ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານສູງສຸດ ປາປົວ ນິວກີເນຍ ປະຕິເສດ ບໍ່ຍອມເປີດ ການບໍລິການ ຂັ້ນພື້ນຖານຄືນ ທີ່ສູນອົບພະຍົບ


ພວກຊອກຫາການລີ້ໄພ ພາກັນປະທ້ວງຢູ່ເກາະ Manus Island, Papua New Guinea.
ພວກຊອກຫາການລີ້ໄພ ພາກັນປະທ້ວງຢູ່ເກາະ Manus Island, Papua New Guinea.

ສານ​ສູງ​ສຸດ​ຂອງ Papua New Guinea ​ໄດ້​ປະຕິ​ເສດຕໍ່​ຄຳ​ຮ້ອງ​ທີ່ຈະຟື້ນຟູການ​ບໍ
ລິການຂັ້ນພື້ນຖານ ​ຕໍ່ອະດີດ​ສູນກັກ​ຂັງ​ອົບ​ພະ​ຍົບ ທີ່​ບໍລິຫານ​ໂດຍ​ອອສ​ເຕຣ​ເລຍ ບ່ອນທີ່ມີພວກຂໍລີ້ໄພ​ຫລາຍ​ກວ່າ 600 ຄົນ ​ໄດ້​ຄວບຄຸມໄວ້​ມາ​ເປັນ​ເວລາ​ກວ່າ​ນຶ່ງ​ອາ
ທີ​ດແລ້ວ.

​ໄຟຟ້າ ​ແລະ​ນໍ້າ​ໄດ້​ຖືກ​ຕັດ ​ແລະການສົ່ງ​ສະບຽງ​ອາຫານ​ໃຫ້ກໍໄດ້ຍຸຕິ​ລົງ ​ເວລາ​ສູນ​ກັກ
​ຂັງ ທີ່​ໂດດດ່ຽວ​ຢູ່​ເກາະ Manus ​ໄດ້ຖືກ​ປິດ​ລົງ​ ໃນອາທິດ​ແລ້ວ​ນີ້. ​ແຕ່ພວກ​ຜູ້​ຊາຍ​ໄດ້
​ພາກັນ​ປະຕິ​ເສດບໍ່ຍອມ​ອອກ​ມາ ​ແລະ​ກັກ​ຂັງເຂົາ​ເຈົ້າເອງ ຢູ່ໃນ​ສູນດັ່ງກ່າວ​ ​ໂດຍ​ໃຫ້​ຂໍ້​
ສັງ​ເກດ​ວ່າ​ ອາດ​ຈະມີການກໍ່ຄວາມຮຸນ​ແຮງ​ຕໍ່ພວກເຂົາ ເຈົ້າໂດຍ​ປະຊາຊົນໃນເຂດ
​ທ້ອງ​ຖິ່ນ ຖ້າ​ຫາກ​ວ່າ​ເຂົາ​ເຈົ້າ​ຖືກສົ່ງໄປ​ໄວ້​ບ່ອນ​ພັກ​ເຊົາ​ແຫ່ງ​ໃໝ່ ທີ່ຢູ່​ໃກ້​ກັບ​ບັນດາ
ປະຊາ​ຄົມຕ່າງໆນັ້ນ.

ພວກ​ທະນາຍຄວາມ​ຂອງພວກ​ຜູ້​ຊາຍເຫຼົ່ານີ້ ​ໄດ້​ຂໍອຸທອນ​ຕໍ່​ສານ​ສູງ​ສຸດ ບໍ່ໃຫ້ປິດສູນ
ເປັນ​ການ​ຊົ່ວຄາວ​. ​ແຕ່​ຫົວໜ້າຜູ້ພິພາກສາ ຕັດສິນ​ໃນ​ວັນ​ອັງຄານ​ມື້​ນີ້ວ່າ ພວກທີ່​ຖືກ​
ກັກ​ຈະໄດ້ຮັບການປະຕິບັດຕໍ່​ເປັນ​ຢ່າງ​ດີ​ຢູ່ໃນ​ບ່ອນກັກຂັງ​ແຫ່ງໃໝ່.

ການຂໍອຸທອນນີ້ ມີຂຶ້ນໃນນາມຂອງຊາວ​ອີຣ່ານ ທີ່​ຖືກ​ກັກ​ຂັງ ທ້າວ Behrouz Boochani
ຜູ້​ທີ່​ໄດ້​ຢູ່ໃນສູນ​ດັ່ງກ່າວມາ​ແຕ່​ປີ 2013. ທ້າວ Boochani ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວວ່າ
ການ​ຕັດສິນ​ຂອງ​ສານ “​ສະ​ແດງ​ໃຫ້​ເຫັນ​ວ່າ​ພວກ​ເຮົາ​ເປັນ​ຄົນ​ທີ່​ຖືກ​ຫລົງ​ລືມ ​ແລະ​ບໍ່​ມີ
ຄວາມ​ຍຸຕິ​ທຳ​ຕໍ່ພວກ​ເຮົາເລີຍ.”

ອົງການສະຫະ​ປະຊາ​ຊາດ​ກ່າວ​ວ່າ ​ສະຖານະ​ການ​ຢູ່​ໃນ​ສູນ​ເປັນ “ພວມກາຍເປັນ​ເຫດ
ສຸກ​ເສີນ​ທາງດ້ານມະນຸດສະທຳທີ່ກຳລັງເກີດຂຶ້ນ” ໂດຍທີ່​ສະບຽງ​ອາ ຫານ​ຫລຸດນ້ອຍ
ຖອຍ​ລົງ ​ແລະ​ພວກ​ຜູ້​ຊາຍຖືກ​ບັງຄັບ​ໃຫ້ຂຸດ​ດິນ​ລົງ​ເລິກ​ເພື່ອ​ຊອກ​ຫາ​ນໍ້າ. ທ່ານ​ນາງ Kate Schuetze ນັກຄົ້ນຄວ້າຈາກ​ອົງການ​ນິລະ​ໂທດ​ກຳ​ສາກົນ​ເຂດ​ປາຊິ​ຟິກກ່າວ​ວ່າ ສະພາບ​

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Ausralia PNG Refugees
please wait
Embed

No media source currently available

0:00 0:00:43 0:00

XS
SM
MD
LG