ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

COVID-19 ນຳການປ່ຽນແປງໃໝ່ ມາສູ່ການປິ່ນປົວ ສຸຂະພາບ ເຂດຊົນນະບົດ ໃນ ອາເມຣິກາ


ໃນຮູບເມື່ອວັນທີ 15 ມີນາ 2018, ສະແດງໃຫ້ເຫັນພະຍາບານສາທາລະນະສຸກທ່ານນາງ ເພັກກີ ຄູລີ ຈາກພະແນກສຸຂະພາບເມືອງ ທາໂຄມາ-ພຽສ ຢູ່ໜ້າຈໍໂທລະສັບມືຖື, ໃຊ້ການໂທທາງ Skype ເພື່ອຕິດຕາມຄົນໄຂ້ກິນຢາໂຣກປອດບວມຢູ່ບ້ານໃນເມືອງ ເລກວູດ, ລັດ ວໍຊິງຕັນ.
ໃນຮູບເມື່ອວັນທີ 15 ມີນາ 2018, ສະແດງໃຫ້ເຫັນພະຍາບານສາທາລະນະສຸກທ່ານນາງ ເພັກກີ ຄູລີ ຈາກພະແນກສຸຂະພາບເມືອງ ທາໂຄມາ-ພຽສ ຢູ່ໜ້າຈໍໂທລະສັບມືຖື, ໃຊ້ການໂທທາງ Skype ເພື່ອຕິດຕາມຄົນໄຂ້ກິນຢາໂຣກປອດບວມຢູ່ບ້ານໃນເມືອງ ເລກວູດ, ລັດ ວໍຊິງຕັນ.

ໃນກາງເດືອນມີນານີ້, ນາຍຄູສອນຄະນິດສາດ ຢູ່ໂຮງຮຽນມັດທະຍົມໃນລັດ ອີລລີນອຍ ທ່ານ ເດວິດ ລິນ ໄດ້ຮູ້ສຶກບໍ່ສະບາຍ ແລະ ຮູ້ວ່າລາວຕ້ອງການ ຄຳແນະນຳຈາກແພດໝໍ. ການກວດໂຣກໃນທີ່ສຸດໄດ້ເລີ່ມຂຶ້ນ ດ້ວຍການກົດ ມາວສ໌ ຄອມພິວເຕີ ພຽງສອງສາມຄັ້ງ.

ທ່ານໄດ້ກ່າວຕໍ່ວີໂອເອທາງໂທລະສັບ, ດ້ວຍການໄອເປັນຄັ້ງເປັນຄາວ ຈາກ ຫຼາຍອາທິດຫຼັງຈາກທີ່ລາວໄດ້ສະແດງອາການອອກມາທຳອິດນັ້ນວ່າ “ຂ້າພະ ເຈົ້າໄດ້ນອນຫຼາຍ, ເມຍຂອງຂ້າພະເຈົ້າ ສາມາດຮູ້ໄດ້ວ່າຂ້າພະເຈົ້າອ່ອນເພຍ ຫຼາຍ. ຂ້າພະເຈົ້າຮູ້ສຶກຄືວ່າ ມັນມີຜີສາດນ້ອຍ ເກາະຢູ່ປອດຂອງຂ້າພະເຈົ້າ. ມັນແມ່ນໄອ, ວິນຫົວ. ເຈັບຫົວແຮງ, ແລະ ຮູ້ສຶກຜິວໜັງບອບບາງຫຼາຍ ຢູ່ ໃນຫົວຂອງຂ້າພະເຈົ້າ. ນຶ່ງ ຫຼື ສອງມືໃນລະຫວ່າງນັ້ນຂ້າພະເຈົ້າປວດຮາກ ໜ້ອຍນຶ່ງ.”

ທ່ານ ລິນ, ອາໄສຢູ່ໃນເມືອງ ວາລນັດ (Walnut), ເປັນເມືອງທີ່ມີປະຊາກອນ 1,500 ຄົນໃນເຂດຊົນນະບົດ ຂອງລັດ ອີລລີນອຍ. ໃນປັດຈຸບັນນີ້ ລາວບໍ່ໄດ້ ເດີນທາງໄປໃສ, ແລະ ທຳອິດບໍ່ໄດ້ຄິດວ່າມັນມີຄວາມເປັນໄປໄດ້ວ່າ ລາວໄດ້ ຕິດໄວ ຣັສໂຄໂຣນາ. ແຕ່ອາການຂອງລາວໄດ້ເຮັດໃຫ້ລາວມີຄວາມເປັນຫ່ວງພໍທີ່ຈະຕິດຕໍ່ຫາຜູ້ຊ່ຽວຊານດ້ານການແພດ. ໃນຂະນະທີ່ນັກການແພດຫຼາຍຄົນ ມີຫ້ອງການໃນເມືອງ ວາລນັດ ນັ້ນ, ເມືອງດັ່ງກ່າວແມ່ນບໍ່ມີໂຮງໝໍ. ທ່ານ ລິນ ເວົ້າວ່າ “ພວກເຮົາລຶ້ງກັບການບໍ່ມີມັນຢູ່ໃນເມືອງຂອງພວກເຮົາ. ມັນແມ່ນສ່ວນ ນຶ່ງ ໃນຊີວິດຂອງພວກເຮົາ.”

ສະນັ້ນແທນທີ່ຈະຂັບລົດໄປໂຮງໝໍໃນເມືອງ ດິກສັນ ຂອງລັດ ອີລລີນອຍ ທີ່ຕັ້ງຢູ່ປະມານ 40 ກິ ໂລແມັດຫ່າງອອກໄປນັ້ນ, ທ່ານ ລິນ ໄດ້ປຶກສາຫາ ລືກັບພະນັກງານການແພດທາງອອນໄລນ໌. ທ່ານໄດ້ກ່າວວ່າ “ພວກເຮົາໄດ້ທຳ ການປຶກສາກັບແພດໝໍທາງໄກ ທາງອອນໄລນ໌, ມັນແມ່ນການຕອບຄຳຖາມ ທີ່ເປັນສິ່ງກວດຫາໂຣກ, ແລະ ໃນຕອນທ້າຍຂ້າພະເຈົ້າສາມາດໃຫ້ຄຳເຫັນ ເພື່ອອະທິບາຍເລື່ອງຂອງຂ້າພະເຈົ້າເພີ່ມເຕີມ.”

ຜູ້ຊ່ຽວຊານດ້ານການປິ່ນປົວສຸຂະພາບໄດ້ໂທລະສັບຕິດຕາມບໍ່ດົນຫຼັງຈາກນັ້ນ. ທ່ານໄດ້ກ່າວວ່າ “ມັນແມ່ນຄົນນຶ່ງຢູ່ໂຮງໝໍໃນເມືອງ ດິກສັນ. ເຖິງແມ່ນວ່າຂ້າ ພະເຈົ້າຈະບໍ່ສະບາຍໃນເວລາທີ່ຂ້າພະເຈົ້າຍ່າງໄປຫາລາວນັ້ນ, ພວກເຮົາບໍ່ໄດ້ ຄິດວ່າມັນເປັນໄວຣັສໂຄໂຣນາ. ບໍ່ມີໃຜຢູ່ໃນເມືອງຕິດໄວຣັສໂຄໂຣນາ.”

ດ້ວຍຫຼາຍພື້ນທີ່ໃນປະເທດຖືກສັ່ງກັກບໍລິເວນ ແລະ ໂຮງໝໍແມ່ນເຕັມໄປດ້ວຍ ຜູ້ທີ່ມີອາການຂອງໄວຣັສໂຄໂຣນານັ້ນ, ຄົນໄຂ້ຫຼາຍຄົນໃນເຂດຊົນນະບົດ ຜູ້ທີ່ ຕ້ອງການການປິ່ນປົວແມ່ນກຳລັງໃຊ້ວິທີການທາງໄກ ເພື່ອປຶກສາຫາລືກັບຜູ້ ຊ່ຽວຊານການປິ່ນປົວສຸຂະພາບ.

ດຣ. ສເຕເຟັນ ຮິບເປຼີ ຫົວໜ້າເຈົ້າໜ້າທີ່ການແດດຂອງອົງການ OSF Healthcare, ເຊິ່ງເປັນເຈົ້າຂອງ ແລະ ປະຕິບັດການໂດຍອົງການ Sisters of the Third Order of St. Francis ທີ່ມີຫ້ອງ ການໃຫຍ່ຕັ້ງຢູ່ໃນເມືອງ ພີເຣຍ ລັດ ອີລລີນອຍ ໄດ້ກ່າວວ່າ “ສິ່ງທີ່ພວກເຮົາຕ້ອງການແທ້ໆແມ່ນໃຫ້ ປະຊາຊົນເຂົ້າໄປໃນເວັບໄຊ້ຂອງພວກເຮົາ ແລະ ເຮັດການກວດກາອາການ ຂອງພວກເຮົາ ແລະ ຊອກຫາບ່ອນທີ່ເໝາະສົມເພື່ອພົບພໍ້ກັບເຂົາເຈົ້າ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG