ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການຕ້ານກັບຂ່າວທີ່ບິດເບືອນຄວາມຈິງ ເປັນບັນຫາທີ່ທ້າທາຍທີ່ສຸດ ຂອງສື່ມວນຊົນ


Countering Fake News, One of Media's Biggest Challenges
please wait

No media source currently available

0:00 0:02:41 0:00

ສື່ມວນຊົນລັດຖະບານ, ເອກະຊົນ ແລະ ສື່ມວນຊົນທີ່ໄດ້ຮັບທຶນຈາກລັດຖະບານກາງ
ກ່າວວ່າ ການສື່ສານມວນຊົນແມ່ນກຳລັງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ, ລວມທັງ
ຂ່າວປອມ. ເພື່ອສະເຫຼີມສະ ຫຼອງວັນເສລີພາບດ້ານການຂ່າວໂລກໃນວັນທີ 3 ພຶດສະ
ພາທີ່ຜ່ານມານີ້, ສະພາຜູ້ວ່າການກະຈາຍສຽງຂອງ ສະຫະລັດ ຫຼື BBG ແລະ ໂຮງຮຽນ
ສື່ມວນຊົນ ແລະ ກິດຈະການສາທາລະນະຂອງ ມະຫະວິທະຍາໄລ George
Washington ໄດ້ຈັດກອງປະຊຸມ ກ່ຽວກັບ ຄວາມສຳຄັນຂອງນັກຂ່າວສາກົນ ສະຫະ
ລັດ, ການປົກປ້ອງສິດ​ເສລີ ພາບດ້ານການຂ່າວ, ແລະ ຄວາມປອດໄພຂອງນັກຂ່າວ.
Mariama Diaollo ນັກຂ່າວວີໂອເອມີລາຍງານເພີ່ມເຕີມ, ເຊິ່ງ ພຸດທະສອນ ຈະນຳ
ລາຍລະອຽດມາສະເໜີທ່ານ.

ບັນດາຄະນະກຳມະການໄດ້ປຶກສາຫາລືກ່ຽວກັບ ຄວາມຢາກຮັບຮູ້ຂໍ້ມູນທີ່ຖືກຕ້ອງຍິ່ງ
ຂຶ້ນຂອງສັງຄົມ ແລະ ຄວາມພະຍາຍາມຂອງລັດ ຖະບານບາງ​ປະ​ເທດ ທີ່ຢາກຈຳກັດ
ການເຂົ້າເຖິງຂໍ້ມູນດັ່ງກ່າວນັ້ນ.

ທ່ານ ໄມເຄີລ ໂອເຣັສກີສ ຮອງປະທານອະວຸໂສດ້ານ​ການ​ຂ່າວ​ແລະ ຫົວໜ້າບັນນາທິ
ການສະຖານີວິທະຍຸ NPR ກ່າວວ່າ “ພວກເຂົາເຈົ້າມີປະສົບການຈາກບ່ອນທີ່ມີຄວາມ
ຜະເດັດການແທ້ໆ ຫາບ່ອນທີ່ພວກເຮົາ ອາດເບິ່ງຄືມີຄວາມເປັນປະຊາທິປະໄຕ ເຊິ່ງ
ການຄວບຄຸມການຫຼັ່ງໄຫຼຂອງຂໍ້ມູນ ໄດ້ກາຍເປັນວິທີການຫຼັກຂອງລັດຖະບານຂອງ
ພວກເຂົາເຈົ້າ. ແລະ ໄດ້ເຮັດໃຫ້ມີຄວາມຫຍຸ້ງຍາກຢ່າງຍິ່ງ ແລະໃນບາງກໍລະນີ ການ
​ເກັບ​ກຳຂ່າວແມ່ນ​ເປັນອັນຕະລາຍ”

ຍິ່ງໄປກວ່ານັ້ນ ມັນຍັງມີສິ່ງ​ ໃນ​ອັນທີ່ຫົວໜ້າຂອງສະພາຜູ້ວ່າການກະຈາຍສຽງຂອງ
ສະຫະລັດ ທ່ານ John Lansing ໄດ້ກ່າວ​ເຖິງ​ວ່າ “ການໃຊ້ຂໍ້ມູນໃຫ້ເປັນອາວຸດ.”

ທ່ານ John Lansing ກ່າວວ່າ “ທ່ານເບິ່ງໃນສິ່ງທີ່ກຳລັງເກີດຂຶ້ນ ແລະ ອອກມາຈາກ
ວັງ Kremlin ນັ້ນ, ມັນເກືອບວ່າ ເກີນການບັນ ຍາຍທີ່ບໍ່ຖືກຕ້ອງ. ມັນກ່ຽວກັບ ການ ສ້າງຕັ້ງແຜນຍຸດທະສາດຫຼາຍ ກວ່າ ມັນບໍ່ມີສິ່ງທີ່ວ່າຂໍ້ມູນໄດ້ມາຈາກການວິໄຈ. ຂໍ້
ເທັດຈິງແມ່ນສິ່ງທີ່ໄດ້ຖືກຄັດຄ້ານໃນທົ່ວໂລກແທ້ໆ ໂດຍລະບອບການປົກຄອງ
ພວກນີ້ ແລະ ທ່ານກໍໄດ້ເຫັນສິ່ງດັ່ງກ່າວນັ້ນເກີດຂຶ້ນຢູ່ປະເທດ ເທີກີ ໃນປັດຈຸບັນ
ເຊັ່ນກັນ.”

ໃນສັບປະດາທີ່ຜ່ານມາ ອົງການນັກຂ່າວບໍ່ມີພົມແດນໄດ້ເປີດເຜີຍບົດລາຍງານວ່າ​
ດ້ວຍ​ເສລີພາບດ້ານການຂ່າວຂອງ​ໂລກສຳລັບປີ 2017 ຂອງພວກເຂົາເຈົ້າ.

ປະເທດ ຣັດເຊຍ ຕິດອັນດັບ 148 ຈາກທັງໝົດ 180 ປະເທດ. ກຸ່ມດັ່ງກ່າວເວົ້າວ່າ
ນັບຕັ້ງແຕ່ປີ 2012 ເປັນຕົ້ນມາ, ສື່ມວນຊົນອິດສະຫຼະຊັ້ນນຳຂອງໂລກໄດ້ຕົກຢູ່ພາຍ
ໃຕ້ການຄວບຄຸມຂອງລັດຖະບານ ຫຼືບໍ່ ກໍຖືກກົດຂີ່ຈົນບໍ່ໃຫ້ມີຕົວຕົນເລີຍ. ເທີກີ ໄດ້
ຕົກລົງ 4 ອັນດັບ ເປັນອັນດັບທີ 155 ໃນດັດຊະນີດຽວກັນ.

ອີງຕາມອົງການ Freedom House ເຊິ່ງເປັນກຸ່ມສະໜັບສະໜູນປະຊາທິປະໄຕ ໄດ້
ກ່າວວ່າ ສິດເສລີພາບດ້ານການຂ່າວທົ່ວໂລກ ໄດ້ຫຼຸດລົງສູ່ລະດັບທີ່ຕໍ່າທີ່ສຸດໃນຮອບ
13 ປີ. ເຫດຜົນໜຶ່ງກໍແມ່ນ, ໄພຂົ່ມຂູ່ໃໝ່ທີ່ມີຕໍ່ນັກຂ່າວ ແລະ ສື່ມວນຊົນໃນບັນດາປະ
ເທດປະຊາທິ ປະໄຕທີ່ສຳຄັນ.

ທ່ານນາງ Elise Labot ນັກຂ່າວໂທລະພາບ CNN ໄດ້ກ່າວວ່າ “ມັນບໍ່ພຽງແຕ່ຈະ
ຍາກສຳລັບພວກ​ເຮົາທີ່ຈະນຳເອົາໂລກມາສູ່ ອາເມຣິກາ ເທົ່ານັ້ນ, ​ແຕ່ມັນໄດ້ກາຍ
ເປັນຄວາມຫຍຸ້ງຍາກທີ່ຈະນຳເອົາ ອາເມຣິກາ ອອກໄປສູ່ໂລກຍິ່ງຂຶ້ນກວ່າເກົ່າ ຍ້ອນວ່າສະພາບການທີ່ພວກເຮົາມີຢູ່ທຸກມື້ນີ້. ມັນບໍ່ໄດ້ກ່ຽວກັບກົດໝາຍ ແລະ ອັນ
ຕະລາຍເທົ່ານັ້ນ, ມັນ​ກ່ຽວກັບການໃຫ້ຄວາມເຄົາລົບ​ແກ່​ອົງການຂ່າວ.”

ປະທານາທິບໍດີ ດໍໂນລ ທຣຳ ໄດ້ເອີ້ນສື່ມວນຊົນວ່າເປັນ “ສັດຕູຂອງປະຊາຊົນ ອາເມ
ຣິກັນ”
ແລະ ໄດ້ກ່າວຫາອົງການຂ່າວຂອງ ສະຫະລັດ ບາງແຫ່ງວ່າເຜີຍແຜ່ “ຂ່າວ
ປອມ.”
ອົງການນັກຂ່າວບໍ່ມີພົມແດນໄດ້ກ່າວວ່າ ການເວົ້າໂຈມຕີສື່ມວນຊົນຂອງ
ທ່ານ ທຣຳ ແມ່ນກຳລັງສົ່ງເສີມໃຫ້ຜູ້ນຳໂລກຄົນອື່ນໆເຮັດບໍ່ດີຕໍ່ສື່ມວນຊົນຂອງພວກ
ເຂົາເຈົ້າເອງ.

ໃນການຕອບຄຳຖາມຕ່າງໆ ກ່ຽວກັບວ່າ ວີໂອເອ ຍັງສາມາດຮັກສາຄວາມເປັນກາງ
ແລະ ບໍ່ເປັນກະບອກສຽງຂອງລັດຖະບານທ່ານ ທຣຳ ໄດ້ຢູ່ບໍ່ນັ້ນ, ທ່ານ Lansing ໄດ້
ກ່າວວ່າ ປະຊາຊົນຕ້ອງເຂົ້າໃຈວ່າ ກົດບັດ ວີໂອເອ ຈະເຮັດໃຫ້ສິ່ງດັ່ງກ່າວນັ້ນ ເປັນ
ເລື່ອງຜິດກົດໝາຍ.


ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ ຢູ່ຂ້າງລຸ່ມນີ້:

Public, private and federally funded media outlets say journalism faces many challenges, including fake news. To mark World Press Freedom day (May 3), the Broadcasting Board of Governors (BBG) and George Washington University's School of Media and Public Affairs held a forum on the importance of U.S. international journalists, defending press freedom, and journalist safety. VOA's Mariama Diallo reports.

Panelists discussed the public's growing hunger for accurate information, and the efforts of some governments to limit access to it.

((MICHAEL ORESKES - NPR SENIOR VP OF NEWS AND EDITORIAL DIRECTOR))
"They run the gamut from truly despotic to places we might look at as democracies where controlling the flow of information has become a principal tool of their government. And it's made it extremely difficult and some cases dangerous to gather news. "

Increasingly there is what the head of the Broadcasting Board of Governors, John Lansing, referred to as a "Weaponization of information."

((JOHN LANSINGBBG CHIEF EXECUTIVE OFFICER))
"You look at what's happening and coming out of the Kremlin, it goes almost beyond a false narrative. It's more of a strategy to establish there's really no such thing as an empirical fact. Facts are really what are being challenged around the world by these regimes and you see that now happening in Turkey as well."

Last week Reporters Without Borders released its 2017 world press freedomindex. Russia came in at 148 out of 180 countries. The group says since 2012, leading independent news outlets have either been brought under govrernment control or throttled out of existence. Turkey fell 4 places to 155 in the same index.

According to Freedom House - a pro-democracy advocacy group --- press freedom globally declined to its lowest levels in 13 years, One reason: new threats to journalists and media outlets in major democracies.

((ELISE LABOTT - CNN GLOBAL AFFAIRS CORRESPONDENT))
"Not only is it difficult for us to bring the world to America, it's becoming increasingly more difficult to bring America to the world because of the climate we have here. It's not just about law and danger, it's about respect for the press."

President Donald Trump has called the media an "enemy of the American people" and accused some U.S. media outlets of spreading "fake news." Reporters Without Borders has said Trump's media bashing is embolding other world leaders to mistreat their own media.

In response to questions about whether VOA can remain neutral and not become a voice of the Trump administration, Lansing said people need to understand the VOA Charter makes it illegal for that to happen.

XS
SM
MD
LG