລະເຮືອນ ຕື່ມອີກ 30,000 ຄົນ ເພື່ອຕໍ່ສູ້ກັບການກໍ່ການຮ້າຍ. ແຕ່ກຸ່ມປົກປ້ອງສິດທິມະນຸດກ່າວວ່າ ພວກອາສາສະໝັກເຫຼົ່ານັ້ນ ກໍາລັງດໍາເນີນການລະເມີດສິດທິມະນຸດຫຼາຍຂຶ້ນ ໂດຍຕົກຢູ່ໃນກຳມືຂອງພວກນັກເກນຄົນ ເຂົ້າກຸ່ມກໍ່ການຮ້າຍ.

ເວົ້າລວມແລ້ວ. ມີປະຊາຊົນຫຼາຍກວ່າ 2 ລ້ານ 5 ແສນຄົນຕ້ອງໄດ້ພັດພາກຈາກຖິ່ນຖານ ຍ້ອນສະຖານະການຄວາມຂັດແຍ້ງໃນເຂດຊາແຮລ.

ອ່ານບົດລາຍງານນີ້ເປັນພາສາອັງກິດ

XS
SM
MD
LG