ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຊາວ​ໂຄ​ຣ​ເອ​ເຊຍ ໄປ​ລົງ​ຄະ​ແນນ​ສຽງ ໃນ​ການ​ເລືອກ​ຕັ້ງ ເອົາ​ປະ​ທາ​ນາ​ທິ​ບໍ​ດີ ຂອງ​ປະ​ເທດ


ຜູ້​ຂີ່​ລົດ​ຖີບ ຄົນ​ນຶ່ງແລ່ນ​ຜ່ານ​ປ້າຍ​ໂຄ​ສະ​ນາ​ຫາ​ສຽງ ຂອງ​ຜູ້​ສະ​ໝັກ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ທ່ານ​ນາງ ໂຄ​ລິນ​ດາ ກ​ຣາ​ບາ ຄີ​ຕາ​ໂຣ​ວິ​ຈ ໃນ​ນະ​ຄອນຫຼວງ ຊາ​ເກ​ຣັບ ​ຂອງ​ໂຄ​ຣ​ເອ​ເຊ, ວັນ​ທີ 21 ທັນ​ວາ 2019.
ຜູ້​ຂີ່​ລົດ​ຖີບ ຄົນ​ນຶ່ງແລ່ນ​ຜ່ານ​ປ້າຍ​ໂຄ​ສະ​ນາ​ຫາ​ສຽງ ຂອງ​ຜູ້​ສະ​ໝັກ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ທ່ານ​ນາງ ໂຄ​ລິນ​ດາ ກ​ຣາ​ບາ ຄີ​ຕາ​ໂຣ​ວິ​ຈ ໃນ​ນະ​ຄອນຫຼວງ ຊາ​ເກ​ຣັບ ​ຂອງ​ໂຄ​ຣ​ເອ​ເຊ, ວັນ​ທີ 21 ທັນ​ວາ 2019.

ພວກ​ມີ​ສິດ​ປ່ອນ​ບັດ​ເລືອກ​ຕັ້ງ​ໃນ​ໂຄ​ຣ​ເອ​ເຊຍ ກຳ​ລັງ​ພາ​ກັນ​ໄປ​ໜ່ວຍ​ເລືອກ​ຕັ້ງ​ຕ່າງໆ ໃນ​ວັນ​ອາ​ທິດມື້ນີ້ ເພື່ອ​ເລືອກ​ເອົາ​ປະ​ທາ​ນາ​ທິ​ບໍ​ດີຂອງ​ປະ​ເທດ.

ປະ​ທາ​ນາ​ທິ​ບໍ​ດີ ຜູ້​ດຳ​ລົງ​ຕຳ​ແໜ່ງ​ໃນ​ປັດ​ຈຸ​ບັນ ທ່ານ​ນາງ ໂຄ​ລິນ​ດາ ກ​ຣາ​ບາ​ຣ-ຄີ​ຕາ​ໂຣ​ວິຈ ​ຫົວ​ອາ​ນຸ​ລັກ​ນິ​ຍົມ ແມ່ນ​ກຳ​ລັງ​ຖືກ​ທ້າ​ຊີງຕຳ​ແໜ່ງ​ໂດຍ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ທ່ານໂຊ​ຣານ ມີ​ໂລ​ໂນ​ວິຈ ​ຜູ້​ນິ​ຍົມ​ຝ່າຍ​ຊ້າຍ ແລະ​ນັກ​ຮ້ອງ​ຜູ້ນິ​ຍົມ​ຝ່​າຍ​ຂວາ ທ່ານ​ມີ​ໂຣ​ສະ​ລາບ ສ​ໂກ​ໂຣ.

ບັນ​ດາ​ນັກ​ວິ​ເຄາະ​ດ້ານ​ການ​ເມືອງ ກ່າວ​ວ່າ ອາດ​ເປັນ​ໄປ​ໄດ້​ວ່າ ຈະ​ມີ​ການ​ລົງ​ຄະ​ແນນ​ສຽງ​ຂັ້ນ​ຊີ້​ຂາດ ໃນ​ເດືອນ​ມັງ​ກອນ​ຈະ​ມາ​ເຖິງນີ້.

ການ​ເລືອກ​ຕັ້ງ​ກ່ອນ​ວັນ​ຄ​ຣິ​ສ​ມັ​ສ ນີ້ ມີ​ຂຶ້ນບໍ່​ເທົ່າ​ໃດ​ວັນ ກ່ອນ​ທີ່​ ໂຄ​ຣ​ເອ​ເຊຍ ຈະເລີ້ມ​ການ​ໝຸນ​ວຽນໄປເປັນ​ປະ​ທານ​ຂອງ​ສະ​ຫະ​ພາບ​ຢູ​ໂຣບ ຄັ້ງ​ທຳ​ອິດ​ຂອງ​ຕົນ ​ນຶ່ງ​ສະ​ໄໝໃນໄລ​ຍະ​ 6 ເດືອນ ໂດຍຈະ​ເລີ້ມ​ຕົ້ນ​ຂຶ້ນ​ໃນ​ວັນ​ທີ 1 ມັງ​ກອນນີ້.

ໂຄ​ຣ​ເອ​ເຊຍ ມີ​ປະ​ຊາຊົນ 3 ລ້ານ 8 ແສນ​ຄົນ ຜູ້​ທີ່​ມີ​ສິດ​ໃຊ້​ສິດ​ອອກ​ສຽງ ປ່ອນ​ບັດເລືອກ​ຕັ້ງ.

ອ່ານ​ຂ່າວນີ້​ຕື່ມ​ ເປັນ​ພາ​ສາ​ອັງ​ກິດ

Voters in Croatia are going to the polls Sunday for a presidential election.

Incumbent president Kolinda Grabar-Kitarovic, a conservative, is being challenged by leftist former prime minister Zoran Milanovic and right-wing singer Miroslav Skoro.

Political analysts say there will probably be a run-off vote in January.

The pre-Christmas election comes just days before Croatia begins its first six-month term at the helm of the European Union's rotating presidency, starting on January 1.

Croatia has 3.8 million people who are eligible to vote.

XS
SM
MD
LG