ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອ​າດ​ຊະ​ຍາ​ກຳ ພົວ​ພັນ​ກັບ​ຢາ​ເສບ​ຕິດ ໃນ​ນະ​ຄອນ​ຫຼວງວຽງ​ຈັນ ຍັງເພີ້ມ​ຂຶ້ນ ​ຢ່າງ​ຕໍ່​ເນື່ອງ


​​ພິ​ທີ​ຈູດຢາ​ເສບ​ຕິດ​ ທີ່​ຈັບ​ໄດ້​ໃນ ສ​ປ​ປ ​ລາ​ວ.
​​ພິ​ທີ​ຈູດຢາ​ເສບ​ຕິດ​ ທີ່​ຈັບ​ໄດ້​ໃນ ສ​ປ​ປ ​ລາ​ວ.

ອາດ​ຊະ​ຍາ​ກຳ​ທີ່​ກ່ຽວ​ຂ້ອງ​ກັບ​ຢາ​ເສບ​ຕິດ​ໃນ​ນະ​ຄອນ​ວຽງ​ຈັນ ຍັງ​ເພີ້ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ
ຍ້ອນ​ວ່າກ​ານ​ດຳ​ເນີນ​ມາດ​ຕະ​ການ​ປ້ອງ​ກັນ ແລະ​ປາບ​ປາມ​ຂອງພາກ​ສ່ວນ​ຮັບ​ຜິດ
​ຊອບ​ຍັງ​ມີ​ປະ​ສິດ​ທິ​ພາບ​ຕ່ຳ.

ລິງໂດຍກົງ

ພົ​ນ​ຈັດ​ຕະ​ວາ ບຸ​ບ​ຜາ ສີ​ພົມ​ມາ ຫົວ​ໜ້າ​ກອງ​ບັນ​ຊາ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ນະ
ຄອນຫຼວງ​ວຽງ​ຈັນ ຖະ​ແຫຼງ​ຢືນ​ຢັນ​ວ່າ ​ບັນ​ຫາ​ອາດ​ຊະ​ຍາ​ກຳ​ທີ່​ກ່ຽວ​ຂ້ອງ​ກັບ ຢາ​ເສບ
​ຕິດ​ໃນ​ນະ​ຄອນຫຼວງວຽງ​ຈັນ ຍັງ​ມີ​ທ່າ​ອຽງ​ເພີ້ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ໂດຍ ນອກ​ຈາກ​ຈະ​ມີ​
ສາ​ເຫດ​ມາ​ຈາກ​ການ​ມົ້ວ​ສຸມ​ເສບ​ຢາ ແລະ​ຈັດຕັ້ງ​ເປັນ​ກຸ່​ມ​ແກັ່ງ​ຕ່າງ​ໆ​ຂອງ​ບັນ​ດາ​ຊາວ​
ໜຸ່ມ​ທີ່​ບໍ່​ມີ​ວຽກ​ເຮັດ ແລະ​ບໍ່​ມີ​ໂອ​ກາດ​ໃນ​ດ້ານ​ການ​ສຶກ​ສາ ແລ້ວ ​ການ​ດຳ​ເນີນ​ມາດຕະ
​ການປ້ອງ​ກັນ ແລະ​ປາບ​ປ​າມ​ທີ່​ມີ​ປະ​ສິດ​ທິ​ພາບ​ຕ່ຳ ຂອງ​ພາກ​ສ່ວນ​ຮັບ​ຜິດ​ຊອບ​ນັ້ນ​
ກໍ​ຄື ສາ​ເຫດ​ສຳ​ຄັນ​ເຊັ່ນ​ກັນ ທັງ​ຍັງ​ຂາດ​ການ​ຮ່ວມ​ມື​ຈາກ​ສັງຄົມອີກ​ດ້ວຍ ດັ່ງ​ທີ່ພົນ​ຈັດ
​ຕະ​ວາ ບຸບ​ຜາ ໄດ້​ຖະ​ແຫຼງ​ຢືນ​ຢັນ​ວ່າ:

“ກ​ານ​ສະ​ກັດ​ກັ້ນ ແລະ​ການ​ຕ້ານ​ການ​ລັກ​ລອບ​ການ​ລຳ​ລຽງ​ຂົນ​ສົ່ງ​ການ​ຄ້າ​ຂ​າຍ​
ຢາ​ເສບ​ຕິດ ຍັງ​ເຮັດ​ບໍ່​ທັນ​ໄດ້​ດີ ການ​ປະ​ຕິ​ບັດ​ມາດ​ຕະ​ການ​ທາງ​ດ້ານ​ກົດ​ໝາຍ​ຕໍ່​
ຜູ້​ກະ​ທຳ​ຜິດ ຍັງ​ບໍ່​ທັນ​ເຂັ້ມ​ງວດ ຍັງ​ມີ​ລັກ​ສະ​ນະບ່ອນ​ເຄັ່ງ​ບ່ອນ​ຍານ ການ​ມີ​ສ່ວນ​
ຮ່ວມ​ຂອງ​ສັງ​ຄົມ​ຕໍ່​ບັນ​ຫາ​ນີ້​ຍັງ​ບໍ່​ທັນ​ຫຼາຍ ພໍ່​ແມ່​ປະ​ຊາ​ຊົນ​ຍັງ​ບໍ່​ທັນ​ເອົາ​ໃຈ​ໃສ່​ສຶກ​
ສາ​ອົບ​ຮົມ​ລູກ​ຫຼານ​ຂອງ​ຕົນ ພໍ່​ແມ່​ຈໍ​າ​ນວນ​ນຶ່ງ​ປະ​ຖິ້ມ​ຄວ​າມ​ຮັບ​ຜິດ​ຊອບ​ໃຫ້​ກາຍ​
ເປັນ​ພາ​ລະ​ຂອງ​ລັດ​ ແລ​ະ​ສັງ​ຄົມ​ຕ້ອງ​ໄດ້​ແບກ​ຫາມ​ໃນ​ການ​ປີ່ນ​ປົວ ແລະ​ລ້ຽງ​ລູກ
​ຂອງ​ເຂົາ​ເຈົ້າ​ເຫລົ່າ​ນັ້ນ.”

ທາງດ້ານ​ພົນ​ຕີ​ສົມ​ຫວັງ ທຳ​ມະ​ສິດ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ຄ​ວາມ​ສະ​ຫງົບ
ຖະແຫຼງວ່າ​ການ​ດຳ​ເນີນ​ມາດ​ຕະ​ການ​ການ​ປາບ​ປາມ​ການ​ຄ້າ​ຢາ​ເສບ​ຕິດ​ໃນ​ໄລ​ຍະ​ປີ 2016-2018 ສາ​ມາດ​ຈັບ​ຜູ້​ກະ​ທຳ​ຜິດ​ໄດ້​ຫຼາຍກວ່າ 13,900 ຄົນ​ໃນ​ຈຳ​ນວນ 9,430
ກວ່າ​ຄະ​ດີ ແລະ​ໃນ​ນີ້ ​ເປັນ​ນັກ​ຄ້າ​ຢາ​ເສບ​ຕິດ​ຊາວ​ຕ່າງ​ຊາດ​ຫຼາຍກວ່າ 200 ຄົນ ທີ່​
ສ່ວນ​ໃຫຍ່​ກໍ​ຄື​ຊາວ​ຫວຽດ​ນາມ ແລະ​ຊ​າວ​ຈີນ ສ່ວນ​ຢາ​ເສບ​ຕິດ​ທີ່​ຍຶດ​ໄດ້​ນັ້ນ ​ເປັນ​ຢາ
​ບ້າ 37 ກວ່າ​ລ້ານ​ເມັດ ເຮ​ໂຣ​ອິນກວ່າ 735 ກິ​ໂລກ​ຣາມ ຢາ​ໄອ​ສ໌ ກວ່າ 2 ໂຕນ ກັບ​
ຊາ​ແຫ້ງ​ເກືອບ 6.3 ໂຕນ ຝິ່ນກວ່າ 500 ກິ​ໂລກ​ຣາມ ໂຄ​ເຄນ ກວ່າ 8 ກິ​ໂລກ​ຣາມ
ສານ​ເຄ​ມີ​ທີ່​ໃຊ້​ໃນ​ການ​ຜະ​ລິດ​ຢາ​ເສບ​ຕິດກວ່າ 10 ໂຕນ ລົດ​ຍົນ 344 ຄັນ ລົດ​ຈັກ
1,335 ຄັນ ເຮືອ 3 ລຳ ອາ​ວຸດປືນ ແລະ​ອຸບ​ປະ​ກອນ​ສື່​ສານ​ທັນ​ສະ​ໄໝ​ນັບ​ໝື່ນ​ລາຍ
​ການ ທັງ​ຍັງ​ກວດ​ພົບ​ການ​ລັກ​ລອບ​ປູກ​ຝິ່ນ​ໃນ​ເຂດ​ແຂວງ​ພາກ​ເໜືອກວ່າ 15,640
ເຮັກ​ຕາ ແລະ​ມີປະ​ຊາ​ຊົນ​ລາວ​ເສບ​ຢາ​ຝິ່ນ ​ຫຼາຍກວ່າ 65,000 ຄົນ​ອີກ​ດ້ວຍ.

ທາງ​ດ້ານ​ສູນກາງຊາວ​ໜຸ່ມປະ​ຕິ​ວັດ​ລາວ ຄາດ​ວ່າ ​ມີ​ເຍົາ​ວະ​ຊົນ​ລາວ​ເກີນກວ່າ 400,
000 ຄົນທີ່​ຢູ່​ໃນ​ສິ່ງ​ແວດ​ລ້ອມ​ທີ່​ມີ​ຄວາມ​ສ່ຽງ​ສູງ​ທີ່​ຈະ​ໄປ​ຫ​ຍຸ້ງ​ກ່ຽວກັບ​ຢາ​ເສບ​ຕິດ ໂດຍ
​ສະ​ເພາະ​ແມ່ນ​ການ​ເຂົ້າ​ໄປ​ມີ​ສ່ວນ ​ໃນ​ການ​ລັກ​ລອບ​ຄ້າ​ຢາ​ເສບ​ຕິດທີ່ນຳ​ໄປ​ສູ່​ການ​ກໍ່​
ອາດ​ຊະ​ຍາ​ກຳຮູບ​ແບບ​ອື່ນໆ​ເພີ້ມ​ຂຶ້ນ​ນັບ​ມື້ນັ້ນ.

ສ່ວນ​ຄະ​ນະ​ກຳ​ມະ​ການ​ປ້ອງ​ກັນ ແລ​ະ​ປາບ​ປາມ​ຢາ​ເສບ​ຕິດ​ແຫ່ງ​ຊ​າດໄທ ສະ​ ເໜີ​
ລາຍ​ງານ​ວ່າ​ການ​ລັກ​ລອບ​ປູກ​ຝິ່ນ​ໃນ​ເຂດ​ຕິດ​ຕໍ່​ຊາຍ​ແດນ​ລາວ​ໄທ ແລ​ະມຽນ​ມາ ຫຼື
​ເຂດ​ສາມ​ຫຼ່ຽມ​ຄຳ​ນັ້ນ ມີ​ເນື້ອ​ທີ່​ລົດ​ລົງ​ຈາກ 48,000 ເຮັກ​ຕາ​ໃນ​ປີ 2017 ເປັນ 33,
600 ເຮັກ​ຕາ​ ໃນ​ປີ 2018 ແລະ​ປີ 2019 ນີ້ ອົງ​ການ​ຄວບ​ຄຸມ​ຢາ​ເສບ​ຕິດ ແລະ​ອ​າດ​
ຊະ​ຍາ​ກຳ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ (UNODC) ຄາດ​ໝາຍ​ວ່າ​ຈ​ະ​ມີ​ການ​ລັກ​ລອບ​ປູກ
​ຝິ່ນ​ໃນ​ມຽນ​ມາ 40,000 ກວ່າ​ເຮັກ​ຕາ​ໃນ​ໄທ 1,500 ເຮັກ​ຕາ ແລະ 10,5000 ກວ່າ​
ເຮັກ​ຕາ ໃນແຂວງ​ບໍ່​ແກ້ວ ຫຼວງ​ນ້ຳ​ທາ ຫຼວງ​ພະ​ບາງ ອຸ​ດົມ​ໄຊ ພົງ​ສາ​ລີ ແລະ​ຫົວ​ພັນ
ໂດຍ​ຈະ​ເຮັດ​ໃຫ້​ເຂດ​ສາມ​ຫຼ່ຽມ​ຄຳ​ມີ​ຜົນ​ຜະ​ລິດ​ຝິ່ນ​ຮວມ​ກັນ​ເກີນກວ່າ 270 ໂຕນ.

ທັງ​ນີ້ ການ​ຮ່ວມ​ມື​ປາບ​ປາມ​ຢາ​ເສບ​ຕິດ​ລະ​ຫວ່າງ​ຈີນ ມຽນ​ມາ ລ​າວ ໄທ ກຳ​ປູ​ເຈຍ
ແລະ​ຫວຽດ​ນາມ ພາຍ​ໃຕ້​ປະ​ຕິ​ບັດ​ການ​ແມ່​ນ້ຳ​ຂອງ ​ປອດຈາກ​ບັນ​ຫາ​ຢາ​ເສບ​ຕິດ​ທີ່
​ຈັດ​ຕັ້ງ​ປະ​ຕິ​ບັດ​ຮ່ວມ​ກັນ​ໃນ​ໄລ​ຍະ 5 ປີ​ທີ່​ຜ່ານ​ມາ​ ສາ​ມາດ​ປາບ​ປາມ​ການ​ຄ້າ​ຢາ​ເສບ​
ຕິດ​ໄດ້ 125, 274 ກໍ​ລະ​ນີ ຈັບ​ຜູ້​ຕ້ອງ​ຫາ​ໄດ້ 160,000 ກວ່າ​ຄົນ ຢຶດ​ຢາ​ບ້າກວ່າ 363
ລ້ານ​ເມັດ ຢາ​ໄອ​ສ໌ ກວ່າ 13 ໂຕນ ເຮ​ໂຣ​ອິນ 7,553 ກິ​ໂລກ​ຣາມ ຢາ​ຝິ່ນກວ່າ 14
ໂຕນ ກັນ​ຊາ​ແຫ້ງ 20 ກວ່າ​ໂຕນ ອາ​ວຸດ ແລະ​ອຸບ​ປະ​ກອນ​ສື່​ສານ​ທັນ​ສະ​ໄໝ​ໝື່ນກວ່າ​
ລ​າຍ​ການ ສານ​ເຄ​ມີກວ່າ 270 ໂຕນ ທັງ​ນີ້​ໂດຍ​ບໍ່​ຮວມ​ຢາ​ບ້າ​ຫຼາຍກວ່າ 745 ລ້ານ​
ເມັດ​ທີ່​ທາງ​ກາ​ນ​ໄທ​ຍຶດ​ໄດ້​ໃນ​ປີ 2018 ແຕ່​ຢ່າງ​ໃດ.

XS
SM
MD
LG