ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຢ່າງໜ້ອຍ 6 ຄົນຖືກຍິງຕາຍ ຂະນະທີ່ສຽງປືນດັງຂຶ້ນ ທ່າມກາງການປະທ້ວງ ໃນນະຄອນຫຼວງເບຣຸດ ຂອງເລບານອນ


ກອງກຳລັງໜ່ວຍພິເສດຂອງກອງທັບເລບານອນ ພາກັນຊ່ອຍພວກນາຍຄູ ຂະນະທີ່ຫລົບໜີ ການປະທະກັນຢ່າງຮ້າຍແຮງທີ່ລະເບີດຂຶ້ນຢູ່ໃກ້ກັບໂຮງຮຽນ ຊຶ່ງເປັນເຂດແນວໜ້າຂອງສົງຄາມກາງເມືອງໃນຊ່ວງປີ 1975-90 ລະຫວ່າງ ຊາວມຸສລິມນິກາຍຊີໄອ ແລະຊາວຄຣິສຕຽນຢູ່ທີ່ Ain el-Remaneh, ໃນນະຄອນຫຼວງເບຣຸດຂອງເລບານອນ, ວັນທີ 14 ຕຸລາ 2021.
ກອງກຳລັງໜ່ວຍພິເສດຂອງກອງທັບເລບານອນ ພາກັນຊ່ອຍພວກນາຍຄູ ຂະນະທີ່ຫລົບໜີ ການປະທະກັນຢ່າງຮ້າຍແຮງທີ່ລະເບີດຂຶ້ນຢູ່ໃກ້ກັບໂຮງຮຽນ ຊຶ່ງເປັນເຂດແນວໜ້າຂອງສົງຄາມກາງເມືອງໃນຊ່ວງປີ 1975-90 ລະຫວ່າງ ຊາວມຸສລິມນິກາຍຊີໄອ ແລະຊາວຄຣິສຕຽນຢູ່ທີ່ Ain el-Remaneh, ໃນນະຄອນຫຼວງເບຣຸດຂອງເລບານອນ, ວັນທີ 14 ຕຸລາ 2021.

ຢ່າງໜ້ອຍ 6 ຄົນໄດ້ຖືກຍິງຕາຍ ແລະອີກ 20 ຄົນໄດ້ຮັບບາດເຈັບໃນວັນພະ ຫັດວານນີ້ ຂະນະທີ່ສຽງປືນດັງຂຶ້ນ ຢູ່ໃນນະຄອນຫຼວງຂອງເລບານອນ ທ່າມ ກາງການປະທ້ວງຕໍ່ຕ້ານການສືບສວນສອບສວນຂອງຜູ້ພິພາກສາທ່ານນຶ່ງ ໃນເຫດການລະເບີດຮ້າຍແຮງ ຢູ່ທີ່ທ່າເຮືອເມື່ອປີກາຍນີ້.

ນາຍົກລັດຖະມົນຕີ ນາຈິບ ມິຄາຕີ ໄດ້ຮຽກຮ້ອງໃຫ້ກັບຄືນສູ່ຄວາມສະຫງົບແລະຊຸກຍູ້ໃຫ້ປະຊາຊົນ “ຢ່າຖືກດຶງເຂົ້າສູ່ສົງຄາມກາງເມືອງ.” ກອງທັບໄດ້ເຕືອນວ່າ ຕົນຈະເປີດສາກຍິງໃສ່ຜູ້ໃດກໍຕາມດ້ວຍລູກປືນແທ້.

ຍັງບໍ່ເປັນທີ່ຈະແຈ້ງວ່າ ແມ່ນຫຍັງທີ່ກໍ່ໃຫ້ເກີດຄວາມຮຸນແຮງ ໃນວັນພະຫັດວານນີ້.

ພວກຜູ້ສະໜັບສະໜຸນກຸ່ມຫົວຮຸນແຮງເຮສໂບລາ (Hezbolla) ແລະພວກພັນ ທະມິດຂອງເຂົາເຈົ້າ ໄດ້ພາກັນໄປເຕົ້າໂຮມກັນຢູ່ໃກ້ກັບຫ້ອງການກະຊວງຍຸຕິທຳ ໃນນະຄອນຫຼວງເບຣຸດເພື່ອໂຮມຊຸມນຸມຕໍ່ຕ້ານຜູ້ພິພາກສາທ່ານທາເຣັກ ບິຕາຣ (Tarek Bitar). ພວກກຸ່ມດັ່ງກ່າວໄດ້ຮຽກຮ້ອງໃຫ້ປົດຜູ້ພິພາສາທ່ານນີ້ອອກ ໂດຍກ່າວຫາທ່ານວ່າ ໄດ້ດຳເນີນການສືບສວນສອບສວນທີ່ເຈາະຈົງໃສ່ເຈົ້າໜ້າທີ່ບາງຄົນ ເພາະເລື້ອງການເມືອງ.

ກຸ່ມເຮສໂບລາ ແລະກຸ່ມຂະບວນການອາມາລ ນິກາຍຊີໄອທີ່ເປັນພັນທະມິດນັ້ນ ໄດ້ຖິ້ມໂທດໃນການໂຈມຕີ ໃສ່ຝ່າຍ ກຸ່ມກຳລັງຂອງເລບານອນ ຫຼືທີ່ເອີ້ນຫຍໍ້ວ່າ LF ຊຶ່ງເປັນພັກການເມືອງຂອງຊາວຄຣິສຕຽນ.

ພັກ LF ໄດ້ປະຕິເສດຕໍ່ການມີສ່ວນກ່ຽວຂ້ອງ ແລະໄດ້ກ່າວວ່າ ກຸ່ມເຮສໂບລາ “ຍຸແຍ່” ໃຫ້ມີການຕໍ່ຕ້ານຜູ້ພິພາກສາ ທີ່ນໍາໄປສູ່ຄວາມຮຸນແຮງນັ້ນ.

ລັດຖະມົນຕີກະຊວງພາຍໃນ ທ່ານບັສຊາມ ມາວລາວີ (Bassam Mawlawi) ໄດ້ກ່າວວ່າ ພວກຄົນທີ່ໄດ້ຖືກຂ້າຕາຍທັງໝົດ ແມ່ນມາຈາກຝ່າຍນຶ່ງ, ໂດຍເປັນການຊີ້ໃຫ້ເຫັນວ່າ ພວກເຂົາແມ່ນຊາວຊີໄອ.

ໃນຖະແຫລງການສະບັບນຶ່ງ ຜູ້ປະສານງານພິເສດຂອງສະຫະປະຊາຊາດຮັບ ຜິດຊອບເລບານອນ ທ່ານນາງໂຢອານນາ ວຣອນເນັກກາ (Joanna Wronecka) ໄດ້ເນັ້ນຢໍ້າເຖິງຄວາມຈໍາເປັນທີ່ບັນດາຜູ້ນໍາຂອງເລບານອນ ໃຫ້ລຳດັບບູລິມະສິດໃນຜົນປະໂຫຍດແກ່ພົນລະເມືອງຂອງຕົນ ທ່າມກາງຄວາມບໍ່ສະຫງົບຢູ່ນີ້.

ທ່ານນາງ ວຣອນເນັກກາ ໄດ້ກ່າວວ່າ “ການນຳເອົາເລບານອນອອກມາຈາກວິກິດການໃນປັດຈຸບັນນີ້ ແລະກ້າວໄປສູ່ການປະຕິຮູບ ຈະຕ້ອງໄດ້ອາໄສການທຳງານ ຢ່າງມີປະສິດທິພາບຂອງສະພານິຕິບັນຍັດ ຝ່າຍບໍລິຫານ ແລະສະຖາບັນຕຸລາການ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG