ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

​ຈຳ​ນ​ວນ​ຜູ້​ຕິດ​ເຊື້ອ​ໄວ​ຣັ​ສ ໂຄ​ໂຣ​ນາ ເພີ້ມ​ສູງ​ຂຶ້ນ ຢ່າງຕໍ່​ເນື່ອງ ແຕ່​ການ​ຕິດ​ແປດ ແມ່ນ​ຊ້າ​ລົງ​ແດ່​ແລ້ວ


ແມ່​ຍິງ​​ຊາວ​ຈີນຄົນ​ນຶ່ງ ໃສ່​ໜ້າ​ກາກ ນັ່ງ​ຢູ່​ໃນ​ລົດ​ເມຂອງ​ລັດ, ​ໃນ​ຂະ​ນະ​ທີ່​ປະ​ເທດ​ກຳ​ລັງ​ຖືກ​ກະ​ທົບ​ຈາກ​ການ​ລະ​ບາດ​ຂອງ​ໄວ​ຣັ​ສ​ໂຄ​ໂຣ​ນາ​ສາ​ຍ​ພັນ​ໃໝ່ ໃນ​ນະ​ຄອນຫຼວງ​ປັກ​ກິ່ງ ຂອງ​ຈີນ, ​ວັນ​ທີ 15 ກຸມ​ພາ 2020. REUTERS/Stringer
ແມ່​ຍິງ​​ຊາວ​ຈີນຄົນ​ນຶ່ງ ໃສ່​ໜ້າ​ກາກ ນັ່ງ​ຢູ່​ໃນ​ລົດ​ເມຂອງ​ລັດ, ​ໃນ​ຂະ​ນະ​ທີ່​ປະ​ເທດ​ກຳ​ລັງ​ຖືກ​ກະ​ທົບ​ຈາກ​ການ​ລະ​ບາດ​ຂອງ​ໄວ​ຣັ​ສ​ໂຄ​ໂຣ​ນາ​ສາ​ຍ​ພັນ​ໃໝ່ ໃນ​ນະ​ຄອນຫຼວງ​ປັກ​ກິ່ງ ຂອງ​ຈີນ, ​ວັນ​ທີ 15 ກຸມ​ພາ 2020. REUTERS/Stringer

ອົງ​ການ​ອະ​ນາ​ໄມ​ໂລກ ຫຼື WHO ໄດ້​ກ່າວ​ໃນ​ຕອນ​ແລງວັນ​ເສົາ​ວານນີ້ ວ່າ ມີ​ກໍ​ລະ​ນີ​ຜູ້​ຕິດ​ເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາ ທີ່ “ຢືນ​ຢັນ​ໃນ​ຫ້ອງ​ທົດ​ລອງ” ມີ​ຢູ່​ໃນ​ທົ່ວ​ໂລກ ຈຳ​ນວນ 50,580 ຄົນ​ແລ້ວ ໂດຍ​ຜູ້​ຕິດ​ເຊື້ອ​ໄວ​ຣັ​ສ​ສ່​ວນ​ໃຫຍ່ ແມ່ນ​ຢູ່​ໃນ​ປະ​ເທດ​ຈີນ ​ຊຶ່ງມີ​ຈຳ​ນວນ 50,054 ກໍ​ລະ​ນີ.

ອົງ​ການ WHO ໄດ້​ກ່າວ​ວ່າ ​ມີ​ລາຍ​ງານກໍ​ລະ​ນີ​ຕິດ​ເຊື້ອ​ໄວ​ຣັ​ສ​ໃໝ່​ ໃນ​ທົ່ວ​ໂລກ ພາຍ​ໃນ 24 ຊົ່ວ​ໂມງ​ຜ່ານ​ມານີ້ ຈຳ​ນວນ 1,527 ຄົນ. ຊຶ່ງ​ຈີນ​ມີ​ກໍ​ລະ​ນີ​ໃໝ່ ຈຳ​ນວນ 1,507 ຄົນ ພາຍ​ໃນ​ໄລ​ຍະ 24 ຊົ່ວ​ໂມງ ອີງ​ຕາມ​ອົງ​ການ​ WHO ນັ້ນ.

​ເຖິງ​ຢ່າງ​ໃດ​ກໍ​ຕາມ ສະ​ຖິ​ຕິ​ຂອງ​ຈີນ ແຕກ​ຕ່າງ​ຈາກຕົວ​ເລກ​ຂອງ​ອົງ​ການ WHO ຍ້ອນ​ວ່າ ລັດ​ຖະ​ບານ​ຈີນ ເມື່ອ​ມໍ່ໆ​ມານີ້ ໄດ້​ປ່ຽນ​ວິ​ທີ​ການກວດ​ຂອງ​ຕົນ ໃນ​ການ​ວິ​ນິ​ໄສ ແລະ​ການ​ນັບ​ກໍ​ລະ​ນີ​ຕິດ​ເຊື້ອ​ໃໝ່​ທັງຫຼາຍ ຈຶ່ງ​ເປັນ​ສາ​ເຫດ​ເຮັດ​ໃຫ້​ການ​ລາຍ​ງານ​ຕົວ​ເລກຂອງ​ກໍ​ລະ​ນີ​ຕິດ​ເຊື້ອ​ເພີ້ມ​ສູງ​ຂຶ້ນ. ພາຍ​ໃຕ້​ວິ​ທີ​ການ​ໃໝ່​ນັ້ນ ບັນ​ດາ​ທ່ານ​ໝໍ ສາ​ມາດ​ໃຊ້​ພາບ​ຖ່າຍ​ປອດ ແລະ​ວິ​ທີ​ວິ​ເຄາະ​ອື່ນໆເພື່ອ​ວິ​ນິດ​ໄສຜູ້​ປ່ວຍ ແທນທີ່ຈະອາ​ໄສ​ການກວດ​ສອບ​ຈາກ​ຫ້ອງ​ທົດ​ລອງ.

ຈີນ ກ່າວ​ວ່າ ເກືອບ 1,700 ຄົນ ໄດ້​ເສຍ​ຊີ​ວິດ ຈາກ​ເຊື້ອ​ໄວ​ຣັ​ສ​ດັ່ງ​ກ່າວ ແລະຫຼາຍກວ່າ 68,000 ຄົນ ໄດ້​ຕິດ​ເຊື້ອ​ໄວ​ຣັ​ສ. ຄະ​ນະ​ກຳ​ມາ​ທິ​ການ​ດ້ານ​ສາ​ທາ​ລະ​ນະ​ສຸກ ໄດ້​ຢືນ​ຢັນ​ໃນ​ວັນ​ອາ​ທິດມື້ນີ້ວ່າ ມີກໍ​ລະ​ນີຜູ້​ຕິດ​ເຊື້ອ​ໃໝ່ 1,843 ຄົນ ອັນ​ເປັນຕົວ​ເລກ​ທີ່​ຫລຸດ​ລົງ ຈາກ​ຕົວ​ເລກ​ກໍ​ລະ​ນີຕິດ​ເຊື້ອ​ໃໝ່​ ທີ່ສູງກວ່ານັ້ນ ໃນ​ສອງວັນ​ທີ່​ຜ່ານ. ຊຶ່ງໃນຕະຫຼອດ​ໄລ​ຍະ​ສອງວັນ​ທີ່​ຜ່ານ​ມານີ້ ຈີນ​ໄດ້​ລາຍ​ງານ​ວ່າ ມີຫຼາຍກວ່າ 7,500 ກໍ​ລະ​ນີ​ຜູ້​ຕິດ​ເຊື້ອ​ໃໝ່.

​ກຳ​ມາ​ທິ​ການ​ດ້ານ​ສາ​ທາ​ລະ​ນະ​ສຸກ​ແຫ່ງ​ຊາດ​ຂອງ​ຈີນ ໄດ້​ກ່າວ​ໃນ​ວັນ​ເສົາ​ວານນີ້ ວ່າ ການ​ເສຍ​ຊີ​ວິດ​ທີ່​ເກີດ​ຂຶ້ນ​ໃໝ່​ໂດຍ​ສ່ວນຫຼາຍ​ແມ່ນ​ຢູ່​ໃນ​ເມືອງ​ວູ​ຮານ ເມືອງ​ເອກ​ຂອງ​ແຂວງ​ຮູ​ເບ ບ່ອນ​ທີ່​ເຊື່ອ​ກັນ​ວ່າ ​ການ​ລະ​ບາດ​ຂອງ​ໄວ​ຣັ​ສ​ໂຄ​ໂລ​ນາ ໄດ້​ເລີ້ມ​ຕົ້ນ​ຂຶ້ນ.

ການ​ປະ​ເມີນຄວາມ​ສ່ຽງຕໍ່​ການ​ຕິດ​ເຊື້ອ​ໄວ​ຣັ​ສ ແມ່ນ “ສູງຫຼາຍ” ຢູ່​ໃນ​ຈີນ ແລະ “ສູງ” ສຳ​ລັບ​ປະ​ເທດ​ອື່ນໆ​ໃນ​ໂລກ ອີງ​ຕາມ​ ອົງ​ການ WHO ທີ່​ໄດ້​ກ່າວໄປ​.

ຈີນ ແລະ​ ອົງ​ການ WHO ໄດ້​ລິ​ເລີ້ມ​ການ​ສອບ​ສວນ​ຮ່ວມ​ກັນ​ ໃນ​ເລື້ອງ​ຂອງ​ໄວ​ຣັ​ສ​ໂຄ​ໂຣ​ນາ. ຜູ້​ອຳ​ນວຍ​ການ​ໃຫຍ່ ​ອົງ​ການ WHO ທ່ານ​ເທ​ໂດ​ຣ​ສ ອາ​ດາ​ນົມ ເກບ​ລີ​ເຢ​ຊັ​ສ ໄດ້​ກ່າວ​ໃນ​ວັນ​ເສົາ​ວານນີ້ ຢູ່ທີ່​ກອງ​ປະ​ຊຸມ​ປະ​ຈຳ​ປີ​ດ້ານ​ຄວາມ​ໝັ້ນ​ຄົງ​ໃນ​ນະ​ຄອນ​ມິວ​ນິກ ວ່າ “ພວກ​ເຮົາ​ເປັນ​ຫ່ວງກ່ຽວ​ກັບ​ການ​ຂາດ​ແຄນ​ຄວາມ​ຮີບ​ດ່ວນ ໃນ​ດ້ານການ​ລະ​ດົມ​ທຶນຈາ​ກ​ປະ​ຊາ​ຄົມ​ນາ​ນາ​ຊາດ ເພື່ອຮັບມື​ກັບ​ສະ​ຖາ​ນະ​ການ.”

ບັນ​ດາ​ເຈົ້າ​ໜ້າ​ທີ່ ໃນ​ນະ​ຄອນຫຼວງ​ຂອງ​ຈີນ ໄດ້​ເລີ້ມ​ນະ​ໂຍ​ບາຍ​ການ​ກັກ​ຕົນ​ເອງ​ໃນ​ບໍ​ລິ​ເວນ ໄລ​ຍະ 14 ວັນ ສຳ​ລັບ​ໝົດ​ທຸກ​ຄົນ ທີ່​ເດີນ​ທາງ​ກັບ​ຄືນ​ມາ​ຍັງ​ປັກ​ກິ່ງ. ໜັງ​ສື​ພິມ Beijing Daily ຂອງ​ທາງ​ການ​ຈີນ ລາຍ​ງານ​ວ່າ ​ຈຳພວກຜູ້​ທີ່​ປະ​ຕິ​ເສດ​ທີ່​ຈະ​ແຍກ​ຕົ​ວ​ເອງ ຫຼື ລະ​ເມີດ​ຕໍ່​ກົດ​ລະ​ບຽບ​ການ​ຄວບ​ຄຸມ​ອື່ນໆ​ນັ້ນ “ຈະ​ຖືກ​ນຳ​ມາ​ຮັບ​ຜິດ​ຊອບ​ພາຍ​ໃຕ້​ກົດ​ໝາຍ” ແຕ່​ກໍ​ບໍ່​ເປັນ​ທີ່​ຈະ​ແຈ້ງວ່າ ຜົນຕິດ​ຕາມ​ມາຂອງ​ການບໍ່​ປະ​ຕິ​ບັດ​ຕາມ​ການ​ຢູ່​ໂດດ​ດ່ຽວນັ້ນ ຈະ​ເປັນ​ສິ່ງ​ໃດ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG