ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຊມາເລຍ ເປັນປະເທດ ທີ່ສໍ້ລາດ ຫຼາຍທີ່ສຸດ ໃນໂລກ (ວີດິໂອ)


National Geographic Photo Camp, South Sudan, 2014 (Akuot Chol Mayak)
National Geographic Photo Camp, South Sudan, 2014 (Akuot Chol Mayak)
ໂຊມາເລຍ ເປັນປະເທດ ທີ່ມີການສໍ້ລາດບັງຫຼວງ ຮ້າຍແຮງທີ່ສຸດ
ໃນໂລກອີງຕາມດັດຊະນີທີ່ເກັບກຳຮວບຮວມໂດຍອົງການຄວາມ
ໂປ່ງໃສນາໆຊາດ ຫຼື Transparency International ຊຶ່ງເປັນອົງ
ການຕິດຕາມສິ້ງຊອມ ການສໍ້ລາດບັງຫຼວງ ທີ່ມີຫ້ອງການ ຢູ່ກຸງເບີ
ລິນ ປະເທດເຢຍຣະມັນ. ກຸ່ມດັ່ງກ່າວ ໄດ້ສອບຖາມຫຼາຍໆພັນຄົນ
ຢູ່ໃນ 177 ປະເທດ ກ່ຽວກັບການມອງເຫັນຂອງພວກເຂົາເຈົ້າ ໃນ
ເລື່ອງການສໍ້ບາດບັງຫຼວງ. ຜົນການສຳຫຼວດໃນຄັ້ງນີ້ເຜີຍໃຫ້ຮູ້ວ່າ
ມີຄວາມກ້າວໜ້າຢ່າງເຂັ້ມແຂງຢູ່ໃນບາງປະເທດໃນອາຟຣິກາແຕ່
ຍັງມີ ການໃຫ້ເງິນສິນບົນ ໃນລະດັບສູງ ແລະການໃຊ້ອຳນາດໄປ
ໃນທາງ ທີ່ບໍ່ຖືກຕ້ອງ ຢູ່ໃນບັນດາປະເທດ ທີ່ເກີດບັນຫາຂັດແຍ້ງ
ເຊັ່ນຊີເຣຍ ແລະອັຟການິສຖານເປັນຕົ້ນ. Henry Ridgwell ຜູ້ສື່
ຂ່າວວີໂອເອ ມີລາຍງານເລື່ອງນີ້ ຈາກກຸງລອນດອນ ດັ່ງໄພສານຈະນຳເອົາລະອຽດມາສະ ເໜີທ່ານ ໃນອັນດັບຕໍ່ໄປ.

ລິງໂດຍກົງ

ໂຊມາເລຍ ອັຟການິສຖານ ແລະເກົາຫຼີເໜືອຕ່າງກໍໄດ້ຮັບແຕ່ພຽງ 8 ຄະແນນຂອງຈຳນວນ ທັງໝົດ 100 ຄະແນນ ຢູ່ໃນດັດຊະນີ ວ່າດ້ວຍຄວາມຮູ້ສຶກ ກ່ຽວກັບການສໍ້ລາດບັງຫລວງປີ 2013 ຂອງອົງການຄວາມໂປ່ງໃສນາໆຊາດ ຫລື Transparency International ໂດຍທີ່ ປະເທດໃດ ໄດ້ຮັບຄະແນນ 100 ນັ້ນ ແມ່ນເປັນປະເທດ ທີ່ບໍ່ມີການສໍ້ລາດບັງຫຼວງ ຫລືມີກໍ ໜ້ອຍ.

ລາຍງານທີ່ນຳອອກເຜີຍແຜ່ໃນວັນອັງຄານວານນີ້ມີຂຶ້ນພຽງນຶ່ງມື້ ຫຼັງຈາກສະມາຊິກສະພາ ຢູ່ທີ່ນະຄອນຫຼວງໂມກາດິສຊູໄດ້ລົງຄະແນນສຽງຂັບໄລ່ລັດຖະບານອອກຈາກຕຳແໜ່ງ ຫຼັງ ຈາກໄດ້ມີການຕໍ່ສູ້ ຍາດແຍ່ງອຳນາດກັນ ກ່ຽວກັບການກ່າວຫາວ່າ ມີຄວາມລຳອຽງ ແລະ ຫຼິ້ນການເມືອງຊົນຊາດຊົນເຜົ່າ. ລັດຖະບານໂຊມາເລຍກຳລັງດີ້ນຮົນຕໍ່ສູ້ກັບການກໍ່ກະບົດ ໂດຍພວກຫົວຮຸນແຮງອິສລາມ al-Shabab.

ທ່ານ Robert Barrington ຜູ້ອຳນວຍການບໍລິຫານຂອງອົງການຄວາມໂປ່ງໃສນາໆຊາດ ກ່າວວ່າ ປະເທດທີ່ມີປະຫວັດຂີ້ຮ້າຍທີ່ສຸດ ຕາມປົກກະຕິແລ້ວ ກໍແມ່ນບັນດາປະເທດ ທີ່ຍັງ ມີບັນຫາຂັດແຍ້ງ.

“ທ່ານເຫັນຄວາມໂປ່ງໃສ ຫລຸດໜ້ອຍລົງ ຢູ່ໃນລັດຖະບານ ໂດຍສະເພາະຢ່າງຍິ່ງ
ທ່ານເຫັນການຂາດຄວາມຮັບຜິດຊອບຢ່າງສິ້ນເຊີງ. ສະຖາບັນຕ່າງໆຂອງລັດຖະ ບານ ເລີ້ມໝົດປະສິດທິພາບ ແລະມັນແມ່ນປະຊາຊົນ ທີ່ເປັນຜູ້ໄດ້ຮັບເຄາະ.”


ຊີເຣຍ ຊຶ່ງມີສົງຄາມກາງເມືອງ ແກ່ຍາວມານັ້ນ ໄດ້ຫລຸດລະດັບລົງຕື່ມອີກ ຢູ່ໃນດັດຊະນີສໍ້ ລາດບັງຫຼວງ ຊຶ່ງໃນເວລານີ້ ຊີເຣຍ ແມ່ນຕິດອັນດັບທີ 10 ຈາກທີໂຈກຂຶ້ນມາ. ສ່ວນອີຣັກ ທີ່ມີຄວາມຮຸນແຮງເພີ້ມທະວີຂຶ້ນນັ້ນກໍຮວມຢູ່ໃນຈຳນວນ 10 ປະເທດລາກທ້າຍໝູ່ດັ່ງດຽວ ກັນກັບອັຟການິສຖານ.

ຢູເຄຣນຕິດອັນດັບທີ 144 ຊຶ່ງເປັນນຶ່ງໃນບັນດາປະເທດ ທີ່ໄດ້ຮັບຄະແນນຂີ້ຮ້າຍທີ່ສຸດ ຢູ່ ໃນຂົງເຂດ ທີ່ຮວມທັງຢູໂຣບ ຣັດເຊຍ ແລະສ່ວນໃຫຍ່ຂອງບັນດາປະເທດ ອະດີດສະຫະ ພາບໂຊຫວຽດ. ໃນໄລຍະບໍ່ເທົ່າໃດມື້ ຜ່ານມານີ້ ພວກປະທ້ວງຕໍ່ຕ້ານລັດຖະບານ ໄດ້ພາ ກັນລົງສູ່ຖະໜົນຫົນທາງ ເພື່ອພະຍາຍາມບັງຄັບໃຫ້ມີການເລືອກຕັ້ງກ່ອນກຳໜົດ.

ສ່ວນ ສປປ ລາວນັ້ນ ໃນດັດຊະນີປີນີ້ຕິດອັນທີ 140 ໂດຍໄດ້ຮັບທັງໝົດ 26 ຄະແນນຂອງ ຈຳນວນທັງໝົດ 177 ປະເທດ.

ທ່ານ Robert Barrington ຈາກອົງການຄວາມໂປ່ງໃສນາໆຊາດກ່າວຕື່ມວ່າ:

“ຢູ່ໃນບັນດາປະເທດສ່ວນໃຫຍ່ ທ່ານຈະຫວັງວ່າ ເວລາທ່ານ ໄປແຈ້ງຄວາມກັບ ຕຳຫຼວດ ເຂົາເຈົ້າເປັນເພື່ອນມິດຂອງທ່ານ ໃນການປາບປາມອາຊະຍາກຳ. ແຕ່ ຢູ່ໃນຫຼາຍໆປະເທດທີ່ຈິງແລ້ວທ່ານໄດ້ພົບວ່າພວກເຂົາເຈົ້າເປັນສັດຕູຂອງທ່ານ ໃນການປາບປາມອາຊະຍາກຳ. ພວກຕຳຫຼວດເອງແມ່ນຜູ້ກະທຳຜິດກົດໝາຍ.”

ແຕ່ແນວໃດກໍຕາມ ທ່ານ Barrington ກໍກ່າວວ່າ ມີຫລາຍໆເລື່ອງຄືກັນທີ່ເປັນໄປໃນທາງ ບວກ.

“ຣວັນດາ ແມ່ນປະເທດນຶ່ງ ທີ່ໜ້າສົນໃຈເປັນພິເສດ ຍ້ອນໄດ້ຕິດອັນດັບ ທີ່ຂ້ອນ ຂ້າງບໍ່ດີມາໄດ້ຫລາຍໆປີແລ້ວ ແຕ່ກໍມີການດຳເນີນຄວາມພະຍາຍາມແບບຮ່ວມ ມືກັນຂອງລັດຖະບານ ເພື່ອແກ້ໄຂບັນຫາການສໍ້ລາດບັງຫຼວງແລະເວລານີ້ແມ່ນ ພວມເກັບກ່ຽວບຳເໜັດລາງວັນ.”

ເມື່ອນຶ່ງທົດສະວັດຜ່ານມາໄລບີເລຍໄດ້ຮັບຜົນກະທົບຢ່າງໜັກຈາກສົງຄາມກາງເມືອງ. ເວ ລານີ້ ເສດຖະກິດຂອງໄລບີເລຍພວມຈະເລີນງອກງາມ ໂດຍມີຍອດຜະລິດຮວມພາຍໃນຫຼື ຈີດີພີກາຍ 10 ເປີເຊັນໃນປີ 2012. ໄລບີເລຍ ຕິດອັນດັບທີ 83 ຂອງຈຳນວນທັງໝົດ 177 ປະເທດ ຂອງດັດຊະນີການສໍ້ລາດບັງຫຼວງຂອງອົງການຄວາມໂປ່ງໃສນາໆຊາດ. ນີ້ແມ່ນດີ ຫຼາຍ ຖ້າສົມທຽບໃສ່ສ່ວນໃຫຍ່ຂອງອາຟຣິກາ ແຕ່ພວກນັກວິເຄາະບາງຄົນເວົ້າວ່າ ການສໍ້ ລາດບັງຫຼວງຍັງຝັງຮາກເລິກ ຢູ່ໃນປະເທດດັ່ງກ່າວ.

ນັ້ນແມ່ນສຽງອ່ານຈາກປື້ມສຳລັບເດັກນ້ອຍທີ່ທ່ານນາງ Robtel Pailey ໄດ້ຂຽນຂຶ້ນກ່ຽວ ກັບການສໍ້ລາດບັງຫຼວງ ທີ່ມີຊື່ວ່າ Gbagba ຫຼືກົນອຸບາຍ. ທ່ານນາງເປັນຄົນເຊື້ອສາຍໄລ ບີເຣຍແລະເປັນນັກວິຊາການທີ່ສະຖາບັນການສຶກສາກ່ຽວກັບຕາເວັນອອກແລະອາຟຣິກາ ທີ່ມະຫາວິທະຍາໄລກຸງລອນດອນ ແລະກ່າວວ່າ ພວກຄົນລຸ້ນໜຸ່ມນ້ອຍຕ້ອງຮັບຮູ້ກ່ຽວກັບ ເລື່ອງນີ້.

“ຢູ່ໃນພາກເອກກະຊົນ ມັນເກີດຂຶ້ນຢູ່ໃນຕະຫຼາດ. ມັນເກີດຂຶ້ນຢູ່ໃນໂຮງຮຽນ ມັນ ເກີດຂຶ້ນຢູ່ໃນລັດຖະບານ. ດັ່ງນັ້ນ ຂ້າພະເຈົ້າສາມາດໂຕ້ຖຽງໄດ້ຢ່າງແນ່ນອນວ່າ ມັນເປັນສະພາບການ ທີ່ຝັງແໜ້ນ ປ່ຽນແປງໄດ້ຍາກ ແລະຂ້າພະເຈົ້າຄິດວ່າ ມັນ ເປັນປາກົດການທົ່ວໄປ ທີ່ຜູ້ຄົນຍອມຮັບ ແລະປ່ຽນແປງຍາກ.”

ທ່ານນາງ Pailey ເວົ້າວ່າ ການກຳຈັດການສໍ້ລາດບັງຫລວງ ແມ່ນຈຳເປັນຕ້ອງໄດ້ມີການ ປ່ຽນແປງຄວາມເຊື່ອ ຫຼືທັດສະນະຄະຕິ.

“ຂ້າພະເຈົ້າຄິດວ່າ ໃນຫລາຍໆດ້ານແລ້ວ ຊາວໄລບີເຣຍຄິດວ່າ ການສໍ້ລາດບັງ ຫຼວງແມ່ນຊ່ອງທາງນຶ່ງ ທີ່ຈະກ້າວໄປໜ້າພາຍໃຕ້ລະບົບ ຊ່ອງທາງນຶ່ງທີ່ຈະກ້າວ ຂ້າມລະບົບດັ່ງກ່າວ.”

ໃນດັດຊະນີປີ 2013 ນີ້ ປະເທດທີ່ຕິດອັນດັບດີກວ່າໝູ່ແມ່ນນິວຊີແລນແລະເດນມາກໂດຍ ທີ່ບັນດາປະເທດ ໃນເຂດ Scandinavia ແມ່ນປະກອບເປັນ ປະເທດທີ່ມີ ການສໍ້ລາດບັງ ຫຼວງໜ້ອຍທີ່ສຸດ. ສ່ວນສະຫະລັດ ປີນີ້ ຕິດອັນດັບທີ 19.

Somalia, North Korea, Afghanistan Head List Of Corrupt States
please wait

No media source currently available

0:00 0:03:05 0:00
ລິງໂດຍກົງ
XS
SM
MD
LG