ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການລະບາດ ຂອງໂຄວິດ-19 ສົ່ງຜົນໃຫ້ມີໄພຂົ່ມຂູ່ ຕໍ່ສື່ມວນຊົນເພີ້ມຂຶ້ນ ອີງຕາມອົງການ ນັກຂ່າວໄຮ້ພົມແດນ


ພວກນັກຂ່າວພາກັນໃສ່ໜ້າກາກ ກຳລັງເບິ່ງຖະແຫລງການຂອງລັດຖະບານກ່ອນໜ້າກອງປະຊຸມຖະແຫລງຂ່າວ ກ່ຽວກັບການລະບາດຂອງໄວຣັສໂຄໂຣນາ, ໃນນະຄອນຫຼວງປັກກິ່ງຂອງຈີນ, ວັນທີ 26 ມັງກອນ 2020.
ພວກນັກຂ່າວພາກັນໃສ່ໜ້າກາກ ກຳລັງເບິ່ງຖະແຫລງການຂອງລັດຖະບານກ່ອນໜ້າກອງປະຊຸມຖະແຫລງຂ່າວ ກ່ຽວກັບການລະບາດຂອງໄວຣັສໂຄໂຣນາ, ໃນນະຄອນຫຼວງປັກກິ່ງຂອງຈີນ, ວັນທີ 26 ມັງກອນ 2020.

ໂຣກລະບາດຂອງໄວຣັສໂຄວິດ-19 ເປັນໄພຂົ່ມຂູ່ຮ້າຍແຮງເພີ້ມຂຶ້ນຕໍ່ເສລີພາບດ້ານຂ່າວສານໃນທົ່ວໂລກ ໂດຍມີແນວໂນ້ມທີ່ເປັນບ່ອນທຳລາຍການເຂົ້າເຖິງລາຍງານຂ່າວໄດ້ຢ່າງເສລີ ແລະການໄດ້ຮັບຂໍ້ມູນທີ່ເຊື່ອຖືໄດ້ ໃນໄລຍະຫຼາຍໆປີຕໍ່ໜ້ານີ້ ດັ່ງທີ່ອົງການສິ້ງຊອມເສລີພາບດ້ານຂ່າວສານສາກົນ ທີ່ໄດ້ກ່າວໄປໃນວັນອັງຄານວານນີ້.

“ພວກເຮົາກໍາລັງເຂົ້າສູ່ຍຸກສະໄໝທີ່ຕ້ອງໄດ້ຕັດສິນຢ່າງເດັດດ່ຽວ ສໍາລັບສາຍອາຊີບໃນດ້ານການຂ່າວ ທີ່ເຊື່ອມໂຍງກັບວິກິດການຕ່າງໆ ທີ່ມີຜົນກະທົບຕໍ່ອະນາຄົດ” ນັ້ນແມ່ນຄຳເວົ້າຂອງ ທ່ານຄຣິສໂຕຟ ເດີລົວ ຫົວໜ້າອົງການນັກຂ່າວໄຮ້ພົມແດນ ຫຼື RSF ທີ່ມີຫ້ອງການຕັ້ງຢູ່ໃນນະຄອນປາຣີ ທີ່ໄດ້ກ່າວໄປໃນຖະແຫລງການສະບັບນຶ່ງ.

ບົດລາຍງານປະຈຳປີຂອງກຸ່ມດັ່ງກ່າວ ກ່ຽວກັບດັດຊະນີຂອງເສລີພາບດ້ານຂ່າວສານໃນໂລກ ຊຶ່ງຈັດອັນດັບຂອງສະຖານະພາບ ໃນ 180 ປະເທດ ແລະດິນ ແດນອື່ນໆ ໃຫ້ແກ່ບັນດານັກຂ່າວທັງຫຼາຍ ທີ່ໄດ້ສະແດງໃຫ້ເຫັນວ່າ ບໍ່ມີການປ່ຽນແປງຫຼາຍພໍປານໃດຈາກປີກາຍນີ້. ພວກປະເທດໃນເຂດສະແກນດີນາເວຍທາງພາກເໜືອຂອງທະວີບຢູໂຣບນັ້ນ ແມ່ນຢູ່ທີ່ອັນດັບສູງສຸດທີ່ຖືວ່າ ມີຄວາມເສລີຫຼາຍທີ່ສຸດ ແລະປະເທດທີ່ປາບປາມນັກຂ່າວ ປະກອບດ້ວຍ ຈີນ ເອຣີເທຣຍ ເທີກເມນິສຖານ ແລະເກົາຫຼີເໜືອ ແມ່ນຢູ່ລະດັບລຸ່ມ.

ການຢັ່ງຫາງສຽງບັນດານັກຊ່ຽວຊານໃນທົ່ວໂລກສຳລັບດັດຊະນີດັ່ງກ່າວ ກໍເພື່ອປະເມີນສະພາບການຕ່າງໆ ເຊັ່ນວ່າ ສື່ມວນຊົນມີຄວາມເປັນອິດສະຫລະ, ມີການກວດສອບສື່ມວນຊົນດ້ວຍຕົນເອງ ແລະໂດຍທາງການ, ມີໂຄງຮ່າງດ້ານກົດໝາຍ ແລະຄວາມໂປ່ງໃສ ເປັນຕົ້ນ. ຖ້າມີສະພາບການທີ່ຂີ້ຮ້າຍສຸດ ກໍຈະໄດ້ຮັບຄະແນນທີ່ສູງຂຶ້ນຕາມສະພາບການນັ້ນ.

ອົງການ RSF ໄດ້ກ່າວວ່າ ໃນທົດສະວັດຂ້າງໜ້ານີ້ຈະເປັນຈຸດຫັນປ່ຽນ. ທ່ານ ເດີລົວ ໄດ້ກ່າວວ່າ “ການລະບາດຂອງໄວຣັສໂຄໂຣນາໄປໃນທົ່ວໂລກ ສະແດງໃຫ້ເຫັນເຖິງ ປັດໄຈທີ່ເປັນລົບຕ່າງໆ ທີ່ເປັນໄພຂົ່ມຂູ່ຕໍ່ສິດທິໃນການໄດ້ຮັບຂໍ້ມູນທີ່ເຊື່ອຖືໄດ້ ໂດຍທີ່ໂຣກລະບາດນັ້ນເອງ ທີ່ເປັນປັດໄຈເຮັດໃຫ້ສະພາບການຮ້າຍແຮງຂຶ້ນຕື່ມ. ເສລີພາບຂອງຂໍ້ມູນ ການມີຫຼາຍຝ່າຍ ແລະຄວາມເຊື່ອຖື ຈະອອກມາຄືແນວໃດໃນປີ 2030? ຄຳຕອບຕໍ່ຄຳຖາມນັ້ນ ແມ່ນເລີ້ມຖືກກຳນົດແລ້ວໃນມື້ນີ້.”

ເຖິງແມ່ນວ່າລາຍງານສະບັບນີ້ ກ່າວຫາຈີນແລະອີຣ່ານ ໂດຍຕິດອັນດັບທີ 177 ແລະ 173 ຕາມລໍາດັບ ໃນການກວດສອບຂໍ້ມູນກ່ຽວກັບການລະບາດ ຂອງໄວ ຣັສໂຄໂຣນາ ມັນກໍໄດ້ພົບເຫັນວ່າ ບັນດາາລັດຖະບານຈຳນວນນຶ່ງ ໄດ້ສວຍໃຊ້ວິກິດການຂອງໄວຣັສໂຄໂຣນາ ເພື່ອຜົນປະໂຫຍດດ້ານການເມືອງ.

ອີຣັກ ໄດ້ຕິດອັນດັບທີ່ຂີ້ຮ້າຍກວ່າປີກາຍນີ້ ໂດຍໄດ້ຫລຸດອັນດັບລົງໄປ 6 ຂັ້ນຢູ່ທີ 162 ຫຼັງຈາກທີ່ “ພວກເຈົ້າໜ້າທີ່ຂອງອີຣັກ ໄດ້ຖອນໃບອະນຸຍາດຂອງອົງການຂ່າວຣອຍເຕີ ໄລຍະ 3 ເດືອນ ຫຼັງຈາກໄດ້ພິມອອກເຜີຍແຜ່ລາຍງານເລື້ອງການສອບຖາມເຖິງຕົວເລກທີ່ເປັນທາງການ ກ່ຽວກັບໄວຣັສໂຄໂຣນາ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG