ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໗ ພຶດສະພາ ໒໐໒໔

​ມີ​ການ​ຟ້ອງຮ້ອງ ​ຕໍ່​ສານໃນ​ເຢຍ​ຣະ​ມັນ ທີ່​ກ່າວ​ຫາ ທະ​ຫານ​ມຽນ​ມາ​ວ່າ ຂ້າ​ລ້າງ​ເຜົ່າ​ພັນ ແລະ​ກໍ່​ອາ​ຊະ​ຍາ​ກຳ ສົງ​ຄາມ


(ພາບ​ໃນ​ແຟ​ມ) ຜູ້​ປະ​ທ້ວງ​ຄົນ​ນຶ່ງ​ດຶງ​ເສື້ອ​ຂອງ​ຜູ້​ເດີນ​ຂະ​ບວນ​ປະ​ທ້ວງ​ທີ່​ຖືກ​ຍິງ​ຕາຍຂະ​ນະ​ທີ່​ຖືກ​ປາບ​ປາມໂດຍ​ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບຕໍ່​ການ​ປະ​ທ້ວງຢູ່​ໃນ​ເມືອງ Hlaing Tharyar, ໃນ​ນະ​ຄອນ​ຢ້າງ​ກຸ້ງ ຂອງ​ມຽນ​ມາ, ວັນ​ທີ 14 ມີ​ນາ, 2021
(ພາບ​ໃນ​ແຟ​ມ) ຜູ້​ປະ​ທ້ວງ​ຄົນ​ນຶ່ງ​ດຶງ​ເສື້ອ​ຂອງ​ຜູ້​ເດີນ​ຂະ​ບວນ​ປະ​ທ້ວງ​ທີ່​ຖືກ​ຍິງ​ຕາຍຂະ​ນະ​ທີ່​ຖືກ​ປາບ​ປາມໂດຍ​ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບຕໍ່​ການ​ປະ​ທ້ວງຢູ່​ໃນ​ເມືອງ Hlaing Tharyar, ໃນ​ນະ​ຄອນ​ຢ້າງ​ກຸ້ງ ຂອງ​ມຽນ​ມາ, ວັນ​ທີ 14 ມີ​ນາ, 2021

ກຸ່ມປຸກ​ລະ​ດົມຟອດ​ທີ​ຟາຍ ໄຣ​ສ໌ (Fortify Rights) ຊຶ່ງ​ແປ​ວ່າ ເສີມ​ສ້າງ​ສິດ​ທິ ແລະ ຊາວມຽນມາ 16 ຄົນ ໄດ້ຍື່ນຟ້ອງການຂ້າລ້າງເຜົ່າພັນ ແລະ ອາຊະຍາກໍາສົງຄາມ​ຕໍ່ຜູ້ນໍາທະຫານຂອງມຽນມາ ໃນເຢຍຣະມັນ ຢູ່ໃນການ​ພະ​ຍາຍາມຄັ້ງຫລ້າສຸດທີ່ຈະໃຊ້ຫຼັກການຂອງອໍານາດຕັດ​ສິນ​ຄະ​ດີສາກົນ ຕໍ່ພວກນາຍພົນຂອງປະເທດດັ່ງ​ກ່າວ.

ກຸ່ມປຸກ​ລະ​ດົມຟອດ​ທີ​ຟາຍ ໄຣ​ສ໌ (Fortify Rights) ໄດ້ປະກາດກ່ຽວ​ກັບຄະ​ດີດັ່ງ​ກ່າວ ໃນວັນອັງຄານວານນີ້ ຢູ່ໃນປະເທດໄທ ທີ່ມີຊາຍແດນຍາວ ແລະ ຕິດກັບມຽນມາ, ແລະກ່າວວ່າ ສຳ​ນວນ​ຟ້​ອງທີ່ມີຄວາມຍາວ 215 ຫນ້າໄດ້ຖືກຍື່ນຕໍ່ໄອຍະການລັດຖະບານກາງຂອງເຢຍຣະມັນ ໃນວັນທີ 20 ມັງກອນ. ປັດຈຸບັນ ຫ້ອງການໄອຍະການນັ້ນ ຕ້ອງຕັດສິນໃຈວ່າ ຈະເປີດການສືບສວນຫຼືບໍ່.

ຫ້ອງ​ການ​ໄອ​ຍະ​ການຢືນ​ຢັນ​ວ່າ​ ໄດ້​ຮັບ​ຄຳ​ຮ້ອງ​ຮຽນ​ນີ້ ​ຢູ່​ໃນ​ອີ​ເມລ​ທີ່​ຂຽນ​ຫາວີ​ໂອ​ເອ ແຕ່​ໄດ້​ປະ​ຕິ​ເສດທີ່​ຈະ​ໃຫ້​ຄຳ​ເຫັນເພີ້ມ​ເຕີມ.

ຫລັກ​ການອໍານາດຕັດ​ສິນ​ຄະ​ດີສາກົນ ຖືວ່າອາຊະຍາກຳບາງຢ່າງ ລວມທັງການຂ້າລ້າງເຜົ່າພັນ, ມີຄວາມໂຫດຮ້າຍຫຼາຍ ມັນ​ຢູ່​ເໜືອຊາຍແດນຂອງ​ປະ​ເທດ ແລະມັນ ພ້ອມ​ກັບຜູ້ກະທຳຜິດສາມາດຖືກດຳເນີນຄະດີຢູ່ບ່ອນໃດກໍໄດ້.

ຫົວ​ໜ້າຜູ້ບໍລິຫານ ຫລື CEO ຂອງກຸ່ມຟອດ​ທີ​ຟາຍ ໄຣ​ສ໌ (Fortify Rights), ທ່ານ​ແມັດ​ທີວ ສ​ມິດ (Matthew Smith) ກ່າວວ່າ ເຢຍຣະມັນມີກົດຫມາຍບາງ​ອັນທີ່ກວ້າງ​ຂວາງທີ່ສຸດ ທີ່ກວມເອົາເຂດອໍານາດຕັດ​ສິນ​ຄະ​ດີສາກົນທົ່ວໂລກ ແລະກໍາລັງ​ດຳ​ເນີນການກ່ຽວກັບຫຼາຍກວ່າ 100 ຄະ​ດີເຊັ່ນ​ນັ້ນ.

ທ່ານ​ກ່າວ​ວ່າ ຄຳ​ຮ້ອງ​ຮຽນ​ຂອງ​ກຸ່ມຂອງ​ທ່ານ “ສະໜອງ​ຫຼັກ​ຖານ​ໃໝ່ ​ທີ່​ກອງທັບ​ມຽນມາ​ໄດ້​ສັງຫານ, ​ຂົ່ມຂືນ, ​ທໍລະມານ, ​ຈຳ​ຄຸກ, ເຮັດໃຫ້ຫາຍ​ສາບ​ສູນ, ​ຂົ່ມ​ເຫັງ ​ແລະກະທຳ​ຜິດ​ໃນ​ຖານອື່ນໆ ​ທີ່​ເປັນ​ການ​ສັງຫານ​ໝູ່, ອາ​ຊະ​ຍາ​ກຳ​ຕ້ານ​ມະນຸດ​ຊາດ ​ແລະ ອາຊະຍາ​ກຳ​ສົງຄາມ ​ທີ່​ລະ​ເມີດຕໍ່​ກົດໝາຍ​ເຢຍຣະ​ມັນ.”

ທ່ານ ສ​ມິດ ກ່າວ​ຕື່ມ​ວ່າ "ຄໍາຮ້ອງທຸກດັ່ງກ່າວປະກອບມີຫຼັກຖານທີ່ສະແດງໃຫ້ເຫັນວ່າ ເຈົ້າຫນ້າທີ່ລັດຖະ ບານທະຫານຂັ້ນ​ສູງ ໄດ້ໃຊ້ຄວາມຮັບຜິດຊອບສູງສຸດຕໍ່​ພະ​ນັກ​ງານທີ່ກໍ່ອາຊະຍາກໍາ, ແລະເຈົ້າຫນ້າທີ່ເຫຼົ່ານັ້ນຮູ້ກ່ຽວກັບການກໍ່ອາຊະຍາກໍາຂອງພະ​ນັກ​ງານ​ຂອງຕົນ ແລະກໍບໍ່ໄດ້ດໍາເນີນການໃດໆ ເພື່ອປ້ອງກັນການກໍ່ອາຊະຍາກໍາ ຫຼືລົງໂທດຜູ້ກະທໍາຜິດ."

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG