ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຄົນ​ເຂົ້າ​ເມືອງ ຜິດ​ກົດ​ໝາຍ ໃນໂຄງ​ການ ດາ​ກາ ​ຫວັງວ່າ ​ການ​ເລືອກ ຕັ້ງ​ກາງ​ສະ​ໄໝ ສ​ຫລ ຈະ​ພາ​ໃຫ້ ມີການ ປ່ຽນ​ແປງ ທີ່​ດີ ສຳລັບ​ເຂົາ​ເຈົ້າ


​ທ້າວ ລາ​ໂລ ມົນ​ຕາ​ຢາ ຊຶ່ງ​ເປັນ​ຜູ້​ນຶ່ງ ໃນ 700,000 ຄົນ ທີ່​ຢູ່​ໃນໂຄງການ ດາ​ກາ (DACA) ທີ່ສ້າງຂຶ້ນໃນສະໄໝ ປະທານາ
ທິບໍດີ ໂອບາມາ ເວົ້າ​ວ່າ “ເລື້ອງ​ຄົນ​ເຂົ້າ​ເມືອງ​ໄດ້​ເປັນ​ສ່ວນ​ນຶ່ງ​ໃນ​ການ​ສົນ​ທະ​ນາ ​ເວ​ລາ​ກິນອ​າ​ຫານ​ຄໍ່າ ທຸກ​ຄາບ ຂອງ​ຫລາຍ​ຄອບ​ຄົວ."
​ທ້າວ ລາ​ໂລ ມົນ​ຕາ​ຢາ ຊຶ່ງ​ເປັນ​ຜູ້​ນຶ່ງ ໃນ 700,000 ຄົນ ທີ່​ຢູ່​ໃນໂຄງການ ດາ​ກາ (DACA) ທີ່ສ້າງຂຶ້ນໃນສະໄໝ ປະທານາ ທິບໍດີ ໂອບາມາ ເວົ້າ​ວ່າ “ເລື້ອງ​ຄົນ​ເຂົ້າ​ເມືອງ​ໄດ້​ເປັນ​ສ່ວນ​ນຶ່ງ​ໃນ​ການ​ສົນ​ທະ​ນາ ​ເວ​ລາ​ກິນອ​າ​ຫານ​ຄໍ່າ ທຸກ​ຄາບ ຂອງ​ຫລາຍ​ຄອບ​ຄົວ."

ບັນ​ດາ​ທ່ານ​ຈື່​ໄດ້​ບໍ່​ວ່າ ມີ 700,000 ຄົນທີ່​ໄດ້​ຮັບຖາ​ນະ DACA ຊຶ່ງ​ເປັນ​ໂຄງ​ການ ສ້າງ
​ຂຶ້ນໃນ​ສະ​ໄໝ ປະ​ທາ​ນາ​ທິ​ບໍ​ດີ ໂອ​ບາ​ມາ, ​ທີ່ອະ​ນຸ​ຍາດ​ໃຫ້ ພວກ​ເຂົາ​ເຈົ້າສາມາດ​ດຳ​ລົງ​
ຊີ​ວິດແລະ​ເຮັດ​ວຽກ​ຢູ່​ໃນ​ສະ​ຫະ​ລັດ​ໄດ້​ຢ່າງ​ຖືກ​ກົດ​ໝາຍ ເຖິງ​ແມ່ນ​ວ່າ​ພວກ​ເຂົາ​ເຈົ້າ​ຈະ
​ເປັນ​ຄົນ​ເຂົ້າ​ເມືອງທີ່ບໍ່​ມີ​ເອ​ກະ​ສານ​ກໍ​ຕາມ? ພວກ​ເຂົາ​ເຈົ້າ​ບໍ່​ໄດ້​ຖືກ​ເອີ່ຍ​ເຖິງຢູ່​ໃນ​ຂ່າວ
​ ຫລາຍ​ປານ​ໃດ​ໃນ​ໄລ​ຍະ​ຫລັງໆ​ມານີ້ ແຕ່​ວ່າພວກ​ເຂົາ​ເຈົ້າ ກໍຍັງ​ລໍ​ຖ້າ ແລະ​ຫວັງ​ວ່າຈະ
​ມີ​ການ​ເຮັດ​ສິ່ງໃດ ສິ່ງ​ນຶ່ງທີ່​ພາ​ໃຫ້​ເກີດ​ການ​ປ່ຽນ​ແປງສະ​ຖາ​ນະ​ພາບ​ຂອງ​ພວ​ກເຂົາເຈົ້າ
ກ່ອນ​ຈະຮອດ​ເວ​ລາ​ທີ່​ໂຄງ​ການ​ດັ່ງ​ກ່າວສິ້ນ​ສຸດ​ລົງ​ຕະ​ຫລອດ​ການ​ເລີຍ. ຢູ່​ໃນ​ລັດ​ເນ​ວາ
​ດາ ທີ່​ມີ​ຊາວ​ອາ​ເມ​ຣິ​ກາ​ລາ​ຕິນ ຊຶ່ງຖື​ວ່າ​ສາ​ມາດ​ພາ​ໃຫ້​ມີ​ການ​ປ່ຽນ​ແປງ​ໄດ້ນັ້ນ ອາ​ໄສ​ຢູ່
​ຢ່າງ​ຫຼວງ​ຫຼາຍ ​ໃນ​ການ​ແຂ່ງ​ຂັນເພື່ອ​ຊິງ​ເອົາ​ບ່ອນ​ນັ່ງ​ໃນ​ສະ​ພາ​ສູງ ທີ່​ມີ​ຄະ​ແນນ​ສູ​ສີ​ກັນ
ສຳ​ລັບ​ການ​ເລືອກ​ຕັ້ງໃນ​ປີ 2018 ນີ້ ຊຶ່ງ​ພວກ​ທີ່​ມີ​ຄວາມໄຝ່​ຝັນ​ບາງ​ຄົນ ກໍ ກຳ​ລັງ​ກາງ​ຕໍ່
​ອາ​ໄສການ​ເລືອກ​ຕັ້ງ​ດັ່ງ​ກ່າວ ເພື່ອເຮັດ​ໃຫ້​ສິ່ງຕ່າງໆ ມີ​ການ​ປ່ຽນ​ແປງ. ແຣມມອນ ເທີ​ເລີ
ມີ​ລາຍ​ງານ​ກ່ຽວ​ກັບ​ເລື້ອງນີ້ ຊຶ່ງ​ບົວ​ສະ​ຫວັນ ຈະ​ນຳ​ມາ​ສະ​ເໜີ​ທ່ານ ໃນອັນ​ດັບ​ຕໍ່​ໄປ.

ທ້າວ ຮ​ວານ ຢູ່ລິ​ສ​ເຊສ ຮວ​າເຣ​ສ​ ຈາກ​ເມັກ​ຊິ​ໂກ ມາຢູ່​ສະ​ຫະ​ລັດຕອນ​ທີ່​ລາວ​ ມີ​ອາ​ຍຸ​ໄດ້
10 ປີ. ໂດຍ​ທີ່​ໄດ້​ຮັບ​ທຶນ​ການ​ສຶກ​ສາ ລາວ​ສາ​ມາດ​ຮຽນ​ຈົບປະ​ລິນ​ຍາ​ຕີ​ໄດ້. ລາວ​ໄດ້​ກາຍ
​ມາ​ເປັນ​ນັກ​ຂ່າວ​ ​ໂທ​ລະ​ພາບ​ຄົນ​ນຶ່ງ. ແລະ​ໃນ​ປີ 2017 ລາວ​ໄດ້​ຮັບ​ລາງວັນເອັມ​ມີ
(Emmy).

ທ້າວ ​ຮ​ວາ​ເຣ​ສ​ ທີ່​ໄດ້​ຮັບອະ​ນຸ​ຍາດຢູ່​ໃນ​ສະ​ຫະ​ລັດ​ໄດ້​ຢ່າງ​ຖືກ​ກົດ​ໝາຍໃນ​ໂຄງ​ການດາ
​ກາ (DACA) ເວົ້າ​ວ່າ "ທີ່​ຈິງ​ແລ້ວ ​ຂ້ອຍ​ເປັນ​ຄົນ​ເຂົ້າ​ເມືອງບໍ່​ມີ​ເອກະ​ສານ. ຂ້ອຍ​ເປັນ​ຄົນ​
ທີ່​ມີຄວາມ​ໄຝ່​ຝັນ​ຜູ້​ນຶ່ງ, ຂ້ອຍ​ໄດ້​ຮັບ​ຖາ​ນະດາ​ກາ (DACA) ແລະ ​ເລື້ອງນີ້​ແມ່ນ​ພິ​ເສດ​
ຫລາຍ​ຍ້ອນ​ສິ່ງນັ້ນ.”

ທ. ຮ​ວານ ຢູ່ລິ​ສ​ເຊສ ຮວ​າເຣ​ສ​, ​ນັກ​ຂ່າວ​ ​ໂທ​ລະ​ພາບ ອາ​ຍຸ 23 ປີ ທີ່​ຢູ່​ໃນ​ໂຄງ​ການ ດາ​ກາ ​ໄດ້​ຮັບ​ລາງວັນເອັມ​ມີ (Emmy) ໃນ​ປີ 2017
ທ. ຮ​ວານ ຢູ່ລິ​ສ​ເຊສ ຮວ​າເຣ​ສ​, ​ນັກ​ຂ່າວ​ ​ໂທ​ລະ​ພາບ ອາ​ຍຸ 23 ປີ ທີ່​ຢູ່​ໃນ​ໂຄງ​ການ ດາ​ກາ ​ໄດ້​ຮັບ​ລາງວັນເອັມ​ມີ (Emmy) ໃນ​ປີ 2017

ທ້າວ ​ຮ​ວາ​ເຣ​ສ ເວົ້າ​ຕື່​ມອີກວ່າ "ເມື່ອ​ຂ້ອຍໄດ້​ຮັບ​ລາງວັນເອັມ​ມີ (Emmy) ຂ້ອຍ​ຢາກ
​ໃຫ້​ເລື້ອງນັ້ນ ມີ​ສ່ວນຢູ່​ໃນ​ຄຳ​ປາ​ໄສ​ຂອງ​ຂ້ອຍ. ຂ້ອຍ​ຢາກ​ໄປ​ຢືນ​ຕໍ່​ໜ້າ​ພວກ​ຄົນ​ເຫລົ່າ​ນີ້
ມີ​ຫລາຍ​ຄົນ ແມ່ນ​ມາ​ຈາກ​ຊ່ອງ​ໂທ​ລະ​ພາບ​ທີ່​ໃຊ້​ພາ​ສາ​ອັງ​ກິດ ແລະ​ສະ​ແດງ​ໃຫ້​ພວກ
​ເຂົາ​ເຈົ້າເຫັນ, ເຈົ້າ​ຮູ້ບໍ່, ວ່ານີ້ ​ຫລະ​ຄື​ຂ້ອຍ. ນີ້​ຄື​ສິ່ງ​ທີ່ໂຄງ​ການດາ​ກາ (DACA) ຊ່ວຍ
ໃຫ້​ຂ້ອຍ​ສາ​ມາດ​ເຮັດ​ໄດ້."

ນັບ​ແຕ່​ປີ 2012 ເປັນ​ຕົ້ນ​ມາ ເມື່ອປະ​ທາ​ນາ​ທິ​ບໍ​ດີ ໂອ​ບາ​ມາ ປະ​ກາດໂຄງ​ການ ໂຈະການ
ດຳເນີນການຊົ່ວຄາວ ຕໍ່ພວກ​ເດັກນ້ອຍ ທີ່​ເຂົ້າ​ເມື​ອງຜິດ​ກົດໝາຍຫລື​ ດາກາ (DACA)
ພວກ​ຄົນ​ເຂົ້າ​ເມືອງ​ຜິດ​ກົດ​ໝາຍ 700,000 ຄົນ ​ທີ່​ຖືກພາ​ມາ​ຢູ່​ສະ​ຫະ​ລັດ​ຢ່າງ​ຜິດ​ກົດ​
ໝາຍ ຕັ້ງ​ແຕ່​ຕອນ​ຍັງ​ນ້ອຍນັ້ນ ສາ​ມາດ​ເຮັດ​ວຽກ ແລະ​ດຳ​ລົງ​ຊີ​ວິດ​ຢູ່​ໃນປະ​ເທດນີ້ໄດ້
ພາຍ​ໃຕ້ໃບ​ອະ​ນຸ​ຍາດ ທີ່​ສາ​ມາດ​ຕໍ່​ອາ​ຍຸ​ໄດ້ ໃນ​ແຕ່​ລະ​ສອງ​ປີ.

ປະທານາທິບໍດີດໍໂນລ ທຣຳ ໄດ້ປະ​ກາດຍົກເລີກໂຄງການດັ່ງກ່າວ ໃນ​ເດືອນ​ກັນ​ຍາ
2017 ຊຶ່ງ​ໄດ້​ປ່ອຍ​ໃຫ້​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ ມີ​ຄວາມ​ສົນ​ລະ​ວົນ ໃນ​ການ​ຫາ​ທາງ​
ແກ້​ໄຂ​ບັນ​ຫາ​ແບບ​ຖາ​ວອນ​. ເວ​ລາ​ຜ່ານ​ໄປ​ໄດ້​ນານກວ່າ 1 ປີ​ມາ​ແລ້ວ, ໂດຍ​ທີ່​ການ​
ເລືອກ​ຕັ້ງ​ກາງ​ສະ​ໄໝ ​ໃນ​ເດືອນ​ພະ​ຈິກໃກ້ຈະ​ມາ​ຮອດ​ແລ້ວ ພວກ​ທີ່​ມີ​ຄວາມ​ໄຝ່​ຝັນ
ເຊັ່ນ​ ທ້າວ ​ຮ​ວາ​ເຣ​ສ ກໍ​ຍັງ​ຄອງ​ຄອຍ​ຢູ່. ແລະ​ບັນ​ຫາ​ທີ່​ມີ​ການ​ໂຕ້​ແຍ້ງກັນ​ອັນ​ອື່ນ
ກ່ຽວ​ກັບ​ນະ​ໂຍ​ບາຍ​ຂອງ​ທ່ານ​ທ​ຣຳ ເຊັ່ນ​ການ​ສ້າງ​ກຳ​ແພງ ແລະ​ການ​ພາກ​ຄອບ​ຄົວ​
ຂອງ​ພວກ​ເຂົ້າ​ເມືອງ ຢູ່​ຕາມ​ຊາຍ​ແດນ​ຂອງ​ສະ​ຫະ ລັດ ກັບ​ເມັກ​ຊິ​ໂກ ອອກ​ຈາກ​ກັນ
ໄດ້ມາ​ບົດ​ບັງ​ສະ​ພາບ​ການ​ ຂອງ​ພວກ​ມີ​ຄວາມ​ໄຝ່​ຝັນ ຫລື dreamers ນັ້ນໄວ້.

ທ້າວ ​ຮ​ວາ​ເຣ​ສ ກ່າວ​ເພີ້ມ​ອີກວ່າ "ມີ​ບາງ​ສິ່ງ ບາງ​ຢ່າງ​ເກີດ​ຂຶ້ນ ທີ່​ເປັນ​ບູ​ລິ​ມະ​ສິດສູງກວ່າ
​ເລື້ອງນີ້ ຢູ່​ຕະ​ຫລອດ. ແລະ​ເວົ້າ​ແທ້ໆ​ເດີ້, ພວກ​ເຂົາ​ເຈົ້າ​ລືມ​ເລື້ອງນີ້ ໄປ​ແລ້ວ. ພວກ​ເຂົາ​
ເຈົ້າ​ລືມ​ມັນ​ໄປ ເພາະ​ວ່າມັນ​ຢູ່​ໃນ​ສານ ແລະ​ພວກ​ເຂົາ​ເຈົ້າ ເວົ້າ​ວ່າ ‘ເອີ ພວກ​ເຂົາ​ເຈົ້າ
ຫາກ​ຈະ​ແກ້​ໄຂມັນ​ດອກ’ ຫລືຮູ້ບໍ່, ຢ່າງ​ໜ້ອຍ ພວກ​ເຂົາ​ກໍ​ສາມາດຂໍ​ໃຫ້​ຕໍ່​ເວ​ລາອອກໄປ
​ໄດ້ອີກ, ສະ​ນັ້ນ ມັນ​ກໍ​ບໍ່ເປັນຫຍັງດອກ, ພວກ​ເຮົາຈະ​ໃຫ້​ພວກ​ເຂົາ​ໄດ້​ຮັບ​ອະ​ນຸ​ຍາດ​ແບບ
ນັ້ນ​ໄປ​ກ່ອນ ຕອນນີ້’, ແລະ​ເຈົ້າ​ຮູ້ບໍ່, ບໍ່​ມີ​ຫຍັງ​ເຮັດໃຫ້​ແລ້ວ​ເລີຍ."

ເບິ່ງວີດິໂອກ່ຽວກັບຂ່າວນີ້ ເປັນພາສາອັງກິດ

Dreamers in Limbo Look to Midterm Election
please wait

No media source currently available

0:00 0:02:37 0:00

ສຳ​ລັບ ພວກ​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ຢູ່​ໃນ​ສະ​ຫະ​ລັດ ພາຍ​ໃຕ້​ໂຄງ​ການ​ດາ​ກາ 13,000 ຄົນ
ໃນ​ລັດ​ເນ​ວາ​ດານັ້ນ, ການ​ເລືອກ​ຕັ້ງ​ໃນ​ປີ 2018 ນີ້ ອາດ​ຈະ​ນຳ​ໄປ​ສູ່​ການ​ປ່ອຍ​ໃຫ້​ເລື້ອງ
​ນີ້ຫລຸດ​ອອກ​ໄປ​ອີກ, ແຕ່​ວ່າ ມັນ​ກໍ​ໃຫ້​ໂອ​ກາດໄດ້ທຳ​ການ​ຕໍ່​ສູ້​ຄັ້ງ​ໃໝ່​ອີກ​ເທື່ອ​ນຶ່ງ ເພື່ອ​ເຮັດ
ໃຫ້​ຄົນ​ໄດ້​ຍິນ​ບັນ​ຫານີ້​ອີກ. ຄົນ​ທີ່​ອາ​ໄສຢູ່​ໃນ​ລັດ​ນັ້ນ ທີ່​ເປັນ​ຄົນ​ປາກ​ພາ​ສາສະ​ເປນ ແລະ​
ຊາວ​ອາ​ເມ​ຣິ​ກັນ​ລາ​ຕິນ ທີ່ກວມ​ເອົາ 29 ເປີ​ເຊັນ ​ຂອງ​ພົນ​ລະ​ເມືອງ​ທັງ​ໝົດ​ໃນ​ລັດ​ດັ່ງ​ກ່າວ
ໄດ້​ເອົາ​ໃຈ​ໃສ່ຕິດຕາມ​ການ​ເລືອກ​ຕັ້ງຄັ້ງ​ນີ້ ດ້ວຍໃຈ​ຈົດ​ຈໍ່.

ນາງອາລີເຊຍ ຄອນເທຣີຣັສ, ຜູ້ວ່າການອໍານວຍການ ລັດເນວາດາ, ຂອງອົງ ການ ຟາມີເລຍ ວົດຕາ ຊ່ວຍ​ລະ​ດົມ​ຄົນ ໄປ​ປ່ອນ​ບັດ
ນາງອາລີເຊຍ ຄອນເທຣີຣັສ, ຜູ້ວ່າການອໍານວຍການ ລັດເນວາດາ, ຂອງອົງ ການ ຟາມີເລຍ ວົດຕາ ຊ່ວຍ​ລະ​ດົມ​ຄົນ ໄປ​ປ່ອນ​ບັດ

​ນາງອາລີເຊຍ ຄອນເທຣີຣັສ, ຜູ້ວ່າການອໍານວຍການ ລັດເນວາດາ, ຂອງອົງ ການ
ຟາມີເລຍ ວົດຕາ ເວົ້າວ່າ “ການສົນທະນາກັນແມ່ນ ຄອບຄົວຂອງຂ້ອຍ ຖືກໂຈມຕີ. ເພື່ອນບ້ານໃກ້ເຮືອນຄຽງຂອງຂ້ອຍຖືກໂຈມຕີ. ໝູ່ເພື່ອນຂອງຂ້ອຍ ຖືກໂຈມຕີ ແລະ
ບາງເທື່ອຂ້ອຍອາດຈະບໍ່ແມ່ນບຸກຄົນທີ່ໄດ້ຮັບຜົນກະທົບກໍຕາມ ແຕ່ວ່າຂ້ອຍກໍຍັງ
ມີຄວາມເປັນຫ່ວງຕໍ່ພວກຄົນເຫລົ່ານັ້ນຢູ່ ເພາະວ່າ ພວກເຂົາ ເຈົ້າ ເປັນສ່ວນນຶ່ງ
ຂອງຊີວິດຂ້ອຍ.”

ເຖິງແມ່ນວ່າພວກມີຄວາມໄຝ່ຝັນ ຫລື Dreamers ຈະບໍ່ສາມາດໄປປ່ອນບັດເລືອກ
ຕັ້ງ ດ້ວຍຕົນເອງກໍຕາມ, ບາງຄົນກໍຮູ້ສຶກວ່າ ພວກເຂົາເຈົ້າບໍ່ມີຫຍັງ ຈະເສຍຫາຍເລີຍ
ຖ້າເຂົາເຈົ້າພັກດັນເປັນຄັ້ງສຸດທ້າຍອີກຄັ້ງນຶ່ງ ເພື່ອເຮັດໃຫ້ພວກ ປ່ອນບັດໄປປ່ອນບັດ
ກ່ອນຈະຮອດມື້ເລືອກຕັ້ງ.

ນາງ ອາເຈີເລຍ ຣີໂກ ອາ​ຍຸ 2ຼ ປີ​ເປັນຜູ້ຢູ່ໃນໂຄງການດາກາຄົນນຶ່ງ ໃນ 13,000 ຄົນ ໃນ​ລັດ​ເນ​ວາ​ດາ ກັບ​ລູກ​ສາວ​ຂອງ​ລາວ
ນາງ ອາເຈີເລຍ ຣີໂກ ອາ​ຍຸ 2ຼ ປີ​ເປັນຜູ້ຢູ່ໃນໂຄງການດາກາຄົນນຶ່ງ ໃນ 13,000 ຄົນ ໃນ​ລັດ​ເນ​ວາ​ດາ ກັບ​ລູກ​ສາວ​ຂອງ​ລາວ

ນາງ ອາເຈີເລຍ ຣີໂກ, ຜູ້ຢູ່ໃນໂຄງການດາກາຄົນນຶ່ງກ່າວວ່າ "ຢ່າງໜ້ອຍ ໃນຄົນ
ລຸ້ນທີ່ຂ້ອຍໃຫຍ່ຂຶ້ນມານີ້ ມີການເມືອງທີ່ບໍ່ໃຫ້ຄວາມສົນໃຈ ຕໍ່ການເລືອກຕັ້ງ ໂດຍ
ເວົ້າວ່າ ເພິ່ນບໍ່ສົນກັບການປ່ອນບັດຂອງພວກເຮົາດອກ. ສະນັ້ນ ແນ່ນອນ ຂ້ອຍ
ກົດດັນໝູ່ເພື່ອນຂອງຂ້ອຍ ແລະເອົາໝູ່ຂອງຂ້ອຍ ເຂົ້າມາຮ່ວມການເດີນທາງເສັ້ນ
ນີ້ນໍາຂ້ອຍ ທີ່ພຽງແຕ່ພະຍາຍາມ ເຮັດໃຫ້ມີການປ່ຽນແປງເທົ່ານັ້ນ."

ຢູ່​ໃນ​ເຮືອນ​ຂອງ​ລາວນັ້ນ ທ. ຮ​ວານ ຢູ່ລິ​ສ​ເຊສ ຮວ​າເຣ​ສ​, ຜູ້​ໄດ້​ຮັບ DACA ສະ​ແດງ​ຜົນ​ງານໃນ​ການ​ເປັນ​ນັກ​ຂ່າວ​ ​ໂທ​ລະ​ພາບທ້ອງ​ຖິ່ນ
ຢູ່​ໃນ​ເຮືອນ​ຂອງ​ລາວນັ້ນ ທ. ຮ​ວານ ຢູ່ລິ​ສ​ເຊສ ຮວ​າເຣ​ສ​, ຜູ້​ໄດ້​ຮັບ DACA ສະ​ແດງ​ຜົນ​ງານໃນ​ການ​ເປັນ​ນັກ​ຂ່າວ​ ​ໂທ​ລະ​ພາບທ້ອງ​ຖິ່ນ

Remember the 700,000 recipients of DACA, the President Obama-era program, that enabled them to live and work legally in the U.S. even though they were undocumented immigrants? They haven't been in the news much lately but they are still waiting and hoping that something will be done to change their status before the program ends for good. In Nevada, where Latinos hold considerable sway in a tight 2018 race for the U.S. Senate, some dreamers are counting on the election to change things. But others aren't holding their breath. VOA's Ramon Taylor reports.

((NARRATOR)) ((Mandatory cg: Univision/KINC 15))
Juan Ulises Juárez came to the U.S.from Mexico when he was 10. With a scholarship, he made his way through college. He became a local TV reporter. And in 2017, he won an Emmy.

((VOX POP)) ((JUAN ULISES JUÁREZ, DACA RECIPIENT)) ((Mandatory cg: KCLV 2))
"I am actually undocumented. I am a dreamer, I have DACA, and this is very special because of that."

((JUAN ULISES JUÁREZ, DACA RECIPIENT))
"When I got my Emmy award, I wanted that to be part of my speech. I wanted to be in front of all those people, many from English-speaking channels and show them, you know, this is me. This is what DACA made for me possible."

((NARRATOR))
Since 2012, when former President Obama announced the Deferred Action for Childhood Arrivals program, or DACA, 700,000 undocumented immigrants who were brought to the U.S. illegally as children have been able to work and live in the country under renewable two-year permits.

President Trump announced an end to the program in September 2017, leaving Congress scrambling to find a permanent solution. More than a year later, with November's midterm elections looming, dreamers like Juárez are still waiting. And other controversies over Trump's policies, such as building a wall and separating immigrant families along the US-Mexico border have eclipsed the dreamers' plight

((JUAN ULISES JUÁREZ, DACA RECIPIENT))
"There's always something happening that takes priority. And honestly they forget about it. They forget about it because it's in the court and they say, Well, they'll get it fixed' or you know, at least they can apply again' or At least they have the renewals, so it's okay, we'll let them have that for now,' and you know, nothing gets done."

((NARRATOR))
For Nevada's 13,000 DACA recipients, the 2018 elections may lead to another let down, but it provides one more fighting chance to be heard. Nevada's Hispanic and Latino residents, who make up 29 percent of the state's population, are paying close attention.

((ALICIA CONTRERAS, INTERIM NEVADA STATE DIRECTOR, MI FAMILIA VOTA))
"The conversation is, my family is under attack. My neighbor's under attack. My friends are under attack. And maybe I'm not an impacted individual, but I still care about those folks because they are a part of my life."

((NARRATOR))
Though dreamers can't vote themselves, some feel they have nothing to lose by making one final push to get voters out before election day.

((ARGELIA RICO, DACA RECIPIENT))
"At least the generation when I grew up, [there] was a lot of dismissing politics, saying that our vote doesn't count. So I definitely am pressuring my friends and having my friends join me on this journey of just trying to instill change."

XS
SM
MD
LG