ພວກເຈົ້າໜ້າທີ່ ຢູ່ໃນເຂດພາກຕາເວັນຕົກສຽງໃຕ້ຂອງປາກິສຖານ ໄດ້ກ່າວໃນວັນພຸດວານນີ້ວ່າ ລະເບີດຂ້າງຖະໜົນທີ່ໄດ້ແຕກຂຶ້ນ ເຮັດໃຫ້ມີຜູ້ເສຍຊີວິດຢ່າງ ໜ້ອຍສາມຄົນ ຮວມທັງເຈົ້າໜ້າທີ່ອະວຸໂສຄົນນຶ່ງ ແລະມີຜູ້ໄດ້ຮັບບາດເຈັບອີກ 24 ຄົນ.
ໃນຂັ້ນຕົ້ນ ຕຳຫຼວດລາຍງານວ່າ ໄດ້ພົບເຫັນລະເບີດ ທີ່ເຊື່ອງໄວ້ຢູ່ໃນລົດຈັກ ຈອດຢູ່ຕາມທາງຫຼວງທີ່ສຳຄັນ ແລະໄດ້ແນເປົ້າໝາຍໃສ່ຂະບວນລົດຕຳຫຼວດ ຢູ່ໃນເຂດກາງເມືອງແກັດຕາ ຊຶ່ງເປັນເມືອງຫຼວງຂອງແຂວງບາລູຈິສຕານ.
ໂຄສົກໂຮງໝໍ ທ່ານວາຊີມ ແບກ ກ່າວວ່າ ຜູ້ເຄາະຮ້າຍທີ່ໄດ້ຮັບບາດເຈັບຫຼາຍຄົນ ແມ່ນມີ “ອາການສາຫັດ” ແລະທ່ານຢ້ານວ່າ ຈຳນວນຜູ້ເສຍຊີວິດອາດຈະເພີ້ມຂຶ້ນຕື່ມ. ມີຕຳຫຼວດຢ່າງໜ້ອຍ 10 ຄົນ ຮວມຢູ່ໃນຜູ້ໄດ້ຮັບບາດເຈັບ.
ຍັງບໍ່ມີກຸ່ມໃດ ອ້າງເອົາຄວາມຮັບຜິດຊອບໃນທັນທີ ຕໍ່ການໂຈມຕີທີ່ຮ້າຍແຮງດັ່ງກ່າວນີ້.
ກຸ່ມຫົວຮຸນແຮງຊົນເຜົ່າບາລຸຈນອກກົດໝາຍຫຼາຍກຸ່ມ ແລະ ກຸ່ມຕາລິບານໃນປາກິສຖານ ທີ່ຮູ້ກັນໃນອີກຊື່ນຶ່ງວ່າ ກຸ່ມເຕຣິກ-ຕາລິບານ ຫຼື TTP ຊຶ່ງຕາມປົກກະຕິແລ້ວແມ່ນເປັນຜູ້ທຳການໂຈມຕີ ຕໍ່ກຳລັງຮັກສາຄວາມປອດໄພ ແລະພົນລະເຮືອນຢູ່ໃນບາລູຈິສຕານ.
Authorities in southwestern Pakistan said Wednesday a roadside bomb explosion had killed at least three people, including a senior officer, and wounded 24 others.
ພວກເຈົ້າໜ້າທີ່ຢູ່ຕາເວັນຕົກສຽງໃຕ້ຂອງປາກິສຖານ ໄດ້ກ່າວໃນວັນພຸດວານນີ້ ວ່າ ການວາງລະເບີດຢູ່ຂ້າງຖະໜົນໄດ້ແຕກຂຶ້ນ ເຮັດໃຫ້ມີຜູ້ເສຍຊີວິດຢ່າງ ໜ້ອຍສາມຄົນ ຮວມທັງເຈົ້າໜ້າທີ່ອະວຸໂສຄົນນຶ່ງ ແລະມີຜູ້ໄດ້ຮັບບາດເຈັບອີກ 24 ຄົນ.
Initial police reports found the bomb was hidden in a motorbike, parked along a main road, and targeted a police convoy in central Quetta, the capital of Baluchistan province.
A hospital spokesman, Waseem Baig, said several of the wounded victims were in “critical condition” and he feared the death toll could increase. At least 10 policemen were among the injur
There were no immediate claims of responsibly for the deadly attack.
Outlawed ethnic Baluch militant groups and the Pakistani Taliban, also known as the Tehrik-i-Taliban Pakistan (TTP), routinely carry out attacks against security forces and civilians in Baluchistan.