ຈຳນວນຜູ້ເສຍຊີວິດຢູ່ໃນ ໂມຊຳບິກ ໄດ້ເພີ່ມຂຶ້ນກາຍ 400 ຄົນໃນວັນເສົາວານນີ້ ໃນ
ຂະນະທີ່ການຊ່ວຍເຫຼືອ ແລະຄວາມພະຍາຍາມກູ້ໄພ ໄດ້ດຳເນີນມາເປັນເວລານຶ່ງອາ
ທິດ ຫຼັງຈາກພາຍຸໄຊໂຄລ ອີແດ ໄດ້ສ້າງຄວາມຫາຍຍະນະໃຫ້ແກ່ຫຼາຍພາກສ່ວນຂອງ
ປະເທດທີ່ຕັ້ງຢູ່ພາກໃຕ້ຂອງ ອາຟຣິກາ ອີງຕາມການກ່າວຂອງ ເຈົ້າໜ້າທີ່ລັດຖະບານ.
ໃນຂະນະທີ່ກຸ່ມການຊ່ວຍເຫຼືອ ເຊິ່ງຕິດຕາມໂດຍກອງທັບ ອາຟຣິກາໃຕ້ ແລະ ອິນເດຍ
ໄດ້ເດີນທາງໄປ ໂມຊຳບິກ ເພື່ອຊອກຫາຜູ້ຫາຍສາບສູນນັ້ນ ເຂົາເຈົ້າໄດ້ດີ້ນຮົນ ທີ່ຈະ
ຊ່ວຍເຫຼືອປະຊາຊົນຫຼາຍສິບພັນຄົນຢູ່ພາກພື້ນດິນ.
ລັດຖະມົນຕີ ທີ່ດິນ ແລະ ສິ່ງແວດລ້ອມຂອງ ໂມຊໍາບິກ ທ່ານ ແຊລໂຊຄໍເຣອາ ໄດ້ກ່າວ
ວ່າສະຖານະການ “ຍັງຮຸນແຮງ ແຕ່ກຳລັງດີຂຶ້ນ.” ທ່ານໄດ້ກ່າວວ່າ 1,500 ຄົນ ຕ້ອງ
ການ ການກູ້ໄພຈາກຫຼັງຄາເຮືອນ ແລະຕົ້ນໄມ້ແລະ ປະມານ 89,000 ຄົນໄດ້ພາກັນ
ເຂົ້າຢູ່ສູນພັກພາອາໄສຕ່າງໆ.
ທ່ານ ຄໍເຣອາ ກ່າວວ່າ ການຕາຍຂອງ 417 ຄົນແມ່ນໄດ້ຖືກຢືນຢັນໃນ ໂມຊໍາບິກ, ເປັນ
ການເພີ່ມຂຶ້ນຂອງຈຳນວນຜູ້ເສຍຊີວິດສູງສຸດຂອງຄົນຢູ່ທີ່ນັ້ນ ແລະ ຢູ່ໃນປະເທດເພື່ອນ
ບ້ານ ຊິມບັບເວ ແລະພາກໃຕ້ຂອງ ມາລາວີ ເປັນ 676 ຄົນ. ພະນັກງານຊ່ວຍເຫຼືອກ່າວ
ວ່າຕົວເລກນັ້ນ ຈະເພີ້ມຂຶ້ນຢ່າງແນ່ນອນ ໃນຂະນະທີ່ນໍ້າຖ້ວມສືບຕໍ່ຫລຸດລົງ. ປະມານ
1 ລ້ານ 7 ແສນຄົນໄດ້ຮັບຜົນກະທົບຈາກພາຍຸ,ເຊິ່ວງແມ່ນນຶ່ງໃນການຖະຫລົ່ມ ທີ່ຮ້າຍ
ແຮງທີ່ສຸດຢູ່ຂົງເຂດ ໃນຮອບຫຼາຍທົດສະວັດທີ່ຜ່ານມາ.
ໃນຂະນະທີ່ບັນດາຜູ້ເຄາະຮ້າຍຈາກພາຍຸດັ່ງກ່າວ ພາກັນເກັບກູ້ເອົາເຄື່ອງຂອງສ່ວນ
ຕົວທີ່ເຂົາເຈົ້າສາມາດຊອກຫາໄດ້ນັ້ນ, ຊາວບ້ານຫຼາຍຄົນທີ່ຢູ່ໃນເຂດຖືກກະທົບ ຍັງ
ຄົງເປັນຫ່ວງກ່ຽວກັບອະນາຄົນຂອງເຂົາເຈົ້າ ແລະການຂາດເຂີນສິ່ງຂອງຈຳເປັນ
ຕ່າງໆເຊັ່ນວ່າ ອາຫານ ນ້ຳ ແລະ ຢາປົວພະຍາດ.
ຄວາມພະຍາຍາມຊ່ວຍເຫຼືອຈາກສາກົນ ແມ່ນໄດ້ປະສານງານກັນໂດຍໂຄງການອາ
ຫານໂລກ ຫຼື (WFP). ຜູ້ອຳນວຍການຂອງອົງການດັ່ງກ່າວ ປະຈຳພາກໃຕ້ຂອງ
ອາຟຣິກາ ທ່ານໂລລາ ກາສໂຕຣ ໄດ້ກ່າວຕໍ່ ວີໂອເອ ໃນວັນສຸກຜ່ານມາວ່າ ບັນດາ
ກຸ່ມບັນເທົາທຸກປະເຊີນກັບ “ສິ່ງທ້າທາຍໃນການຂົນສົ່ງຢ່າງໃຫຍ່ຫຼວງ” ເພື່ອຊ່ວຍ
ເຫຼືອບັນດາຜູ້ເຄາະຮ້າຍ ຜູ້ທີ່ “ມີຄວາມຕຶງຄຽດຢ່າງຍິ່ງ.”