ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການລະບາດໄວຣັສ COVID-19 ເຮັດໃຫ້ແຮງງານລາວ ທີ່ບໍ່ມີຝີມື ຕ້ອງຫວ່າງງານຫຼາຍກວ່າ 439,000 ຄົນ


ການຝຶກງານຂອງກໍາມະກອນລາວ
ການຝຶກງານຂອງກໍາມະກອນລາວ

ການລະບາດໄວຣັສ COVID-19 ເຮັດໃຫ້ແຮງງານ ລາວ ທີ່ບໍ່ມີຝີມືຕ້ອງຫວ່າງງານຫຼາຍກວ່າ 439,000 ຄົນ. ສ່ວນທາງການລາວກໍຄາດວ່າ ຈະສາມາດສ້າງງານຮອງຮັບແຮງງານເຫຼົ່ານີ້ໄດ້ 45,000 ຄົນໃນປີ 2022.

ທ່ານ ພອນສານ ວິໄລມິ່ງ ສະມາຊິກສະພາແຫ່ງຊາດຈາກແຂວງສະຫວັນນະເຂດ ໃຫ້ການຢືນຢັນວ່າສະພາບການຫວ່າງງານຂອງບັນດາແຮງງານ ລາວ ໄດ້ກາຍເປັນບັນຫາທີ່ຮຸນແຮງຫຼາຍຂຶ້ນນັບມື້ ໂດຍເປັນຜົນກະທົບຈາກການລະບາດພະຍາດໄວຣັສ COVID-19 ທີ່ບໍ່ພຽງແຕ່ຈະເຮັດໃຫ້ມີການເລີກຈ້າງງານພາຍໃນ ລາວ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຫາກແຕ່ຍັງເຮັດໃຫ້ມີການເລີກຈ້າງແຮງງານ ລາວ ໃນຕ່າງປະເທດເພີ່ມຂຶ້ນອີກດ້ວຍ ຊຶ່ງແຮງງານ ລາວ ເຫຼົ່ານີ້ກໍໄດ້ພາກັນເດີນທາງກັບມາ ລາວ ແລະ ໄດ້ກາຍເປັນຄົນຫວ່າງງານໃນ ລາວ ທີ່ມີຈຳນວນຫຼາຍກວ່າ 439,000 ຄົນໃນປັດຈຸບັນທີ່ຈະຕ້ອງໄດ້ຮັບການແກ້ໄຂຢ່າງຮີບດ່ວນ ແຕ່ວ່າບັນຫາກໍຄືລັດຖະບານ ລາວ ຈະສາມາດສ້າງງານຮອງຮັບແຮງງານເຫຼົ່ານີ້ໄດ້ພຽງ 45,500 ຄົນໃນຕະຫຼອດປີ 2022 ໝາຍຄວາມວ່າແຮງງານ ລາວ ທີ່ຫວ່າງງານສ່ວນໃຫຍ່ນັ້ນ ຍັງບໍ່ມີຫຼັກປະກັນວ່າຈະມີງານທຳແຕ່ຢ່າງໃດ ດັ່ງທີ່ທ່ານ ພອນສານ ໄດ້ໃຫ້ການຢືນຢັນວ່າ

“ສະພາບຫວ່າງງານຈຳນວນ 439,082 ຄົນຖືວ່າເປັນອັດຕາຫວ່າງງານທີ່ສູງສົມຄວນ ສະນັ້ນແຜນ ການຂອງລັດຖະບານໃນການຊອກວຽກເຮັດງານທຳໃຫ້ຈຳນວນຄົນຫວ່າງງານໃນປີ 2022 ໄດ້ພຽງແຕ່ 45,500 ຄົນ ຊຶ່ງກວມເອົາພຽງແຕ່ 10.3 ເປີເຊັນຂອງຈຳນວນຫວ່າງງານ ຍັງເຫຼືອຢູ່ 390,000 ກວ່າຄົນ ຊຶ່ງກໍເຫັນວ່າຍັງບໍ່ທັນມີແຜນການແກ້ໄຂສະພາບຫວ່າງງານດັ່ງກ່າວເນາະ.”

ສ່ວນເຈົ້າໜ້າທີ່ຂັ້ນສູງໃນກະຊວງແຮງງານ ແລະ ສະຫວັດດີການສັງຄົມຢືນຢັນວ່າ ການພັດທະນາເພື່ອຍົກລະດັບຄຸນນະພາບຝີມືແຮງງານ ລາວ ຍັງບໍ່ສາມາດຕອບສະໜອງໃຫ້ກັບບັນດາບໍລິສັດຕ່າງຊາດທີ່ເຂົ້າມາລົງທຶນໃນ ລາວ ໄດ້ຢ່າງພຽງພໍກັບຄວາມຕ້ອງການຕົວຈິງ ໂດຍສະເພາະແມ່ນນັກຊ່ຽວຊານທາງດ້ານເທັກໂນໂລຈີສະໄໝໃໝ່ ແລະ ເມື່ອສົມທົບດ້ວຍການລະບາດໄວຣັສ COVID-19 ໃນປັດຈຸບັນກໍໄດ້ສົ່ງຜົນກະທົບເຮັດໃຫ້ອັດຕາການຫວ່າງງານໃນ ລາວ ໄດ້ເພີ່ມຂຶ້ນຈາກລະດັບ 7 ເປີເຊັນໃນຕົ້ນປີ 2020 ເປັນ 25 ເປີເຊັນໃນປັດຈຸບັນນີ້.

ໂດຍສະເພາະແມ່ນພາກທຸລະກິດບໍລິການ ແລະ ທ່ອງທ່ຽວນັ້ນຖືເປັນພາກທຸລະກິດທີ່ໄດ້ຮັບຜົນກະທົບຮຸນແຮງທີ່ສຸດໃນ ລາວ ຈຶ່ງມີການເລີກຈ້າງແຮງງານຫຼາຍທີ່ສຸດໃນ ລາວ ນັບຕັ້ງແຕ່ປີ 2020 ເປັນຕົ້ນມາ.

ໂດຍໃນຊ່ວງປີ 2016-2020 ທີ່ຜ່ານມາ ລັດຖະບານ ລາວ ສາມາດສ້າງວຽກເຮັດງານທຳໃຫ້ກັບແຮງງານ ລາວ ໄດ້ທັງໝົດ 523,559 ຄົນຄິດເປັນ 73​ ເປີເຊັນຂອງແຜນການ 5 ປີໃນນີ້ກໍແບ່ງເປັນການສ້າງວຽກເຮັດງານທຳພາຍໃນປະເທດໄດ້ທັງໝົດ 244,055 ຄົນ ແລະ 279,504 ຄົນເປັນແຮງງານ ລາວ ທີ່ສົ່ງອອກໄປຕ່າງປະເທດຄື ໄທ, ເກົາຫຼີໃຕ້, ແລະ ຍີ່ປຸ່ນ ພາຍໃຕ້ສັນຍາການຈ້າງງານທີ່ລັດຖະ ບານ ລາວ ໄດ້ຕົກລົງຮ່ວມກັບ 3 ປະເທດທີ່ຕ້ອງການຈ້າງແຮງງານ ລາວ ລວມກັນ 473,150 ຄົນ ຫາກແຕ່ດ້ວຍການລະບາດຂອງໄວຣັສ COVID-19 ກໍເຮັດໃຫ້ແຮງງານ ລາວ 193,646 ຄົນບໍ່ສາມາດເດີນທາງໄປ 3 ປະເທດໄດ້ຈົນເຖິງປັດຈຸບັນນີ້.

ນອກຈາກນີ້ການລະບາດຢ່າງໜັກຂອງໄວຣັສ COVID-19 ໃນ ໄທ ຍັງເຮັດໃຫ້ມີການເລີກຈ້າງແຮງງານ ລາວ ຫຼາຍກວ່າ 4 ແສນຄົນທີ່ໄດ້ພາກັນເດີນທາງກັບມາ ລາວ ແລ້ວນັ້ນ ກໍຍິ່ງເຮັດໃຫ້ການຫວ່າງງານໃນ ລາວ ກາຍເປັນບັນຫາທີ່ຮຸນແຮງເພີ່ມຂຶ້ນອີກ ຊຶ່ງລັດຖະບານ ລາວ ໄດ້ແກ້ໄຂບັນຫາດ້ວຍການເຈລະຈາກັບພາກທຸລະກິດໃນ ລາວ ເພື່ອຂໍໃຫ້ຈ້າງແຮງງານ ລາວ ເພີ່ມຂຶ້ນ ຫາກແຕ່ບັນຫາກໍຄືແຮງງານ ລາວ ບໍ່ສາມາດຕອບສະໜອງຄວາມຕ້ອງການຂອງຄວາມຕ້ອງການຂອງບັນດາໂຄງການຂະໜາດໃຫຍ່ໄດ້ເລີຍ ດັ່ງທີ່ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ການຢືນຢັນວ່າ

“ລະຫວ່າງການພັດທະນາຊັບພະຍາກອນມະນຸດກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຢູ່ການພັດທະນາບໍ່ທັນສົມຄູ່ນຳກັນ ແຮ່ງໂຄງການໃຫຍ່ກ້າວເຂົ້າມາ ພວກເຮົາຈຶ່ງເຫັນວ່າພວກເຮົາສ້າງຄົນໄດ້ບໍ່ທັນ ທາງລົດໄຟ ລາວ-ຈີນ ສິເປີດທ້າຍປີນີ້ ເດືອນສິບສອງນີ້ ຢູ່ໄສຄົນຫັ້ນ ຢູ່ໃສກຳມະກອນ ບໍ່ທັນເວົ້າອັນອື່ນນະ ສິຊອກຄົນໄປຍົກທຸງຂາວ ທຸງແດງບໍ່ ສິໃຫ້ລົດໄຟໄປບໍ່ໄປ ກໍຍັງຫາຍາກແລ້ວ ບໍ່ທັນເວົ້າຄຸນນະພາບດີຫຼືບໍ່ດີ ພະຍາດໂຄວິດນີ້ເຂົ້າມາມັນຮຽກຮ້ອງໃຫ້ການພັດທະນາຂອງຂະແໜງຕ່າງໆແຮ່ງມີຄວາມຫຍຸ້ງຍາກ.”

ສ່ວນທ່ານ ອະດິສັນ ເກີດມົງຄຸນ ຜູ້ປະສານງານອົງກອນດ້ານປະຊາກອນຂ້າມຊາດ ຢືນຢັນວ່າ ການລະບາດຂອງໄວຣັສ COVID-19 ເຮັດໃຫ້ບັນດານາຍຈ້າງໃນ ໄທ ໄດ້ເລີກຈ້າງແຮງງານພະມ້າ, ກຳປູເຈຍ ແລະ ລາວ ຫຼາຍກວ່າ 1 ລ້ານຄົນ. ໃນນີ້ລວມເຖິງແຮງງານ ລາວ 4​ ແສນກວ່າຄົນທີ່ເດີນທາງກັບຄືນໄປ ລາວ ແຕ່ດ້ວຍການທີ່ທາງການ ລາວ ບໍ່ສາມາດສ້າງແຮງງານເພື່ອຮອງຮັບແຮງງານ ລາວ ເຫຼົ່ານີ້ໄດ້ຢ່າງແທ້ຈິງ ຈຶ່ງເຮັດໃຫ້ແຮງງານ ລາວ ດັ່ງກ່າວຕ້ອງພາກກັນເດີນທາງເຂົ້າມາເພື່ອລັກລອບທຳງານໂດຍຜິດກົດໝາຍຢູ່ໃນ ໄທ ເທື່ອໃໝ່ທີ່ສ່ວນໃຫຍ່ກໍຄືແຮງງານເພດຍິງ ຈຶ່ງສ່ຽງຈະຕົກເປັນເຫຍືອຂອງການຄ້າມະນຸດ.

XS
SM
MD
LG