ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ດຣ. ຟາວຈີ ກ່າວຕໍ່ສະພາສູງວ່າ ການເສຍຊີວິດ ຍ້ອນໂຄວິດ ໃນ ສຫລ ອາດຈະສູງກວ່າ ທີ່ໄດ້ລາຍງານໄປ


ດຣ. ແອນໂທນີ ຟາວຈີ, ຫົວໜ້າຜູ້ຊ່ຽວຊານ ກ່ຽວກັບ ໂຣກຕິດຕໍ່ຂອງ ສະຫະລັດ ໃຫ້ການຕໍ່ກຳມະການ ດ້ານສຸຂະພາບ ການສຶກສາ ແຮງງານ ແລະບຳນານ ຂອງສະພາສູງ ໃນວັນອັງຄານວານນີ້.
ດຣ. ແອນໂທນີ ຟາວຈີ, ຫົວໜ້າຜູ້ຊ່ຽວຊານ ກ່ຽວກັບ ໂຣກຕິດຕໍ່ຂອງ ສະຫະລັດ ໃຫ້ການຕໍ່ກຳມະການ ດ້ານສຸຂະພາບ ການສຶກສາ ແຮງງານ ແລະບຳນານ ຂອງສະພາສູງ ໃນວັນອັງຄານວານນີ້.

ດຣ. ແອນໂທນີ ຟາວຈີ, ຫົວໜ້າຜູ້ຊ່ຽວຊານ ກ່ຽວກັບ ໂຣກຕິດຕໍ່ຂອງ ສະຫະລັດ ໄດ້ກ່າວໃນວັນອັງຄານວານນີ້ວ່າ ຕົວເລກຜູ້ເສຍຊີວິດສູງສຸດຍ້ອນ ໄວຣັສໂຄໂຣນາໃນສະຫະລັດ ແມ່ນເກືອບວ່າ “ສູງກວ່າທີ່ຖືກລາຍງານ 81,000 ຄົນຢ່າງແນ່ນອນ.” ທ່ານໄດ້ເຕືອນ ກ່ຽວກັບ ຜົນທີ່ຕາມມາຢ່າງຮ້າຍ ແຮງ ຖ້າເມືອງ ແລະ ລັດຕ່າງໆເປີດຄືນໄວໂພດ.

ທ່ານ ຟາວຈີ ໄດ້ກ່າວຕໍ່ຄະນະກຳມະການສະພາສູງ ທີ່ກຳລັງສືບສວນສອບ ສວນການຮັບມືຂອງ ສະຫະລັດ ຕໍ່ໂຣກລະບາດວ່າ ຕົວເລກຂອງຜູ້ເຄາະຮ້າຍ ໄວຣັສໂຄໂຣນາ, ໂດຍສະເພາະໃນເຂດນະຄອນ ນິວຢອກ ນັ້ນ, ໄດ້ເສຍຊີວິດ ຢູ່ບ້ານໂດຍບໍ່ໄດ້ຖືກນັບຢ່າງເປັນທາງການ ໃນຕົວເລກສູງສຸດແຫ່ງຊາດ. ທ່ານ ໄດ້ປະຕິເສດທີ່ຈະຄາດຄະເນວ່າມີອີກຫຼາຍປານໃດ.

ດຣ. ຟາວຈີ ໄດ້ເຕືອນວ່າມັນ “ມີຄວາມໄປໄດ້ໝົດ” ທີ່ໂຣກລະບາດ “ອາດຈະມີຄວາມຮ້າຍແຮງຂຶ້ນກວ່າເກົ່າ” ໃນລະດູໃບໄມ້ຫຼົ່ນຈາກເດືອນກັນຍາ ຫາ ພະຈິກ ໃນ ສະຫະລັດ, ແຕ່ທ່ານຫວັງວ່າເມື່ອຮອດເວລານັ້ນປະເທດ “ຈະສາມາດ ຮັບມືກັບມັນ” ໄດ້ດີກວ່າໃນເວລານີ້.

ປະທານາທິບໍດີ ດໍໂນລ ທຣຳ ໄດ້ຮຽກຮ້ອງໃຫ້ທຸລະກິດ ແລະ ຜູ້ປົກຄອງລັດ ທັງຫຼາຍເປີດເສດຖະກິດທີ່ໃຫຍ່ທີ່ສຸດຂອງໂລກຄືນ, ແລະ ບັນດາຜູ້ປົກຄອງລັດ ເກືອບໝົດທຸກຄົນ ໄດ້ອອກຄຳສັ່ງເມື່ອບໍ່ດົນມານີ້ ໃຫ້ອະນຸຍາດຮ້ານຂາຍເຄື່ອງ, ຮ້ານອາຫານ ແລະ ຫ້ອງການບາງແຫ່ງສືບຕໍ່ການປະຕິບັດງານ ອີງຕາມພື້ນ ຖານທີ່ຈຳກັດ ຖ້າມີການໃຊ້ມາດຕະການປ້ອງກັນ.

ແຕ່ ດຣ. ຟາວຈີ, ທີ່ໄດ້ໃຫ້ການຢືນຢັນ ໃນການປະຊຸມທາງວິດີໂອ ຈາກບ້ານ ຂອງທ່ານຢູ່ນອກນະຄອນຫຼວງ ວໍຊິງຕັນ, ໄດ້ກ່າວວ່າ” ມັນມີຄວາມສ່ຽງອັນແທ້ ຈິງ ທີ່ເຈົ້າຈະກະຕຸ້ນໃຫ້ເກີດການລະບາດທີ່ເຈົ້າຈະບໍ່ສາມາດຄອບຄຸມໄດ້” ຖ້າ ແນວທາງຂອງລັດຖະບານທີ່ຮຽກຮ້ອງໃຫ້ມີການຫຼຸດລົງຂອງກໍລະນີຕ່າງໆຢ່າງສະໝໍ່າສະເໝີ ເປັນເວລາສອງອາທິດຫາກຖືກເມີນເສີຍ ກ່ອນທີ່ຈະມີການກັບຄືນ ສູ່ຊີວິດປົກກະຕິໃນ ສະຫະລັດ.

ທ່ານໄດ້ກ່າວວ່າ “ຜົນທີ່ຕາມມາດອາດເປັນຕາຢ້ານ.”

ທ່ານ ຟາວຈີ ໄດ້ກ່າວວ່າ ຢາວັກຊີນ ໄວຣັສໂຄໂຣນາ 8 ຊະນິດ ແມ່ນກຳລັງຖືກພັດທະນາ ໃນ ສະຫະລັດ.

ທ່ານເວົ້າວ່າ “ຖ້າພວກເຮົາປະສົບຄວາມສຳເລັດ, ພວກເຮົາຫວັງວ່າຈະຮູ້ກັນໃນ ທ້າຍລະດູໃບໄມ້ຫຼົ່ນ, ຫຼື ຕົ້ນລະດູໜາວນີ້.”

ທ່ານໄດ້ກ່າວວ່າ ມັນຈະມີຄວາມຫຍຸ້ງຍາກໜ້ອຍນຶ່ງ ສຳລັບນັກສຶກສາຫຼາຍລ້ານ ຄົນທີ່ກັບຄືນໄປມະຫາວິທະຍາໄລ ແລະ ໂຮງຮຽນຕ່າງໆ ໃນທົ່ວປະເທດໃນ ເດືອນ ສິງຫາ ແລະ ກັນຍາ ທີ່ຈະໄດ້ຮັບການສັກຢາ ກ່ອນເຂົ້າຫ້ອງຮຽນອີກຄັ້ງນຶ່ງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG