ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປີ 2012 ເປັນປີນຶ່ງ ທີ່ມີນັກຂ່າວຕາຍ ຫຼາຍທີ່ສຸດ


ສີແດງ ແມ່ນບັນດາປະເທດ ທີ່ອົງການ CPJ ເວົ້າວ່າ ອິດສະລະພາບ ດ້ານການຂ່າວ ຖືກກົດຂີ່ ຢ່າງໜັກ ໃນປີ 2012.
ສີແດງ ແມ່ນບັນດາປະເທດ ທີ່ອົງການ CPJ ເວົ້າວ່າ ອິດສະລະພາບ ດ້ານການຂ່າວ ຖືກກົດຂີ່ ຢ່າງໜັກ ໃນປີ 2012.
ກຸ່ມປົກປ້ອງອິດສະລະພາບນັກຂ່າວທີ່ມີຫ້ອງການຕັ້ງຢູ່ໃນສະຫະ
ລັດກ່າວວ່າ ຄວາມຮຸນແຮງ ທີ່ຍັງດຳເນີນຢູ່ຕໍ່ມາ ໃນຊີເຣຍ ແລະ ການຕັ້ງເປົ້າໝາຍ ໃນການສັງຫານ ຢູ່ໃນທົ່ວໂລກນັ້ນ ເຮັດໃຫ້ປີ
2012 ເປັນປີນຶ່ງທີ່ມີຄວາມຮ້າຍແຮງເປັນພິເສດສຳລັບພວກນັກ
ຂ່າວ.

ຢູ່ໃນລາຍງານປະຈໍາປີຂອງຕົນນັ້ນ ຄະນະກໍາມະການປ້ອງກັນ
ນັກຂ່າວ ຫຼື CPJ ກ່າວວ່າ ມີນັກຂ່າວ 70 ຄົນ ໄດ້ຖືກຂ້າຕາຍ
ແລະອີກ 232 ຄົນຖືກຄຸມຂັງ ຍ້ອນການປະຕິບັດວຽກງານຂອງ
ເຂົາເຈົ້າ ໃນປີກາຍນີ້.

ຮອງຜູ້ອໍານວຍການຂອງອົງການ CPJ ທ່ານ Robert Maho-
ney ກ່າວວ່າ ສ່ວນຫລາຍຂອງຜູ້ທີ່ຕົກເປັນເປົ້ານັ້ນແມ່ນບັນດາ
ນັກຂ່າວທ້ອງຖິ່ນແລະສ່ວນໃຫຍ່ແລ້ວກໍບໍ່ມີໃຜຖືກຈັບມາລົງໂທດໃນການຕາຍຂອງພວກ ເຂົາເຈົ້າ.

ອົງການ CPJ ກ່າວວ່າ ນັກຂ່າວທັງໝົດ 28 ຄົນຍົກເວັ້ນແຕ່ 4 ຄົນທໍ່ນັ້ນທີ່ເສຍຊີວິດຢູ່ໃນ ສະໜາມລົບ ຫລືຕົກເປັນເປົ້າຂອງການສັງຫານຢູ່ໃນຊີເຣຍ ແມ່ນເປັນຄົນສັນຊາດຊີເຣຍ. ອີກ 13 ຄົນທີ່ຮ້ອງກັນວ່າເປັນ “ນັກຂ່າວປະຊາຊົນ” ທີ່ໃຊ້ກ້ອງຖ່າຍຮູບແລະໂທລະສັບມືຖື ເພື່ອບັນທຶກການຂັດແຍ້ງກັນໃນຊີເຣຍນັ້ນ ກໍໄດ້ຖືກສັງຫານ.

ຢູ່ໂຊມາເລຍ ມີນັກຂ່າວຢ່າງໜ້ອຍ 12 ຄົນໄດ້ຖືກຂ້າຕາຍ. ກຸ່ມກໍ່ການຮ້າຍ al-Shabaab ໄດ້ອ້າງເອົາຄວາມຮັບຜິດຊອບ ໃນການສັງຫານສີ່ຄົນ.

ມີນັກຂ່າວເຈັດຄົນ ໄດ້ຖືກສັງຫານຢູ່ປາກິສຖານ ຮວມທັງທ່ານ Mukarram Khan Aatif ທີ່ລາຍງານຂ່າວໃຫ້ແກ່ວິທະຍຸ Deewa ຂອງວີໂອເອ ພະແນກພາສາ Pashto. ກຸ່ມທາລີ ບານໄດ້ອ້າງເອົາຄວາມຮັບຜິດຊອບ ໃນການສັງຫານທ່ານ Aatif.

ແຕ່ອົງການ CPJ ບໍ່ໄດ້ໃຫ້ການຢືນຢັນກ່ຽວກັບການເສຍຊີວິດທີ່ພົວພັນກັບການປະຕິບັດ ໜ້າທີ່ສຳລັບພວກນັກຂ່າວຢູ່ໃນອີຣັກ ຊຶ່ງເປັນຄັ້ງທໍາອິດນັບແຕ່ປີ 2003 ເປັນຕົ້ນມາ. ແຕ່ ປີ 2003 ຫາ 2008 ມີນັກຂ່າວທັງໝົດ 151 ຄົນໄດ້ເສຍຊີວິດໃນການເກັບກຳຂ່າວບັນຫາ ຂັດແຍ້ງ ຢູ່ໃນອີຣັກ.
XS
SM
MD
LG