ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການລະບາດໄວຣັສ COVID-19 ໃນ ລາວ ຮຸນແຮງເພີ່ມຂຶ້ນນັບມື້ ເພາະປະຊາຊົນ ລາວ ສ່ວນໃຫຍ່ບໍ່ເຂັ້ມງວດ ໃນການປ້ອງກັນ


ນາຍຄູກວດອຸນຫະພູມນັກຮຽນຢູ່ໂຮງຮຽນແຫ່ງນຶ່ງ.
ນາຍຄູກວດອຸນຫະພູມນັກຮຽນຢູ່ໂຮງຮຽນແຫ່ງນຶ່ງ.

ການລະບາດໄວຣັສ COVID-19 ໃນ ລາວ ຮຸນແຮງເພີ່ມຂຶ້ນນັບມື້ເພາະປະຊາຊົນ ລາວ ສ່ວນ ໃຫຍ່ບໍ່ເຂັ້ມງວດໃນການປະຕິບັດຕາມມາດຕະການປ້ອງກັນການຕິດເຊື້ອທັງພາຍໃນຄົວເຮືອນ ແລະ ຊຸມຊົນ.

ທ່ານນາງ ບົວຜັນ ຄຳພາພົງຜ່ານ ຮອງຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ຖະແຫຼງຢືນຢັນວ່າການລະບາດຂອງໄວຣັສ COVID-19 ໃນ ລາວ ມີທ່າອຽງທີ່ຮຸນແຮງເພີ່ມຂຶ້ນນັບມື້ ເພາະວ່າປະຊາຊົນ ລາວ ສ່ວນໃຫຍ່ບໍ່ເຂັ້ມງວດໃນການປະຕິບັດຕາມມາດຕະການປ້ອງກັນການຕິດເຊື້ອໄວຣັສ ທັງພາຍໃນຄົວເຮືອນ ແລະ ຊຸມຊົນ ພາຍໃຕ້ສະພາບການດັ່ງກ່າວນີ້ຍັງເຮັດໃຫ້ຄາດໝາຍໄດ້ວ່າຈຳນວນຄົນ ລາວ ທີ່ຕິດໄວຣັສ COVID-19 ຈະເພີ່ມຂຶ້ນອີກ ແລະ ຍາກທີ່ຈະສະກັດກັ້ນໄດ້ ດັ່ງ ທີ່ທ່ານນາງ ບົວຜັນ ຢືນຢັນວ່າ

“ປະເທດພວກເຮົາຍັງຢູ່ໃນເກນຕິດເຊື້ອສູງມາໄດ້ຫຼາຍເດືອນ ແລະ ຍັງບໍ່ມີທ່າອຽງທີ່ຈະຫຼຸດລົງເລີຍ ແຕ່ຖ້າຢາກໃຫ້ຈຳນວນຄົນຕິດເຊື້ອຫຼຸດລົງນັ້ນ ແມ່ນທຸກຄົນນຕ້ອງໄດ້ພ້ອມໃຈປະຕິບັດມາດຕະການປ້ອງກັນຕົວເອງ ແລະ ຄອບຄົວໃຫ້ດີທີ່ສຸດເຊັ່ນຖ້າທຸກຄົນໃສ່ຜ້າອັດປາກ-ດັງ, ລ້າງມີເລື້ອຍໆ, ຢູ່ຫ່າງກັນ, ງົດໄປມາຫາສູ່, ກິນເຂົ້າຮ່ວມກັນ, ຖ້າທຸກຄົນເຮັດໄດ້ການຕິດເຊື້ອກໍຈະຄ່ອຍໆຫຼຸດລົງຕາມລຳດັບ ກົງກັນຂ້າມຫຼາຍຄົນຜັດຍັງເມີນເສີຍ ແບບນີ້ພວກເຮົາກໍຈະບໍ່ສາມາດຄວບຄຸມການລະບາດໄດ້.”

ພ້ອມກັນນີ້ ອີກປັດໄຈນຶ່ງທີ່ເຮັດໃຫ້ຈຳນວນຜູ້ຕິດໄວຣັສ COVID-19ເພີ້ມຂຶ້ນນັບມື້ ໂດຍສະເພາະແມ່ນນະຄອນວຽງຈັນ ທີ່ມີຈຳນວນຜູ້ຕິດໄວຣັສຫຼາຍທີ່ສຸດໃນລາວນັ້ນ ກໍເພາະວ່າ ໄວຣັສໂຄວິດ-19 ທີ່ລະບາດຢູ່ໃນລາວ ໃນເວລານີ້ ກໍຄືໄວຣັສສາຍພັນ ແດລຕາ (Delta) ທີ່ສາມາດຕິດຕໍ່ກັນໄດ້ງ່າຍ ແລະຢ່າງກວ້າງຂວາງ ທັງຍັງເປັນໄວຣັສທີ່ສາມາດລອຍໄປໃນອາກາດໄດ້ໄກອີກດ້ວຍ ຈຶ່ງເຮັດໃຫ້ສະຖານທີ່ທີ່ມີຜູ້ຄົນຢູ່ຮ່ວມກັນເປັນຈຳນວນຫຼາຍເຊັ່ນ ໂຮງງານຕ່າງໆ ມີຄວາມສ່ຽງສູງທີ່ຈະຕິດໄວຣັສສາຍພັນ Delta ທັງຍັງໄດ້ລະບາດເຂົ້າໄປໃນຊຸມຊົນຕ່າງໆ ແລະ ເຮັດໃຫ້ມີຜູ້ເສຍຊີວິດເພີ່ມຂຶ້ນອີກດ້ວຍ ໂດຍຈາກການເກັບກຳຂໍ້ມູນໃນໄລຍະທີ່ຜານມາພົບວ່າ ສາເຫດສຳຄັນປະການນຶ່ງທີ່ເຮັດໃຫ້ປະຊາຊົນ ລາວ ຕິດໄວຣັສ ແລະ ເສຍຊີວິດຫຼາຍຂຶ້ນນັ້ນ ເພາະການສັກຢາວັກຊີນຍັງໄປບໍ່ເຖິງກຸ່ມເປົ້າໝາຍ ກໍຄືຜູ້ທີ່ອາຍຸ 60 ປີຂຶ້ນໄປ ແລະ 18 ປີລົງມາ, ຜູ້ທີ່ມີໂຣກປະຈຳຕົວ, ແມ່ຍິງຖືພາເກີນ 12 ສັບປະດານັ້ນ.

ນອກຈາກນີ້ການທີ່ນະຄອນວຽງຈັນ ເປັນເຂດທີ່ມີປະຊາຊົນຕິດໄວຣັສ COVID-19 ຫຼາຍທີ່ສຸດໃນລາວ ເມື່ອປະກອບກັບເຊື້ອໄວຣັສໄດ້ລະບາດເຂົ້າໄປໃນຊຸມຊົນຢ່າງກວ້າງຂວາງດ້ວຍແລ້ວ ຍັງເຮັດໃຫ້ຈຳເປັນຢ່າງຍິ່ງທີ່ຈະຕ້ອງເລັ່ງການສັກຢາວັກຊີນກັນໄວຣັສ COVID-19 ໃຫ້ໄດ້ເຖິງ 80 ເປີເຊັນຂອງປະຊາກອນທັງໝົດໃນເຂດນະຄອນວຽງຈັນພາຍໃນທ້າຍປີ 2021 ສ່ວນປະຊາຊົນທີ່ຈັດຢູ່ໃນກຸ່ມສ່ຽງ ກໍຄືຜູ້ທີ່ອາຍຸ 60 ປີຂຶ້ນໄປ ກັບ 18 ປີລົງມາ, ຜູ້ທີ່ມີພະຍາດປະຈຳຕົວ, ແມ່ຍິງທີ່ຖືພາເກີນ 12 ສັບປະດານັ້ນ ຕ້ອງໄດ້ຮັບການສັກຢາວັກຊີນທຸຄົນ ຈຶ່ງຈະສະກັດກັ້ນການລະບາດໄວຣັສໄດ້ຢ່າງມີປະສິດທິພາບ.

ສ່ວນທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ກໍຢືນຢັນວ່າ ລັດຖະບານລາວ ຈະສາມາດບັນລຸເປົ້າໝາຍໃນການສັກຢາວັກຊີນກັນໄວຣັສ COVID-19 ໄດ້ເຖິງ 50 ເປີເຊັນຂອງປະຊາກອນທັງ ໝົດພາຍໃນທ້າຍປີ 2021 ນີ້ ຢ່າງແນ່ນອນ ໝາຍຄວາມວ່າປະຊາຊົນລາວ 3.7 ລ້ານຄົນຈະໄດ້ຮັບການສັກຢາວັກຊີນກັນໄວຣັສ COVID-19 ຄົນລະ 2 ໂດສຢ່າງຄົບຖ້ວນ ທັງໝັ້ນໃຈວ່ານານາຊາດຈະໃຫ້ການຊ່ອຍເຫຼືອລາວຕໍ່ໄປ.

ທັງນີ້ ອົງການອະນາໄມໂລກ ຫຼື WHO ແລະນານາຊາດຕົກລົງໃຫ້ການຊ່ອຍເຫຼືອລັດຖະບານລາວ ດ້ານຢາວັກຊີນ 7.5 ລ້ານໂດສ ຊຶ່ງພຽງພໍສຳລັບ 50 ເປີເຊັນຂອງປະຊາກອນລາວ ສ່ວນເປົ້າໝາຍຈະສັກຢາວັກຊີນໃຫ້ໄດ້ 70 ເປີເຊັນຂອງປະຊາກອນໃນປີ 2022 ນັ້ນ ກໍຈະຕ້ອງຈັດຫາຢາວັກຊີນອີກວ່າ 3 ລ້ານໂດສ.

ແຕ່ຢ່າງໃດກໍຕາມ ເນື່ອງຈາກວ່າການລະບາດຂອງໄວຣັສໂຄວິດ-19 ທີ່ປະຊາຊົນລາວ ກຳລັງປະ ເຊີນຢູ່ໃນປັດຈຸບັນນັບເປັນການລະບາດຮອບທີ 3 ທີ່ມີລະດັບຄວາມຮຸນແຮງຫຼາຍກວ່າ 2 ຮອບກ່ອນໜ້ານີ້ ເພາະວ່າເປັນໄວຣັສຊະນິດກາຍພັນທີ່ເອີ້ນວ່າ ແດລຕ້າ (Delta) ທີ່ສາມາດຕິດຕໍ່ໄດ້ຢ່າງວ່ອງໄວແລະແຜ່ລະບາດໄດ້ຢ່າງກວ້າງຂວາງກວ່າໄວຣັສໂຄວິດ-19 ຊະນິດອື່ນ ເພາະສະນັ້ນ ເພື່ອເປັນການຮັກສາຊີວິດຂອງປະຊາຊົນລາວຈາກການລະບາດດັ່ງກ່າວ ຈຶ່ງຈະຕ້ອງເລັ່ງສັກຢາວັກຊີນກັນໄວຣັສໂຄວິດ-19 ໃຫ້ໄດ້ເກີນກວ່າເປົ້າໝາຍ 50 ເປີເຊັນຂອງປະຊາກອນລາວດັ່ງກ່າວ ກໍຄືເພີ້ມຂຶ້ນເປັນ 70 ເປີເຊັນຂອງປະຊາກອນລາວ ໃຫ້ໄດ້ໄວທີ່ສຸດ ໂດຍກຸ່ມເປົ້າໝາຍກໍຄືເຍົາວະ ຊົນທີ່ອາຍຸ ລະຫວ່າງ 12-17 ປີ ເພາະວ່າ ເປັນກຸ່ມສ່ຽງສູງທີ່ຈະຕິດໄວຣັສໂຄວິດ-19 ຈາກການໄປຮຽນໜັງສືຢູ່ທີ່ໂຮງຮຽນນັ້ນເອງ.

XS
SM
MD
LG