ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜົນ​ກະ​ທົບ ຈາກ​ໄວ​ຣັ​ສ​ໂຄ​ໂຣ​ນາ ຕໍ່​ເສດ​ຖະ​ກິດ​ໂລກ ເຮັດ​ໃຫ້​ຊາວ​ກະ​ສິ​ກອນ​ຈີນ ​ມີຄວາມ​ເປັນ​ຫ່ວງ


Coronavirus' Impact on Global Economy Becoming a Worry
please wait

No media source currently available

0:00 0:02:01 0:00

ເຊີນ​ຊົມ​ວີ​ດີ​ໂອ ກ່ຽວ​ກັບລາຍ​ງານນີ້ ເປັນ​ພາ​ສາ​ອັງ​ກິດ

ໃນ​ຂະ​ນະ​ທີ່ ​ມີຫຼາຍຫົວ​ເມືອງ​ຂອງ​ຈີນ ໄດ້​ຖືກ​ປິດ​ບໍ່​ໃຫ້​ເຂົ້າ​ອອກ ແລະ​ຮ້ານ​ຄ້າ​ທຸ​ລະ​ກິດ
​ທັງຫຼາຍ ກໍ​ໄດ້​ປິດ​ກິດ​ຈະ​ການ ຈົນ​ຮອດ​ສັບ​ປະ​ດາ​ໜ້າ ໂດຍ​ໄວ​ທີ່​ສຸດ ຈຶ່ງ​ເຮັດ​ໃຫ້​ເກີດ​
ຄວາມ​ເປັນ​ຫ່ວງ​ເພີ້ມ​ຂຶ້ນ ກ່ຽວ​ກັບ ຜົນ​ກະ​ທົບ​ຂອງໄວ​ຣັ​ສ​ໂຄ​ໂຣ​ນາ ຕໍ່​ເສດ​ຖະ​ກິດ​ໂລກ.
ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ ບໍ​ລິ​ສັດ​ຜະ​ລິດ​ລົດ​ຍົນ Hyundai Motor ໄດ້​ກ່າວ​ວ່າ ຕົນ​ຈະ​
ໂຈະ​ການ​ຜະ​ລິດ​ໄວ້ຊົ່ວ​ຄາວ ຢູ່ໃນ ເກົາຫຼີ​ໃຕ້ ອັນ​ເປັນ​ຖານ​ການ​ຜະ​ລິດ​ລົດ ​ທີ່​ໃຫຍ່​ທີ່​ສຸດ
​ຂອງ​ບໍ​ລິ​ສັດ ຊຶ່ງ​ກາຍ​ມາ​ເປັນ​ບໍ​ລິ​ສັດ​ຜະ​ລິດ​ລົດ​ຍົນ ລາຍ​ທຳ​ອິດຢູ່ນອກ​ປະ​ເທດ​ຈີນ ທີ່
​ເຮັດ​ເຊັ່ນ​ນີ້ ຍ້ອນ​ການ​ຄັດ​ສົນ​ໃນ​ການ​ສະ​ໜອງ​ຊິ້ນ​ສ່ວນ​ອາ​ໄລ່​ຕ່າງໆ ໂດຍ​ເປັນ​ຜົນ​ມາ
​ຈາກ​ການ​ລະ​ບາດ​ຂອງ​ໄວ​ຣັ​ສ​ໂຄ​ໂຣ​ນາ​ນັ້ນ. ນັກ​ຂ່າວ​ ວີໂອເອ ມາ​ຣີ​ອາ​ມາ ດີ​ອາ​ໂລ ມີ​
ລາຍ​ງານ​ເລື້ອງນີ້ ຊຶ່ງ​ໄຊ​ຈະ​ເລີນ​ສຸກ ຈະ​ນຳ​ລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.


ຖະ​ໜົນ​ສາຍ​ຕ່າງ​ໆ ຢູ່​ໃນ​ຮົງ​ກົງ ແລະ​ ຈີນ ແມ່ນ​ເປົ່າ​ວ່າງແລະ​ຮ້ານ​ຄ້າ​ທັງຫຼາຍ ໄດ້​ຖືກ
​ປິດ​ໄວ້ ຍ້ອນ​ຄຳ​ສັ່ງ​ໃຫ້ກັກ​ກັນ​ຢູ່​ໃນ​ບໍ​ລິ​ເວນ ໂດຍ​ມີ​ເປົ້າ​ໝາຍ​ເພື່ອ​ຢຸດຢັ້ງ​ການ​ແຜ່​ລາມ
​ຂອງເຊື້ອ​ໄວ​ຣັ​ສ ທີ່​ກຳ​ລັງລະ​ບາດ​ຢູ່​ໃນ​ຂະ​ນະ​ນີ້ ຊຶ່ງເປັນ​ໄປ​ໄດ້​ສູງ ທີ່​ຈະສົ່ງ​ຜົນສະ​ທ້ອນ
​ໃນຫຼາຍ​ດ້ານ ອີງຕາມ ການ​ກ່າວ​ຂອງ ທ່ານ​ເດ​ວິດ ໂດ​ລາ ຈາກ​ສະ​ຖາ​ບັນ ບ​ຣຸກ​ກິງ​ສ໌
​ທີ່​ເປັນ​ສະ​ຖາ​ບັນ​ວິ​ເຄາະ​ສະ​ພາບ​ການ ຢູ່​ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ ດີ​ຊີ ຂອງ​ສະ​ຫະ​ລັດ.

ທ່ານ​ໂດ​ລາ ໃຫ້​ຄຳ​ເຫັນ​ວ່າ “ທ່ານ​ມີ​ພື້ນ​ທີ່​ຫຼາຍແຫ່ງ ທີ່​ທຳ​ການ​ຜະ​ລິດ ປະ​ມານ ສອງ​
ສ່ວນ​ສາມ ຂອງ​ຜະ​ລິດ​ຕະ​ພັນ​ລວມ​ພາຍ​ໃນ​ຂອງ​ຈີນ ທີ່​ໄດ້ຂະ​ຫຍາຍ​ວັນ​ພັກ​ຂອງ​ປະ​ຊາ​
ຊົນ​ອອກ​ຕື່ມ​ອີກ​ສອງ​ສາມ​ສັບ​ປະ​ດາ​ ໄປແລ້ວ. ສ່ວນ​ພວກແຮງ​ງານຕ່າງ​ຊາດ ກໍ​ຈະ​ບໍ່​ກັບ
​ຄື​ນ​ມາ​ໂຮງ​ງານ​ຕ່າງໆ. ສະ​ນັ້ນ ເປັນ​ທີ່​ຈະ​ແຈ້ງແລ້ວ​ວ່າ ໄຕ​ມາດ​ທຳ​ອິດ ແລະ​ເກືອບ​ວ່າ
ເປັນ​ທີ່​ແນ່ນອນ ​ໄຕ​ມາດ​ທີ​ສອງ​ຂອງ​ປີ 2020 ຈະ​ສົ່ງ​ຜົນ​ເຮັດ​ໃຫ້​ເສດ​ຖະ​ກິດ​ຕົກ​ຕ່ຳ​ຢ່າງ​ໜັກ.”

ທ່ານ​ ແຟ​ຣນຊິ​ສ ລຸນ ​ຫົວ​ໜ້າ​ບໍ​ລິ​ຫານ​ໃຫຍ່ ຂອງ​ບໍ​ລິ​ສັດ​ຫຼັກ​ຊັບ Hong Kong Geo
Securities ເຕືອນ​ວ່າ ຜົນ​ກະ​ທົບ​ດັ່ງ​ກ່າວ ອາດຈະ​ສະ​ທ້ອນ​ອອກ​ໄປ​ຈາກ​ເອ​ເຊຍ.

ທ່ານ ​ລຸນ ບອກ​ອີກວ່າ “ບາງ​ທີ ການ​ຂະ​ຫຍາຍ​ຕົວ​ຂອງເສດ​ຖະ​ກິດ​ໂລກ ​ຈະ​ຮົດຕົວ​ລົງ​
ໃນອັນ​ຕາ 0.5 ເປີ​ເຊັນ.”

ໃນ​ຂະ​ນະ​ດຽວ​ກັນ ທ່ານ ​ລີ ຊີ​ມິນ ກະ​ສິ​ກອນ​ສວນໝາກ​ສະ​ຕໍ​ແບ​ຣີ ໃນ​ເມືອງ​ຈຸຍ​ຈຽງ ຊຶ່ງ
​ມີ​ຊາຍ​ແດນ​ຕິດ​ກັບ​ແຂວງ​ຮູ​ເບ ບ່ອນ​ທີ່​ເຊື້ອ​ໄວ​ຣັ​ສ ໄດ້ກຳ​ເນີດ​ຂຶ້ນນັ້ນ ກ່າວ​ວ່າ ໂດຍ​ທົ່ວ
​ໄປ​ແລ້ວ ​ໃນ​ຊ່ວງເວ​ລາຂອງ​ປີ​ນີ້ ຈະ​ເປັນ​ຈຸດ​ສູງ​ສຸດ​ຂອງ​ລະ​ດູ​ການເກັບ​ກ່ຽວ.” ແຕ່​ຍ້ອນ
​ການ​ລະ​ບາດນັ້ນ ລາຍ​ໄດ້​ໃນ​ແຕ່​ລະ​ວັນ​ຂອງ​ລາວ ໄດ້ຫຼຸດ​ລົງ​ຢ່າງຫຼວງຫຼາຍ.

ທ່ານ ລີ ຊີ​ມິນ ອາ​ຍຸ 38 ປີ ມີ​ສວນ​ເຮືອນ​ແກ້ວປະ​ມານ 23 ຫຼັງ ກະ​ຈາຍ​ໄປ​ທົ່ວ​ເນື້ອ​ທີ່
ຫຼາຍກວ່າ 1.5 ເອ​ເກີ ​ຊຶ່ງ​ຕາມ​ປະ​ເພ​ນີ​ແລ້ວ ເປັນ​ດິນ​ສວນ​ທີ່​ນິ​ຍົມ​ປູກ​ໝາກ​ສະ​ຕໍ​ແບ​ຣີ
ໃນ​ກຸ່ມ​ພວກ​ຊາວ​ກະ​ສິ​ກອນຜູ້​ປູກ​ຝັງ ແລະ​ພວກ​ກະ​ສິ​ກອນ​ຜູ້ເກັມໝາກ​ສະ​ຕໍ​ແບ​ຣີ. ​

​ທ່ານ ລີ ຊີ​ມິນ ເວົ້າ​ວ່າ “ຂ້າ​ພະ​ເຈົ້າ​ຮູ້​ສຶກເສົ້າໃຈ ກ່ຽວ​ກັບ​ເລື້ອງນີ້ ແທ້​ຈິງ​ແລ້ວ ທໍ້​ແທ້​ໃຈ
​ໜ້ອຍ​ນຶ່ງ. ແຕ່​ດຽວນີ້ ໃນ​ສະ​ພາບຂອງໂຣກ​ລະ​ບາດ ມັນ​ບໍ່​ແມ່ນ​ມະ​ນຸດ​ເຮັດ​ຂຶ້ນ​ມາ ສະ​ນັ້ນ
ແລ້ວ ​ພວກ​ເຮົາ​ບໍ່ສາ​ມາດ​ເຮັດຫຍັງໄດ້ ​ກ່ຽວ​ກັບ​ມັນ. ຂ້າ​ພະ​ເຈົ້າ​ພຽງ​ຫວັງວ່າ ໂຣກ​ລະ​
ບາດນີ້ ​ຈະ​ໝົດ​ໄປ​ໃນ​ໄວໆ​ນີ້. ດັ່ງ​ນັ້ນ ໝາກ​ສະ​ຕໍ​ແບ​ຣີ ຂອງ​ຂ້າ​ພະ​ເຈົ້າ ສາ​ມາດ​ກັບ​ຄືນ
​ມາຂ​າຍ​ໄດ້ ໃນ​ລະ​ດັບ​ທີ່​ປົກ​ກະ​ຕິ​ຄືເກົ່າ.”

ການ​ລະ​ບາດ​ຂອງໄວ​ຣັ​ສ​ໂຄ​ໂຣ​ນາ ໄດ້​ແຜ່​ລາມ​ໄປ​ຮອດ ​ເຂດ​ມາ​ເກົ້າ ທີ່​ເປັນສູນ​ກາງການ​
ພະ​ນັນ ​ຊຶ່ງ​ຢູ່ໃນ​ການ​ປົກ​ຄອງ​ຂອງ​ຈີນ ບ່ອນ​ທີ່​ພວກ​ຜູ້​ປະ​ກອບທຸ​ລະ​ກິດ​ດ້ານ​ຄາ​ຊີ​ໂນ ໃນ
​ວັນ​ອັງ​ຄານ​ຜ່ານ​ມານີ້ ກໍໄດ້ຖືກຂໍ​ຮ້ອງ​ໃຫ້​ປິດ​ກິດ​ຈະ​ການ​ເປັນ​ເວ​ລາ​ສອງ​ສັບ​ປະ​ດາ. ຄາ​ຊີ​
ໂນທັງຫຼາຍ​ຂອງ​ມາ​ເກົ້າ ໂດຍ​ທົ່ວ​ໄປ​ແລ້ວ ແມ່ນ​ຈະ​ເຕັມ​ໄປ​ດ້ວຍ​ພວກ​ນັກ​ລິ້ນ​ການ​ພະ​ນັນ
​ຊາວ​ຈີນ ແຕ່​ໃນ​ສັບ​ປະ​ດານີ້ ແມ່ນບໍ່​ມີ​ຄົນ​ເລີຍ ໃນ​ຂະ​ນະ​ທີ່ ຄົນທັງຫຼາຍ ພະ​ຍາ​ຍາ​ມ​ທີ່​
ຈະ​ຫລີກ​ເວັ້ນ ການ​ຕິດ​ແປດ ​ເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາ ວູ​ຮານ.

With many Chinese cities on a virtual lockdown and businesses closed until next week at the earliest, there are growing concerns about coronavirus's impact on the global economy. On Tuesday, automaker Hyundai Motor said it will suspend production in South Korea, its biggest manufacturing base, becoming the first major automaker to do so outside China due to disruption in the supply of parts resulting from the coronavirus outbreak. VOA correspondent Mariama Diallo reports.

In Hong Kong and China, streets are empty and businesses closed with a stringent quarantine aimed at stopping the spread of the outbreak, which will likely have dire repercussions says David Dollar from the Brookings Institution, a think tank in Washington, DC.

(David Dollar, Brookings Institution)
"You've got areas that produce about two-thirds of China's GDP have already extended their holidays for a couple more weeks. Migrant workers are not coming back to factories. So, clearly, first quarter and, almost certainly, second quarter of 2020 will have very poor economic results."

Francis Lun, CEO of Hong Kong Geo Securities, warns the impact could ripple out from Asia.

(Francis Lun, Hong Kong Geo Securities (in English)
"Maybe the global economic growth will shrink by 0.5 percent."

Meanwhile, Li Zimin, a strawberry farmer in Jiujiang, which shares a border with Hubei province where the virus originated, says this time of year would usually be "peak season." But because of the outbreak, his daily income has been gravely reduced.

The 38-year-old has about 23 greenhouses spread over 1.5 acres of land in an area traditionally popular with strawberry growers and pickers.

(Li Zimin - Strawberry Farmer, (in Mandarin)
"I'm obviously feeling down about this, definitely a little dejected. But right now in the face of this epidemic, it's not man-made, so there's nothing we can do about it. // I just hope that this (coronavirus) epidemic can be over quickly. That way my strawberries can return to normal sales levels."

The outbreak has reached even the Chinese-ruled gambling hub of Macau where casino operators on Tuesday were asked to close for two weeks. Macau's casinos are usually packed with Chinese high-rollers, but this week are empty as people try to avoid contracting the Wuhan coronavirus.

XS
SM
MD
LG