ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍັງບໍ່ພໍເທົ່າໃດມື້ ກ່ອນການໄຕ່ສວນ ຄະດີຟ້ອງຮ້ອງ ທ່ານທຣໍາໄດ້ແຕ່ງຕັ້ງ ທະນາຍຄວາມຊຸດໃໝ່


ທ່ານ Bruce L. Castor Jr. ກ່າວຢູ່ກອງປະຊຸມຖະແຫລງຂ່າວກ່ອນໄປສາບານຕົວ ຢູ່ຫ້ອງການພະແນກຍຸຕິທໍ າໃນເມືອງ Harrisburg, ລັດເພັນຊິລເວເນຍ.
ທ່ານ Bruce L. Castor Jr. ກ່າວຢູ່ກອງປະຊຸມຖະແຫລງຂ່າວກ່ອນໄປສາບານຕົວ ຢູ່ຫ້ອງການພະແນກຍຸຕິທໍ າໃນເມືອງ Harrisburg, ລັດເພັນຊິລເວເນຍ.

ອະດີດປະທານາທິບໍດີສະຫະລັດທ່ານ ດໍໂນລ ທຣໍາ ໄດ້ປະກາດໃນວັນອາທິດວານນີ້ກ່ຽວກັບທີມງານທະນາຍຄວາມໃໝ່ ເພື່ອນຳພາການປ້ອງກັນແກ່ທ່ານໃນການດຳເນີນຄະດີຟ້ອງຮ້ອງທ່ານຄັ້ງທີສອງ. ທະນາຍຄວາມຂອງຈໍາເລີຍ, ທ່ານເດວິດ ໂຊເອນ (David Schoen), ຜູ້ອອກຄຳເຫັນດ້ານກົດໝາຍຢູ່ໃນໂທລະພາບເລື້ອຍໆ, ແລະທ່ານ ບຣຸສ ແຄສເຕີ (Bruce Castor), ອະດີດທະນາຍຄວາມເມືອງໃນລັດເພັນໂຊເວເນຍ ຜູ້ທີ່ໄດ້ປະເຊີນກັບການວິພາກວິຈານກ່ຽວກັບການຕັດສິນໃຈຂອງທ່ານທີ່ຈະບໍ່ກ່າວຫານັກສະແດງບິລ ຄອສບີ (Bill Cosby) ໃນຄະດີອາຍາດ້ານການລະເມີດທາງເພດ, ຈະເປັນຕົວແທນໃຫ້ທ່ານ ທຣໍາ ຢູ່ໃນການໄຕ່ສວນຄະດີຢູ່ສະພາສູງ ເຊິ່ງຈະເລີ່ມຕົ້ນຂຶ້ນ ໃນອາທິດໜ້ານີ້.

ຢູ່ໃນຖະແຫຼງການທີ່ເຜີຍແຜ່ອອກມາ ຜ່ານສຳນັກງານຂອງທ່ານທຣໍານັ້ນ, ທະ ນາຍຄວາມທັງສອງທ່ານ ໄດ້ກ່າວໃນວັນອາທິດວານນີ້ວ່າ ພວກເພິ່ນຮູ້ສຶກເປັນກຽດທີ່ໄດ້ຮັບໜ້າທີ່ດັ່ງກ່າວ.

“ຄວາມເຂັ້ມແຂງຂອງລັດຖະທຳມະນູນຂອງພວກເຮົາກຳລັງຈະຖືກທົດສອບຢ່າງບໍ່ເຄີຍມີມາກ່ອນໃນປະຫວັດສາດຂອງພວກເຮົາ. ມັນແຂງແຮງແລະໜຽວແໜ້ນທົນທານ. ເອກະສານສະບັບນຶ່ງທີ່ຂຽນໄວ້ໄດ້ຫລາຍປີມາແລ້ວ, ແລະມັນຈະຊະ ນະການເປັນພັກດຽວ ອີກຄັ້ງນຶ່ງ, ແລະສະເໝີໄປ.”

ທະນາຍຄວາມຈາກລັດຄາໂລໄຣນາໃຕ້ ສອງຄົນທີ່ມີຊື່ສຽງ, ທ່ານ ບຸດຈ໌ ບາວເວີສ໌ (Butch Bowers) ແລະ ທ່ານນາງ ເດບາຣາ ບາບີເອີ (Deborah Barbier), ເຄີຍຖືກຄາດວ່າຈະເປັນທະນາຍຄວາມນຳຂອງທຣໍາ. ສາຍພົວພັນດັ່ງກ່າວໄດ້ປ່ອຍໃຫ້ຫລຸດໄປ ຍ້ອນຄວາມເຫັນທີ່ແຕກຕ່າງກັນ ກ່ຽວກັບຍຸດທະສາດທາງກົດໝາຍທີ່ເໝາະສົມສຳລັບການໄຕ່ສວນຄະດີນີ້, ລວມທັງການຢືນຢັດຂອງທ່ານທຣໍາກ່ຽວກັບການກ່າວຫາການສໍ້ໂກງໃນການປ່ອນບັດເລືອກຕັ້ງ, ອີງຕາມການລາຍງານຂອງຂ່າວສານຕ່າງໆ ໂດຍອ້າງເຖິງຄໍາເວົ້າຂອງຜູ້ທີ່ຄຸ້ນເຄີຍກັບບັນຫານີ້.

ທ່ານອະດີດປະທານາທິບໍດີກຳລັງປະເຊີນກັບຂໍ້ກ່າວຫາ “ການຍຸຍົງໃຫ້ເກີດການຈາລະຈົນ” ໃນການພົວພັນກັບກຸ່ມທີ່ບຸກເຂົ້າໄປໃນຫໍລັດຖະສະພາສະຫະລັດໃນວັນທີ 6 ມັງກອນຜ່ານມາ.

ບັນດາຜູ້ຈັດການໃນການຟ້ອງຮ້ອງໃນສະພາຕໍ່າເຮັດໜ້າທີ່ເປັນໄອຍະການແມ່ນ ປະເຊີນໜ້າກັບວຽກງານທີ່ຫຍຸ້ງຍາກ ໃນການທີ່ຈະເຮັດໃຫ້ ຢ່າງໜ້ອຍມີສະມາ ຊິກພັກຣີພັບບລິກັນ 17 ຄົນ ລົງຄະແນນສຽງຟ້ອງຮ້ອງທ່ານທຣໍາ. ນັ້ນແມ່ນຈໍານວນທີ່ຕ້ອງມີ ເພື່ອໃຫ້ຄົບຕາມເງື່ອນໄຂສອງສ່ວນສາມຂອງສະພາສູງທີ່ຕັ້ງໄວ້, ສົມມຸດວ່າ ຄະນະສະມາຊິກຂອງພັກເດໂມແຄຣັດຫາທັງຫມົດສະໜັບສະໜຸນການຟ້ອງຮ້ອງນັ້ນ.

ສະມາຊິກສັງກັດພັກຣີພັບບລີກັນຈຳນວນນຶ່ງ ໄດ້ຄັດຄ້ານຕໍ່ການດຳເນີນການໄຕ່ສວນຄະດີດັ່ງກ່າວ, ໂດຍໃຫ້ເຫດຜົນວ່າມັນບໍ່ຖືກຕັ້ງຕາມລັດຖະທຳມະນູນຍ້ອນວ່າທ່ານ ທຣໍາ ອອກຈາກ ຕຳແໜ່ງໄປແລ້ວ.

ທ່ານທຣໍາ ແມ່ນເປັນປະທານາທິບໍດີສະຫະລັດຄົນທຳອິດ ທີ່ໄດ້ຖືກຟ້ອງຮ້ອງສອງຄັ້ງ. ທ່ານໄດ້ຖືກຕັດສິນໃຫ້ພົ້ນໂທດໄປໂດຍສະພາສູງ ໃນ 1 ປີຜ່ານມາ ໃນຂໍ້ກ່າວຫາກ່ຽວກັບການສວຍໃຊ້ອຳນາດແລະການກີດຂວາງລັດຖະສະພາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG