ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈຳນວນ ​ຜູ້​ເສຍ​ຊີວິດ ຍ້ອນ​ຕຶກພັງ ​ຢູ່ອິນເດຍ ເພີ້ມຂື້ນ ເປັນ 47 ຄົນ (ວີດີໂອ)


INDIA BUILDING COLLAPSE VO
please wait

No media source currently available

0:00 0:00:33 0:00

ຈຳນວນ​ຜູ້​ເສຍ​ຊີວິດ ຈາກຕຶກອາຄານພັງ​ລົງ​ມາ​ ຢູ່ທີ່​ເມືອງ
Chennai ທາງ​ພາກ​ໃຕ້ອິນ​ເດຍໄດ້​ເພີ້​ມຂຶ້ນເປັນ 47 ຄົນຂະ
ນະທີ່ຄວາມ​ຫວັງໃນການຈະພົບເຫັນຜູ້​ທີ່​ອາດຍັງ​ມີ​ຊີວິດ​ລອດ
ຢູ່ນັ້ນ ຄ່ອຍໆໝົດໄປ.

ຫລາຍສົບ​ໄດ້​ພົບ​ພໍ້​ໃນ​ວັນ​ພຸດ​ວານ​ນີ້ ຢູ່​ໃນຊາກຂອງ​ຕຶກ​ 11 ຊັ້ນ
ທີ່ໄດ້ພັງ​ລົງ​ມາ​ໃນ​ວັນ​ເສົາແລ້ວນີ້ ຢູ່​ທີ່​ລັດ Tamil Nadu ຫລັງຈາກໄດ້ເກີດ​ຝົນຕົກ​ໜັກ.

ບັນດາ​ຜູ້​ກູ້​ໄພ ​ໄດ້​ຊ່ວຍເອົາ 27 ຄົນ​ທີ່​ຍັງ​ມີ​ຊີວິດ​ຢູ່ ອອກ​ມາ ຫລັງ​ຈາກ​ຕຶກ​ໄດ້​ຫັກ​ພັງລົງ​ມາ.

ຕຳຫລວດ​ໄດ້​ຈັບ​ກຸ​ມ ​ເຈົ້າ​ໜ້າ​ທີ່ຂອງບໍລິສັດ​ກໍ່ສ້າງ 6 ຄົນ ​ໃນ​ຂໍ້​ຫາຄວາມປະ ໝາດທາງ
ອາຍາ ​ແລະ​ລະເມີດ​ກົດ​ລະບຽບ​ການກໍ່​ສ້າງ​ຕຶກອາຄານ.

ພວກ​ເຈົ້າ​ໜ້າ​ທີ່ ຍັງ​ສືບຕໍ່ຊອກ​ຫາ​ສາ​ເຫດ ທີ່ເຮັດໃຫ້ຕຶກອາຄານດັ່ງກ່າວພັງລົງ ມາ.

ການປະຕິບັດແບບບໍ່ເຂັ້ມງວດແລະການບັງຄັບໃຊ້ທີ່ບໍ່ຄ່ອຍດີພໍກ່ຽວກັບມາດຕະຖານໃນ
ການ​ກໍ່ສ້າງ ທ່າມກາງ​ຄວາມ​ຮຽກຮ້ອງ​ຕ້ອງການ​ເຮືອນ​ຊານທີ່ມີເພີ້ມຂຶ້ນ ​ໄດ້​ເປັນ​ຜົນ​ເຮັດ
ໃຫ້ມີຕຶກອາຄານພັງຢູ່​ເລື້ອຍໆແລະເຮັດໃຫ້ມີຜູ້ເສຍຊີວິດ​ ໃນ​ທົ່ວ ປະເທດ​ອິນ​ເດຍ.

The death toll in a building collapse in the southern Indian city of Chennai has risen to 47, as hopes of finding any more survivors fade.

More bodies were found Wednesday in the rubble of the 11-story building, which collapsed Saturday in the state of Tamil Nadu following heavy rains.

Rescuers pulled 27 people out alive after the collapse.

Police have arrested six construction company officials for alleged criminal negligence and violation of building codes.

Officials continue to search for the cause of the collapse.

Lax and poorly enforced construction standards amid booming demand for housing have resulted in frequent and deadly collapses across India.

XS
SM
MD
LG