ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ລອດຊີວິດ ເລົ່າເຖິງຄວາມຮູ້ສຶກ ໃນໄລຍະຜ່ານຜ່າ ການເຈັບປ່ວຍ ຍ້ອນຕິດ ເຊື້ອໄວຣັສ ໂຄໂຣນາ


ພະນັກງານແພດຄົນນຶ່ງ ເວົ້າລົມເພື່ອປອບໃຈຄົນປ່ວຍ ທີ່ຕິດເຊື້ອໄວຣັສ ໂຄໂຣນາສາຍພັນໃໝ່ຢູ່ພະແນກ COVID-19 ໃນໂຮງໝໍ ASST Papa Giovanni XXIII ໃນແຂວງ Bergamo ຂອງອີຕາລີ ໃນວັນທີ 3 ເມສາ 2020.
ພະນັກງານແພດຄົນນຶ່ງ ເວົ້າລົມເພື່ອປອບໃຈຄົນປ່ວຍ ທີ່ຕິດເຊື້ອໄວຣັສ ໂຄໂຣນາສາຍພັນໃໝ່ຢູ່ພະແນກ COVID-19 ໃນໂຮງໝໍ ASST Papa Giovanni XXIII ໃນແຂວງ Bergamo ຂອງອີຕາລີ ໃນວັນທີ 3 ເມສາ 2020.

ຂະນະທີ່ຫລາຍຄົນທີ່ເສຍຊີວິດຍ້ອນຕິດເຊື້ອພະຍາດໂຄວິດ-19 ແມ່ນພວກຜູ້ເຖົ້ານັ້ນ ໄວຣັສໂຄໂຣນາສາຍພັນໃໝ່ນີ້ຍັງກະທົບໃສ່ພວກຄົນໜຸ່ມອີກດ້ວຍ. ບໍ່ພຽງແຕ່ເທົ່ານັ້ນ ຄົນປ່ວຍທີ່ໜຸ່ມກວ່າຍັງກໍາລັງຖືກກະທົບ ຢ່າງໜັກ. Mariama Diallo ມີລາຍງານກ່ຽວກັບຄົນປ່ວຍສອງກໍລະນີ ທີ່ ລອດຊີວິດ ມາຈາກການປ່ວຍ ຍ້ອນຕິດເຊື້ອໄວຣັສນີ້ ຜູ້ນຶ່ງມີອາຍຸ 33 ປີ ຢູ່ອີຕາລີ ແລະອີກຄົນນຶ່ງແມ່ນ ມີອາຍຸ 44 ປີ ຢູ່ໃນຟີລິບປິນ, ຊຶ່ງບົວສະຫວັນ ຈະນໍາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.


ໃນຂະນະທີ່ໂບກມືປ່ອນອອກມາຈາກປ່ອງຢ້ຽມອາພາດເມັນຂອງລາວບ່ອນ ທີ່ລາວກໍາລັງພັກຟື້ນຕົວຢູ່ນັ້ນ, ທ້າວແອນເດຣຍ ນາໂປລີ (Andrea Napoli), ທະນາຍຄວາມໝຸ່ມ ເຄີຍມີສຸຂະພາບດີຢ່າງສົມບູນແບບເລີຍ ແຕ່ວ່າທຸກສິ່ງທຸກ ຢ່າງໄດ້ປ່ຽນໄປຢ່າງວ່ອງໄວ.

ຄົນປ່ວຍຍ້ອນຕິດເຊື້ອໄວຣັສໂຄ ໂຣນາ ເວົ້າເປັນພາສາອີຕາລີວ່າ:
“ຂ້ອຍຈື່ໄດ້ ວ່າ ມີການຮັບຟັງການໄຕ່ສວນຄະດີແບບປົກກະຕິຢູ່ໃນສານ ໂດຍບໍ່ມີອາການ ຫຍັງໝົດ ໃນມື້ກ່ອນຈະຮູ້ວ່າປ່ວຍນັ້ນ. ໃນຕອນເຊົ້າຂອງມື້ດຽວກັນນັ້ນ ຂ້ອຍ ກິນອາຫານເຊົ້າ, ອາຫານທ່ຽງ ແລ້ວໃນທັນທີທັນໃດ ຂ້ອຍກໍຮູ້ສຶກບໍ່ສະບາຍ ຂຶ້ນມາທັນທີ.”

ທ້າວ ນາໂປລີ, ນັກກິລາໂຍນບານຢູູ່ໃນນໍ້າ ທີ່ຫ້າວຫັນ ແລະນັກແລ່ນນັ້ນໄດ້ ເລີ້ມມີອາການຄີງຮ້ອນ, ໄອແບບແຫ້ງໆ ແລະຮູ້ສຶກຫາຍໃຈຝືດຂຶ້ນມາ.

ລາວໄດ້ນອນຢູ່ໂຮງໝໍ ແລ້ວຈາກນັ້ນ ອາຍອອກຊີເຈັນຢູ່ໃນເລືອດຂອງລາວ ກໍ ຫລຸດລົງຢ່າງໜັກ ແລະລາວກໍຖືກຍ້າຍໄປຢູ່ຫ້ອງມໍລະສຸມ ຫລື ICU.

ທ້າວ ນາໂປລີ ເລົ່າເປັນພາສາອີຕາລີສູ່ຟັງອີກວ່າ:
“ຂ້ອຍບໍ່ເຄີຍມີບັນຫາທາງການຫາຍໃຈຈັກເທື່ອ. ຂ້ອຍບໍ່ເຄີຍມີບັນຫາກ່ຽວກັບ ພະຍາດໃດເປັນການສະເພາະເລີຍ. ຂ້ອຍກໍບໍ່ໄດ້ຄິດອີກວ່າ ມັນຈະກະທົບຂ້ອຍ ຄືກັນ ເພາະຂ້ອຍມີແຕ່ລະມັດລະວັງຢູ່ຕະຫລອດເວລາກ່ຽວກັບການໃຊ້ຊົບມື ແລະຜ້າປິດປາກ.”

ຢູ່ໃນໂຮງໝໍແຫ່ງນີ້, ບັນດາທ່ານໝໍທັງຫລາຍ ໄດ້ພະຍາຍາມທີ່ຈະເຮັດໃຫ້ສະ ພາບຂອງລາວທຸ່ນທ່ຽງ ແລະຍ້າຍລາວໄປຢູ່ໜ່ວຍພັກຟື້ນຍ່ອຍ. ຢູ່ທີ່ນັ້ນ ໂດຍ ທີ່ປາດສະຈາກເຄື່ອງຊ່ວຍຫາຍໃຈ ລາວຖືກເອົາໄປຕໍ່ໃສ່ກັບບັ້ງອອກຊີເຈນ ເປັນເວລາ 9 ມື້ລຽນກັນ ແບບບໍ່ໄດ້ຖອດອອກຈັກເທື່ອເລີຍ.

ອອກຈາກອີຕາລີແລ້ວ ພວກເຮົາໄປຫາຟີລິບປິນ ບ່ອນທີ່ທ້າວ ຄາລົສ ນາວາໂຣ (Carlo Navarro) ອາຍຸ 48 ປີ ຜູ້ເປັນສາມີ ແລະເປັນພໍ່ຂອງລູກໆ ຈື່ໄດ້ກ່ຽວກັບ ການຕໍ່ສູ້ຂອງລາວກັບໄວຣັສໂຄໂຣນາ.

ທ້າວ ນາວາໂຣ (Navarro), ຜູ້ລອດຊີວິດຈາກການເປັນພະຍາດ ໂຄວິດ-19 ເລົ່າສູ່ຟັງວ່າ:
“ຫ້ວງເວລາທີ່ໜ້າຢ້ານທີ່ສຸດອາດຈະເລີ້ມຕົ້ນຂຶ້ນໃນມື້ທີ 4 ເມື່ອມີຄົນທີ່ເຂົ້ານອນ ໂຮງໝໍພ້ອມກັນກັບຂ້ອຍ ເຂົາເຈົ້າເລີ້ມຕາຍໄປ ໃນຕອນເຊົ້າໆ ຂອງມື້ນັ້ນ.”

ລາວໄດ້ຕິດເຊື້ອໄວຣັສນີ້ ໃນຂະນະທີ່ໄປທ່ຽວປະເທດຍີ່ປຸ່ນກັບພັນລະຍາ ແລະ ລູກສາວຂອງລາວໃນເດືອນກຸມພາຜ່ານມາ. ສິ່ງທີ່ເຮັດໃຫ້ລາວທຸກໃຈທີ່ສຸດກໍຄື ການທີ່ຄອບຄົວຂອງລາວບໍ່ສາມາດໄປເບິ່ງລາວ ຢູ່ໂຮງໝໍໄດ້.

ທ້າວ ນາວາໂຣ (Navarro) ເລົ່າຕໍ່ໄປວ່າ:
“ພວກເຮົາແມ່ນຖືກໃຫ້ຢູ່ແບບໂດດດ່ຽວ ຢ່າງສິ້ນເຊີງເລີຍ. ມັນເປັນຫ້ອງທີ່ມີ ຄວາມກົດດັນແບບບໍ່ດີ. ສະນັ້ນ, ພັນລະຍາຂອງຂ້ອຍ ກັບຂ້ອຍ ໄດ້ລົມກັນ ຜ່ານທາງໂທລະສັບແບບມີວີດິໂອ ເກືອບທຸກຊົ່ວໂມງເລີຍ. ລາວໂທຫາຂ້ອຍ ເພື່ອຢາກຮູ້ໃຫ້ ແນ່ໃຈວ່າ ຂ້ອຍກິນອາຫານແລ້ວ.”

ທ້າວ ນາວາໂຣ (Navarro) ມີຊີວິດລອດມາໄດ້ ແຕ່ວ່າ ກໍມີພວກຄົນທີ່ໜຸ່ມ ກວ່າທັງຫລາຍ ທີ່ມີສຸຂະພາບເຂັ້ມແຂງຢູ່ທົ່ວໂລກ ໄດ້ຖືກກະທົບຈາກໄວຣັສ ໂຄວິດ-19 ແລະເສຍຊີວິດໄປ. ສະພາບການນີ້ ເຮັດໃຫ້ບັນດາທ່ານໝໍ ປະ ຫລາດໃຈຫລາຍ ແລະຖືເປັນການເຕືອນໃຫ້ຮູ້ວ່າ ໃຜກໍຕາມສາມາດທີ່ຈະໄດ້ ຖືກໄວຣັສໂຄໂຣນາ ກະທົບໃສ່ໃຫ້ລົ້ມປ່ວຍລົງໄດ້ທັງນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດຢູ່ລຸ່ມນີ້:

While many of those who have died or been infected by COVID-19 have been the elderly, the novel coronavirus also has struck the young. Otherwise healthy younger patients are being hit hard. VOA’s Mariama Diallo reports on two survivors: a 33-year-old in Italy and another 44-year-old in the Philippines.

Waving from his apartment window where he’s recovering, Andrea Napoli, a young Italian lawyer, was in perfect health but things changed quickly.

Andrea Napoli, Coronavirus Patient (in Italian):

"I remember having a normal hearing in court, without any kind of symptoms the day before. The same morning, I had breakfast, lunch and then suddenly I felt sick.”

Napoli - an active water polo player and jogger - developed a strange fever, dry cough and felt out of breath.

He was hospitalized, then the oxygen in his blood decreased sharply and he was transferred to the ICU.

Andrea Napoli, Coronavirus Patient (in Italian):

“I have never had respiratory problems. I have never had particular pathologies, // I didn't think it could hit me too because I've always been very careful with gloves and masks."

At this hospital, doctors managed to stabilize him and move him to a sub-intensive care unit. There he was attached, without intubation, to oxygen for the next nine days non-stop.

Philippines Virus Survivor:

From Italy to the Philippines where 48-year old husband and father Carlo Navarro recounts his battle against the coronavirus.

Carlo Navarro, COVID-19 Survivor:

"The scariest moment was maybe start on the fourth day when people who got admitted at the same time as me, they started dying early in the morning."

Philippines Virus Survivor

He got infected while visiting Japan with his wife and daughter in late February. The hardest for him he says was not being able to have family at the hospital.

Carlo Navarro, COVID-19 Survivor:

"We were in total isolation. It's a negative pressure room. So, my wife and I had video calls almost every hour. She was checking on me to make sure that I've eaten.”

Navarro survived but otherwise healthy younger people around the world have come down with COVID-19 and died. This has surprised doctors and is serving as a warning that anyone could be struck down by the coronavirus.

ເບິ່ງວີດິໂອກ່ຽວກັບລາຍງານນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG