ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກົດ​ໝາຍ​ປ້ອງ​ກັນ ​ຄວາມ​ປອດ​ໄພ​ ທາງອິນ​ເຕີ​ແນັດ ຂອງ​ຫວຽດ​ນາມ ສັ່ງໃຫ້​ເຝົ້າ​ຕິດ​ຕາມ ​ການ​ໃຊ້​ອິນ​ເຕີ​ແນັດ


​ການໃຊ້​ອິນ​ເຕີ​ແນັດ​ ໃນ​ຮ້ານ​ບໍ​ລິ​ການ​ດ້ານ​ການ​ໃຊ້​ຄອມພີວ​ເຕີ​ ມີ​ຄວາມ​ນິຍົມກັນ​ຫລາຍ ແຕ່​ຄວາມ​ເຂົ້າ​ໃຈ ​ໃນ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ ທາງອິນ​ເຕີ​ແນັດ ຍັງ​ບໍ່​ທັນມີ​ຫລາຍ.
​ການໃຊ້​ອິນ​ເຕີ​ແນັດ​ ໃນ​ຮ້ານ​ບໍ​ລິ​ການ​ດ້ານ​ການ​ໃຊ້​ຄອມພີວ​ເຕີ​ ມີ​ຄວາມ​ນິຍົມກັນ​ຫລາຍ ແຕ່​ຄວາມ​ເຂົ້າ​ໃຈ ​ໃນ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ ທາງອິນ​ເຕີ​ແນັດ ຍັງ​ບໍ່​ທັນມີ​ຫລາຍ.

ຖ້າ​ຫາກ​ທ່ານ​ເອົາສິ່ງທີ່​ຕ້ານ​ລັດ​ຖະ​ບານ​ລົງ​ໃສ່​ໃນ​ອິນ​ເຕີ​ແນັດ​ຢູ່​ຫວຽດ​ນາມ ທ່ານ​ຄາດ​
ໄວ້​ໂລດ​ວ່າ ຈະ​ຖືກ​ຈັບ​ໄດ້ ຫລືບໍ່​ກໍ​ຈະ​ຖືກກັບ​ດັກລໍ້ໃຫ້​ເຮັດຜິດ​ໄປ. ນັບ​ແຕ່​ປີ 2019
ເປັນ​ຕົ້ນ​ໄປ ພວກ​ເຈົ້າ​ໜ້າ​ທີ່ ສາ​ມາດ​ສ້າງ​ໃຫ້​ເປັນ​ຫລັກ​ຖານ​ເພື່ອ​ເອົາ​ຜິດ​ກັບ​ທ່ານ​ໄດ້
ໂດຍ​ໃຊ້​ສິ່ງ​ທີ່​ທ່ານ​ສົ່ງ​ໄປ​ທາງ​ອີ​ເມ​ລ ແລະ​ເຄືອ​ຂ່າຍ​ສື່​ສັງ​ຄົມ​ອອນ​ລາຍ ຊຶ່ງ​ລວມ​ທັງ
ເຟັ​ສ​ບຸກ (Facebook) ນັ້​ນ​ອີກ​ດ້ວຍ. ແຕ່​ວ່າ ປະ​ເທດ​ທີ່​ຄິດ​ເຫັນ​ບົດ​ບາດ​ຂອງ​ຕົນ
ຢູ່​ໃນ​ເສດ​ຖະ​ກິດ​ທາງ​ດິ​ຈີ​ຕອ​ລ ທີ່​ຫາກໍ່ເລີ້ມ​ເກີດ​ຂຶ້ນນັ້ນ ຈະ​ບໍ່​ປິດ​ເວັບ​ໄຊ​ທ໌​ຕ່າງໆ​ລົງ
ແບບ​ດຽວ​ກັນ​ກັບ​ຈີນເຮັດ.

ໜ້າເຟັ​ສ​ບຸກ (Facebook) ​ຂອງ​ລັດ​ຖະ​ບານ​ຫວຽດ​ນາມ
ໜ້າເຟັ​ສ​ບຸກ (Facebook) ​ຂອງ​ລັດ​ຖະ​ບານ​ຫວຽດ​ນາມ

ຫວຽດ​ນາມ ແມ່ນ​ໄດ້​ຢູ່​ໃນ​ສະ​ພາບ​ທີ່​ຫວາດ​ສຽວ​ຂອງ​ການ​ດຸ່ນ​ດ່ຽງ​ລະ​ຫວ່າງ ການ​ໃຊ້
​ອິນ​ເຕີແນັດຢ່າງ​ເສ​ລີ​ໂດຍ​ເປັນ​ສ່ວນ​ນຶ່ງ​ຂອງ​ການ​ເຕີບ​ໂຕ​ທາງ​ເສ​ດ​ຖະ​ກິດ ແລະ​ການ
​ສູ້​ຢັນ​ກັບ​ສິ່ງ​ທີ່​ທ່ານລາມ​ຫງ​ວຽນ (Lam Nguyen) ຫົວ​ໜ້າ​ບໍ​ລິ​ຫານ​ປະ​ຈຳ​ປະ​ເທດ​
ຫວຽດ​ນາມຂອງ​ບໍ​ລິ​ສັດຄົ້ນ​ຄວ້າ​ຕະ​ຫລາດ IDC ເອີ້ນ​ວ່າ "ໄພ​ຫາຍ​ຍະ​ນະ​ຈາກ​ລະ​
ບົບ​ດີ​ຈິ​ຕອ​ລ" ນັ້ນ. ໃນ​ຂະ​ນະ​ດຽວ​ກັນ ປະ​ເທດ​ດັ່ງ​ກ່າວ ກໍ​ມີຄວາມ​ໂກດ​ເຄືອງ​ເພີ້ມ​ຂຶ້ນ
ຕໍ່​ການ​ຕໍ່​ຕ້ານ​ລັດ​ຖະ​ບານໂດຍ​ໃຊ້​ອິນ​ເຕີ​ແນັດ.

ຮ່າງດຳ​ລັດ​ກົດ​ໝາຍວ່າ​ດ້ວຍ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ທາງອິນ​ເຕີ​ແນັດ ຫລື
Cybersecurity ຈະ​ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ວັນ​ທີ 1 ມັງ​ກອນ​ຈະ​ມາ​ເຖິງນີ້ ພາຍ​ຫລັງ​ທີ່​ໄດ້​
ໃຊ້​ເວ​ລ 18 ເດືອນ​ເພື່ອ​ສ້າງ​ຂຶ້ນ​ມາ ຈະ​ຊ່ວຍລັດ​ຖະ​ບານ​ຄອມ​ມີວ​ນິ​ສ ຢູ່​ທີ່ນັ້ນ​ບັນ​ລຸ​ເປົ້າ​
ໝາຍ​ເຫລົ່າ​ນີ້ ໂດຍ​ການ​ອອກ​ຄຳ​ສັ່ງ​ໃຫ້​ຜູ້​ໃຫ້​ບໍ​ລິ​ການ​ດ້ານອິນ​ເຕີ​ແນັດ ຫລື service
providers ​ດຳ​ເນີນ​ການ​ເພີ້ມ​ຂຶ້ນ​ໃນ​ການ​ເຝົ້າ​ຕິດ​ຕາມ​ເບິ່ງ​ການ​ໃຊ້​ຂອງ​ຄົນ.

ທ່ານ ຊຸນ​ດາ ພິ​ໄຊ, ຫົວ​ໜ້າ ຜູ້​ບໍ​ລິ​ຫານຂອງບ​ໍ​ລິ​ສັດ Google ກ່າວ​ຢູ່​ໃນ​ກອງ​ປະ​ຊຸມ ປະ​ຊາ​ຄົມ IT ໃນ​ທ້ອງ​ຖິ່ນ ຢູ່​ນະ​ຄອນ​ຫລວງ​ຮາ​ໂນ່ຍ ຫວຽດ​ນາມ ໃນ​ເດືອນ​ທັນ​ວາ, 2015
ທ່ານ ຊຸນ​ດາ ພິ​ໄຊ, ຫົວ​ໜ້າ ຜູ້​ບໍ​ລິ​ຫານຂອງບ​ໍ​ລິ​ສັດ Google ກ່າວ​ຢູ່​ໃນ​ກອງ​ປະ​ຊຸມ ປະ​ຊາ​ຄົມ IT ໃນ​ທ້ອງ​ຖິ່ນ ຢູ່​ນະ​ຄອນ​ຫລວງ​ຮາ​ໂນ່ຍ ຫວຽດ​ນາມ ໃນ​ເດືອນ​ທັນ​ວາ, 2015

ເຖິງ​ແມ່ນ​ວ່າ ຈະ​ຖືກ​ຄັດ​ຄ້ານ​ໂດຍ​ບໍ​ລິ​ສັດ Google ແລະ Facebook ກໍ​ຕາມ ຜູ້​ໃຫ້​ບໍ​ລິ​ການ​ດ້ານ​ສື່​ສັງ​ຄົມ​ອອນ​ລາຍ ພ້ອມ​ທັງ​ດ້ານ e-mail ແລະ​ການ​ຄ້າຜ່ານອິນ​ເຕີ​ແນັດ ອາດ​ຈະ​ຖືກບອກ​ໃຫ້​ເກັບ​ເອົາ​ຂໍ້​ມູນ​ໄວ້​ໃນ​ຫວຽດ​ນາມ, ອີງ​ຕາມ ກົດ​ໝາຍ​ວ່າ​ດ້ວຍການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ທາງອິນ​ເຕີ​ແນັດ ຫລື Cybersecurity ນີ້. ຫລືບໍ່​ດັ່ງ​ນັ້ນ ພວກ​ເຂົາ​ເຈົ້າ​ກໍ​ຕ້ອງທຳ​ການກວດກາ ດ້ວຍ​ຕົນ​ເອງ ແລ້ວ​ເອົາຂໍ້​ມູນ​ກ່ຽວ​ກັບ​ລູກ​ຄ້າຂອງ​ຕົນ​ໃຫ້​ລັດ​ຖະ​ບານ ແລະ​ກໍ​ລຶບ​ເນື້ອ​ໃນ​ບາງ​ຢ່າງ​ຖິ້ມ, ອີງ​ຕາມ​ທ່ານຫງວຽນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG