ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໗ ກຸມພາ ໒໐໒໕

ນັກລົງທຶນສະກຸນເງິນດິຈິຕອລຄາດໝ​າຍການຂະຫຍາຍໂຕພາຍໃຕ້ການນຳພາຂອງ ທ່ານ ທຣຳ


​ຊົມ​ວິ​ດີ​ໂອ ກ່ຽວ​ກັບ ລາຍ​ງານນີ້.

ນັກລົງທຶນສະກຸນເງິນດິຈິຕອລ ມີຄວາມຫວັງຫຼາຍຕໍ່ການຂຶ້ນສູ່ຕຳແໜ່ງປະທານາທິບໍດີຂອງ ທ່ານ ດໍ​ໂນ​ລ ທຣໍາ, ເຊິ່ງເປັນຜູ້ທີ່ໂຄສະນາຫາສຽງໃນປີນີ້ດ້ວຍການສະໜັບສະໜູນສະກຸນເງິນດິຈິຕອລ.

ໃນລະຫວ່າງການຫາສຽງເລືອກຕັ້ງປະທານາທິບໍດີ, ທ່ານ ດໍ​ໂນ​ລ ທຣໍາ ປຽບທຽບຊຸມຊົນບິດຄອຍ ກັບພະລັງງານເຫຼັກກ້າຂອງ ສະຫະລັດ ເມື່ອ 100 ປີທີ່ຜ່ານມາ.

ທ່ານ ດໍ​ໂນ​ລ ທຣໍາ, ຜູ້ສະໝັກປະທານາທິບໍດີຈາກພັກຣີພັບບລີກັນ ກ່າວວ່າ:

"ນີ້ແມ່ນຈິດວິນຍານທີ່ສ້າງອາເມຣິກາ, ແລະ ນີ້ ແມ່ນຈິດວິນຍານທີ່ຈະຊ່ວຍໃຫ້ພວກເຮົາ ໄດ້ເຮັດໃຫ້ ອາເມຣິກາ ກັບມາຍິ່ງໃຫຍ່ອີກຄັ້ງ."

ທ່ານ ທຣຳ ກ່າວວ່າ ທ່ານຈະເຮັດໃຫ້ ສະຫະລັດ ອາເມຣິກາ ເປັນນະຄອນຫຼວງຂອງສະກຸນເງິນດິຈິຕອລ ຂອງໂລກ.

ທ່ານ ດໍ​ໂນ​ລ ທຣໍາ, ຜູ້ສະໝັກປະທານາທິບໍດີຈາກພັກຣີພັບບລີກັນ ກ່າວວ່າ:

"ຫາກວ່າສະກຸນເງິນດິຈິຕອລ ຈະເປັນໂຕກຳນົດອະນາຄົດ, ຂ້າພະເຈົ້າຕ້ອງການໃຫ້ມັນຖືກຂຸດ, ຕີເປັນຫຼຽນ ແລະ ຜະລິດໃນ ສະຫະລັດ ອາເມຣິກາ."

ຫຼັງຈາກໄຊຊະນະຂອງ ທ່ານ ທຣຳ, ມູນຄ່າຂອງບິດຄອຍມີມູນຄ່າເພີ້ມຂຶ້ນຈົນບັນລຸລະດັບສູງສຸດ. ນັກລົງທຶນສະກຸນເງິນດິຈິຕອລຮູ້ສຶກກະຕືລືລົ້ນຈາກຄຳສັນຍາຂອງ ທ່ານ ທຣຳ ທີ່ຈະຜ່ອນຜັນການກຳກັບຄວບຄຸມສະກຸນເງິນດິຈິຕອລ ໂດຍຄະນະກໍາມະການຫຼັກຊັບ ແລະ ຕະຫຼາດຫຼັກຊັບຂອງ ສະຫະລັດ, ເຊິ່ງນັກວິເຄາະຕະຫຼາດ ທ່ານ ກາຣຣິກ ຮິວແມນ ກ່າວວ່າ ລັດຖະບານຂອງ ທ່ານ ໂຈ ໄບເດັນ ໃຊ້ການຄວບຄຸມທີ່ເຄັ່ງຄັດ ເພື່ອປ້ອງກັນຜູ້ກະທໍາຜິດ.

ທ່ານ ກາຣຣິດ ຮິວແມນ, ຜູ້ຊ່ຽວຊານສະກຸນເງິນດິຈິຕອລ ກ່າວວ່າ:

"ອາດຈະກ່າວໄດ້ວ່າ ມັນຈະເປັນໂຕສ້າງຜົນກະທົບດ້ານລົບຕໍ່ຜູ້ສໍ້ໂກງທີ່ຕ້ອງການເຂົ້າມາວົງການສະກຸນເງິນດິຈິຕອລ. ດັ່ງນັ້ນ, ຫາກນຳເອົາແນວທາງການກຳກັບດູແລທີ່ບໍ່ເຄັ່ງຄັດເຂົ້າມາ, ອາດເກີດຜົນກະທົບຢ້ອນກັບຄື ມີການສໍ້ໂກງ ແລະອາດຊະຍາກຳຫຼາຍຂຶ້ນ, ເຊິ່ງຈະສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ການຍອມຮັບຊັບສິນເຫຼົ່ານີ້."

ທີມງານສະໜັບສະໜູນສະກຸນເງິນດິຈິຕອລ ຂອງທ່ານ ທຣໍາ ກຳລັງພິຈາລະນານະໂຍບາຍອື່ນໆເພື່ອສະໜັບສະໜູນອຸດສາຫະກຳ, ອີງຕາມການກ່າວຂອງນັກວິເຄາະດ້ານການຕະຫຼາດ ທ່ານນາງ ຊູຊັນນາ ສຕຣີເຕີ.

ທ່ານນາງ ຊູຊັນນາ ສຕຣີເຕີ, ບໍລິສັດ Hargreaves Lansdown ກ່າວວ່າ:

"ນະໂຍບາຍທີ່ພວກເຂົາເຈົ້ານຳສະເໜີ ລວມເຖິງການສ້າງຄັງສຳຮອງຍຸດທະສາດຂອງ ບິດຄອຍ ແລະ ສະກຸນເງິນດິຈິຕອລອື່ນໆ, ເນື່ອງຈາກຊັບສິນທີ່ຍຶດມາຈາກອາດຊະຍາກຳຖືກຂາຍຖິ້ມ. ແຕ່ແນວຄິດນີ້ ບໍ່ພຽງແຕ່ເປັນການເກັບຮັກສາຊັບສິນເທົ່ານັ້ນ ແຕ່ຍັງເພີ້ມຂຶ້ນໃນປີຕໍ່ໆໄປ."

ທ່ານນາງ ສຕຣີເຕີ ກ່າວກ່ຽວກັບແນວທາງຂອງ ທ່ານ ທຣຳ ທີ່ເບິ່ງຄືວ່າ ຈະສອດຄ່ອງກັບຜົນປະໂຫຍດຂອງສະກຸນເງິນດິຈິຕອລ ໃນການຮັກສາອຸດສາຫະກຳໃຫ້ກະຈາຍອຳນາດ.

ທ່ານນາງ ຊູຊັນນາ ສຕຣີເຕີ, ບໍລິສັດ Hargreaves Lansdown ກ່າວວ່າ:

"ທີມງານ ຍັງບໍ່ສະໜັບສະໜູນຂໍ້ສະເໜີເລື່ອງສະກຸນເງິນດິຈິຕອລຂອງທະນາຄານກາງ, ໝາຍເຖິງເງິນໂດລາດິຈິຕອລ ທີ່ອາດນຳໄປສູ່ການລວມສູນສະກຸນເງິນ, ເຊິ່ງບໍ່ໄດ້ຮັບການສະໜັບສະໜູນຈາກອຸດສາຫະກຳສະກຸນເງິນດິຈິຕອລຢ່າງແນ່ນອນ."

ແລະ ຫຼັງຈາກນັ້ນກໍ່ມີ, ເຊິ່ງບໍລິສັດລົດໄຟຟ້າ Tesla ຂອງລາວຖືຄອງ ບິດຄອຍ ໄວ້ເປັນຈຳນວນຫຼາຍ.

ທ່ານ ມັສຄ໌ ເຂົ້າຮ່ວມການໂຄສະນາຫາສຽງຂອງ ທ່ານ ທຣຳ ໃນເດືອນສຸດທ້າຍ ແລະ ຕອນນີ້ຈະເຂົ້າເປັນປະທານຮ່ວມໃນຄວາມພະຍາຍາມຂອງລັດຖະບານໃໝ່ ເພື່ອປັບປຸງປະສິດທິພາບ.

ທ່ານ ອີລອນ ມັສຄ, ປະທານບໍລິສັດ Tesla ກ່າວວ່າ:

"ຂ້າພະເຈົ້າບໍ່ເຄີຍມີສ່ວນຮ່ວມທາງການເມືອງມາກ່ອນ. ຕອນນີ້ຂ້າພະເຈົ້າມີສ່ວນຮ່ວມທາງການເມືອງ ຍ້ອນຂ້າພະເຈົ້າຄິດວ່າ ອະນາຄົດຂອງອາເມຣິກາ ແລະອະນາຄົດຂອງອາລະຍະທຳ ກຳລັງຢູ່ໃນຈຸດວິກິດ."

ທ່ານ ຮິວແມນ ກ່າວວ່າ ທ່ານ ມັສຄ໌ ຈະເປັນຜູ້ມີບົດບາດສຳຄັນ, ແລະ ເປັນສູນກາງ ໃນການສ້າງ "Trump pump" ເພື່ອສ້າງຄວາມກະຕືລືລົ້ນໃຫ້ກັບຊາວອາເມຣິກັນ.

ທ່ານ ກາຣຣິດ ຮິວແມນ, ຜູ້ຊ່ຽວຊານສະກຸນເງິນດິຈິຕອລ ກ່າວວ່າ:

"ລາວເປັນຄົນທີ່ມັກສະກຸນເງິນ Dogecoin ຫຼາຍ, ເຊິ່ງເປັນຫຼຽນສັນຍາລັກ ທີ່ສອດຄ່ອງກັບປັດຊະຍາຂອງລາວວ່າ ຜົນຮັບທີ່ບັນເທີງທີ່ສຸດ ແມ່ນເປັນຜົນຮັບທີ່ມີຄວາມເປັນໄປໄດ້ຫຼາຍທີ່ສຸດ. "

ສະກຸນເງິນດິຈິຕອລ ຍັງຄົງປະເຊີນອຸປະສັກໃນການຍອມຮັບໃນວົງກວ້າງ, ໂດຍຂໍ້ມູນຂອງສູນຄົ້ນຄວ້າ Pew ເມື່ອເດືອນທີ່ຜ່ານມາສະແດງໃຫ້ເຫັນປະມານ 2 ໃນ 3 ຂອງຄົນອາເມຣິກາກ່າວວ່າ ມີຄວາມເຊື່ອໝັ້ນໜ້ອຍ ຫຼື ເກືອບບໍ່ມີເລີຍ ວ່າວິທີການລົງທຶນ, ຊື້ຂາຍ ຫຼື ໃຊ້ສະກຸນເງິນດິຈິຕອລ ໃນປັດຈຸບັນ ມີຄວາມໜ້າເຊື່ອຖື ແລະປອດໄພ.

ອ່ານບົດລາຍງານດ້ານລຸ່ມນີ້ເປັນພາສາອັງກິດ

Cryptocurrency investors have big hopes for the approaching presidency of Donald Trump, who campaigned this year as a champion of digital currencies. VOA Correspondent Scott Stearns has our story.

Campaigning for president, Donald Trump compared the Bitcoin community to the power of U.S. steel 100 years ago.

Donald Trump, Republican Presidential Nominee.

"This is the kind of spirit that built America, and this is the spirit that's going to help us make America great again.

Trump says he will make the United States the crypto capital of the planet.

Donald Trump, Republican Presidential Nominee.

"If crypto is going to define the future I want it to be mined, minted and made in the USA."

Following Trump’s win, Bitcoin values reached record highs. Digital currency investors are encouraged by Trump’s promises to loosen crypto oversight by the U.S. Securities and Exchange Commission, where market analyst Garrick Hileman says Joe Biden’s administration used tighter controls to keep out some bad actors.

Garrick Hileman, Cryptocurrency Expert.

"It did arguably have a chilling effect on fraudsters wanting to come into crypto. So, if you now introduce a light-touch arena, you could have this kind of boomerang effect where even more fraud and crime take place, which has a very negative effect on people looking to adopt this as a real asset."

Trump’s pro-crypto team is also looking at other policy changes to support the industry, says market analyst Susannah Streeter.

Susannah Streeter, Hargreaves Lansdown.

"The policies that they have put forward include building up a strategic reserve of Bitcoin and other cryptocurrencies, because assets are seized from criminals, but they have been sold off. But the idea behind this would be to not just hang on to these assets but add to them in the next few years."

Streeter says Trump’s approach appears more in line with crypto’s interests to keep the industry largely decentralized.

Susannah Streeter, Hargreaves Lansdown.

"The team has also appeared to not back suggestions for central bank digital currency, effectively a digital dollar that actually could lead to more centralization of the currency, which is certainly not supported by the crypto industry."

And then there’s Elon Musk, whose Tesla electric vehicle company owns a significant amount of Bitcoin.

Musk joined the Trump campaign in its final month and will now co-chair the incoming government’s efforts to improve efficiency.

Elon Musk, Tesla CEO.

“I haven't been politically active before. I'm politically active now because I think the future of America and future of civilization is at stake.”

Hileman says Musk will be central to an expected “Trump pump,” building enthusiasm for crypto.

Garrick Hileman, Cryptocurrency Expert.

"He's a big fan of Dogecoin, which is a meme coin which aligns with his philosophy that the most entertaining outcome, I guess, is the most likely outcome.”

Digital currencies still face obstacles to wider acceptance, with Pew Research Center data last month showing that nearly two-thirds of Americans say they have little to no confidence that current ways to invest in, trade or use cryptocurrencies are reliable and safe.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG