ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີການວິພາກວິຈານ ຫຼາຍຂຶ້ນ ຍ້ອນໄທ ເລື່ອນເວລາ ໃນການເລືອກຕັ້ງ ອີກຄັ້ງນຶ່ງ


ບັນດາສະມາຊິກສະພານິຕິບັນຍັດແຫ່ງຊາດ ປະຊຸມກັນ ທີ່ສະພາແຫ່ງຊາດໃນບາງກອກ, ປະເທດ ໄທ. 25 ມັງກອນ, 2018.
ບັນດາສະມາຊິກສະພານິຕິບັນຍັດແຫ່ງຊາດ ປະຊຸມກັນ ທີ່ສະພາແຫ່ງຊາດໃນບາງກອກ, ປະເທດ ໄທ. 25 ມັງກອນ, 2018.

ລັດຖະບານທະຫານຂອງ ໄທ ໄດ້ປະເຊີນກັບການວິພາກວິຈານຫຼາຍຂຶ້ນ ສຳລັບການ
ເລື່ອນເວລາ ການເລືອກຕັ້ງທົ່ວໄປອີກຄັ້ງນຶ່ງ ທີ່ຄວນຈະເຮັດໃຫ້ປະເທດດັ່ງກ່າວກັບ
ຄືນໄປສູ່ການປົກຄອງຂອງພົນລະເຮືອນຢ່າງໜ້ອຍກໍພຽງໃນນາມ.

ລັດຖະບານທະຫານ, ທີ່ຮູ້ກັນດີໃນຊື່ ຄະນະຮັກສາຄວາມສະຫງົບແຫ່ງຊາດນັ້ນ, ໄດ້
ກຳອຳນາດນັບຕັ້ງແຕ່ເດືອນພຶດສະພາປີ 2014 ເປັນຕົ້ນມາ ແລະໄດ້ກຳນົດ “ແຜນ
ການທາງການເມືອງ” ສຳລັບການເລືອກຕັ້ງຊຶ່ງຄວນມີຂຶ້ນ ຄັ້ງທຳອິດ ໃນປີ 2016.

ນາຍົກລັດຖະມົນຕີ ນາຍພົນ ປຣະຢຸດ ຈັນໂອຊາ, ໃນເວລານັ້ນໄດ້ກຳ ນົດວັນວັນເວລາ
ໃສ່ເດືອນພະຈິກ ກ່ອນສະພານິຕິບັນຍັດແຫ່ງຊາດ ທີ່ຖືກກອງທັບແຕ່ງຕັ້ງຂຶ້ນ ໄດ້ຍ້າຍ
ວັນເລືອກຕັ້ງໄປເປັນເດືອນ ກຸມພາ 2019.

ການວິພາກວິຈານໄດ້ເພີ່ມທະວີຂຶ້ນ, ໂດຍທີ່ບັນດານັກການທູດຕ່າງປະເທດ ໄດ້ເຂົ້າ
ຮ່ວມເປັນປາກເປັນສຽງກັບພວກປະທ້ວງ ທີ່ລວມມີບັນດາອົງການບໍ່ຂຶ້ນກັບລັດຖະບານ
ແລະ ກຸ່ມຝ່າຍຄ້ານທັງຫຼາຍ.

ທ່ານ ຄຣິສ ເບເກີ, ນັກບັນຍາຍ ແລະ ນັກຂຽນ ກ່ຽວກັບ ການເມືອງ ໄທ ໄດ້ກ່າວວ່າ
“ຈຳນວນຄັ້ງ ທີ່ເຂົາເຈົ້າໄດ້ເລື່ອນການເລືອກຕັ້ງນີ້, ໂດຍພື້ນຖານແລ້ວມັນເປັນຈາກນຶ່ງ
ປີ ຫາ ສອງປີ ຫາ ສາມປີ ເຖິງ ສີ່ປີ. ມັນຫຼາຍໂພດ ແລະ ປະຊາຊົນໄດ້ໝົດຄວາມອົດ
ທົນແລ້ວ.”

ທ່ານ ເບເກິີ ໄດ້ກ່າວວ່າ ເສດຖະກິດພາຍໃນປະເທດທີ່ອ່ອນແອ ກໍຍັງໄດ້ເຮັດໃຫ້ການ
ສະໜັບສະໜູນຕໍ່ລັດຖະບານຕົກຕໍ່າລົງ ແລະ ລວມທັງສະພາບຂອງຄວາມບໍ່ພໍໃຈ.

ພ້ອມກັນນັ້ນການສະໜັບສະໜູນລັດຖະບານທີ່ຕົກຕໍ່າລົງ ກໍແມ່ນຍ້ອນຂ່າວນອງນັນ ທີ່
ປະກອບມີຮອງນາຍົກລັດຖະມົນຕີ, ທ່ານ ປຣະວິດ ວົງສຸວັນ, ຜູ້ທີ່ໄດ້ກໍ່ໃຫ້ເກີດການວິ
ພາກວິຈານ ຂອງປະຊາຊົນຢ່າງຮຸນແຮງ ກ່ຽວກັບ ການໃສ່ໂມງລາຄາແພງ ທີ່ຖືກກະ
ປະມານມູນຄ່າຫຼາຍກວ່າ 1 ລ້ານ ສອງແສນໂດລາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG