ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໗ ມີນາ ໒໐໒໓

ກອງປະຊຸມ ສັນຕິພາບ ໄຊປຣັສ​ ຢູ່ສະ​ວິດ​ເຊີ​ແລນ ບໍ່ສໍາເລັດຜົນ


ຊາວໄຊປຣັສ ທີ່ມີເຊື້ອສາຍເທີກີ ແລະເຊື້ອສາຍກຣີສ ຍົກໃບໂອລີຟ ແລະປ້າຍຂຶ້ນ ໂດຍມີທຸງເທີກີ ຢູ່ເບື້ອງຫລັງ ໃນຂະນະທີ່ທໍາການປະທ້ວງ ເພື່ອຮຽກຮ້ອງ ໃຫ້ຜູ້ນໍາປະຊາຄົມ ທີ່ເປັນປໍລະປັກກັນ ໃຫ້ "ທ້ອນໂຮມໄຊປຣັສດຽວນີ້" ຢູ່ທີ່ເມືອງ Nicosia ຂອງໄຊປຣັສ ໃນວັນທີ 31 ພຶດສະພາ 2017

ການ​ພົບ​ປະກັນ​ທີ່​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ຈາກ​ສະຫະ​ປະຊາ​ຊາດ ຢູ່ສະ​ວິດ​ເຊີ​ແລນ
​ແມ່ນ​ແນ​ໃສ່​ເຮັດ​ໃຫ້ສະພາບ​ສູ້​ຢັນ​ກັນ ທີ່​ເຮັດ​ໃຫ້ມີ​ຄວາມແຕກ​ແຍກກັນ​ຢູ່​ໃນໄຊ
​ປຣັສ, ປະ​ເທດທີ່​ເປັນ​ເກາະດອນ​ແຫ່ງ​ນຶ່ງ​ມາເປັນ​ເວລາ​ຫລາຍ​ກວ່າ​ສີ່​ທົດ​ສະ​ວັດນັ້ນ
ຢຸດຕິ​ລົງ.

ທ່ານ Antonio Guterres, ​ເລຂາທິການ​ໃຫຍ່ຂອງ​ສະຫະ​ປະຊາ​ຊາດ​ກ່າວ​ໃນ​ວັນ​ສຸກ​
ມື້ນີ້ວ່າ "ໜ້າ​ເສຍ​ໃຈ...ທີ່ບໍ່ສາມາດເຮັດ​ໃຫ້​ຕົກລົງ​ກັນ​ໄດ້ ​ແລະ​ກອງ​ປະຊຸມນີ້​ ກໍ​ໄດ້​ຈົບ​
ລົງ​ໂດຍ​ທີ່​ບໍ່ມີ​ຄວາມສາມາດ​ທີ່​ຈະ​ນໍາເອົາການ​ແກ້ໄຂບັນຫາ ມາ​ແກ້​ບັນຫາ​ທີ່ແກ່ຍາວ​
ມາ​ເປັນ​ເວລາ​ດົນ​ນານ​ຢ່າງ​ຮ້າຍ​ແຮງ​ນີ້."

ບັນດາ​ຜູ້​ເຂົ້າຮ່ວມ​ໃນ​ການ​ດໍາ​ເນີນຄວາມ​ພະຍາຍາມຂອງ​ສະຫະ​ປະຊາ​ຊາດ ທີ່​ຈະ​ທໍາ
ໃຫ້​ເກາະ​ແຫ່ງ​ນີ້ ທ້ອນ​ໂຮມກັນ​ຄືນໄດ້ ລວມມີຜູ້​ນໍາ​ຂອງ​ກຣີສ ເທີ​ກີ ​ແລະ ​ຜູ້​ຕາງໜ້າທີ່
ໃຫ້ການ​ຄໍ້າປະກັນ ຈາກສາມ​ປະ​ເທດ ຊຶ່ງ​ລວມມີ ກຣີສ ​ເທີ​ກີແລະ​ອັງກິດທີ່​ເປັນ​ອະດີດ​
ຜູ້ປົກຄອງສະໄໝອານານິຄົມໃນ​ເມືອ​ກ່ອນ. ​ເຈົ້າໜ້າທີ່​ຂັ້ນສູງ​ຂອງ​ສະຫະພາບ​ຢູ​ໂຣບ
ກໍ​ໄດ້​ເຂົ້າຮ່ວມ​ກອງປະຊຸມ​ນີ້​ເຊັ່ນ​ກັນ.

​ໄຊ​ປຣັສ ​ໄດ້​ແຕກ​ແຍກ​ກັນ​ມາຕັ້ງ​ແຕ່​ປີ 1974 ​ໃນ​ຕອນ​ທີ່​ທະຫານ​ຂອງ​ເທີ​ກີ​ໄດ້​ບຸກລຸກ ​
ແລະ​ຍຶດຄອງ​ເອົາ​ນຶ່ງ​ສ່ວນສາມ​ຂອງ​ພາກ​ເໜືອປະ​ເທດ​ນີ້ ​ໃນ​ເວລາ​ຕໍ່ມາ​ເພື່ອ​ເປັນ​ການ
​ຕອບ​ໂຕ້​ກັບການ​ລຸກ​ຮື​ຂຶ້ນ ທີ່​ໄດ້​ຮັບແຮ​ງດົນ​ໃຈ ​ຈາກ Athens ​ເພື່ອ​ຢາກ​ເປັນ​ປະ​ເທດ​
ດຽວກັບກຣີສ. ​ເທີ​ກີ​ຮັກສາ​ທະຫານ​ຂອງ​ຕົນ ຈໍານວນ 35,000 ຄົນ​ໄວ້​ໃນ​ພາກເໜືອ
ຂອງ​ໄຊ​ປຣັສ. ປະຊາ​ຄົມກຣີສເຫັນ​ວ່າ​ ທະຫານ​ເຫລົ່ານີ້​ເປັນ​ອັນຕະລາຍແລະຢາ​ກ​ໃຫ້
​ພວກ​ເຂົາ​ເຈົ້າຖອນອອກໄປ. ​ແຕ່​ວ່າ ຊາວ​ໄຊປຣັສ ທີ່​ມີ​ເຊື້ອສາຍ​ເທີ​ກີ ກັບ​ຄິດວ່າ ທະ
ຫານ​ເຫລົ່ານີ້ ​ເປັນ​ຜູ້​ຮັບປະກັນ​ຄວາມ​ປອດ​ໄພ ​ໃຫ້​ແກ່​ເຂົາ​ເຈົ້າ.

ທ່ານ Mevlut Cavusoglu ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ເທີ​ກີ ​ເວົ້າວ່າ
ຈຸດ​ທີ່​ຄ້າງ​ຄາ​ຫລັກໆ ຢູ່​ໃນ​ການ​ພົບ​ປະ​ຢູ່​ສະ​ວິດ​ເຊີ​ແລ​ນນີ້ ກໍ​ຄື ການ​ຢືນຢັນ​ຂອງ​ກຣີສ
​ແລະຊາວ​ໄຊປຣັສ ທີ່​ມີ​ເຊື້ອສາຍກຣີສວ່າ ​ໃຫ້​ເທີ​ກີ​ຖອນ​ກໍາລັງ​ທະຫານ​ຂອງ​ຕົນ​ອອກ
​ໄປຈາກ​ເກາະ​ດັ່ງກ່າວ​ໃຫ້ໝົດ ​ແລະຮຽກຮ້ອງ​ໃຫ້​ລົບ​ລ້າງ ສິດ​ໃນການແຊກ​ແຊງ​ທາງ
ທະຫານ.

ທ່ານ Guterres ກ່າວອີກ​ວ່າ ​ເຖິງ​ແມ່ນ​ວ່າການ​ພົບ​ປະເຈລະຈາ​ ​ໄດ້​ເລີກລົ້ມ​ໄປ "ອັນ​
ນັ້ນ ບໍ່​ໄດ້ໝາຍຄວາມ​ວ່າ ບໍ່ສາມາດ​ມີ​ແນວ​ຄວາມ​ຄິດ​ລິ​ເລີ້ມອັນ​ອື່ນໄດ້ ​ເພື່ອ​ແກ້​ໄຂ​ບັນ
ຫາ​ຂອງ​ໄຊປຣັສນີ້."

ທ່ານ​ເລຂາທິການ​ໃຫຍ່ຂອງ​ສະຫະ​ປະຊາ​ຊາດກ່າວ​ມ້ວນທ້າຍ​ວ່າ “ສະຫະ​ປະຊາ​ຊາດ​ມີ
​ບົດບາດເປັນ​ຜູ້​ຊຸກຍູ້ ​ແລະ​ພວກ​ເຮົາ​ຈະຢູ່ເປີດກວ້າງສະ​ເໝີ ສຳລັບພັກຝ່າຍ​ຕ່າງ​ໆ ທີ່​ຍິນ
​ດີ​ຈະຕົກລົງ​ກັນ​.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG