ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການກວດໂຄວິດ-19 ປະຈຳວັນໃນ ສຫລ ຫຼຸດລົງ, ຕາມການລາຍງານ ຂອງອົງການຂ່າວ AP


ຢູ່ໃນເມືອງຣອກວີວ, ລັດແມຣຣີແລນນັ້ນ, ທ່ານ ຄາເຕີ ທາວາກລີໂອນ, ພະນັກງານວິຊາການຢູ່ສູນກວດໄວຣັສໂຄໂຣນາ Janus G3 ເອົາຕົວຢ່າງທີ່ໄດ້ມາຈາກການກວດຄົນໄປຫາຫ້ອງທົດລອງວິນິໄສພະຍາດ Advagenix ໃນວັນທີ 05 ສິງຫາ, 2020.
ຢູ່ໃນເມືອງຣອກວີວ, ລັດແມຣຣີແລນນັ້ນ, ທ່ານ ຄາເຕີ ທາວາກລີໂອນ, ພະນັກງານວິຊາການຢູ່ສູນກວດໄວຣັສໂຄໂຣນາ Janus G3 ເອົາຕົວຢ່າງທີ່ໄດ້ມາຈາກການກວດຄົນໄປຫາຫ້ອງທົດລອງວິນິໄສພະຍາດ Advagenix ໃນວັນທີ 05 ສິງຫາ, 2020.

ການກວດໂຣກສຳລັບໄວຣັສໂຄໂຣນາປະຈຳວັນໃນ ສະຫະລັດ ແມ່ນໄດ້ຫຼຸດລົງ, ເຖິງແມ່ນວ່າຕົວເລກຜູ້ເສຍສູງສຸດຈະເພີ່ມຂຶ້ນກໍຕາມ, ອີງຕາມການລາຍງານ ຂອງອົງການຂ່າວ AP ໃນວັນພຸດວານນີ້.

ຕົວເລກຂອງການກວດໂຣກໄດ້ຫຼຸດລົງເກືອບ 4 ເປີເຊັນໃນສອງອາທິດທີ່ຜ່ານ ມາ, ອີງຕາມການລາຍງານຂອງອົງການຂ່າວ AP. ບັນດາຜູ້ຊ່ຽວຊານໄດ້ກ່າວ ວ່າ ຄວາມຮຽກຮ້ອງຕ້ອງການໄດ້ຖ້ວມລົ້ນບັນດາຫ້ອງທົດລອງທີ່ດຳເນີນການ ທົດລອງໂມເລກຸນທີ່ແນ່ນອນເປັນຢ່າງສູງ ທີ່ກວດພົບລະຫັດພັນທຸກຳຂອງ ໄວຣັສໂຄໂຣນາ ທີ່ເປັນສາເຫດຂອງ COVID-19 ນັ້ນ. ການທົດລອງພວກນີ້ ສາມາດໃຫ້ຜົນໄວສຸດເຖິງສອງມື້.

ບັນດາຜູ້ຊ່ຽວຊານໄດ້ຮຽກຮ້ອງໃຫ້ທຳການກວດໂຣກທີ່ແຕກຕ່າງກັນ ທີ່ປະຊາ ຊົນສາມາດເຮັດໄດ້ດ້ວຍຕົນເອງ ແລະ ໄດ້ຜົນອອກມາພາຍໃນບໍ່ເທົ່າໃດນາທີ, ແຕ່ບັນດານັກວິທະຍາສາດເວົ້າວ່າ ການກວດໂຣກທີ່ວ່ານັ້ນແມ່ນບໍ່ໜ້າເຊື່ອຖື. ມັນລວມມີການກວດໂຣກດ້ວຍຕົນເອງ ເຊິ່ງຄົນໄຂ້ຈະຖົ່ມນໍ້າລາຍໃສ່ແຜ່ນເຈ້ຍ ພິເສດ ທີ່ຈະປ່ຽນສີຖ້າຜົນອອກມາເປັນຜົນບວກ.

ແຕ່ບັນດາຜູ້ອອກກົດລະບຽບລັດຖະບານກາງເວົ້າວ່າ ການກວດໂຣກທີ່ວ່ານັ້ນ ອາດບໍ່ເປັນທີ່ໜ້າເຊື່ອຖືຢ່າງສູງ.

ທ່ານ ເບຣັດ ຈີຣວາ ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ການບໍ ລິການມະນຸດ ໄດ້ກ່າວວ່າ “ຂ້າພະເຈົ້າຄິດວ່າມັນຈະບໍ່ເປັນປະໂຫຍດໃຫ້ແກ່ຄົນ ອາເມຣິກັນ ໃນການທີ່ມີສິ່ງທີ່ບໍ່ຖືກຕ້ອງ 7 ຈາກ 10 ເທື່ອ. ຂ້າພະເຈົ້າຄິດວ່າ ນັ້ນອາດຈະເປັນຫາຍະນະ.”

ໃນຂະນະດຽວກັນ, ບັນດາເຈົ້າໜ້າທີ່ ຣັດເຊຍ ໄດ້ກ່າວໃນວັນພຸດວານນີ້ວ່າ ເຂົາເຈົ້າກຳລັງຂະຫຍາຍການກວດ COVID-19 ດ່ວນໃຫ້ສະໜາມບິນສອງ ແຫ່ງທີ່ສຳຄັນຂອງ ມົສກູ ຫຼັງຈາກໄດ້ດຳເນີນການທົດລອງດັ່ງກ່າວຢູ່ສະໜາມ ບິນ ເຊເຣເມຕີເຢໂວ (Sheremetyevo) ທີ່ມີຜູ້ໂດຍສານຫຼາຍທີ່ສຸດຂອງ ຣັດເຊຍ.

ບັນດາເຈົ້າໜ້າທີ່ເວົ້າວ່າ ການກວດໂຣກດັ່ງກ່າວ ສາມາດບອກຜົນພາຍໃນພຽງ ນຶ່ງຊົ່ວໂມງ.

ວັນພຸດວານນີ້ ເຟສບຸກ ໄດ້ລຶບວິດີໂອຂອງປະທານາທິບໍດີ ດໍໂນລ ທຣຳ ຍ້ອນເຂົາເຈົ້າເວົ້າວ່າ ວິດີໂອດັ່ງກ່າວເຜີຍແຜ່ຂໍ້ມູນທີ່ຜິດ ກ່ຽວກັບ ໄວຣັສ ໂຄໂຣນາ.

ໂຄສົກຂອງ ເຟສບຸກ ໄດ້ກ່າວວ່າ “ວິດີໂອທີ່ລວມມີການກ່າວອ້າງທີ່ຜິດວ່າ ຄົນກຸ່ມນຶ່ງແມ່ນມີພູມຄຸ້ມກັນຕໍ່ COVID-19, ເຊິ່ງແມ່ນການລ່ວງລະເມີດ ຕໍ່ນະໂຍບາຍຂອງພວກເຮົາ ກ່ຽວກັບ ອັນຕະລາຍຂອງຂໍ້ມູນທີ່ຜິດ ກ່ຽວກັບ COVID.

ວິດີໂອດັ່ງກ່າວປະກອບມີ ລິ້ງ (Link) ໄປຫາວິດີໂອຂອງໂທລະພາບ Fox News ບ່ອນທີ່ທ່ານ ທຣຳ ເວົ້າວ່າພວກເດັກນ້ອຍແມ່ນ “ມີພູມຄຸ້ມກັນຕໍ່ໄວຣັສ ຢ່າງແທ້ຈິງ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG