ລາຍງານ ກ່ຽວກັບການກໍ່ຄວາມທາລຸນໂຫດຮ້າຍ ຂອງທະຫານມຽນມາຕໍ່ ພວກຊົນກຸ່ມ
ນ້ອຍຊາວເຜົ່າໂຣຮິງຢາຫວ່າງມໍ໋ໆມານີ້ ໄດ້ເຮັດສ້າງຄວາມຕື່ນຕົກໃຈໃຫ້ແກ່ຫລາຍໆ
ຄົນ ແຕ່ພວກທະຫານມຽນມາ ແມ່ນມີປະຫວັດມາເປັນເວລາ ດົນນານແລ້ວ ໃນການກໍ່
ຄວາມຮຸນແຮງຕໍ່ພົນລະເຮືອນຊົນກຸ່ມນ້ອຍ ທີ່ເຂົາເຈົ້າມັກຖືກກ່າວວ່າ ໃຫ້ການສະໜັບ
ສະໜູນຕໍ່ກຸ່ມກຳລັງປະກອບອາວຸດຊົນກຸ່ມນ້ອຍ ເພື່ອຄວບຄຸມຊັບພະຍາກອນແລະດິນ
ແດນພາຍໃນປະເທດ. ການໂຈມຕີທີ່ຄ້າຍຄືກັນທັງໃນອະດີດແລະປັດຈຸບັນ ໄດ້ສະແດງ
ໃຫ້ເຫັນຮ່ອງຮອຍຂອງການບໍ່ຖືກ ລົງໂທດ ທີ່ໄດ້ແຜ່ລາມຢ່າງກວ້າງຂວາງ ຢູ່ໃນກອງທັບມຽນມາ. ສະຕີິຟ ແຊນຟອຣດ ໂອ້ລົມກັບຜູ້ເຄາະຮ້າຍທີ່ຜ່ານມາ ແລະບັນດາຜູ້ຊ່ຽວຊານ
ກ່ຽວກັບການວົງຈອນຂອງຄວາມຮຸນແຮງ ທີ່ຍັງດຳເນີນຢູ່ຕໍ່ມາ ຊຶ່ງ ກິ່ງສະຫວັນ ຈະນຳ
ເອົາລາຍລະອຽດ ມາສະເໜີທ່ານ.
ເປັນເວລາ 20 ກວ່າປີມາແລ້ວ ນັບແຕ່ທະຫານມຽນມາໄດ້ໂຈມຕີຈູດຢ້າວເຜົາເຮືອນ
ເຮັດ ໃຫ້ພວກຊົນກຸ່ມນ້ອຍ ທີ່ເປັນພົນລະເຮືອນເຜົ່າສານຫລາຍກວ່າ 300,000 ຄົນ
ບໍ່ມີທີ່ຢູ່ອາໄສ ໃນລະຫວ່າງຊຸມປີ 1990.
ແຕ່ການໂຈມຕີຢ່າງໂຫດຮ້າຍທາລຸນໂດຍພວກທະຫານ ຍັງດຳເນີນຕໍ່ມາ ເປັນເວລາ|
ຫລາຍປີ ເຮັດໃຫ້ຫລາຍພັນຄົນບໍ່ມີທີ່ຢູ່ອາໄສໃນລັດສານ ແລະໃນເຂດຊົນເຜົ່າອື່ນໆ.
ທ້າວລຸງ ໄຊ ລັງ ແລະຄອບຄົວຂອງລາວໄດ້ພາກັນຫລົບໜີຈາກພາກກາງຂອງລັດສານ
ໃນປີ 2002 ຫລັງຈາກໄດ້ມີການຍິງປືນໃຫຍ່ໃສ່ບ້ານຂອງລາວເປັນເວລາຫຼາຍອາທິດ
ແຕ່ລາວບໍ່ເຄີຍລືມ ການກໍ່ໂທດກຳທີ່ຜ່ານມາຂອງພວກທະຫານ ມຽນມາ.
ທ້າວລຸງ ໄຊ ລັງ ກ່າວວ່າ “ເວລາໃດພວກເຮົາໄດ້ຂ່າວວ່າ ທະຫານມຽນມາຈະມາ
ແລ້ວເວລານັ້ນ ພວກຜູ້ຊາຍທັງໝົດກໍຈະພາກັນຫາຍໂຕໄປ. ພວກແມ່ຍິງ ແລະເດັກ
ນ້ອຍຕ້ອງໄດ້ຢູ່ ໃນເມື່ອພວກເຂົາເຈົ້າບໍ່ເຫັນພວກຜູ້ຊາຍທີ່ຈະນຳໄປລຳລຽງຫຼືຂົນ
ສົ່ງເພາະສະນັ້ນພວກເຂົາເຈົ້າກໍຈະເອົາພວກແມ່ຍິງໄປ ເມື່ອເຂົ້າໄປໃນປ່າແລ້ວກໍ
ຈະມີກໍລະນີຂົ່ມຂືນສຳເລົາ ມີຫຼາຍໆກໍລະນີຂອງການຂົ່ມຂືນ.”
ຄວາມຮູ້ສຶກຢ້ານກົວທີ່ຍັງມີຢູ່ຕໍ່ມາໃນໝູ່ພວກຊົນກຸ່ມນ້ອຍ ແມ່ນໄດ້ຖືກນຳມາໃຊ້ນັບ
ຕັ້ງແຕ່ພວກທະຫານ ໄດ້ປົກຄອງປະເທດໃນປີ 1962 ແຕ່ການຈົດບັນທຶກກ່ຽວກັບເຫດ
ການທີ່ເກີດຂຶ້ນນັ້ນ ແມ່ນບໍ່ຄ່ອຍມີ.
ຕໍ່ມາ ໃນປີ 2002 ບັນດາກຸ່ມປົກປ້ອງສິດທິມະນຸດ ໃນລັດສານ ໄດ້ທຳການສືບສວນ
ແລະພິມເຜີຍແຜ່ລາຍງານທີ່ມີຊື່ວ່າ “ໃບອະນຸຍາດໃຫ້ຂົ່ມຂືນ” ທີ່ຈໄດ້ຈົດ ບັນທຶກ 173
ກໍລະນີ ຂອງການຂົ່ມຂືນ ແລະຄວາມຮຸນແຮງທາງເພດອື່ນໆ ທີ່ກໍ່ຂຶ້ນ ໂດຍພວກທະ
ຫານມຽນມາ ລະຫວ່າງປີ 1996 ຫາປີ 2001.
ທ່ານຈຳຕົງ ຈາກມູນນິທິສິດທິມະນຸດລັດສານ ກ່າວວ່າ “ການກໍ່ໂທດກຳດັ່ງກ່າວນີ້
ແມ່ນຖືວ່າເປັນການກະທຳທີ່ໜ້າລະອາຍທີ່ສຸດ. ມັນຖືກນຳໃຊ້ເພື່ອສ້າງຄວາມຢ້ານ
ກົວ ເຮັດໃຫ້ໝົດກຳລັງໃຈແລະສ້າງຄວາມອັບອາຍຂາຍໜ້າຢູ່ໃນປະຊາຄົມ ທ້ອງ
ຖິ່ນ ແລະຍັງເພື່ອສະແດງໃຫ້ເຫັນວ່າ ເຂົາເຈົ້າສາມາດຄວບຄຸມປະຊາຄົມທັງ
ໝົດໄດ້.”
ການກ່າວຫາ ໃນການໃຊ້ການຂົ່ມຂືນເປັນອາວຸດສົງຄາມ ຍັງມີມາຈົນເທົ່າທຸກມື້ນີ້ແຕ່
ໃນປັດຈຸບັນ ແມ່ນຢູ່ລັດຣາໄຄນ໌ ຕໍ່ພວກຊົນເຜົ່ານ້ອຍຊາວໂຣຮິງຢາ.”
ພວກທະຫານມຽນມາ ກ່າວອ້າງວ່າ ການສືບສວນພາຍໃນພົບເຫັນວ່າ ທະຫານຂອງ
ຕົນບໍ່ໄດ້ຂົ່ມຂືນ ຫລືກໍ່ຄວາມຮຸນແຮງທາງເພດໃດໆ ຕໍ່ພວກແມ່ຍິງ.
ມັນເປັນການຍາກ ທີ່ຈະເຊື່ອຖືໄດ້ສຳລັບກຸ່ມປົກປ້ອງສິດທິມະນຸດ ທີ່ໄດ້ເກັບກຳ ຮີບ
ຮວມເອົາຄຳໃຫ້ການຂອງຜູ້ເຄາະຮ້າຍຫລາຍຮ້ອຍຄົນ ແຕ່ໄດ້ຖືກຫ້າມບໍ່ໃຫ້ ທຳການ
ສືບສວນ ຢູ່ໃນລັດຣາໄຄນ໌.
ທ່ານຟິລ ໂຣເບີດສັນ ຈາກກຸ່ມປົກປ້ອງສິດທິມະນຸດ Human Rights Watch ກ່າວ
ວ່າ “ພວກເຮົາຂໍປະນາມການລ່ວງລະເມີດ ຕໍ່ພົນລະເຮືອນຢູ່ໃນທຸກກໍລະນີທັງໝົດ
ແລະສຳລັບເຂົາເຈົ້າທີ່ກ່າວວ່າ ພວກເຮົາຈະບໍ່ໃຫ້ເຈົ້າເຂົ້າໄປສືບສວນຢູ່ໃນເຂດນີ້
ເພາະວ່າມັນເປັນອັນຕະລາຍຫຼາຍ ຖ້າຫາກວ່າເປັນອັນຕະລາຍຫຼາຍສຳລັບປະຊາ
ຊົນຜູ້ຢູ່ທີ່ນັ້ນ ພວກເຮົາຈະພາກັນສ່ຽງ ພວກເຮົາຈະເຂົ້າໄປ. ແຕ່ພວກເຮົາຫວັງວ່າ
ຈະເຂົ້າໄປຫາທຸກໆບ່ອນ ໂດຍບໍ່ມີການຂັດຂວາງ ແລະພວກເຮົາຈະຮັບເອົາ ການ
ແຊກແຊງໃດໆກໍຕາມ ຈາກລັດຖະບານມຽນມາ.”
ເຖິງແມ່ນວ່າໄດ້ມີຫລັກຖານເປັນຈຳນວນຫຼວງຫຼາຍກໍຕາມ ແຕ່ກໍຍັງມີຄຳຖາມຢູ່ວ່າ ບັນ
ດາຜູ້ເຄາະຮ້າຍໃນອະດີດທີ່ຜ່ານມາພ້ອມທັງພວກຜູ້ເຄາະຮ້າຍປັດຈຸບັນຈະໄດ້ຮັບ
ຄວາມເປັນທຳຫຼືບໍ່?