ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ໂຄວິດ-19 ໄດ້ຂັດຂວາງ ຄວາມກ້າວໜ້າ ໃນຄວາມພະຍາຍາມ ລົບລ້າງໂຣກເຂດຮ້ອນທີ່ຖືກລະເລີຍ


ທ່ານໝໍກະກຽມຕົວຢ່າງເລືອດ ເພື່ອຊອກຫາພະຍາດນອນໄຂ້ ຫຼື sleeping sickness.
ທ່ານໝໍກະກຽມຕົວຢ່າງເລືອດ ເພື່ອຊອກຫາພະຍາດນອນໄຂ້ ຫຼື sleeping sickness.

ອົງການອະນາໄມໂລກໄດ້ລາຍງານວ່າ ໂຣກລະບາດ COVID-19 ໄດ້ກີດກັ້ນຜົນປະໂຫຍດທີ່ສ້າງມາໄດ້ຫຼາຍປີໃນຄວາມພະຍາຍາມທີ່ຈະລົບລ້າງໂຣກເຂດຮ້ອນທີ່ຖືກລະເລີຍ, ເຊິ່ງແມ່ນກຸ່ມຂອງໂຣກໄພໄຂ້ເຈັບ 20 ຊະນິດທີ່ແຕກຕ່າງກັນ ທີ່ໄດ້ສົ່ງຜົນກະທົບຢ່າງບໍ່ສົມສ່ວນ ໃນຊຸມຊົນທີ່ທຸກ ຍາກໃນເຂດຮ້ອນອົບເອົ້າ. ນັກຂ່າວວີໂອເອ ລີຊາ ສໄລນ໌ ມີລາຍງານຈາກນະຄອນ ເຈນີວາ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ໂຣກເຂດຮ້ອນທີ່ຖືກລະເລີຍ ໄດ້ສົ່ງຜົນກະທົບຕໍ່ປະຊາຊົນນຶ່ງພັນເຈັດຮ້ອຍລ້ານຄົນໃນທົ່ວໂລກ. ເຊິ່ງ 40 ເປີເຊັນແມ່ນຢູ່ໃນທະວີບ ອາຟຣິກາ, ເປັນທະວີບທີ່ຫຸ້ມລ້ອມໂດຍບັນດາປະເທດທີ່ມີພາລະສູງສິບປະເທດຢູ່ໃນໂລກ.

ໃນທົດສະວັດທີ່ຜ່ານມາ, ອົງການອະນາໄມໂລກໄດ້ລາຍງານວ່າມີຄວາມກ້າວໜ້າຢ່າງຫຼວງຫຼາຍໃນການປິ່ນປົວເຊື້ອໂຣກທີ່ເປັນໄພຕໍ່ຊີວິດ ແລະ ຄວາມອ່ອນເພຍພວກນີ້. ເຂົາເຈົ້າໄດ້ກ່າວຢໍ້າວ່າ 42 ປະເທດໃນທົ່ວໂລກໄດ້ລົບລ້າງຢ່າງໜ້ອຍພະຍາດຊະນິດນຶ່ງ.

ແນວໃດກໍຕາມ, ທ່ານນາງ ເອັມເວເລເຊເລ ມາເລເຊລາ, ຜູ້ອຳນວຍການພະແນກການຄວບຄຸມໂຣກເຂດຮ້ອນທີ່ຖືກລະເລີຍຂອງອົງການອະນາໄມໂລກ ໄດ້ກ່າວວ່າລາວຢ້ານວຽກງານທີ່ດີນີ້ອາດບໍ່ແລ້ວສຳເລັດ ຍ້ອນຜົນກະທົບດ້ານລົບຂອງ COVID-19.

ທ່ານນາງກ່າວວ່າໂຣກລະບາດໄດ້ກໍ່ໃຫ້ເກີດການລົບກວນ ແລະ ການຫຼ້າຊ້າໃນການປິ່ນປົວໂຣກເຂດຮ້ອນທີ່ຖືກລະເລີຍ. ທ່ານນາງໄດ້ກ່າວວ່າ ໂຄງການປິ່ນປົວຂະໜາດໃຫຍ່, ການສຳຫຼວດຂົງ ເຂດທີ່ຖືກກະທົບ ແລະ ການຂົນສົ່ງ ແລະ ນຳສົ່ງຢາແມ່ນໄດ້ຖືກກີດຂວາງ.

ທ່ານນາງ ມາເລເຊລາ ໄດ້ກ່າວວ່າ “ທຸກຄວາມພະຍາຍາມທີ່ໄດ້ເຮັດເພື່ອຄວບຄຸມໂຣກເຂດຮ້ອນທີ່ຖືກລະເລີຍ, ເພື່ອການລົບລ້າງໃນບັນດາປະເທດ ທີ່ຖືກກະທົບສ່ວນຫຼາຍນັ້ນ, ຈະຖືກຕ່າວປີ້ນ ຖ້າຈຸດເພັ່ງເລັງແມ່ນບໍ່ໄດ້ຖືກຮັກສາໄວ້ຄື ການເພັ່ງເລັງທີ່ດີໃນການກວດກາ, ການເພັ່ງເລັງທີ່ດີຕໍ່ການສືບຕໍ່ແກ້ໄຂໃນບາງປະເທດເຊິ່ງໃກ້ທີ່ຈະລົບລ້າງມັນໄດ້ແລ້ວນັ້ນ.”

ອົງການອະນາໄມໂລກໄດ້ລາຍງານວ່າ ໂຣກແມ່ທ້ອງ ກີເນຍ ແມ່ນໃກ້ທີ່ຈະຖືກລົບລ້າງແລ້ວ, ໂດຍມີພຽງ 27 ກໍລະນີໃນມະນຸດໄດ້ຖືກລາຍງານໃນ 6 ປະເທດຢູ່ອາຟຣິກາ ເມື່ອປີກາຍນີ້. ໃນປີ 1986, ປະມານ 3 ລ້ານ 5 ແສນ ກໍລະນີໄດ້ເກີດຂຶ້ນໃນແຕ່ລະປີໃນ 21 ປະເທດຢູ່ ອາຟຣິກາ ແລະ ເອເຊຍ.

ອົງການອະນາໄມໂລກເວົ້າວ່າ, ໂຣກຄຸດທະລາດ ເຊິ່ງແມ່ນໂຣກຕິດຕໍ່ຊໍາເຮື້ອຕາມຜິວໜັງສາມາດ ຖືກລົບລ້າງໃນເຂດອະນຸທະວີບ ອິນເດຍ. ທ່ານນາງ ມາເລເຊລາ ກໍໄດ້ອ້າງເຖິງຄວາມປະສົບຜົນ ສຳເລັດອື່ນໆຫຼາຍເລື່ອງ.

ທ່ານນາງ ມາເລເຊລາ ໄດ້ກ່າວວ່າ “ໃນແງ່ຂອງການລົບລ້າງລິດສະດວງຕານັ້ນ, ພວກເຮົາມີປະ ເທດ ໂມຣັອກໂຄ, ພວກເຮົາມີ ການາ ແລະ ອື່ນໆອີກ, ເມື່ອບໍ່ດົນມານີ້ພວກເຮົາມີປະເທດ ແກມເບຍ. ພວກເຮົາໄດ້ລົບລ້າງໂຣກຕີນຊ້າງໃນປະເທດ ໂຕໂກ ແລະ ມາລາວີ. ໃນ ເຢເມນ, ເຊິ່ງແມ່ນຢູ່ນອກສຸດຂອງ ອາຟຣິກາ ໃນພາກຕາເວັນອອກກາງນັ້ນ, ພວກເຮົາໄດ້ລົບລ້າງໂຣກຕີນຊ້າງພາຍ ໃຕ້ສະພາບທີ່ຫຍຸ້ງຍາກຫຼາຍ. ແຕ່ເຂົາເຈົ້າກໍສາມາດທີ່ຈະເຮັດມັນໄດ້ ແລະ ວ່າມັນເປັນການເອົາຊະນະທີ່ໜ້າປະທັບໃຈຫຼາຍ.”

ໃນທ້າຍເດືອນມັງກອນທີ່ຜ່ານມາ, ອົງການອະນາໄມໂລກໄດ້ເປີດແຜນການໃໝ່ຢ່າງເປັນທາງ ການທີ່ແນເປົ້າໃສ່ການຜັກດັນຄວາມກ້າວໜ້າໄປສູ່ໂລກທີ່ປາສະຈາກເຊື້ອໂຣກເຂດຮ້ອນທີ່ຖືກລະເລີຍພາຍໃນປີ 2030. ບັນດາເຈົ້າໜ້າທີ່ສາທາລະນະສຸກໄດ້ພິຈາລະນາແຜນການດັ່ງກ່າວວ່າ ເປັນຊິ້ນສ່ວນທີ່ສຳຄັນໃນການຮັບປະກັນການສ້າງສາປະເທດຕ່າງໆຄືນໃຫ້ດີກວ່າເກົ່າຫຼັງຈາກ COVID-19 ໂດຍແນເປົ້າໃສ່ການຟື້ນຟູ ແລະ ເສີມຂະຫຍາຍລະບົບສາທາລະນະສຸກ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG