ຄວາມໂກດແຄ້ນຕໍ່ການສໍ້ລາດບັງຫຼວງ ຫຼືບັນດາຜູ້ນໍາທີ່ຂາດ
ປະສິດທິຜົນທັງຫຼາຍ ໄດ້ກໍ່ໃຫ້ເກີດມີການເດີນຂະບວນປະ
ທ້ວງຂອງມະຫາຊົນ ແລະຮອດເຖິງຂັ້ນໄດ້ໂຄ່ນລົ້ມຫຼາຍໆລັດ
ຖະບານມາແລ້ວ. ແຕ່ການສຶກສາຄົ້ນຄວ້າບັ້ນໃໝ່ໃນທົ່ວໂລກ
ພົບວ່າ ເຖິງແມ່ນມີການຮ້ອງໂຮໂວຍວາຍ ແລະການປ່ຽນແປງ
ຕ່າງໆນາໆກໍຕາມ ແຕ່ບັນຫາການສໍ້ລາດບັງຫຼວງທີ່ໄດ້ຝັງຮາກ
ລົງເລິກທີ່ສຸດນັ້ນ ກໍຍັງບໍ່ໝົດສິ້ນໄປໄດ້ງ່າຍໆເລີຍ.
ມັນເປັນອີກມື້ນຶ່ງໃນທ້ອງຖະໜົນຂອງພະນົມເປັນ ສໍາລັບ ທ້າວ Chum Wan ຄົນຂັບ ລົດຈັກແທັກຊີ້ ແລະກໍເປັນອີກມື້ນຶ່ງ ທີ່ລາວຄິດເປັນຫ່ວງນໍາ ການສໍ້ລາດບັງຫຼວງ.
ທ້າວຈໍາ ວັນ ເວົ້າວ່າ: “ການສໍ້ລາດບັງຫຼວງໃນປະເທດຂ້ອຍແມ່ນຮ້າຍ ແຮງຂຶ້ນທຸກໆປີ ຫຼາຍຂຶ້ນໄປເລື້ອຍໆ ໃນໝົດທຸກດ້ານ.”
ແລະຄວາມທໍ້ໃຈຂອງລາວ ກໍທະວີຫລາຍຂຶ້ນເລື້ອຍໆ. ທ້າວ ຈໍາວັນ ເວົ້າອີກວ່າ:
“ມັນເປັນບັນຫາເວລາເກີດອຸບັດເຫດຕາມ ທ້ອງຖະໜົນ. ຕໍາຫຼວດມັກຈະເຂົ້າຂ້າງພວກຂັບລົດທີ່ມີເງິນແດ່. ສ່ວນ ພວກບໍ່ມີເງິນ ຕໍາຫຼວດກໍຈະຖືວ່າເປັນຝ່າຍຜິດຢູ່ສະເໝີ.”
ບໍ່ມີແຕ່ທ້າວຈໍາວັນຜູ້ດຽວ ທີ່ຄິດແບບນີ້.
ດັດຊະນີຄໍຣັບຊັ່ນປີ 2012 ຂອງຂອງອົງການຕໍ່ຕ້ານການສໍ້ລາດບັງຫຼວງ Transparency International ຈັດລໍາດັບ 176 ປະເທດ ຈາກຄະແນນສູນໄປຫາ 100 ຊຶ່ງຄະແນນສູນ
ໝາຍເຖິງມີການຄໍຣັບຊັ່ນຫຼາຍທີ່ສຸດ. ໃນນັ້ນ ຫຼາຍກວ່າສອງສ່ວນສາມ ໂຮມທັງກໍາປູເຈຍ
ຖືວ່າເປັນປະເທດທີ່ມີການສໍ້ລາດບັງຫລວງ ໃນລະດັບປານກາງ ໄປຫາ ສູງທີ່ສຸດ.
ພວກປະເທດທີ່ສໍ້ລາດໜັກໜ່ວງທີ່ສຸດໄດ້ແກ່ ໂຊມາເລຍ ເກົາຫຼີເໜືອ ແລະອັຟການິສຖານ.
ບາງທີ ອາດຈະບໍ່ມີແຫ່ງອື່ນໃດທີ່ມີພວກຮ້ອງໂຮຕໍ່ຕ້ານການສໍ້ລາດບັງຫຼວງ ຫຼາຍໄປກວ່າ
ຢູ່ໃນຂົງເຂດຕາເວັນອອກກາງ ບ່ອນທີ່ພວກປະທ້ວງຫຼາຍລ້ານຄົນ ຫຼັ່ງໄຫຼລົງສູ່ຖະໜົນ
ເພື່ອໂຄ່ນລົ້ມລັດຖະບານ ຈາກຕັ້ງແຕ່ປະເທດຕູນີເຊຍ ອີຈິບ ໄປຫາ ລີເບຍ.
ແຕ່ເຖິງແມ່ນໄດ້ມີການປ່ຽນແປງທາງຂັ້ນເທິງກໍຕາມ ແຕ່ທາງຂັ້ນຮາກຫຍ້າແລ້ວ ແມ່ນວ່າເກືອບບໍ່ໄດ້ມີການປ່ຽນແປງເລີຍ.
Robin Wrigth ປະຈໍາສູນກາງ Woodrow Wilson ກ່າວວ່າ ມັນບໍ່ເປັນເລຶ່ອງແປກ.
“ຄໍາວ່າ Bakshish ແມ່ນເປັນແນວຄິດແກນກາງ ຂອງວິຖີຊີວິດຢູ່ໃນເຂດພາກ
ຕາເວັນອອກກາງ. Bakshish ກໍຄືສິນບົນ. ແລະມັນຈະບໍ່ປ່ຽນແປງໄດ້ງ່າຍໆ ດ້ວຍການພຽງແຕ່ນໍາເອົາອຸດົມການ ຫຼືເປົ້າໝາຍປະຊາທິປະໄຕມາໃຊ້. ນັກທຸ
ລະກິດລີເບຍຄົນນຶ່ງເວົ້າວ່າ ແຕ່ກ່ອນ ພວກເຮົາມີກັດດາຟີຜູ້ດຽວ ແຕ່ບັດນີ້
ມີ ກັດດາຟີຫົກລ້ານຄົນ.”
ສ່ວນຢູ່ພາກພື້ນເອເຊຍ ບ່ອນທີ່ມີ 68 ເປີເຊັນຂອງບັນດາປະເທດໃນຂົງເຂດ ມີອັດຕາ ການສໍ້ລາດບັງຫຼວງໃນລະດັບປານກາງຫາສູງຫລາຍນັ້ນ ການປະຕິຮູບຕ່າງໆໃນມຽນມາ
ທີ່ໄດ້ມີການອອກຂ່າວເຜີຍແຜ່ຢ່າງຫລວງຫລາຍນັ້ນ ກໍບໍ່ໄດ້ປ່ຽນແປງສະຖານະພາບ ຂອງມຽນມາ ທີ່ຖືກຈັດໃຫ້ຢູ່ ໃນອັນດັບທີ່ຫ້າ ຂອງປະເທດທີ່ມີການຄໍຣັບຊັ່ນຫຼາຍທີ່ສຸດ ໃນໂລກ.
ຢູ່ພາກພື້ນຢູໂຣບ ທີ່ຖືກກະທົບໂດຍບັນຫາໜີ້ສິນທີ່ຍັງບໍ່ສີ້ນສຸດລົງນັ້ນ ການສໍ້ລາດບັງຫລວງໄດ້ເພີ້ມທະວີຂຶ້ນໃນບັນດາປະເທດທີ່ປະສົບກັບບັນຫາໜັກເຊັ່ນ ກຣີສ ແລະ ອິຕາລີ ແລະກໍຍັງເປັນບັນຫາໜັກ ຢູ່ໃນຣັດເຊຍ.
ການສໍ້ລາດບັງຫຼວງກໍຍັງເປັນບັນຫາທີ່ຄືກັນ ແມ່ນແຕ່ໃນ ພວກປະເທດ ທີ່ຈັດວ່າ ຢູ່ໃນອັນ ດັບສະອາດຫລາຍ ຕົວຢ່າງ ສະຫະລັດ ຖືກຈັດຢູ່ອັນ ດັບທີ 19 ຂອງປະເທດທີ່ມີການ ຄໍຣັບຊັ່ນໜ້ອຍທີ່ສຸດ ແຕ່ກໍຍັງປາກົດເຫັນ ການສໍ້ລາດບັງຫຼວງກັນຢູ່. ພວກປະເທດຄູ່ຄ້າ ຂາຍລາຍໃຫຍ່ໆ ເຊ່ນຈີນ ແລະເມັກຊິໂກ ແມ່ນຢູ່ໃນອັນດັບຕໍ່າກວ່າສະຫະລັດຫຼາຍ.
Alan Larson ຈາກຫ້ອງການປະຈໍາສະຫະລັດ ຂອງອົງການ Transparency International:
“ເປັນທີ່ແຈ້ງຂາວວ່າ ການຄໍຣັບຊັ່ນເປັນໄພຂົ່ມຂູ່ຕໍ່ສະຖາບັນປະຊາທິປະໄຕ
ຢູ່ໃນທົ່ວໂລກ.”
ຢູ່ໃນຫຼາຍເຂດຂອງໂລກ ແມ່ນພວກທຸລະກິດລາຍນ້ອຍໆ ທີ່ໄດ້ຮັບຄວາມເສຍຫາຍໜັກທີ່ສຸດ ຈາກການສໍ້ລາດບັງຫຼວງ.
ຢູ່ຮ້ານນ້ອຍໆຂາຍເສື້ອຜ້າທີ່ເມືອງ Abuja ໄນຈີເຣຍ ນາງ Ukudi Nawa ເຈົ້າຂອງຮ້ານ ເວົ້າວ່າ ເລື້ອງນີ້ ເຮັດໃຫ້ລາວ ເບື່ອໜ່າຍທີ່ສຸດ.
“ມັນເຮັດໃຫ້ຂ້ອຍຕ້ອງຈ່າຍເພີ່ມຂຶ້ນ ສ່ວນຫຼາຍແລ້ວ ພວກລູກຄ້າບໍ່ເຂົ້າໃຈ ເວລາເຮົາ ຂາຍແພງຂຶ້ນ ພວກເຂົາເຈົ້າກໍຕໍ່ວ່າ.. ວ່າ ເປັນຫຍັງມາຂາຍແພງແທ້?”
ມັນເປັນຄວາມທໍ້ໃຈແລະໂມໂຫ ທີ່ຫຼາຍໆຄົນຮູ້ສຶກຮ່ວມກັນ ແລະເປັນຄວາມຮູ້ສຶກທີ່ ບໍ່ຊົງວ່າ ຈະຈາງຫາຍໄປໃນໄວໆນີ້.
ເບິ່ງວີດິໂອລາຍງານນີ້ ເປັນພາສາອັງກິດ: