ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄຊໂຄລນອຳພັນ ພັດຖະຫຼົ່ມ ອິນເດຍ ແລະບັງກລາແດັສ ເສຍຫາຍຮ້າຍແຮງ


ຜູ້ຊາຍອິນເດຍຄົນນຶ່ງ ຍ່າງຖືຄົນຮົ່ມທ່າມກາງຝົນຕົກໜັກ ຢູ່ແຄມແມ່ນໍ້າ ບຣາມາປູຕຣາ ທີ່ເມືອງໂກຮາຕີ ປະເທດອິນເດຍ ວັນທີ 21 ພຶດສະພາ 2020.
ຜູ້ຊາຍອິນເດຍຄົນນຶ່ງ ຍ່າງຖືຄົນຮົ່ມທ່າມກາງຝົນຕົກໜັກ ຢູ່ແຄມແມ່ນໍ້າ ບຣາມາປູຕຣາ ທີ່ເມືອງໂກຮາຕີ ປະເທດອິນເດຍ ວັນທີ 21 ພຶດສະພາ 2020.

ຄວາມເສຍຫາຍຮ້າຍແຮງໃນຂອບເຂດທີ່ກວ້າງຂວາງ ອັນເປັນສາເຫດມາຈາກການ
ພັດຖະຫຼົ່ມຂອງໄຊໂຄລນ ເຂົ້າໃສ່ຫຼາຍໆເຂດຂອງອິນເດຍ ແລະບັງກລາ ແດັສ ຍັງບໍ່
ສາມາດຊາບໄດ້ ໃນທັນທີ ໃນວັນສຸກມື້ນີ້ ເພາະວ່າໄຊໂຄລນຫົວນີ້ ໄດ້ເຮັດໃຫ້ຫຼາຍໆ
ເມືອງ ແລະໝູ້ບ້ານບໍ່ມີໄຟຟ້າ. ຢ່າງໜ້ອຍ 84 ຄົນໄດ້ເສຍຊີ ວິດ.

ຫຼາຍລ້ານຄົນຢູ່ໃນທັງສອງປະເທດ ໄດ້ຖືກຍົກຍ້າຍໄປຢູ່ບ່ອນຫຼົບໄພກ່ອນໜ້າໄຊໂຄລນ
ອຳພັນຈະໄປເຖິງ ແຕ່ພວກເຈົ້າໜ້າທີ່ກ່າວວ່າ ປະຊາຊົນຈຳນວນນຶ່ງ ມີ ຄວາມລັງເລໃຈ
ທີ່ຍ້າຍເຂົ້າໄປຢູ່ບ່ອນຫລົບໄພ ເພາະຢ້ານຕິດໄວຣັສໂຄໂຣນາ.

ນາຍົກລັດຖະມົນຕີອິນເດຍ ທ່ານນາເຣັນດຣາ ໂມດີ ມີກຳນົດທີ່ຈະໄປສຳຫຼວດເບິ່ງຄວາມ
ເສຍຫາຍທາງເຮືອບິນ ໃນວັນສຸກມື້ນີ້ ຢູ່ທີ່ລັດ ເບັງກາລຕາເວັນຕົກ ໂອດິສຊາ ໂກລກາຕາ
ແລະບູບາແນສວາ. ນອກນັ້ນທ່ານຍັງມີກຳນົດທີ່ຈະພົບ ປະກັບບັນດາເຈົ້າໜ້າທີ່ທ້ອງຖິ່ນ.

“ຜົນກະທົບຂອງອຳພັນ ຮ້າຍແຮງກວ່າໄວຣັສໂຄໂຣນາ” ນັ້ນຄືຄຳເວົ້າຂອງລັດ ຖະມົນຕີເ
ບັງກາລຕາເວັນຕົກ ທ່ານມາມາຕາ ເບີເນຈີ ທີ່ໄດ້ກ່າວ ອ້າງອີງເຖິງ ການແຜ່ລະບາດ ທີ່ໄດ້
ເຮັດໃຫ້ມີຄົນເຈັບປ່ວຍ ແລະເສຍຊີວິດໄປຫຼາຍລ້ານຄົນ ຢູ່ໃນທົ່ວໂລກ ຮວມທັງຫຼາຍກວ່າ
110,000 ຄົນ ຢູ່ໃນອິນເດຍ ອີງຕາມໂຕ ເລກຫຼ້າສຸດ.

ໄຊໂຄລນອຳພັນໄດ້ລົດຄວາມແຮງ ລົງມາເປັນພາຍຸລະດູຮ້ອນ ແຕ່ຍັງຄາດວ່າ ຈະເຮັດໃຫ້
ມີຝົນຕົກໜັກ ຢູ່ໃນຫຼາຍໆເຂດຂອງແຜ່ນດີນໃຫຍ່ອິນເດຍ ແລະບັງ ກລາແດັສ ຊຶ່ງຈະພາ
ໃຫ້ເກີດນໍ້າຖ້ວມ ທຳລາຍເຮືອນຊານທີ່ບໍ່ແຂງແຮງ ແລະ ອາຄານຕ່າງໆ.

ລົມພາຍຸຫົວນີ້ໄດ້ພັດເຂົ້າຖະຫຼົ່ມເຂດເອເຊຍໃຕ້ ໃນຂະນະທີ່ເຂດດັ່ງກ່າວພວມ ດິ້ນລົນ
ຮັບມືກັບການລະບາດຂອງໄວຣັສໂຄໂຣນາ. ອົງການເດັກສະຫະປະຊາຊາດ ຫຼື
UNICEF) ກ່າວວ່າ ລົມພາຍຸ ໄດ້ເຮັດໃຫ້ ພວກເດັກ

ນ້ອຍ 19 ລ້ານຄົນຕົກຢູ່ໃນຄວາມສ່ຽງ ບໍ່ພຽງແຕ່ໄດ້ຮັບຜົນກະທົບ ໂດຍກົງຈາກໄພນໍ້າ
ຖ້ວມ ແລະຄວາມເສຍຫາຍຈາກລົມແຮງເທົ່ານັ້ນ ແຕ່ຍັງມີ ໂອກາດທີ່ຈະຕິດໂຄວິດ-19
ຢູ່ບັນດາບ່ອນຫລົບໄພທີ່ແອອັດອີກດ້ວຍ.

ທ່ານຈີນ ໂຄ ຫົວໜ້າອົງການ UNICEF ປະຈຳເຂດເອເຊຍໃຕ້ກ່າວວ່າ “ພວກເຮົາຈະສືບ
ຕໍ່ ຕິດຕາມຢ່າງໃກ້ຊິດເບິ່ງຄວາມປອດໄພຂອງພວກເດັກນ້ອຍ ແລະ ຄອບຄົວເຂົາເຈົ້າຢູ່
ໃນຂົງເຂດ ທີ່ຈະໄດ້ຮັບຜົນກະທົບນັ້ນ ເປັນບູລິມະສິດ ແລະເປັນການດີ ທີ່ໄດ້ເຫັນພວກ
ເຈົ້າໜ້າທີ່ ມີແຜນການອັນຮີບດ່ວນໃນຮັບມືກັບການ ລະບາດຂອງໂຄວິດ-19.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG