ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວິທີໃໝ່ ໃນການເດີນທາງ ຈາກປະເທດນຶ່ງ ຫາ ອີກປະເທດນຶ່ງ ທີ່ເປັນເຂດປອດການກັກຕົວ ຫຼື 'Bubbles' ຫຼັງຈາກວິກິດການ ໂຄວິດ-19


ພວກພົນລະເມືອງຂອງອອສເຕຣເລຍ ແລະພົນລະເມືອງອື່ນໆ ທີ່ຕົກຄ້າງໃນເນປານ ລຽນແຖວເພື່ອຂຶ້ນຍົນກັບຄືນປະເທດຂອງພວກເຂົາເຈົ້າ ຢູ່ທີ່ ສະໜາມບິນສາກົນ Tribhuvan, ຂອງນະຄອນຫຼວງແຄດແມນດູ ປະເທດເນປານ, ວັນພຸດ ທີ 6 ພຶດສະພາ 2020.
ພວກພົນລະເມືອງຂອງອອສເຕຣເລຍ ແລະພົນລະເມືອງອື່ນໆ ທີ່ຕົກຄ້າງໃນເນປານ ລຽນແຖວເພື່ອຂຶ້ນຍົນກັບຄືນປະເທດຂອງພວກເຂົາເຈົ້າ ຢູ່ທີ່ ສະໜາມບິນສາກົນ Tribhuvan, ຂອງນະຄອນຫຼວງແຄດແມນດູ ປະເທດເນປານ, ວັນພຸດ ທີ 6 ພຶດສະພາ 2020.

ບັນດາປະເທດໃນເຂດເອເຊຍປາຊີຟິກ ທີ່ປັບປຸງການຄວບຄຸມໃນກໍລະນີຕິດເຊື້ອໄວຣັສໂຄໂຣນາໄດ້ຢ່າງວ່ອງໄວນັ້ນ ຈະພິຈາລະນາເບິ່ງການຈັດຕັ້ງເຂດຕ່າງໆທີ່ເອີ້ນວ່າ “ເຂດປອດການກັກຕົວ ຫຼື bubbles” ທີ່ຈະອະນຸຍາດໃຫ້ພວກຄົນເດີນທາງຈາກບ່ອນນຶ່ງ ໄປອີກບ່ອນນຶ່ງໄດ້ ແຕ່ຈະຕ້ອງຫ້າມພວກຄົນ ບໍ່ໃຫ້ມີການເດີນທາງ ໃນແຫ່ງຕ່າງໆທີ່ມີການຕິດແປດໜັກ ອີງຕາມບັນດານັກວິເຄາະທີ່ຄາດຄະເນໄວ້.

ກໍລະນີການຕິດເຊື້ອໄວຣັສທີ່ເປັນອັນຕະລາຍຮ້າຍແຮງທັງຫຼາຍ ທີ່ກໍ່ໃຫ້ເກີດພະຍາດທາງລະບົບຫາຍໃຈຂອງ COVID-19 ນັ້ນ ມາເຖິງປັດຈຸບັນນີ້ ໄດ້ຫລຸດນ້ອຍຖອຍລົງໃນທົ່ວຂົງເຂດຫຼາຍແຫ່ງ. ອອສເຕຣເລຍ ຮົງກົງ ມາເກົ້າ ນິວຊີແລນ ເກົາຫຼີໃຕ້ ໄຕ້ຫວັນ ຈີນແຜ່ນດິນໃຫຍ່ ແລະຫວຽດນາມ ໄດ້ມີລາຍງານວ່າ ຈຳນວນຄົນຕິດເຊື້ອໄວຣັສທີ່ຕ້ອງການການຮັກສາປິ່ນປົວ ແມ່ນຕ່ຳທີ່ສຸດໃນໂລກ ຕະຫຼອດໄລຍະນຶ່ງເດືອນຜ່ານມານີ້.

ເພື່ອຕັດບັນຫາການຕິດແປດຂອງພະຍາດນີ້ຈາກຕ່າງປະເທດ ນັບແຕ່ເດືອນມີນາມາ ບັນດາລັດຖະບານຂອງປະເທດໃນເຂດເອເຊຍ ໄດ້ຫ້າມພວກຊາວຕ່າງຊາດເຂົ້າມາໃນປະເທດ ຍົກເວັ້ນແຕ່ຜູ້ທີ່ຖືບັດອະນຸຍາດໃຫ້ຢູ່ໄລຍະຍາວ. ພວກຄົນໃນທ້ອງຖິ່ນ ແລະພວກທີ່ຖືບັດອະນຸຍາດ ຕ້ອງໄດ້ກັກຕົວເອງເປັນເວລາ 14 ວັນ ຫຼັງຈາກທີ່ເຂົ້າປະເທດໃນແຕ່ລະເທື່ອ.

ບັນດານັກວິເຄາະ ກ່າວວ່າ ເຂດປອດການກັກຕົວຂອງປະເທດນຶ່ງຫາປະເທດນຶ່ງ ຈະຊ່ອຍກະຕຸ້ນການບິນ ການທ່ອງທ່ຽວ ແລະ ການປະຊຸມ ຊຶ່ງທັງໝົດນີ້ ໄດ້ຮັບຜົນກະທົບ ນັບຕັ້ງແຕ່ໂຣກລະບາດ ໄດ້ເລີ້ມເກີດຂຶ້ນ ຢູ່ໃນເຂດເອເຊຍ ເມື່ອທ້າຍເດືອນມັງກອນເປັນຕົ້ນມາ. ວຽກງານທີ່ກ່ຽວຂ້ອງກັບການທ່ອງທ່ຽວຢູ່ໃນຂົງເຂດນີ້ ຫຼາຍເຖິງ 49 ລ້ານໜ້າວຽກ ແມ່ນຕົກຢູ່ໃນຄວາມສ່ຽງ ອີງຕາມການກະປະມານຂອງ ກຸ່ມອຸດສາຫະກຳ ການເດີນທາງທົ່ວໂລກ ຫຼື World Travel ແລະ ຄະນະກຳມະເພື່ອການທ່ອງທ່ຽວ.

ທ່ານຣາຈີບ ບິສວັສ ຫົວໜ້ານັກເສດຖະສາດເຂດເອເຊຍແລະປາຊີຟິກ ຢູ່ທີ່ບໍລິສັດ IHS Markit ກ່າວວ່າ “ມັນເປັນບັນຫາໃຫຍ່ແທ້ໆ ກ່ຽວກັບວ່າ ວິທີໃດທີ່ຈະເປີດການເດີນທາງຄືນໃໝ່ ແລະບໍ່ພຽງແຕ່ສຳລັບການທ່ອງທ່ຽວເທົ່ານັ້ນ ແຕ່ສຳລັບທຸລະກິດຕ່າງໆນຳດ້ວຍ ເພາະວ່າ ພວກນັກເດີນທາງເພື່ອທຸລະກິດ ຍັງບໍ່ສາມາດເດີນທາງໄດ້ ແລະທົ່ວຂົງເຂດທັງໝົດ ແມ່ນກຳລັງປະເຊີນກັບບັນຫານີ້ ທີ່ບໍ່ມີຜູ້ໃດສາມາດເຄື່ອນຍ້າຍຈາກປະເທດນຶ່ງ ໄປຫາອີກປະເທດນຶ່ງ ສະນັ້ນ ມັນເປັນຫົວຂໍ້ທີ່ສຳຄັນແທ້ໆເລີຍ ທີ່ບັນດາປະເທດທັງຫຼາຍນີ້ ກຳລັງພິຈາລະນາເບິ່ງຢູ່.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG