ແມ່ນໍ້າຂອງ ທີ່ມີຄວາມຍາວຫລາຍກ່ວາ 4500 ຫລັກນັ້ນ ເປັນ
ແຫຼ່ງຜະລິດ ປາ ປະມານ 2 ລ້ານ 5 ແສນໂຕນຕໍ່ປີ. ມີປະຊາຊົນ
65 ລ້ານຄົນ ຈາກຫົກປະເທດ ທີ່ເພິ່ງພາອາໄສແມ່ນໍ້າຂອງເປັນ ແຫຼ່ງອາຫານແລະການກະເສດ. ມາບັດນີ້ແມ່ນໍ້າຂອງກໍາລັງຖືກ
ຫັນປ່ຽນໃຫ້ເປັນ ແບດເຕີລີໄຟຟ້າ ແຫ່ງຂົງເຂດເອເຊຍຕາເວັນ
ອອກສຽງໃຕ້ ໂດຍການກໍ່ສ້າງເຂື່ອນພະລັງນໍ້າຈໍານວນຫຼວງຫຼາຍ. ຕາມທີ່ຜູ້ສື່ຂ່າວວີໂອເອພະແນກຂະເໝນ ເຊ ໂມນີ ລາຍງານມາ ຈາກພາກເໜືອຂອງກໍາປູເຈຍນັ້ນກໍແມ່ນວ່າ ຊາວກໍາປູເຈຍໃນ
ເຂດນັ້ນ ພາກັນຢ້ານກົວວ່າ ຈະມີຜົນກະທົບຕໍ່ການດໍາລົງຊີວິດ
ຂອງພວກເຂົາເຈົ້າ ຊຶ່ງທອງປານມີເລຶ່ອງນີ້ມາສະເໜີທ່ານ.
ເບິ່ງວີດິໂອລາຍງານນີ້ ເປັນພາສາລາວ:
ປະຊາຊົນຫຼາຍພັນຄົນໃນແຂວງສະຕຸງເຕັຣງກໍາລັງຈະຖືກບັງຄັບໃຫ້ຍົກຍ້າຍຖິ່ນຢູ່.
ປະຊາຊົນເຫຼົ່ານີ້ໄດ້ຢູ່ອາໄສຢູ່ຕາມລໍາແມ່ນໍ້າເຊສານ ຊຶ່ງເປັນສາຂານຶ່ງຂອງແມ່ນໍ້າ
ຂອງ ແລະຈະເປັນບ່ອນກໍ່ສ້າງ ເຂື່ອນໄຟຟ້າພະລັງນໍ້າ ໃນອະນາຄົດ.
ພວກຊາວບ້ານໄດ້ພາກັນປະທ້ວງໂຄງການກໍ່ສ້າງເຂື່ອນດັ່ງກ່າວ ຊຶ່ງເປັນການລົງທຶນ ຮ່ວມກັນ ລະຫວ່າງກໍາປູເຈຍ ຈີນ ແລະຫວຽດນາມ. ມູນຄ່າກໍ່ສ້າງແມ່ນຫຼາຍກວ່າ 780 ລ້ານໂດລາ ສໍາລັບເຂື່ອນໄຟຟ້າ ພະລັງແຮງ 400 ເມກະວັດ ທີ່ຈະສ້າງຂຶ້ນນັ້ນ.
ພວກປະຊາຊົນ ຊຶ່ງສ່ວນໃຫຍ່ແມ່ນພວກຊົນເຜົ່ານ້ອຍ ເວົ້າວ່າ ພວກເຂົາເຈົ້າບໍ່ໄດ້ຮັບ
ການປຶກສາຫາລື ກ່ຽວກັບໂຄງການນີ້ເລີຍ ແຕ່ກໍຕ້ອງເປັນຜູ້ແບກຫາບຄ່າເສຍຫາຍ.
ຊາວບ້ານ ທ້າວ ຟຸດ ຄູເອັນ ເວົ້າວ່າ: “ຫຼັງຈາກມີການອະນຸມັດໃຫ້ສ້າງແລ້ວ ພວກ
ປະຊາຊົນ ທີ່ອາໄສຢູ່ຕາມແມ່ນໍ້ານີ້ ກໍເປັນຫວ່ງຫຼາຍກ່ຽວກັບ ການຍົກຍ້າຍໄປ ຢູ່ບ່ອນອື່ນ ພວກເຮົາບໍ່ຢາກຍ້າຍໄປຢູ່ບ່ອນໃໝ່ ເພາະມັນລໍາບາກຫຼາຍ ທີ່ ພວກເຮົາຈະຕ້ອງຕັ້ງຕົ້ນຊີວິດໃໝ່ຢູ່ທີ່ນັ້ນ ຕ້ອງໄດ້ເຮັດນາໃໝ່ ແລະປູກເຂົ້າ ກັນໃໝ່ອີກ.”
ພວກປະທ້ວງຢາກໃຫ້ລັດຖະບານໂຈະການກໍ່ສ້າງນັ້ນໄວ້ກ່ອນ ແລະໃຫ້ສຶກສາເບິ່ງຢ່າງ ລະອຽດຖີ່ຖ້ວນ ກ່ຽວກັບຜົນກະທົບໂດຍເຕັມຂອງເຂື່ອນ ຕໍ່ສະພາບແວດລ້ອມ. ລາຍງານ ສະບັບນຶ່ງໂດຍສະຖາບັນວິທະຍາສາດແຫ່ງຊາດຂອງສະຫະລັດ ກໍໄດ້ຮຽກຮ້ອງໃຫ້ທໍາ ການສັ່ງຊາຕີລາຄາຜົນກະທົບຄືນໃໝ່ເຊ່ນກັນ. ລາຍງານນີ້ ເຕືອນວ່າການພັດທະນາ ເຂື່ອນດັ່ງກ່າວ ຕາມທີ່ວາງແຜນໃນເຂດອ່າງແມ່ນໍ້າຂອງນັ້ນ ອາດສົ່ງຜົນກະທົບທີ່ສ້າງ ຄວາມຫາຍະນະອັນໃຫຍ່ຫຼວງ ຕໍ່ການສືບພັນຂອງປູປາ ແລະຊີວະນານາພັນໃນແມ່ນໍ້າ
ຂອງໄດ້.
ບັນດານັກອະນຸລັກສະພາບແວດລ້ອມເວົ້າວ່າ ຜົນກະທົບຈາກເຂື່ອນໃໝ່ໃນປະເທດລາວ ແລະຈີນນັ້ນ ແມ່ນປະກົດໃຫ້ເຫັນຢ່າງແຈ້ງຂາວແລ້ວ ກໍຄືລະດັບນໍ້າຂອງໄດ້ລົດຕໍ່າລົງໄປ
ຢູ່ໃນກໍາປູເຈຍ. ບາງຄົນກໍບໍ່ເຊື່ອໃນການຄາດໝາຍຕ່າງໆ ສໍາລັບເຂື່ອນທີ່ຈະສ້າງໃນກໍາ
ປູເຈຍນັ້ນ ເປັນຕົ້ນທ່ານ Meach Mean ຈາກເຄືອຂ່າຍປົກປ້ອງແມ່ນໍ້າ 3S.
ທ່ານ Meach Mean ເວົ້າວ່າ: “ຖ້າຫາກວ່າລະດັບນໍ້າ ສູງຮອດ 75 ແມັດ ກາຍ
ລະດັບນໍ້າທະເລແລ້ວ ເຂື່ອນ Sesan 2 ໃນເຂດລຸ່ມຂອງ ແມ່ນໍ້າເຊສານນີ້
ກໍຈະສາມາດຜະລິດກະແສໄຟຟ້າໄດ້ຮອດ 400 ເມກະວັດແທ້ ແຕ່ຖ້າຫາກວ່າ
ລະດັບນໍ້າຕໍ່າ ຄືແບບນີ້ ມັນກໍຈະຜະລິດບໍ່ໄດ້ ຮອດສໍ່ານັ້ນ.”
ບັນດານັກອະນຸລັກສະພາບແວດລ້ອມເຊື່ອວ່າ ສະເພາະເຂື່ອນນີ້ແຫ່ງດຽວ ຈະສົ່ງຜົນກະ
ທົບໃນທາງລົບ ຕໍ່ປະຊາຊົນຫຼາຍເຖິງນຶ່ງແສນຄົນ ບໍ່ແມ່ນກະທົບແຕ່ການຫາປາຂອງ
ພວກເຂົາເຈົ້າເທົ່ານັ້ນ ແຕ່ກະທົບຕໍ່ທັງເຂົ້າແລະພືດຜັກທີ່ເຂົາເຈົ້າປູກນັ້ນນໍາ. ພວກຊາວ
ບ້ານບໍ່ເຫັນວ່າ ເຂື່ອນຈະໃຫ້ປະໂຫຍດທາງເສດຖະກິດແກ່ພວກເຂົາເຈົ້າແຕ່ຢ່າງໃດເລີຍ.
ຊາວນາ Set Kal ເວົ້າວ່າ: “ຜົນປະໂຫຍດໂດຍສ່ວນໃຫຍ່ຈະຕົກເປັນຂອງພວກ
ເຈົ້ານາຍ ຢູ່ໃນເມືອງນັ້ນຫຼາຍກວ່າ ແຕ່ພວກເຮົາຢູ່ນີ້ຈະບໍ່ໄດ້ຫຍັງ ຄືເຂື່ອນຈະ
ໃຫ້ຜົນປະໂຫຍດແກ່ພວກຢູ່ໃນເມືອງຫຼາຍກວ່າ ພວກຢູ່ຕາມຊົນນະບົດ.”
ລັດຖະບານເວົ້າວ່າ ບັນຫາເລຶ່ອງສະພາບແວດລ້ອມຈະຖືກແກ້ໄຂ. ຂະນະນີ້ ພວກຄົນງານ
ກໍໄດ້ເລີ່ມຖາກຖາງດິນດອນກັນໄປແລ້ວ.
ພວກປະຊາຊົນຢູ່ທີ່ນີ້ ກໍໄດ້ແຕ່ຫວັງວ່າ ດວງວິນຍານຂອງບັນພະບຸລຸດຂອງພວກເຂົາເຈົ້າ
ຈະໄດ້ຍິນຄໍາບົນບານສານກ່າວ ຂໍຄວາມຊ່ວຍເຫຼືອຂອງພວກເຂົາເຈົ້າ ກ່ອນທີ່ມັນຈະສາຍ
ເກີນໄປ.